Samsung Galaxy Tab A
0
ທາງ Samsung ໄດ້ລະບຸຊື່ຂອງ Tab A 8.0 ໂຕນີ້ວ່າ Tab A with S-Pen ຫມາຍເຖິງເຄື່ອງ ແທັບເລັດທີ່ມາພ້ອມກັບ S-Pen ນັ້ນເອງບໍ່ແມ່ນເຄື່ອງ Galaxy Note ລຸ້ນໃຫມ່ແຕ່ຢ່າງໃດ ແຕ່ການປ່ອຍໃຫ້ແຟນໆຊາວແທັບເລັດ ທີ່ຢາກໃຊ້ງານເຄື່ອງທີ່ມາພ້ອມກັບປາກກາເຊັ່ນ: Galaxy Note 8 ລໍຖ້າມາດົນເກີນໄປ ຈົນບໍ່ແມ່ນເວລາຂອງລຸ້ນທີ່ມີການພັດທະນາພຽງແຕ່ Minor Change ແບບນີ້ ຄວາມຫວັງທີ່ຈະໄດ້ເຫັນລຸ້ນໃຫມ່ໆທີ່ອັບເກຣດສະເປັກມາເຕັມທີ່ ກໍ່ເຮັດໃຫ້ຫລາຍຄົນນັ້ນຜິດຫວັງໄປຕາມໆກັນ.
ແຕ່ຖ້າບໍ່ນັບວ່າມັນເປັນເຄື່ອງໂຕແທນຂອງ Galaxy Note 8 ແລ້ວ Galaxy Tab A ກໍ່ເປັນເຄື່ອທີມີປະສິດທິພາບຫນ້າໃຊ້ງານ ສະເປັກບໍ່ແຮງ ແຕ່ທົດສອບໃຊ້ແລ້ວກໍ່ພຽງພໍ ແຖມເປັນເຄື່ອງທີ່ມາພ້ອມຂະຫນາດຫນ້າຈໍແບບ 4:3 ແລະ ມີເຕັກໂນໂລຊີປາກກາ S-Pen ເຊິ່ງມັນກໍ່ເປັນເຄື່ອງທີ່ມາພ້ອມປາກກາຫນ້າຈໍ 8 ນີ້ວທີ່ດີທີ່ສຸດໃນຕະຫລາດໃນຂະນະນີ້ ເຖິງວ່າມັນຈະດີກວ່າເກົ່າພຽງເລັກນ້ອຍກໍ່ຕາມ ຄົນທີ່ຕ້ອງການໃຊ້ງານໃນລັກສະນະນີ້ ເຖິງຢ່າງໃດກໍ່ເປັນຕົວເລືອກທີ່ດີ.