Close Menu
  • Home
  • Android
    • News
    • Tips
  • Apple
    • iPad
      • News
      • Tips
    • iPhone
      • News
      • Tips
  • WINDOWS
    • News
    • Tips
  • Gaming
    • Game Review
    • PlayStation
    • Nintendo
    • Xbox & PC
    • Mobile
  • Gadget Reviews
    • Accessories
    • Devices
  • Wearable
  • EV Car
  • Miscellaneous
    • News
    • Tips
  • Tips and Tricks
  • Video
  • Cooky Policies
  • ติดต่อโฆษณา
แอพดิสคัสแอพดิสคัส
  • Home
  • Android
    • Tips & Tricks
  • Apple
    • Tips & Tricks
  • Windows
    • Tips & Tricks
  • Gaming
    • Game Review
    • In Spotlight
    • PlayStation
    • Xbox & PC
    • Nintendo
    • Mobile Games
  • Reviews
    • Mobiles & Tablets
    • Game Review
    • Accessories
  • EV Car
  • Miscellaneous
แอพดิสคัสแอพดิสคัส
คุณกำลังอ่าน :Home » Android » ຣີວິວ Samsung Galaxy S7 ແລະ Galaxy S7 Edge ການກັບມາທີ່ສົມບູນຂື້ນກວ່າເກົ່າ
Android

ຣີວິວ Samsung Galaxy S7 ແລະ Galaxy S7 Edge ການກັບມາທີ່ສົມບູນຂື້ນກວ່າເກົ່າ

29 มีนาคม 2016Updated:29 มีนาคม 20164 Mins Read

ຣີວິວ Samsung Galaxy S7 ແລະ Galaxy S7 Edge ການກັບມາທີ່ສົມບູນຂື້ນກວ່າເກົ່າ

 

อ่านรีวิวภาษาไทย>>รีวิว Samsung Galaxy S7 และ Galaxy S7 edge การกลับมาที่สมบูรณ์ขึ้นกว่าเดิม<<

 

Advertisement
Advertisement
Advertisement

Samsung Galaxy S7 ແລະ Galaxy S7 Edge ເປັນສະມາດໂຟນທີ່ຫລາຍໆຄົນຄາດຫວັງໄວ້ສູງ ເພາະສຳລັບສະມາດໂຟນລະບົບແອນດຣອຍແລ້ວຊື່ສຽງຂອງ Samsung ຍັງຄົງເປັນຫນື່ງໃນໃຈຂອງຄົນທົ່ວໄປຢູ່ ຄືກັບເປັນທີມຊາດຂອງ Android ປະມານນັ້ນພຸ້ນແຫລະ

ສຳລັບການກັບມາໃນຄັ້ງນີ້ຂອງ Samsung Galaxy S7 ແລະ Galaxy S7 Edge ຕ້ອງເວົ້າໄດ້ວ່າເປັນການພັດທະນາຕື່ມໃນສິ່ງທີ່ຂາດໄປໃນລຸ້ນທີ່ແລ້ວ ໂດຍໃນເລື່ອງຂອງຫນ້າຕາພາຍນອກຕ້ອງບອກວ່າມັນຄືກັນກັບລຸ້ນກ່ອນຫນ້ານີ້ຫລາຍ ຈະແຕກຕ່າງກໍ່ໃນເລື່ອງຂອງລາຍລະອຽດທີ່ເຮັດໃຫ້ມັນເບິ້່ງແລ້ວສົມບູນຂື້ນກວ່າເກົ່າ.

Galaxy_S7_S7_edge_017

ທັງໃນເລື່ອງຂອງຄຸນສົມບັດກັນນ້ຳ ຮອງຮັບມາດຕະຖານ IP68 ສາມາດຢູ່ມນນ້ຳເລິກ 1.5 ແມັດໄດ້ດົນ 30 ນາທີ ເຊິ່ງກໍ່ຕ້ອງບອກວ່າມັນມີໄວ້ເພື່ອອຸບັດຕິເຫດເນາະ ເພາະຖ້ານ້ຳເຂົ້າມາບໍ່ມີຮັບປະກັນຄວາມເສຍຫາຍ (ກໍ່ເປັນກັນທຸກແບຣນນະແຫລະ) ກ້ອງກໍ່ພັດທະນາໃຫ້ດີຍິ່ງຂື້ນ ຫລາຍຄົນອາດຈະບອກວ່າຄວາມລະອຽດມັນຫລຸດລົງໃດ?? ຢ່າຟ້າວໃຈຮອ້ນໄປ ໃນແງ່ຂອງເຕັກໂນໂລຊີມັນດີຂື້ນຫລາຍເລີຍ ເຊິ່ງຈະຂໍເອົາໄປເວົ້າໃນສ່ວນຂອງກ້ອງອອກເທື່ອຫນຶ່ງເນາະ.

ແລະຮອງຮັບ VoLTE (Voice over LTE) ການໂທດ້ວຍສຽງເທິງເຄືອຂ່າຍ 4G ເຊີ່ງສຽງຈະຄົມຊັດຍິ່ງຂື້ນ ມີສຽງລົບກວນຕ່ຳ ແລະ ໃຊ້ເວລາໃນການເຊື່ອມຕໍ່ໄດ້ໄວຍິ່ງຂື້ນ.

Galaxy_S7_S7_edge_004

Samsung Galaxy S7 ແລະ Galaxy S7 Edge ມາພ້ອມກັບວັດສະດຸໂລຫະ ແລະ ກະຈົກຄືກັບລຸ້ນກ່ອນຫນ້າຕາກໍ່ີມີຄວາມຄ້າຍກັນ ແຕ່ເພີ່ມຕື່ມດ້ວຍຄວາມໂຄ້ງມົນ ໂດຍດ້ານຫລັງຂອງທັງຄູ່ຈະປ່ຽນມາໃຊ້ກະຈົກໂຄ້ງຄືໃນ Galaxy Note5 ແລະ ຫນ້າຈໍຂອງ Samsung Galaxy S7 ຈະເປັນກະຈົກໂຄ້ງ 2.5D ແທນແບບເກົ່າສຳລັບຂະຫນາດຂອງຫນ້າຈໍທັງຄູ່່ມີຄວາມແຕກຕ່າງກັນແລ້ວ ໂດຍ Samsung Galaxy S7 ມີຂະຫນາດຫນ້າຈໍ 5.1 ນີ້ວ ສ່ວນ Samsung Galaxy S7 edge ມີຂະຫນາດຫນ້າຈໍ 5.5 ນີ້ວ ແລະ ເປັນຈໍໂຄ້ງ ຄວາມລະອຽດເທົ່າກັນທັງຄູ່ QHD 1440 x 2560 pixels ແລະ ໃຊ້ກະຈົກ Corning Gorilla Glass 4 ທັງດ້ານຫນ້າ ແລະ ດ້ານຫລັງເຊິ່ງມີຫນ້າຈໍສວຍງາມຫລາຍທັງຄູ່.

Galaxy_S7_S7_edge_007

ທີເດັດຂອງລຸ້ນນີ້ເລີຍກໍ່ຄືເລື່ອງຂອງການກັນນ້ຳມາດຕະຖານ IP68 ສ່ວນໂຕປົກກະຕິບໍ່ຄ່ອຍສົນໃຈສ່ວນນີ້ຫລາຍ ເພາະເຖິງວ່າຈະກັນນ້ຳ ແຕ່ທຸກແບຣນ ບໍ່ແມ່ນແຕ່ສະເພາະກັບມືຖື Samsung ທີ່ກັນນ້ຳແຕ່ບໍ່ມີຮັບປະກັນຖ້ານ້ຳເຂົ້າ?? ກໍ່ເລີຍບໍ່ຄ່ອຍເຫັນປະໂຫຍດຫລາຍ ແຕ່ວ່າຫລາຍວັນກ່ອນທາງເວັບໄປທ່ຽວກັນແລ້ວຝົນຕົກ ແຕ່ກໍ່ຍັງສາມາດໃຊ້ງານ Samsung Galaxy S7 ແລະ Galaxy S7 Edge ໄດ້ຢ່າງສະບາຍໃຈເລີຍ ຈື່ງໄດ້ເຫັນຄວາມສຳຄັນໃນສວນນີ້ ມັນຊ່ວຍໄດ້ຫລາຍແທ້ືໆໃນກໍລະນີແບບນີ້.

ກ້ອງດ້ານຫລັງລວມທັງຊຸດແຟລສ ແລະ Heart Rate ບໍ່ນູນແລ້ວ ຊຸດກ້ອງອາດຈະນູນແດເລັກນ້ອຍແຕ່ກໍ່ບໍ່ນູນຫລາຍ ເຊິ່ງທັງຊຸດກ້ອງບາງລົງປະກອບກັບຕົວເຄື່ອງຫນາຂື້ນດ້ວຍ ມັນກໍ່ເຮັດໃຫ້ຕົວເຄື່ອງສວຍງາມຂື້ນ ເປັນການເກັບລາຍລະອຽດທີ່ຫນ້າສົນໃຈ.

ຂອບຕົວເຄື່ອງເປັນໂລຫະຄືເກົ່າ ແຕ່ອອກແບບໃຫ້ລຽບສວຍຍິ່ງຂື້ນ ດ້ານເທິງມີຊ່ອງໃສ່ຊິມ ແລະ ໄມຕັດສຽງລົບກວນ ສ່ວນດ້ານລຸ່ມມີຊ່ອງຫູຟັງມາດຕະຖານ 3.5 ມມ. ແລະ ພອດ Micro USB 2.0 ເຊິ່ງຫນ້າເສີຍດາຍເນາະ ເພາະຫລາຍໆຄົນລຸ້ນໃຫ້ Samsung ປ່ຽນໄປໃຊ້ມາດຕະຖານໃຫມ່ຢ່າງ USB – C ແຕ່ກໍ່ເຂົ້າໃຈວ່າຕອນນີ້ອຸປະກອນອື່ນໆຂອງ Samsung ມັນຍັງບໍ່ອັບເດດຂະຫນາດນັ້ນມັນຈະເຮັດໃຫ້ຜູ່ໃຊ້ທີ່ຊື້ອຸປະກອນເສີມໄປແລ້ວນັ້ນຝຊ້ຮ່ວມກັນໄດ້ລຳບາກ ເຊິ່ງກໍ່ຍັງບໍ່ແມ່ນຄວາມຈຳເປັນທີ່ຈະຕ້ອງຮິບຮ້ອນໃນຕອນນີ້ເນາະ ຖັດມາເປັນໄມໂຄຣໂຟນ ແລະ ລຳໂພງ ເຊິງຄຸນນະພາບສຽງລຳໂພງຂ້ອນຂ້າງທຳມະດາ ຄວາມດັງຢູ່ໃນລະດັບທົ່ວໄປ ດ້ານຊ້າຍມີປຸ່ມປັບລະດັບສຽງ ແລະ ດ້ານຂວາເປັນປຸ່ມ Power

ແບັດເຕີຣີ້ຂອງທັງຄູ່ຕ່າງກັນ Samsung Galaxy S7 ມາພ້ອມກັບແບັດຯຄວາມຈຸ 3000 mAh ສ່ວນ Galaxy S7 Edge ມາພ້ອມກັບແບັດຯຄວາມຈຸ 3600 mAh ເຊິ່ງກໍ່ທົນທັງຄູ່ ຮູ້ສືກົດ້ເລີຍວ່າແບັດຯດີຂື້ນຫລາຍກວ່າເກົ່າ ມາໃນຕອນນີ້ Samsung ປັບປຸງໃນສ່ວນຂອງການຈັດສັນພະລັງງານໄດ້ດີຫລາຍເລີຍແຫລະ.

Galaxy_S7_S7_edge_001

ລູກຫລິ້ນໃຫມ່ Always On Display ເຖິງຈະບໍ່ສາມາດເວົ້າໄດ້ວ່າແປກໃຫມ່ ແຕ່ຕ້ອງບອກວ່າ Samsung ນຳມາປັບປຸງໃຫ້ຫນ້າໃຊ້ຍິ່ງຂື້ນ ມັນເປັນການສະແດງໂມງ (ເລືອກສາກຫລັງໄດ້ດ້ວຍ) ຫລືປະຕິທິນ, ຮູບພາບ ເທິງຫນ້າຈໍໂດຍທີ່ເຮົາປິດຫນ້າຈໍຢູ່ ເຊິ່ງກິນແບັດຯຕ່ຳຕາມສະເປັກຄື 1 ຊົ່ວໂມງ 1 ເປີເຊັນເທົ່ານັ້ນ ສຍງາມ ແລະ ຄົມຊັດດີເລີຍແຫລະ ບໍ່ຕ້ອງຢ້ານວ່າຫນ້າຈໍຈະເກີດ Ghost ເພາະພາບຈະເຫນັງຕີງຢູ່ເລື້ອຍໆ

ຄະແນນທົດສອບຂອງ Samsung Galaxy S7

Screenshot_20160314-205200

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 128564 ຄະແນນ

ທົດສອບດ້ວຍ Nenamark 2 ເຮັດໄປໄດ້ 58.3 fps

ຮອງຮັບ Multi Touch 10 ຈຸດສົມບູນ

ທົດສອບ GPS ຈັບສັນຍານດາວທຽມໄດ້ໄວດີ

ຄະແນນທົດສອບຂອງ Galaxy S7 Edge

Screenshot_20160314-205150

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 113535 ຄະແນນ

ທົດສອບດ້ວຍ Nenamark2 ເຮັດໄປໄດ້ 59.7 fps

เกาะประเด็น:  Samsung ทำได้! จอ VR ใหม่สว่างทะลุ 20,000 nits ทิ้งขาด Apple

ຮອງຮັບ Multi Touch 10 ຈຸດສົມບູນ

ທົດສອບ GPS ຈັບສັນຍານດາວທຽມໄດ້ໄວດີ.

Samsung Galaxy S7 ແລະ Galaxy S7 Edge ມາພ້ອມກັບ Android 6.0.1 Marshmallow ປັບແຕ່ງທັບດ້ວຍ TouchWiz UI ຫນ້າຕາການໃຊ້ງານຄືກັນກັບລຸ້ນກ່ອນໆ ສວຍງາມດີຫລາຍ ຄວາມລ່ຽນໄຫລເຮັດໄດ້ດີ ສາມາດປັບຂະຫນາດໄອຄອນຂອງແອັບຯໄດ້ເຖິງ 3 ຮູບແບບ ແລະ ສາມາດປັບປ່ຽນThemes ໄດ້ທີ່ຫນ້າສົນໃຈຄືມີ Theme ທີ່ຮອງຮັບລູກຫລິ້ນ Always On Display ອອກມາແລ້ວດ້ວຍ ມີທັງຟຣີ ແລະ ເສີຍເງິນ ໃຫ້ເລືອກຢ່າງຈຸໃຈ ຕ້ອງບອກວ່າຄັງ Themes ຂອງ Samsung ຂະຫຍາຍໄວ ແຖມຄຸນນະພາບຍັງດີຫລາຍອີກດ້ວຍ.

Briefing ສວ່ນຕົວຍັງຄົງຢາກໃຫ້ເອົາອອກໄປໃຈຈະຂາດ 55555 (ສາມາດປິດໄດ້) ເຊິ່ງໃນ Samsung Galaxy S7 ແລະ Galaxy S7 Edge ມັນໄວຂື້ນ ແຕ່ສະເປັກຂະຫນາດນິ້ກໍ່ຍັງມີແອບສະດຸດຄືກັນໃນຕອນເປີດໃຊ້ງານ ໄຜທີ່ມັນບົ່ນວ່າມັນອືດຍ້ອນເປີດ Briefing ໄວ້ນີ້ກໍ່ປິດຊະ ແລ້ວຊີວິດຈະປ່ຽນ…

ທີ່ຫນ້າສົນໃຈຫລາຍຄືໃນສ່ວນຂອງຫນ້າຈໍ Edge Screen ທີ່ພັດທະນາການໃຊ້ງານໃຫ້ມີປະໂຫຍດຫລາຍຂື້ນ ເພີ່ມພື້ນທີ່ໃນການສະແດງຜົນ ບໍ່ຍຶດຕິດກັບສ່ວນໂຄ້ງອີກຕໍ່ໄປ ລວມທັງມີການແຈກແຈກເຄື່ອງມືພັດທະນາ ໃຫ້ກັບຜູ່ພັດທະນາອິດສະຫລະແລ້ວ ເຮົາຫນ້າຈະໄດ້ເຫັນແອັບຯດີໆມາຮອງຮັບໃນສ່ວນຂອງຫນ້າຈໍ Edge Screen ຫລາຍຍິ່ງຂື້ນໃນອະນາຄົດອັນໃກ້ນີ້.

Fringerprint Sensor ຖືກຕ້ອງ ແລະ ວ່ອງໄວພໍໆກັບລຸ້ນກ່ອນ ບໍ່ຮູ້ສຶກເຖິງຄວາມແຕກຕ່າງ ຮອງຮັບ 4 ລາຍນີ້ວມື ສາມາດໃຊ້ງານຮ່ວມກັບ Web Sigh- in ແລະ ປົດລັອກ Samsung Account ໄດ້ດ້ວຍນອກຈາກການປົດລັອກຫນ້າຈໍ.

Samsung Multi Windows ເປັນຟັງຊັ່ນທີ່ຈະຊ່ວຍໃຫ້ເຮົາສາມາດໃຊ້ງານ 2 ແອັບຯໄດ້ຢ່າງສະດວກສະບາຍ ໃນຫນ້າຈໍດຽວ ປັດຈຸບັນສາມາດໃຊ້ງານໄດ້ຫລາກຫລາຍແອັບໆພ້ອມກັນ ໂດຍສາມາດຫຍໍ້ ຂະຫຍາຍເປັນໄອຄອນໄດ້ ເຮົາສາມາດເປີດໃນສ່ວນການໃຊ້ງານ Samsung Multi Windows ໄດ້ໄດຍກົດທີີ່ປຸ່ມ Recent Apps ຄ້າງໄວ້ ມັນຈະປາກົດແຖບ Multi Windows ຂື້ນມາເຮົາສາມາດເລືອກເປີດແອັບຯທີ່ຕ້ອງການໃຊ້ງານພ້ອມກັນຂື້ນມາໄດ້ຈາກບ່ອນນີ້ເລີຍ ຫລືວ່າຂະນະທີ່ເປີດໃຊ້ງານແອັບຯຢູ່ກ່ສາມາດລາກນີ້ວທີ່ມຸມຫນ້າຈໍລົງມາສະຫລຽງໆກໍ່ຈະເປັນການຫຍໍ້ຫນ້າຕ່າງລົງມາເປັນອີກຫນ້າຈໍຫນຶ່ງໄດ້ແລ້ວ ໃຊ້ງານງ່າຍ ແລະ ສະດວກສະບາຍຫລາຍ ເຖິງວ່າເຄື່ອງຈະສະເປັກບໍ່ສູງ ກໍ່ຍັງໃຊ້ງານໄດ້ລ່ຽນໄຫລດີຫລາຍ.

ເຄື່ອງຫລິ້ນເພງຂອງ Samsung ຫັນມາໃຊ້ໂຕມາດຕະຖານຂອງ Android ແທນແຕ່ມີການປັບແຕ່ງພາຍໃນໃຫ້ຄືກັບເຄື່ອງຫລິ້ນເພງຂອງຕົນເອງ ຍັງຄົງມາພ້ອມກັບຟັງຊັ່ນ UHQ Upscaler, SoundAlive+ ແລະ Tube Ampສາມາດປັບແຕ່ງ Equaliser ໄດ້ດ້ວຍຕົນເອງ ລວມທັງ Adapt Sound ກໍ່ຍັງມີມາໃຫ້ເຫມືອນເດີມ ຢ່າງທີ່ບອກໄວ້ໃນຕອນຕົ້ນວ່າລຳໂພງ ຂອງສອງລຸ້ນນີ້ທຳມະດາ ແຕ່ເມື່ອຟັງຜ່ານຫູຟັງທັງສອງລຸ້ນສາມາດເອົາມາໃຊ້ຟັງເພງມ່ວນໆໄດ້ເລີຍ ສຽງດີ ຍິ່ງຖ້າໄດ້ຈັບຄູ່ກັບຫູຟັງດີໆມັນສາມາດຂັບສຽງອກມາໄດ້ດີສຸດໆ ແລະ ສາມາດຫລິ້ນໄຟລວິດີໂອໄດ້ຢ່າງລ່ຽນໄຫລ ແລະ ຍັງມີລູກຫລິ້ນ Popup Play ມາໃຫ້ໃຊ້ງານກັນເຊັ່ນເຄີຍ.

ທົດສອບຫລິ້ນເກມຢ່າງ Modern Combat5 ແນ່ນອນວ່າມັນສຸດຍອດ ເຄື່ອງສະເປັກລະດັບນີ້ເລື່ອງເກມຫາຍຫວ່ງ ຈະຕິກໍ່ພຽງແຕ່ສຽງລຳຟພງບໍ່ດັງແບບຕູມຕາມນີ້ລະ…ຫະຫະ….

Screenshot_20160315-211517

Game Launcher ທີ່ຊ່ວຍອຳນວຍຄວາມສະດວກໃນການຫລິ້ນເກມ ລວມເກມທີ່ເຮົາຕິດຕັ້ງເທິງສະມາດໂຟນເອົາໄວ້ໃນທີ່ດຽວກັນ ແລະ ຈຸດເດັ່ນຄືສາມາດປັບໂຫມດພະລັງງານໃນຂະນະຫລິ້ນເກມໄດ້ເຖິງ 3 ລະດັບ ຊ່ວຍໃຫ້ປະຫຍັດພະລັງງານຫລາຍຂຶ້ນ ເຮົາສາມາດຕັ້ງຕາມຄວາມເຫມາະສົມຂອງເກມທີ່ເຮົາຫລີ້ນໄດ້ ນອກຈາກນີ້ຍັງມີມນສ່ວນຂອງ Game Tools ເຊິ່ງເຮົາສາມາດຕັງໃຫ້ແອັບຯແຈ້ງເຕືອນ ແລະ ລັອກປຸ່ມເທິງຕົວເຄື່ອງໄດ້ ຊ່ວຍໃຫ້ເວລາຫລີ້ນເກມນີ້ວເຮົາຈະບໍ່ໄດ້ໄປຖືກໂດຍບໍ່ຕັ້ງໃຈ ເຊິ່ງມີປະໂຫຍດຫລາຍ ຫລາຍໆຄົນຕ້ອງເຄີຍຫງຸດຫງິດກັບກໍລະນີແບບນີ້ແນ່ນອນ.

ນອກຈາກນີ້ກໍ່ມີຄຳສັ່ງຫຍໍ້ຫນ້າຕ່າງເກມໃຫ້ກາຍເປັນໄອຄອນເທິງຫນ້າຈໍເຮົາສາມາດຍ້າຍໄປມາໄດ້ ແລະ ຄຳສັ່ງຈັບພາບຫນ້າຈໍເຮັດໃຫ້ເຮົາສາມາດຫລີ້ນເກມໄປ ຈັບພາບຫນ້າຈໍໄປງ່າຍຍິ່ງກວ່າເກົ່າ ແລະ ທີ່ເດັດສຸດທ້າຍເຮົາສາມາດບັນທຶກເກມທີ່ເຮົາຫລິ້ນໄດ້ ພ້ອມກັບບັນທຶກສຽງພາຍນອກໄປດ້ວຍ ເຮັດໃຫ້ເຮົາສາມາດຣີວິວເກມໄດ້ສົດໆໄປດ້ວຍໄດ້ເລີຍ ຣີວິວແລ້ວກໍ່ແຊຣຂື້ນ Youtube ເລີຍ ສະດວກສຸດໆ!!

ເລື່ອງຂອງກ້ອງທີ່ຫລຸດຄວາມລະອຽດລົງມາເຫລືອ 12MP ແຕ່ວ່າຂະຫຍາຍຂະຫນາດຂອງ Pixels ໃຫ້ຫຍ່ຫລາຍຂຶ້ນ 1.4um ຂະຫນາດເຊັນເຊີ້ 1/ 2.6 ນີ້ວມາພ້ອມກັບເຕັກໂນໂລຊີ Dual Pixel auto focus ແບບດຽວກັບທີ່ຢູ່ໃນ Canon EOS 70D ຮູຮັບແສງກວ້າງຫລາຍຂື້ນ F1.7 ເຊິ່ງຈາກການທົດສອບຕ້ອງບອກວ່າກ້ອງຂອງ Samsung Galaxy S7 ແລະ Galaxy S7 Edge ຈັບໂຟກັສໄດ້ໄວຫລາຍ ແລະ ຖ່າຍພາບກາງຄືນ ຫລື ແສງນ້ອຍໄດ້ດີຫລາຍ ແລະ ກ້ອງຫນ້າຄວາມລະອຽດ 5MP ພັດທະນາໃນເລື່ອງການຖ່າຍ Selfie ມາໄດ້ດີຫລາຍ ຮູຮັບແສງກວ້າງ F 1.7 ເທົ່າກັບກ້ອງຫລັງດ້ວຍຄຸນນະພາບດີກວ່າເກົ່າຢ່າງຊັດເຈນ.

ໃນສ່ວນຂອງກ້ອງຫນ້າປະທັບໃຈຫລາຍ ສຸດຍອດທັງພາບກາງແຈ້ງ ໃນຮົ່ມ ແລະ ກາງຄືນ ແຖມດີທັງກ້ອງຫລັງ ແລະ ກ້ອງຫນ້າ ຖ້າບໍ່ແມ່ນຄົນທີ່ມັກຫລີ້ນກ້ອງ ເວລາໄປທ່ຽວພຽງແຕ່ນຳເອົາ Samsung Galaxy S7 ຫລື Galaxy S7 Edge ໄປນຳຖືວ່າພໍແລ້ວ ໂຟກັສໄວຫລາຍ ພຽງແຕ່ຍົກຂື້ນມາກໍ່ຖ່າຍໄດ້ເລີຍ ເກືອບບໍ່ຕ້ອງແຕະຫາຈຸດໂຟກັສ ມຸມມອງກວ້າງຖາຍແບບບໍ່ມີເບື່ອເລີຍ.

ມາຊົມຕົວຢ່າງພາບຖ່າຍຂອງ Samsung Galaxy S7 ແລະ Galaxy S7 Edge ກັນກົດທີ່ພາບເພື່ອດາວໂຫລດໄປເບິ່ງໄດ້ ຄວາມລະອຽດ 100% ບໍ່ຜ່ານການປຸງແຕ່ງໃດໆ

Samsung Galaxy S7 edge

20160306_093617

 

Samsung Galaxy S7

20160307_155725

Galaxy_S7_S7_edge_016

อ่านรีวิวภาษาไทย>>รีวิว Samsung Galaxy S7 และ Galaxy S7 edge การกลับมาที่สมบูรณ์ขึ้นกว่าเดิม<<

Advertisement
Review Samsung Galaxy S7 Samsung‬ Samsung Galaxy Samsung Galaxy S Samsung Galaxy S7 edge Samsung Galaxy s7 edge review
Google News YouTube
Share. Facebook Twitter LinkedIn Email Copy Link
Avatar photo
Appdisqus Team
  • Website
  • Facebook
  • X (Twitter)
  • Instagram
  • LinkedIn

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Advertisement
Advertisement

Related Posts

Wearable

Samsung ทำได้! จอ VR ใหม่สว่างทะลุ 20,000 nits ทิ้งขาด Apple

12 มิถุนายน 2025
Android

Samsung เริ่มผลิตต้นแบบ Exynos 2600 บนเทคโนโลยี 2nm แล้ว

11 มิถุนายน 2025
Android

ทีเซอร์ใหม่ของ Samsung สัญญาว่า Galaxy Z Fold 7 จะเป็นสมาร์ทโฟนพับได้ ที่บางเบาที่สุด

10 มิถุนายน 2025
Your Updates

Samsung ร่วมวงจอ E-Paper สีคมชัด จนอาจคิดว่าเป็นกระดาษจริง

6 มิถุนายน 2025
Android

ของใหม่ Galaxy Z Fold 7 Ultra โผล่ทีเซอร์ ลุ้นเปิดตัวกรกฎาคมนี้

4 มิถุนายน 2025
Android

หลุดสีและความจุ Galaxy Z Fold 7, Flip 7 และรุ่นประหยัด Flip 7 FE ก่อนเปิดตัว

4 มิถุนายน 2025
What Score?
8.1
Devices

รีวิว iQOO Neo 10 เกิดมาเพื่อเกมเมอร์ สเปกแรง! จัดเต็มแม็กซ์ 7000mAh

By Noppinij5 มิถุนายน 2025289 Views
7.6
Devices

รีวิว realme C71 สมาร์ตโฟนสุดคุ้ม บางเบา สวยงาม แบตอึดที่สุดในรุ่น

By Noppinij4 มิถุนายน 2025
8.4
Your Updates

รีวิวหัวชาร์จ CUKTECH AD1003 120W ชาร์จเร็วครบ! ทุกเรือธงแบรนด์จีน

By Noppinij14 พฤษภาคม 2025
48
Xbox & PC World

Review : Scarred เกมสยองขวัญจากสิงคโปรที่ยังขาดความน่ากลัว

By Teethasade Isarankura Na Ayudhaya6 พฤษภาคม 2025

On AppDisqus Channel

3 เหตุผลที่คุณไม่ควรพลาดดูงาน Apple WWDC 2025 คืนวันจันทร์นี้

Follow Us
  • Facebook
  • Twitter
  • YouTube
  • TikTok
Latest
Apple

Apple รีเซต Siri ใหม่อีกแล้ว! คราวนี้เลื่อนไป iOS 26.4

By Noppinij15 มิถุนายน 2025

Sony ปรับราคาสมัครสมาชิก PS Plus แพ็กเกจพรีเมียมเพิ่มขึ้น

15 มิถุนายน 2025

Fortnite เพิ่มสกิน Bob Belcher, Cleveland Brown และ Hank Hill รับวันพ่อ

15 มิถุนายน 2025

POCO F7 หลุดครบ! ดีไซน์ใหม่ พร้อมชิป Snapdragon 8s Gen 4

15 มิถุนายน 2025

เทคโนโลยีทะลุขีดจำกัด! สมองคอมพิวเตอร์บางระดับอะตอม ไร้ความหนาแบบ 2D มาแล้ว

15 มิถุนายน 2025
เรื่องที่เกี่ยวข้อง
Apple

Apple รีเซต Siri ใหม่อีกแล้ว! คราวนี้เลื่อนไป iOS 26.4

15 มิถุนายน 2025
PlayStation World

Sony ปรับราคาสมัครสมาชิก PS Plus แพ็กเกจพรีเมียมเพิ่มขึ้น

15 มิถุนายน 2025
Gaming

Fortnite เพิ่มสกิน Bob Belcher, Cleveland Brown และ Hank Hill รับวันพ่อ

15 มิถุนายน 2025
Android

POCO F7 หลุดครบ! ดีไซน์ใหม่ พร้อมชิป Snapdragon 8s Gen 4

15 มิถุนายน 2025
แอพดิสคัส
Facebook X (Twitter) Instagram YouTube TikTok
  • Home
  • ติดต่อโฆษณา
  • Cookies Policy & Settings
© 2025 APPDISQUS.COM APPDISQUS : A Source You Can Trust.

Type above and press Enter to search. Press Esc to cancel.

เราใช้คุกกี้เพื่อพัฒนาประสิทธิภาพ และประสบการณ์ที่ดีในการใช้เว็บไซต์ของคุณ ดูเพิ่มเติมที่ นโยบายความเป็นส่วนตัว
ตั้งค่าคุกกี้อนุญาตทั้งหมด
ตั้งค่าความยินยอม

Privacy Overview

AppDisqus.com ใช้คุกกี้เพื่อพัฒนาประสบการณ์การใช้งานในขณะที่คุณกำลังอ่านและรับชมคอนเทนต์ต่างๆ ผ่านทางหน้าเว็บไซต์ โดยในบรรดาคุกกี้เหล่านี้ คุกกี้ประเภทข้อมูลที่จำเป็นนั้นจะถูกจัดเก็บเอาไว้บนอุปกรณ์ส่วนตัวของคุณเองที่ใช้สำหรับการเข้าชมเว็บไซต์เนื่องด้วยเหตุผลที่ว่าคุกกี้เหล่านี้เป็นคุกกี้ที่จำเป็นเพื่อให้เว็บไซต์สามารถทำงานได้อย่างถูกต้องและสมบูรณ์ นอกจากนี้เรายังใช้คุกกี้บุคคลที่สามเพื่อให้เราสามารถวิเคราะห์และเข้าใจการใช้งานเว็บไซต์ AppDisqus.com ของคุณมากยิ่งขึ้น โดยคุกกี้เหล่านี้จะถูกจัดเก็บเอาไว้บนอุปกรณ์ของคุณเท่านั้น และจะจัดเก็บได้ก็ต่อเมื่อคุณได้การอนุญาต ทั้งนี้คุณสามารถจัดการกับการตั้งค่าคุกกี้ของคุณได้เสมอผ่านทางเมนูการตั้งค่านี้

อย่างไรก็ตาม การปิดการใช้งานคุกกี้บางประเภทอาจทำให้เว็บไซต์ไม่สามารถทำงานได้อย่างสมบูรณ์ ส่งผลต่อประสบการณ์การใช้งานของคุณได้
ข้อมูลจำเป็น
Always Enabled
คุกกี้บางประเภทนั้นจำเป็นที่จะต้องนำมาใช้งานเพื่อทำให้เว็บไซต์สามารถมอบประสบการณ์การใช้งานที่ครบฟังก์ชั่นกับผู้ใช้งานได้ โดยคุกกี้ประเภทนี้จะช่วยให้เราคงเซ็สชั่นการเข้าถึงเว็บไซต์ของคุณเอาไว้ ตลอดจนป้องกันสิ่งต่างๆ ที่มีผลต่อความปลอดภัยในการใช้งานเว็บไซต์ AppDisqus.com ทั้งนี้ คุกกี้ประเภทนี้จะไม่มีการเก็บรวบรวมข้อมูลส่วนบุคคลของผู้ใช้งานแต่อย่างใด ยกตัวอย่างเช่น คุกกี้ประเภทนี้จะใช้เพื่อให้คุณสามารถเข้าสู่ระบบและคงสถานะการเข้าระบบของคุณบนเว็บเว็บไซต์เราเอาไว้ได้นั่นเอง
CookieDurationDescription
AWSALBCORS7 daysAmazon Web Services ใข้คุกกี้นี้เพื่อเป็นการใช้งานฟังก์ชั่น load balancing หรือการกระจายโหลดเซิร์ฟเวอร์
cf_use_obpastCloudflare ใช้คุกกี้นี้เพื่อการเพิ่มประสิทธิภาพความรวดเร็วในการโหลดหน้าเว็บไซต์ เพื่อประสบการณ์การใช้งานของผู้เข้าชม
cookielawinfo-checkbox-analytics11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ข้อมูลสถิติ"
cookielawinfo-checkbox-functional11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ฟังก์ชั่นการทำงาน"
cookielawinfo-checkbox-necessary11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "จำเป็น"
cookielawinfo-checkbox-others11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "อื่นๆ"
cookielawinfo-checkbox-performance11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ประสิทธิภาพ"
JSESSIONIDsessionคุกกี้ JSESSIONID ถูกใช้โดย New Relic เพื่อเป็นการเก็บไอดีจำเพราะในการเข้าใช้งานของผู้ใช้งานเพื่อให้ New Relic สามารถติดตามและตรวจนับเซ็ตชั่นการเข้าใช้งานเว็บไซต์ได้
viewed_cookie_policy11 monthsคุกกี้นี้ใช้เพื่อเป็นการเก็บความยินยอมในการอนุญาตให้จัดเก็บและใช้งานคุกกี้ของผู้ใช้งาน โดยไม่มีการจัดเก็บข้อมูลส่วนตัวใดๆ ของผู้ใช้งานแม้แต่น้อย
ข้อมูลเพื่อฟังก์ชั่นการทำงาน
คุกกี้ประเภทนี้จะเก็บข้อมูลเพื่อฟังก์ชั่นการทำงานที่อาจไม่ได้จำเป็นที่สุดบนหน้าเว็บไซต์ AppDisqus.com ยกตัวอย่างเช่นฟังก์ชั่นการฝังสื่อประเภทวิดีโอและปุ่มการแชร์บทความไปยังโซเชียลมีเดียต่างๆ บนเว็บไซต์เป็นต้น
ข้อมูลประสิทธิภาพ
คุกกี้ประสิทธิภาพใช้เพื่อวิเคราะห์ความเข้าใจในประสบการณ์การทำงานของเว็บไซต์ต่อผู้ใช้งาน เพื่อให้เราสามารถปรับปรุงเว็บไซต์ให้มีความเหมาะสมต่อการใช้งานมากยิ่งขึ้น
ข้อมูลสถิติ
คุกกี้ประเภทนี้จะจัดเก็บข้อมูลประเภทสถิติ เช่นตัวเลขผู้เข้าชมเว็บไซต์ ตัวเลข UIP หรือผู้ใช้งานที่นับต่อ IP ข้อมูลหน้าเว็บไซต์ที่ถูกเข้าถึงบ่อยที่สุด ข้อมูลแหล่งที่มาของการเข้าถึง และอื่นๆ ในลักษณะเดียวกัน โดยข้อมูลเหล่านี้จะช่วยให้เราสามารถเข้าใจและวิเคราะห์ประสิทธิภาพของเว็บไซต์เราได้ดียิ่งขึ้น ตลอดจนชี้ให้เห็นว่าเราควรปรับปรุงในเรื่องใดเพื่อประสบการณ์ที่ดีขึ้นของผู้ใช้งาน
CookieDurationDescription
_ga_CE4TLMWX4S2 yearsคุกกี้ถูกติดตั้งโดย Google Analytics เพื่อเป็นการเก็บข้อมูลจำนวนผู้เข้าชมเว็บไซต์
_gid1 dayติดตั้งโดย Google Analytics โดย คุกกี้ _gid นี้ใช้สำหรับการเก็บข้อมูลการใช้งานเว็บไซต์ของผู้เข้าชม ในขณะเดียวกันก็ยังใช้ในการจัดทำสถิติสำหรับการวิเคราะห์ข้อมูลประสิทธิภาพของเว็บไซต์ด้วย โดยข้อมูลที่เก็บนั้นยกตัวอย่างเช่นจำนวนผู้เข้าชม แหล่งที่มา และหน้าที่ผู้เข้าชมเปิดอ่านโดยไม่เปิดเผยตัวตนของผู้เข้าชม
ข้อมูลเพื่อการโฆษณา
คุกกี้ประเภทโฆษณาจะช่วยให้เราสามารถเผยแพร่โฆษณาที่เหมาะสมและตรงกับความต้องการของผู้เข้าชมเว็บไซต์มากยิ่งขึ้น โดยคุกกี้ประเภทนี้จะติดตามการใช้งานในเว็บไซต์ AppDisqus เท่านั้นเพื่อการเผยแพร่โฆษณาได้อย่างตรงความต้องการของผู้ใช้งานต่อไป
CookieDurationDescription
IDE1 year 24 daysคุกกี้จาก Google DoubleClick IDE นี้ติดตั้งโดย Google เพื่อเก็บข้อมูลการใช้งานของผู้เข้าชมเว็บไซต์เพื่อกำหนดมาตรฐานในการเลือกโฆษณาที่ตรงความต้องการของผู้ใช้งานมาแสดงบนหน้าเว็บไซต์
test_cookie15 minutesคุกกี้นี้ถูกติดตั้งโดย Doubleclick.net (Google) เพื่อเป็นการตรวจสอบว่าบราวเซอร์ที่ผู้เข้าชมเว็บไซต์ใช้งานอยู่รองรับคุกกี้หรือไม่
VISITOR_INFO1_LIVE5 months 27 daysคุกกี้นี้ถูกใช้งานโดย Youtube เพื่อตรวจสอบแบนด์วิดธ์ที่ผู้ใช้งานใช้ในการเปิดดูวิดีโอ เพื่อเป็นการระบุเวอร์ชั่นของตัวเล่นวิดีโอว่าเป็นเวอร์ชั่นใหม่หรือเก่า
YSCsessionคุกกี้ YSC ถูกติดตั้งและใช้งานโดย Youtube โดยใช้เพื่อเป็นการดึงเอาข้อมูลวิดีโอจากเว็บไซต์ Youtube ขึ้นมาแสดงในหน้าที่ดึงเอาวิดีโอนั้นๆ มาแสดง
yt-remote-connected-devicesneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt-remote-device-idneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt.innertube::nextIdneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
yt.innertube::requestsneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
ข้อมูลอื่นๆ
คุกกี้ประเภทอื่นๆ ที่ไม่ได้มีการระบุหมวดหมู่ประเภทเอาไว้ แต่อาจมีผลต่อประสบการณ์การใช้งานเว็บไซต์
SAVE & ACCEPT
Powered by CookieYes Logo