Close Menu
  • Home
  • Android
    • News
    • Tips
  • Apple
    • iPad
      • News
      • Tips
    • iPhone
      • News
      • Tips
  • WINDOWS
    • News
    • Tips
  • Gaming
    • Game Review
    • PlayStation
    • Nintendo
    • Xbox & PC
    • Mobile
  • Gadget Reviews
    • Accessories
    • Devices
  • Wearable
  • EV Car
  • Miscellaneous
    • News
    • Tips
  • Tips and Tricks
  • Video
  • Cooky Policies
  • ติดต่อโฆษณา
แอพดิสคัสแอพดิสคัส
  • Home
  • Android
    • Tips & Tricks
  • Apple
    • Tips & Tricks
  • Windows
    • Tips & Tricks
  • Gaming
    • Game Review
    • In Spotlight
    • PlayStation
    • Xbox & PC
    • Nintendo
    • Mobile Games
  • Reviews
    • Mobiles & Tablets
    • Game Review
    • Accessories
  • EV Car
  • Miscellaneous
แอพดิสคัสแอพดิสคัส
คุณกำลังอ่าน :Home » Mobile and Gadget » Devices » [ບົດແປ] ຣີວິວ LG G4 ແອນດຣອຍ Premium ກ້ອງລະດັບເທບ ອີກຫນຶ່ງຄວາມມີລະດັບຈາກ LG
Devices

[ບົດແປ] ຣີວິວ LG G4 ແອນດຣອຍ Premium ກ້ອງລະດັບເທບ ອີກຫນຶ່ງຄວາມມີລະດັບຈາກ LG

6 มิถุนายน 20155 Mins Read

ຫລັງຈາກທີ່ທາງ LG ປ່ອຍ LG G3 ອອກມາເມື່ອປີກ່ອນ ຕ້ອງບອກເລີຍສ່າກະແສຕອບຮັບຂອງເຄື່ອງລຸ້ນນີ້ມີທັງດີ ແລະ ບໍ່ດີ ແຕ່ກໍ່ມີຜູ້ນິຍົມຊົມຊອບຢ່າງຫລວງຫລາຍບໍ່ວ່າຈະເປັນໃນເລື່ອງຂອງການອອກແບບ ແລະ Interface ແບບທີ່ບໍ່ຄືໄຜ ນັ້ນສະແດງໃຫ້ເຫັນວ່າທາງ ​LG ເຮັດວຽກບ້ານອອກມາໄດ້ດີຫລາຍ. ການທີ່ຈະເຮັດສະມາດໂຟນດີໆອອກມາຈັກເຄື່ອງຫນຶ່ງນັ້ນມັນບໍ່ແມ່ນເລື່ອງງ່າຍໆ ແລະ ແນ່ນອນວ່າມັນຈະຍາກຂຶ້ນໄປອີກຖ້າຫາກວ່າບາງຊິ້ນສ່ວນນັ້ນເຮັດດ້ວຍມື ລ່າສຸດໃນຕອນນີ້ເຮົາຮູ້ກັນດີແລ້ວວ່າ ທາງ  LG ໄດ້ປ່ອຍ Flag Ship ໂຕໃຫມ່ຂອງປີ 2015 ອອກມາໃຫ້ເຮົາໄດ້ເຊີຍຊົມກັນແລ້ວ ເຊິ່ງກໍ່ແມ່ນ LG G4 ນັ້ນເອງ ແລະ ສິ່ງທີ່ທາງ LG ຄືວ່າຈະເນັ້ນຫນັກທີ່ສຸດກໍ່ຫນ້າຈະເປັນເລື່ອງຂອງການ Design ທີ່ອອກແບບມາໃຫ້ທາງດ້ານຫລັງໂຄ້ງ ດ້ານຫນ້າຮາບພຽງຈະຍັງຄົງເປັນຈຸດເດັ່ນ ທີ່ທາງ LG ຈະຍັງຄົງຮັກສາໄວ້ ເພາະຄິດວ່າຜູ່ໃຊ້ຫນ້າຈະມັກໃນຈຸດນີ້.

g4-fb2

ໃນການກັບມາຂອງຕະກຸນ G ໃນຄັ້ງນີ້ນອກຈາກຝາຫລັງແບບຫນັງທີ່ເປັນໂຕເລືອກໃຫມ່ໃຫ້ຜູ່ໃຊ້ໄດ້ເລືອກໃຊ້ກັນແລ້ວ ມັນຍັງມາພ້ອມກັບກ້ອງຫລັງຄວາມລະອຽດ 16MP ກັບຫນ້າຈໍລະດັບ Quad HD ທີ່ເຫມືອນກັບວ່າທາງ LG ຕ້ອງການໃຫ້ພາບທີ່ໄດ້ນັ້ນຄົມຊັດຂຶ້ນໄປອີກ ? ເອົາເປັນວ່າເຮົາບໍ່ເສຍເວລາລໍຖ້າກັນແລ້ວ ເພາະວ່າດ້ານລຸ່ມນີ້ມີເນື້ອຫາຂອງອັດແຫນ້ນຂອງການຣີວິວ LG G4 ລໍຖ້າຢູ່ແລ້ວ ພ້ອມແລ້ວກໍ່ຕາມໄປອ່ານກັນເລີຍ!!

Albums ພາບໂຕເຄື່ອງ

Advertisement
Advertisement
Advertisement

Screenshot (206)

ສະຫລຸບຂໍ້ດີ ຂໍ້ເສຍສັ້ນໆ

ຂໍ້ດີ

  • ກ້ອງດີສຸດຍອດລະດັບເທບ
  • ແບັດເຕີຣີ ທົນ ໃຊ້ໄດ້ຍາວນານ
  • ມີຊ່ອງໃສ່ Micro SD
  • ຫນ້າຈໍສະຫວ່າງ ສີສັນສົດໃສ

ຂໍ້ເສຍ

  • ການອອກແບບຂາດລົດຊາດໄປຫນ່ອຍຫນຶ່ງ ຫາກວ່າບໍ່ນັບລວມຝາຫລັງທີ່ເປັນຫນັງແທ້
  • ການສະແດງຜົນຂອງເກມອາດບໍ່ເທົ່າກັບຄູ່ແຂ່ງຈາກທາງ Samsung
  • ມີ Quick Charge Technology ແຕ່ຕ້ອງໄປຫາຊື້ມາໃຊ້ເອງ

ສະຫລຸບສັ້ນໆ

LG G4 ທີ່ເປັນ Flag Ship ລຸ້ນໃຫມ່ໂຕນີ້ຖືວ່າມີຂອງດີໃນໂຕບໍ່ນອ້ຍຫນ້າເຈົ້າອື່ນ ໂດຍສະເພາະການຈັບຄູ່ລະຫວ່າງກ້ອງ ແລະ ຫນ້າຈໍຄຸນນະພາບສູງທີ່ທາງຜູ່ຜະລິດອອກປາກວ່າຈະສາມາດສ້າງ ແລະ ສະແດງຜົນໄດ້ຊັດເຈນ ແລະ ຖືກຕ້ອງທີ່ສຸດ ແຕ່ຢ່າງໃດກໍ່ຕາມສຳລັບ LG G4 ເບິ່ງຄືວ່າຈະຖືກອອກແບບມາຈາກການພັດທະນາຈາກລຸ້ນເກົ່າ ເຊິ່ງຄວາມຈິງແລ້ວສິ່ງທີ່ LG ຕ້ອງການໃຫ້ສະມາດໂຟນຢ່າງ LG G4 ເປັນກໍ່ຄື Flag Ship ທີ່ຫນ້າຕື່ນຕາຕື່ນໃຈຢ່າງແທ້ຈິງຫລາຍກວ່າ.

ในบทความนี้

  • Hardware ຂອງ LG G4
  • ຫນ້າຈໍ ແລະ ສຽງຂອງ  LG G4
  • Software ຂອງ LG G4
  • ກ້ອງຂອງ LG G4
  • ການສະແດງຜົນ ແລະ ແບັດເຕີລີ້ຂອງ LG G4
  • ສະຫລຸບໂດຍລວມຂອງ LG G4

Hardware ຂອງ LG G4

g4back

ປລ. ຂໍບອກໄວ້ກ່ອນວ່າການຣີວິວໃນຄັ້ງນີ້ເປັນການຣີວິວຈາກ LG G4 Korean Unlocked ເນາະ.

ຕາມຄວາມຈິງແລ້ວ ຈະມີໄຜທີ່ຄິດວ່າທາງ LG ນັ້ນຈະມີການ Re-Design ຮູບຊົງຂອງສະມາດໂຟນໃຫມ່ໃນປີນີ້ແນ່?? ຫາກໄຜທີ່ຄິດເຊັ່ນນັ້ນກໍ່ຕ້ອງຜິດຫວັງກັນໄປຖ້ວນຫນ້າ ເພາະດ້ວຍຮູບແບບການອອກແບບທາງດ້ານຫນ້າທີ່ຮາບພຽງ ແລະ ຝາຫລັງແບບໂຄ້ງ ເພື່ອໃຫ້ຜູ່ໃຊ້ສາມາດຈັບໄດ້ຖະຫນັດມືນັ້ນ LG ຍັງຄົງຕ້ອງການເກັບການອອກແບບແບບນີ້ໄວ້ LG ໄດ້ເລືອກທີ່ຈະອອກແບບມາແບບເຄິ່ງກາງລະຫວ່າງ G Flex2 ແລະ G3 ເຊິ່ງໃນການອອກແບບແບບນີ້ກໍ່ຖືວ່າເຮັດອອກມາໄດ້ພໍດິບພໍດີ ແຕ່ຢ່າງໃດກໍ່ຕາມຄິດວ່າ G Flex2 ນັ້ນໃຫ້ຄວາມຮຸ້ສຶກທີ່ຜູ່ໃຊ້ຈັບໄດ້ຖະຫນັດມືຫລາຍກວ່າຢູ່ດີ ເຊິ່ງໃນການທີ່ຈະປະຕິວັດໃນການອອກແບບໃຫມ່ນັ້ນຄາດວ່າຫນ້າຈະເປັນຫົນທາງອີກຍາວໄກເລີຍແຫລະ ຫລາຍໆຄົນອາດຄິດວ່າການອອກແບບລັກສະນະນີ້ມັນກໍ່ໂອເຄດີຢູ່ແລ້ວ ບໍ່ເຫັນຈະຕ້ອງໄປປັບປ່ຽນຫຍັງອີກແລ້ວ ແຕ່ເບິ່ງຄືວ່າການອອກແບບໃນລັກສະນະເດີມໆນີ້ ຈະເຮັດໃຫ້ຜູ່ໃຊ້ຫລາຍໆຄົນ ເລີ່ມອອກມາສະແດງຄວາມຄິດເຫັນວ່າມັນຢາກຫນ້າເບື່ອແລ້ວ.

ຢ່າງທີ່ເຮົາຮູ້ກັນດີວ່າ Flag Ship ທີ່ອອກມາໃຫມ່ລຸ້ນນີ້ເລີ່ມທີ່ຈະເຮັດມີການປ່ຽນແປງວົງການສະມາດໂຟນດ້ວຍການອອກແບບຝາຫລັງແບບຫນັງແທ້ອອກມາໃຫ້ບັນດາຜູ່ໃຊ້ໄດ້ເປັນຕົບເລືອກເພີ່ມຕື່ມ ເຊິ່ງເຫັນໄດ້ຊັດເຈນເລີຍວ່າ LG ພະຍາຍາມທີ່ຈະກ້າວໄປໃນທາງທີ່ເບິ່ງແລ້ວຫລູຫລາຂຶ້ນ ແລະ ໃກ້ກັບຄວາມເປັນ Organic ຫລາຍຂຶ້ນ ແຕ່ນັ້ນກໍ່ເປັນພຽງສ່ວນຫນຶ່ງຂອງຕົວເລືອກທີ່ຫລາກຫລາຍຈາກທາງ LG ມີໃຫ້ເຮົາໃດ້ເລືອກໃຊ້ ຢ່າງໃດກໍ່ຕາມເວີຊັ້ນທີ່ໃຊ້ໃນການຣີວິວໃນຄັ້ງນີ້ ຝາຫລັງຂອງມັນເຮັດມາຈາກໂລຫະ ເຊິ່ງເບິ່ງໄປແລ້ວກໍ່ເຫືອນກັບການຕອກເອົາຊິ້ນສ່ວນນ້ອຍໆຂອງເຫລັກອອກມາເຮັດຂຶ້ນ ແຕ່ໃນຄວາມເປັນຈິງແລ້ວມັນເປັນພຽງແຕ່ແຜ່ນ ປາສຕິກ ທີ່ຄືກັບໂລຫະເທົ່ານັ້ນ ເຊັ່ນດຽວກັນກັບທີ່ເຮົາເຫັນໃນ LG G3 ເມື່ອປີກ່ອນນັ້ນເອງ ນອກຈາກນັ້ນກໍ່ເກືອບຈະບໍ່ມີຫຍັງປ່ຽນແປງໄປເລີຍໃນສ່ວນທີ່ເຫລືອຂອງຝາຫລັງ ແຕ່ຕ້ອງຢ່າລືມວ່າ LG G4 ລຸ້ນນີ້ມາພ້ອມກັບກ້ອງຫລັງຄວາມລະອຽດ 16MP ທີ່ຖືກຈັດວາງໄວ້ບໍລິເວນດ້ານຫລັງສ່ວນເທິງຂອງໂຕເຄື່ອງ ແລະ ນອກຈາກນັ້ນມັນຍັງມາກັບ LED Flash ຄູ່ ທາງດ້ານຂວາ ແລະ Infared Autofocus ທາງດ້ານຊ້າຍ ແລະ ແນ່ນອນວ່າບໍລິເວນດ້ານລຸ່ມຂອງກ້ອງກໍ່ຕາມມາດ້ວຍປຸ່ມຄວບຄຸມສຽງ ແລະ ປຸ່ມ Power ທີ່ເປັນເອກະລັກຂອງ LG ແຕ່ໃນຄັ້ງນີ້ມັນພັດຖືກອອກແບບມາບໍ່ດີເທົ່າທີ່ຄວນ ເພາະຈະຮູ້ສຶກໄດ້ວ່າມັນຫາຍາກຫລາຍຂຶ້ນ (ໃຊ້ມືຄຳຫາຍາກຂຶ້ນ) ຫາກວ່າທຽບກັບລຸ້ນກອ່ນ.

g4screenoff

ນອກຈາກນີ້ທາງ LG ຍັງເນັ້ນມນສ່ວນຂອງງານຝີມື ໂດຍ Dr. Ramchan Woo ຫົວຫນ້າສ່ວນການວາງແຜນສະມາດໂຟນຂອງບໍລິສັດບອກໄວ້ວ່າ ເຮົາຕ້ອງການເນັ້ນຄວາມສຳຄັນຂອງງານຫັດຖະກຳ ຫລື ງານຝີມືໃຫ້ຫລາຍຂຶ້ນ ເພາະນັ້ນເປັນສິ່ງຫນຶ່ງທີ່ບົ່ງບອກຄວາມເປັນຕົວຕົນ ແລະ ຄວາມແຕກຕ່າງດ້ວຍການຈຳແນກສະມາດໂຟນຂອງ LG ໃຫ້ຕ່າງຈາກສະມາດໂຟນຈາກຫລາຍໆບໍລິສັດນັ້ນເອງ. ນກຈາກນີ້ LG ຍັງມີຫນ້າຈໍຂະຫນາດ 5.5 ນີ້ວ IPS Quantum ທີ່ມີສີກຳສະຫນິດເຮັດໃຫ້ໂຕເຄື່ອງເບິ່ງແລ້ວລຽບຫລູ ແລະ ຂະນະດຽວກັນກໍ່ເຮັດໃຫ້ຂອບສີເທົາເຂັ້ມທີ່ອ້ອມຮອບໂຕເຄື່ອງຢູ່ ແລະ ກ້ອງຫນ້າ 8MP ກັບໂລໂກ້ຂອງ LG ລອຍເດັ່ນເປັນສະຫງ່າເຫັນຊັດຂຶ້ນມາຈາກຫນ້າຈໍສີໂມໂນໂທນຄ້ຳໆຂອງ LG G4 ດ້ວຍ.

ນີ້ແຫລະ ຕ້ອງບອກວ່າ LG ນັ້ນບໍ່ໄດ້ເຮັດໃຫ້ເຮົາຜິດຫວັງເລີຍໃນເລື່ອງຂອງການອອກແບບ ແຕ່ສິ່ງທີ່ຫນ້າສົນໃຈແທ້ໆແລ້ວຫນ້າຈະເປັນສິ່ງທີ່ຢູ່ພາຍໃນຝາຫລັງປາສຕິກພວກນັ້ນຫລາຍກວ່າ ທ່ານຄິດວ່າ Flag ship ປະຈຳປີຂອງບໍລິສັດຈະຕ້ອງໃຊ້ຂຸມພະລັງ Chipset ທີ່ສຸດຍອດທີ່ສຸດຢູ່ໃນນັ້ນແມ່ນບໍ?  ຖ້າທ່ານຄິດແບບນັ້ນແລ້ວກໍ່ຕ້ອງຂໍບອກວ່າທ່ານຄິດຜິດຢ່າງທີ່ສຸດເລີຍ!!

g4inside

ຢ່າງທີ່ຮູ້ກັນດີວ່າ LG ໄດ້ໃສ່ Chipset ໂຕ Top ຢ່າງ Snapdragon 810 ລົງໄປ G Flex2 ຢ່າງທີ່ເປັນຂ່າວອອກມາເມື່ອຊ່ວງຕົ້ນປີທີ່ຜ່ານມາ ແລະ ເຫມືອນກັບວ່າຕອນນີ້ທາງ LG ຈະຕັດສິນໃຈທີ່ຈະເດີນໄປອີກທາງເມື່ອທາງບໍລິສັດຫັນມາໃຊ້ Chipset ທີ່ຖືກກວ່າຢ່າງ 1.8GHz Hexa –core Snapdragon 808 ເຂົ້າໄປແທນທີ່ໂຕ Top ແລະ ຢ່າໃຫ້ໂຕເລກຫລອກຕາທ່ານວ່າ 810 ກັບ 808 ຕ່າງກັນບໍ່ຫລາຍ ເພາະ Snapdragon 808  ຈະຂາດ Cortex-A5 processor cores ໄປ 1 ຄູ່ເລີຍ ແຕ່ຢ່າງໃດກໍ່ຕາມຫລັງຈາກທີ່ເປີດຝາປາສຕິກດ້ານຫລັງອອກ ກໍ່ຈະໄດ້ພົບກັບບັນດາສິ່ງດີໆທີ່ຢູ່ພາຍໃນ ຢ່າງແບັດເຕີລີ້ຂະຫນາດ 3.000 mAh ແລະ ຊ່ອງໃສ່ MicroSim 2 ຊ່ອງ ແລະ ແນ່ນອນວ່າມັນມີຊ່ອງໃສ່ Micro SD ເພື່ອເພີ່ມຄວາມຈຸພາຍໃນໃຫ້ກັບຜູ່ໃຊ້ມາດ້ວຍ.

ຫນ້າຈໍ ແລະ ສຽງຂອງ  LG G4

g4display

ຕອ້ງບອກເລີຍວ່າຫນ້າຈໍຂະຫນາດ 5.5 ນີ້ວ IPS Quantum ນີ້ເບິ່ງແລ້ວມັນບໍ່ແມ່ນສິ່ງທີ່ຈຳເປັນທີ່ຈະເຮັດໃຫ້ລຸ້ນນີ້ເຫນືອກວ່າບັນດາຄູ່ແຂ່ງ ພຽງແຕ່ມັນຊ່ວຍໃຫ້ແຕກຕ່າງໄດ້ເທົ່ານັ້ນເອງ ແລະ ຫນ້າຈໍທີ່ຖືກຕອ້ງແລະ ຄົມຊັດນັ້ນພັດບໍ່ແມ່ນສິ່ງທີ່ເຮັດໃຫ້ຜູ່ໃຊ້ຢາກໄດ້ເທົ່າກັບຫນ້າຈໍທີ່ຖືກປັບການສະແດງຜົນມາທີ່ Super-saturated ເພາະນັ້ນກໍ່ປະຕິເສດບໍ່ໄດ້ເລີຍວ່າຫນ້າຈໍທີ່ຖືກປັບອອກມາແບບນີ້ນັ້ນມັນຊ່າງດຶງດູດສາຍຕາຂອງຜູ່ໃຊ້ເຫລືອເກີນ LG ນັ້ນເພີ່ມໃນສ່ວນຂອງຄວາມສະຫວ່າງຫນ້າຈໍ ແລະ ປັບປຸງສ່ວນຂອງການສະແດງຜົນຂອງສີໃຫ້ອອກມາເປັນທຳມະຊາດຫລາຍຂຶ້ນ ເຊິ່ງຫາກລອງເບິ່ງລົງໄປເລິກໆແລ້ວສິ່ງທີ່ເກີດຂຶ້ນນີ້ກໍ່ເກີດມາຈາກການເລືອກໃຊ້ກະຈົກຫນ້າຈໍແບບ Liquid Crystal ທີ່ຈະຊ່ວຍໃຫ້ແສງສາມາດຜ່ານອອກມາໄດ້ຫລາຍຂຶ້ນນັ້ນເອງ ນອກຈາກນັ້ນຍັງມີການປັບປຸງ Backlight ເຮັດໃຫ້ສາມາດສະແດງຜົນຂອງສີໄດ້ສະອາດາຂຶ້ນ ຕ້ອງບອກວ່າຄວາມຈິງແລ້ວຫນ້າຈໍຂອງ LG ນັ້ນເປັນສິ່ງທີ່ຖືກອອກແບບມາເປັນຢ່າງດີເລີຍ ແລະ ຂ້ອນຂ້າງຈະໃກ້ກັບຄວາມສົມບູນແບບໂດຍຫ່າງອອກໄປພຽງແຕ່ບໍ່ເົທ່າໃດກ້າວເທົ່ານັ້ນເອງ.

ໃນສ່ວນຂອງ Backlight ຂອງ LG G4 ນັ້ນຕ້ອງບອກວ່າຈະຮູ້ສຶກວ່າແສງທີ່ໄດ້ນັ້ນເຮົາຈະສຳຜັດໄດ້ຫນ້ອຍກວ່າ Galaxy S6 ແລະ S6 Edge ເມື່ອວາງທຽບກັນລະຫວ່າທີ່ຫນ້າຈໍສະແດງສີຂາວໄດ້ຢ່າງຊັດເຈນ ແຕ່ວ່າການສະແດງຜົນຂອງສີດຳນັ້ນຂາດຄວາມເລິກ ແລະ ຄວາມຫລູຫລາເຊິ່ງເປັນຈຸດເດັ່ນຂອງ AMOLED ແລະ ໃນສ່ວນທີ່ເຫລືອຂອງສີໃນ Spectrum ນັ້ນກໍ່ບໍ່ໄດ້ເຮັດໃຫ້ຫນ້າພໍໃຈຫລາຍ ແລ້ວຈາກນັ້ນກໍ່ເຫມືອນກັບມີເລື່ອງຕະຫລົກເກີດຂຶ້ນ ຫລັງຈາກທີ່ແນມໄປທີ່ຫນ້າຈໍ Over Saturated ຂອງ Galaxy S6 ໂດຍສະເພາະໃນສີແດງ ພັດເຮັດໃຫ້ຮູ້ສຶກມັກໃນຫນ້າຈໍຂອງ LG ຂຶ້ນມາຫລາຍກວ່າ ເພາະວ່າສີແດງໃນ LG ນັ້ນເຮັດອອກມາໄດ້ຂ້ອນຂ້າງທີ່ຈະເຫມາະສົມກວ່າ.

g4displays

ຄັ້ງນີ້ເຫມືອນກັບວ່າທາງ LG ຈະໃຫ້ຄວາມສົນໃຈໃນສ່ວນຂອງລຳໂພງຫນ້ອຍໄປ ເພາະວ່າລຳໂພງມີພຽງໂຕດຽວທີ່ຈັດວາງໄວ້ບໍລິເວນດ້ານລຸ່ມຂອງໂຕເຄື່ອງ ແລະ ໃນການທົດສອບພົບວ່າໄດ້ພຽງແຕ່ສຽງທີ່ຄົມຊັດ ແລະ ມີການແບ່ງແຍກແຊນແນວຕາມທີ່ຕັ້ງຄ່າໄວ້ເທົ່ານັ້ນ ແຕ່ວ່າສຽງທີ່ໄດ້ຈາກ LG G4 ນັ້ນກໍ່ຍັງເຮັດໄດ້ດີໃນລະດັບຫນຶ່ງ ແຕ່ໃນລະດັບສຽງດັງນັ້ນກໍ່ບໍ່ໄດ້ແຕກຕ່າງຫຍັງກັບ Samsung Galaxy S6 ປານໃດ ເພາະສະນັ້ນຄວນຈະເປີດໃນລະດັບສຽງກາງໆໃນການຟັງເພັງຢູ່ໃນຫອ້ງຫນ້າຈະດີກວ່າ ຖ້າຫາກວ່າບໍ່ມີສາຍຫູຟັງ.

ສຳລັບລຳໂພງຂອງ LG ທີ່ອອກແບບມາຢ່າງປານີດ ທາງ LG ບໍ່ໄດ້ເວົ້າເຖິງ, ໂຄສະນາ ຫລື ມີງານເປີດໂຕຕ່າງໆ ຫລັງຈາກທີ່ໄດ້ທົດສອບຟັງດ້ວຍຫູຟັງ ບໍ່ວ່າຈະເປັນ Bluetooth ຫລື ສາຍຫູຟັງປົກກະຕິ ກໍ່ພົບວ່າມັນຍັງຄົງເປັນຄືກັບສະໄຫມກ່ອນ LG ຍັງເປັນບໍລິສັດທີ່ໂລແມນຕິກ ເພາະສຽງທີ່ໄດ້ຈາກຫູຟັງທັງສອງຂ້າງນັ້ນຈະໄດ້ຍິນຄືກັນ.

Software ຂອງ LG G4

g4softLG G4 ນັ້ນບໍ່ໄດ້ມີການປ່ຽນແປງ Software ແບບໃຫຍ່ໂຕ ແຕ່ກັບເປັນເລື່ອງຂອງການປ່ຽນແປງຮູບແບບຫລາຍກວ່າ ເວົ້າງ່າຍໆກໍ່ຄືຖ້າໃຫ້ເຮົາບອກຄວາມແຕກຕ່າງຂອງ Interface LG’s UX 4.0 ແລະ Interface ທີ່ໃຊ້ໃນ G Flex2 ຫລືວ່າໃນ G3 ກໍ່ຕາມມັນເປັນເລື່ອງທີ່ຈຳແນກໄດ້ຍາກຫລາຍ ການປ່ຽນແປງຫລັກໆນັ້ນຈະເຫັນໄດ້ວ່າຫນ້າຕາຂອງແອນດຣອຍເລີ່ມມີການປ່ຽນໄປ ໂດຍເຮັດໃຫ້ແຈ້ງຂຶ້ນ ແລະ ດີຂຶ້ນໃນທຸກໆເວີຊັ້ນ ເຖິງແມ່ນວ່າພາບໂດຍລວມອາດຈະບໍ່ໄດ້ປ່ຽນແປງໄປຫລາຍ ແຕ່ວິທີທີ່ໄວທີ່ສຸດທີ່ຈະບອກເຖິງຄວາມແຕກຕ່າງໃນແຕ່ລະເວີຊັ້ນນັ້ນກໍ່ຄື ການເລື່ອນໄປຫນ້າ Home screen ຈະເຫັນວ່າມີຫນ້າ Smart Bulletin ໃຫມ່ທີ່ປະມວນຜົນລວມຈາກດາຕ້າໃນປະຕິທິນ ແລະ ແອັພຯຢ່າງ QRemote ແລະ LG Health (ທີ່ທຳການຕິດຕາມເກັບສະຖິຕິການເດີນທາງ ແລະ ນ້ຳຫນັກຂອງຜູ່ໃຊ້) ທັງຫມົດນີ້ຍັງຕາມມາດ້ວຍວິທີການໃຊ້ງານຕ່າງໆອີກຢ່າງຫລວງຫລາຍ ແລະ ແນ່ນອນວ່າແອັພຯພວກນີ້ບໍ່ແມ່ນສິ່ງທີ່ມີໄວ້ຂ້າເວລາຄືກັບ Blink Feed ຫລື  Samsung’s Flipboard ທີ່ເຫມາະແກ່ການໃຊ້ເວລາໃນແຕ່ລະວັນຂອງທ່ານໃຫ້ຫມົດໄປ.

ພາບບັນທຶກຫນ້າຈໍ

Screenshot (205)

ການປ່ຽນແປງຂອງຊັອບແວບ່ອນນີ້ຍັງເປັນສິ່ງນ້ອຍໆທີ່ເກີດຂຶ້ນເທົ່ານັ້ນ ຖ້າຫາກທຽບກັບແອັພຯປະຕິທິນໂຕໃຫມ່ທີ່ອອກແບບໃຫ້ສວຍສົດງົດງາມຂື້ນ ແລະ ຟີເຈີ້ໃຫມ່ຢ່າງ Event Pocket ຍັງອະນຸຍາດໃຫ້ດຶງຮູບພາບ ແລະ ສະຖານທີ່ Event ທີ່ຈະເກີດຂຶ້ນໃນ Facebook ມາລວມໄວ້ໄດ້ໃນແອັພຯ ແຕ່ຢ່າງໃດກໍ່ຕາມຕ້ອງບອກວ່າ Event Pocket ນັ້ນເປັນແອັພຯທີ່ຂ້ອນຂ້າງມີປະໂຫຍດ ບໍ່ວ່າຈະເປັນການຈັດຕາລາງງານ ຫລື ນັດຫມາຍຕ່າງໆເົຮາກໍ່ສາມາດທີ່ຈະພິມມັນລົງໄປດ້ວຍຕົວຂອງເຮົາເອງ ແລະ ທີ່ແນ່ໆຄືມັນມາພ້ອມກັບ Android 5.1 Lollipop ທີ່ຈະມີ Knock Code ໄວ້ໃຫ້ຜູ່ໃຊ້ປົດລັອກຫນ້າຈໍໄດ້ຢ່າງວ່ອງໄວ ແລະ Glance View ທີ່ສາມາດເຮັດໃຫ້ເຮົາສະໄລ້ຈາກເທິງລົງລຸ່ມຂອງຫນ້າຈໍເພື່ອເຊັກເບິ່ງເວລາໄດ້ອີກດ້ວຍ.

ໃນຂະນະທີ່ຄູ່ແຂ່ງຢ່າງ Samsung ໄດ້ເພີ່ມໄລຍະຫ່າງລະຫວ່າງພວກເຂົາ ແລະ Google ແຕ່ LG ກັບພະຍາຍາມທີ່ຈະເຮັດໃຫ້ມັນງ່າຍຂຶ້ນໃນການທຳງານຮ່ວມກັບຜູ່ສ້າງແອນດຣອຍຢ່າງ Google ຍັງຈື່ໄດ້ບໍ່ວ່າກ່ອນຫນ້ານີ້ຫາກເຮົາຕອ້ງການເປີດລິ້ງຕ່າງໆ ເຮົາອາດຈະຕ້ອງເລືອກວ່າຈະເປີດຈາກ Browser ຂອງ LG ຫລື Chrome ແຕ່ຕອນນີ້ຖ້າຫາກວ່າເຮົາເປີດລິ້ງກໍ່ຈະເປັນການເປີດດ້ວຍ Browser ຂອງ Chrome ໂດຍອັດຕະໂນມັດ ແລະ ຫາກທ່ານເປີດໃຊ້ Google Drive ເປັນຄັ້ງທຳອິດໃນ LG G4ຈະໄດ້ຮັບພື້ນທີ່ໃຊ້ງານເຖິງ 100GB ອີກດ້ວຍ ເຊິ່ງນັ້ນກໍ່ເຮັດໃຫ້ເຮົາເຫັນໄດ້ຊັດເຈນວ່າ LG ມີຄວາມສຸກທີ່ຈະໄດ້ເປັນເພື່ອນກັບ Google ແລະ LG ກໍ່ຢາກໃຫ້ພວກເຮົາເຂົ້າໃຈແບບນັ້ນເຊັ່ນກັນ.

ກ້ອງຂອງ LG G4

g4camera

ທັງຫມົດທັງມວນ LG ເບິ່ງຄືວ່າຈະຕັ້ງໃຈໃນຈຸດນີ້ຫລາຍທີ່ສຸດ ດ້ວຍກ້ອງຫລັງຂະຫນາດ 16MP ນັ້ນເຮັດໃຫ້ມັນເປັນຫນຶ່ງໃນກ້ອງທີ່ດີທີ່ສຸດຢ່າງບໍ່ຕ້ອງສົງໃສ ເຮົາກຳລັງເຂົ້າໄປເຖິງຈຸດທີ່ຜູ່ຜະລິດສະມາດໂຟນຕັ້ງໃຈຈະໃສ່ກ້ອງ DSLR ລົງໄປຖົງໂສ້ງຂອງຜູ່ໃຊ້ ແລະ LG ກໍ່ມີຄວາມໃຝ່ຝັນໃນຈຸດນີ້ເປັນທີ່ສຸດ ແຕ່ຫລັງຈາກທີ່ໄດ້ທົດລອງນຳ LG G4 ໄປເກັບພາບທຽບກັບ iPhone6 ແລະ Galaxy S6 ພົບວ່າພາບທີ່ໄດ້ອກມາຈະແຈ້ງກວ່າເປັນສ່ວນໃຫຍ່ ແຕ່ໃນການຖ່າຍພາບແບບ Close-up ນັ້ນດ້ວຍເລນທີ່ມີຮູຮັບແສງ f/1.8 ສາມາດເຮັດໃຫ້ເຮົາຖ່າຍ Bokeh ຫລື ຫນ້າແຈ້ງຫລັງມົວອອກມາໄດ້ຢ່າງຫນ້າພໍໃຈ.

ຕົວຢ່າງພາບຖ່າຍ

Screenshot (204)

ດ້ວຍເຊັນເຊີ້ຂະຫນາດໃຫຍ່ຂອງ 16MP (1/2.6 ນີ້ວ ທຽບກັບ Galaxy S6 1/3 ນີ້ວ) ບໍ່ແມ່ນສິ່ງດຽວທີ່ເອື້ອຕໍ່ການສ້າງປະສົບການດີໆ ເພາະວ່າມັນມີເຊັນເຊີ້ Spectrum ຢູ່ດ້ານລຸ່ມຂອງ LED Flash ເຊິ່ງມັນຈະເຮັດຫນ້າທີ່ສະແກນສິ່ງທີ່ກ້ອງກຳລັງຈັບຢູ່ໃນແຕ່ລະຊັອດ ໄອເດຍຂອງມັນຄຶການສະແກນສາກຕ່າງໆດ້ວຍສິ່ງທີ່ກ້ອງຈັບຢູ່ ແລະ ໃຊ້ອິນຟາເຣດ Spectrum ໃນເວລາດຽວກັນເຊິ່ງກ້ອງະສາມາດເຂົ້າໃຈໄດ້ ຢ່າງເຊັ່ນວ່າ ເຈ້ຍແຜ່ນຫນຶ່ງສີຂາວຢູ່ລຸ່ມໄຟສີເຫລືອງ ບໍ່ໄດ້ເຂົ້າໃຈວ່າເຈ້ຍສີເຫລືອງເສຍໆ ເຊິ່ງນັ້ນກໍ່ຫມາຍເຖິງມັນສາມາດທີ່ຈະແຍກແຍະໄດ້ຂ້ອນຂ້າງຊັດເຈນ ແລະ ຮູ້ວິທີຈັດການກັບ White Balance ແລະ Exposure ໄດ້ດີເລີຍ ເພື່ອໃຫ້ໄດ້ພາບຖ່າຍທີ່ເບິ່ງແລ້ວເປັນທຳມະຊາດຫລາຍຂຶ້ນນັ້ນເອງ ແລະ ນີ້ຄືສິ່ງທີ່ເກີດຂຶ້ນຫລັງຈາກທີ່ຖ່າຍພາບຈາກກ້ອງຫລັງຂອງ LG G4 ໂດຍບໍ່ມີການປັບແຕ່ງເພີ່ມຕື່ມໃດໆ ຫລື ອາດຈະມີການປັບແຕ່ງຂັ້ນພື້ນຖານເລັກນ້ອຍເທົ່ານັ້ນ ເຊິ່ງພາບທີ່ຖ່າຍອອກມານັ້ນຖືວ່າອອກມາດີສົມຄວນ ເຊິ່ງຢ່າງທີ່ບອກວ່າ LG ນັ້ນຕ້ອງການໃຫ້ສະມາດໂຟນໂຕນີ້ເປັນເຫມືອນກັບກ້ອງໂປຣ ມັນຈຶ່ງມີໂຫມດ Manual ແບບຈັດເຕັມໃຫ້ບັນດາຊ່າງພາບທັງຫລາຍປັບແຕ່ງໄດ້ຢ່າງສົມໃຈ ແລະ ຍັງນຳຮູບແບບ Raw ອອກມາໄດ້ອີກດ້ວຍ ນອກຈາກນີ້ຍັງສາມາດທົດລອງຫລີ້ນກັບ ISO ແລະ ຄວາມໄວຂອງຊັດເຕີ້ໃນເວລາກາງຄືນອີກນຳ.

g4bar

ຕ້ອງຂອບໃຈເລນ f/1.8 ທີ່ເຮັດໃຫ້ສະມາດໂຟນໂຕນີ້ສາມາດຖ່າຍຮູບໄດ້ດີເຖິງວ່າຈະຢູ່ໃນທີ່ທີ່ມີແສງຫນ້ອຍທີ່ສຸດ ຢ່າງທີ່ເຮົາຮູ້ກັນດີວ່າກ້ອງຈາກສະມາດໂຟນສ່ວນຫລາຍນັ້ນ ບໍ່ສາມາດສະແດງຜົນໄດ້ດີໃນທີ່ທີ່ມີແສງຫນ້ອຍ ເວົ້າໄດ້ວ່າຮູບທີ່ຖ່າຍອອກມາເປັນໄປໄດ້ຍາກທີ່ສຸດທີ່ຈະບໍ່ຕິດ Noise ແຕ່ສຳລັບ LG G4 ນັ້ນພັດສາມາດຖ່າຍໄດ້ດີໃນທີ່ທີ່ມີແສງຫນ້ອຍ ແຕ່ເຖິງຢ່າງໃດກໍ່ຕາມຕ້ອງຈື່ໄວ້ວ່າ LG G4 ມີ Color Sensor ທີ່ຊ່ວຍເຮັດໃຫ້ພາບທີ່ຖ່າຍອອກມາຖືກຕ້ອງ ແລະ ຄົມຊັດຂຶ້ນ ເຊິ່ງໃນບາງຄັ້ງການຖ່າຍໃນທີ່ທີ່ແສງຫນ້ອຍອາດຈະເຮັດໃຫ້ພາບນັ້ນອອກມາເຫລືອງກວ່າທີ່ມັນຄວນຈະເປັນ ແລະ ຕ້ອງຂໍບອກໄວ້ເລີຍວ່າມັັນມັກເກີດຂຶ້ນເປັນປະຈຳ ສະນັ້ນກ່ອນກົດຊັດເຕີ້ແຕ່ລະຄັ້ງ ຄວນຈະຕ້ອງຄິດເຖິງຈຸດນີ້ໄວ້ດີທີ່ສຸດ.

ແລະອີກສິ່ງຫນຶ່ງຖ້າຈະບໍ່ເວົ້າເຖິງກໍ່ຄົງບໍ່ໄດ້ກັບກອ້ງຫນ້າຄວາມລະອຽດ 8MP ສຳລັບ Selfie ທີ່ມາພ້ອມກັບເລນ f/2.0 ເຖິງວ່າຈະບໍ່ຫນ້າປະທັບໃຈເທົ່າກັບກອ້ງຫລັງຂອງໂຕເຄື່ອງກໍ່ຕາມ ແຕ່ນັ້ນກໍ່ພຽງພໍແລ້ວທີ່ຈະເຊວຟີກັບຫມູ່ເພື່ອນຂອງທ່ານ ເພາະແນ່ນອນວ່າມັນຮັບແສງໄດ້ກວ້າງຄືກັບກ້ອງຫລັງເລີຍແຫລະ ແຕ່ຖ້າຕອ້ງການຈະຖ່າຍເຊວຟີ ແບບກຸ່ມດ້ວຍການຫມຸນຂໍ້ມືເຂົ້າຫາຫນ້າໂຕເອງແລ້ວຖ່າຍຈາກມຸມສູງ ລົວໆອອກມາ 4 ຮູບເພື່ອໃຫ້ແນ່ໃຈວ່າຫນຶ່ງໃນນັ້ນສາມາດໃຊ້ໄດ້ ຂໍແນະນຳວ່າໃຫ້ປ່ຽນໄປເປັນອັດວີດີໂອຄວາມລະອຽດລະດັບ 4K ຂອງມັນຈະດີກວ່າເພາະແນ່ນອນວ່າຈະໄດ້ຮູບທີ່ສວຍງາມທີ່ສຸດຈາກການອັດວີດີໂອແນ່ນອນືແຕ່ກໍ່ຍັງມີຄຳຖາມອີກແລ້ວວ່າກ້ອງຂອງ LG G4ນີ້ມັນດີກວ່າຄູ່ແຂ່ງຫລາຍຫລືບໍ?? ຂໍຕອບໄດ້ເລີຍວ່າຫລາຍແນ່ນອນ ຫາກຈະນຳໄປທຽບກັບ S6 ເຊິ່ງເປັນເຫມືອນກັນກັບຄູ່ແຂ່ງຂອງ LG G4 ຕອ້ງບອກວ່າກ້ອງຂອງ LG G4ຈະເຮັດໃຫ້ເຮົາໄດ້ພາບທີ່ດີກວ່າ ເພາະແນ່ນອນວ່າພາບທີ່ໄດ້ຈະອອກມາເປັນທຳມະຊາດກວ່າຂອງ S6 ແຕ່ຕ້ອງເປັນພາບທີ່ Color Sensor ບໍ່ໄດ້ເຮັດວຽກໃນຕອນນັ້ນເນາະ ^^

ການສະແດງຜົນ ແລະ ແບັດເຕີລີ້ຂອງ LG G4

g4perf

ຖ້າທ່ານເປັນຄົນຫນຶ່ງທີ່ກຳລັງຊອກຫາສະມາດໂຟນທີ່ດີທີ່ສຸດໃໃນປີ 2015 ບາງເທຶ່ອ LG ອາດຈະບໍ່ແມ່ນຄໍາຕອບທທີ່ດີທີ່ສຸດສຳລັບຫົວຂໍ້ນີ້ ເພາະວ່າ LG ນັ້ນໃຊ້ Snapdragon 808 ທີ່ທາງ LG ເວົ້າວ່າ Chip ໂຕນີ້ເຫມາະສົມກັບ LG ແທນທີ່ຈະເປັນ Chipset ລະດັບ High End ຢ່າງ 801 ເພາະວ່າທາງ LG ນັ້ນພົບວ່າ Chipset 808 ນັ້ນສາມາດສະແດງຜົນການເຮັດວຽກໄດ້ຄ້າຍກັບລຸ້ນກ່ອນຂອງ G4 ນັ້ນເອງ ແລະ ໂດຍປາສະຈາກບັນຫາທາງດ້ານຄວາມຮ້ອນທີ່ກ່າວເຖິງກັນໃນ Snapdragon 810 ແລະ ແນ່ນອນວ່າລາຄາຖືກກວ່າ ແຕ່ຢ່າງໃດກໍ່ຕາມກໍ່ຕອ້ງແລກມາດ້ວຍການທຳງານທີ່ອາດຈະບໍ່ແຮງເທົ່າກັບ 810 ນັ້ນເອງ.

LG G4 ນັ້ນມນການເປີດແອັພຯຕ່າງໆກໍ່ຖືວ່າສາມາດເຮັດໄດ້ດີ ເພາະບໍ່ມີອາການດີເລໃນການເປີດ ລວມໄປເຖິງການສະຫລັບຫນ້າຈໍເຂົ້າໄປໃນແອັພຯເຊັ່ນກັນ ເຊິ່ງຫລັງຈາກການທົດສອງໃຊ້ງານປົກະຕິໃນແຕ່ລະວັນພົບວ່າມັນສາມາດທຳງານໄດ້ບໍ່ແຕກຕ່າງຈາກຄູ່ແຂ່ງຢ່າງ Samsung Galaxy S6 ເລີຍ ແຕ່ໃນການທົດສອບຫລິ້ນເກມຢ່າງ Dead Trigger2 ແລະ Asphalt 8 ນັ້ນເຖິງແມ່ນວ່າຈະທຳງານໄດ້ດີ ບໍ່ມີບັນຫາ ແຕ່ພົບວ່າຈຳນວນ Frame rate ໃນເກມອາດຈະນ້ອຍກວ່າ Galaxy S6 ແລະ S6 Edge ຈຶ່ງເຮັດໃຫ້ພາບໃນເກມນັ້ນຂາດໆໄປເລັກນ້ອຍ ເຖິງວ່າການເຮັດວຽກຕ່າງໆຂອງ LG G4 ຈະບໍ່ສະແດງຂໍ້ຜິດພາດອອກມາ ແຕ່ກໍ່ບໍ່ໄດ້ຫມາຍຄວາມວ່າດີທີ່ສຸດ ເພາະເມື່ອຈັບມານັ່ງທຽບກັນລະຫວ່າງ LG G4 ກັບ Galaxy S6 ນັ້ນໃນດ້ານ Graphic ຂອງ LG G4 ຈະດ້ອຍກວ່າ ຂອງ Galaxy S6.

Screenshot (207)

ຢ່າງທີ່ເຮົາຮູ້ວ່າ Samsung ນັ້ນໄດ້ຜະລິດ Chipset ໃນ Galaxy S6 ອອກມາເອງ ແລະ ຜົນງານສະຖິຕິຂອງມັນກໍ່ສະແດງໃຫ້ເຫັນວ່າທາງດ້ານ Graphic ຂອງມັນຢູ່ໃນອັນດັບຕົ້ນໆຂອງຕາລາງ ແຕ່ LG G4 ກັບເລືອກທີ່ຈະໃຊ້ 808 ແທນທີ່ຈະເປັນ 810 ຍິ່ງເຮັດໃຫ້ການສະແດງຜົນໂດຍລວມນັ້ນ ບໍ່ສາມາດທຽບເທົ່າກັບ Chipset ຈາກທາງ Samsung ໄດ້ເລີຍ ໂດຍທີ່ທາງ LG ໄດ້ໃຫ້ເຫດຜົນໄວ້ວ່າ Snapdragon 810 ນັ້ນຈະເຮັດໃຫ້ເກີດຄວາມຮອ້ນຂະຫນາດທີ່ທອດໄຂ່ໃຫ້ສຸກໄດ້ເລີຍ ແຕ່ກໍ່ເປັນໄປຕາມນັ້ນທີ່ວ່າ LG G4 ສາມາດທຳງານໄດ້ໂດຍທີ່ເຄື່ອງບໍ່ຮ້ອນຫລາຍ ແຖມຍັງເຢັນກວ່າ G Flex2 ແລະ HTC One M9 ອີກດ້ວຍ.

ແນ່ນອນວ່ານອກຈາກເລື່ອງຂອງຄວາມຮ້ອນທີ່ທາງ LG ລະວັງແລ້ວ Chipset Snapdragon 808 ຍັງກິນພະລັງງານນ້ອຍກວ່າ 810 ອີກດ້ວຍ ເພາະດ້ວຍຄວາມທີ່ມັນມີ Core ຫນ້ອຍກວ່າເຖິງ 2 ໂຕ ເຖິງແມ່ນວ່າຫນ້າຈໍ IPS Quantum ຈະກິນພະລັງງານໄປບໍ່ຫນ້ອຍເມື່ອທຽບກັບຫນ້າຈໍປົກກະຕິທີ່ທາງ LG ເຄີຍນຳມາໃຊ້ໃນການຜະລິດ ສະມາດໂຟນໃນກ່ອນຫນ້ານີ້.

ແຕ່ຫລັງຈາກການໄດ້ທົດລອງໃຊ້ງານແບບຈັດເຕັມ ທັງຫລິ້ນເກມໃນຫ້ອງນ້ຳ, ແຊັດແບບກະຫນ່ຳ ລວມເຖິງໃຊ້ຮັບສົ່ງງານຕ່າງໆຈົນມາຮອດເຊົ້າຂອງມື້ຖັດມາ ກໍ່ພົບວ່າ LG G4 ນັ້ນຢູ່ໃນໂຫມດຂອງ Battery Saver Mode ຖືວ່າເຮັດໄດ້ດີຫລາຍ ໂດຍລວມແລ້ວມັນສາມາດເຮັດວຽກໄດ້ປະມານ 13-14 ຊົ່ວໂມງຈາກການໃຊ້ງານໃນຊີວິດປະຈຳວັນ ຈາກນັ້ນກໍ່ຕອ້ງໄດ້ສຽບປັກໄຟໃຫ້ພະລັງງານກັບແບັດຯອີກຄັ້ງ ຫາກທຽບກັບຄູ່ແຂ່ງຈາກ Samsung ທີ່ເຮັດວຽກໄດ້ປະມານ 12 ຊົ່ວໂມງກໍ່ຖືວ່າໂອເຄຫລາຍແລ້ວ ສວ່ນການທົດສອບເປີດວີດີໂອເພື່ອຮັບຊົມຄວາມລະອຽດ 720p ດ້ວຍຄວາມສະຫວ່າງ 50% ຂອງຫນ້າຈໍມັນສາມາດຢູ່ໄດ້ດົນເຖິງ 11 ຊົ່ວໂມງກັບ 2 ນາທີ ຊັດເຈນເລີຍວ່າສາມາດ Knock S6 ໄດ້ກັບທີ່ເລີຍເພາະວ່າ S6 ເຮັດໄດ້ພຽງເກືອບ 9 ຊົ່ວໂມງເທົ່ານັ້ນ.

ສະຫລຸບໂດຍລວມຂອງ LG G4

g4pocket

ມັນອາດຈະບໍ່ໄດ້ເປັນສິ່ງທີ່ມາພ້ອມກັບຂຸມພະລັງທີ່ມະຫາສານຄືກັບການປ່ອຍອຸປະກອນໂຕໃຫມ່ຄັ້ງກ່ອນໆຂອງ LG ແຕ່ວ່າ LG G4 ນັ້ນກໍ່ມາພ້ອມກັບສິ່ງທີ່ເຮັດໃຫ້ຜູ່ໃຊ້ພໍໃຈໄດ້ບໍ່ຫນ້ອຍ ບໍ່ວ່າຈະເປັນການຈັດການກັບ UI ໃຫມ່ ແລະຍັງມີການປັບປ່ຽນສິ່ງຕ່າງໆໃຫ້ເຂົ້າໄດ້ກັບ Google ຫລາຍຂຶ້ນ ລວມໄປເຖິງກ້ອງທີ່ມີຄຸນນະພາບສູງ ຖືວ່າ LG G4 ເປັນສະມາດໂຟນລະດັບ Premium ເຄື່ອງຫນຶ່ງ ແຕ່ເຫມືອນກັບວ່າ LG ກໍ່ຍັງບໍ່ສາມາດຕອບໂຈດເລື່ອງຂອງ Hardware ໄດ້ດີເທົ່າທີ່ຄວນ ແຕ່ກໍ່ຖືວ່າຫນ້າຊື່ນຊົມຢູ່ພໍສົມຄວນ ແລະ ຫລັງຈາກທີ່ເຮັດການທົດລອງໃຊ້ມາ 1 ອາທິດນັ້ນມັນເຮັດໃຫ້ຮູ້ສຶກວ່າ ມັນບໍ່ໄດ້ເປັນດັ່ງທີ່ພົບເຫັນກັນໃນຕອນທຳອິດ ເວົ້າໄດ້ວ່າ ຍິ່ງຮູ້ຈັກຍິ່ງຫລົງມັກ ຖ້າຫາກທ່ານເປັນຜູ່ໃຊ້ແອນດຣອຍໃນຍຸກດຶກດຳບັນຢູ່ LG G4 ເຄື່ອງນີ້ຈະໃຫ້ທຸກສິ່ງທີ່ທ່ານຕ້ອງການໄດ້ເລີຍ ແລະ ອາດຈະຫລາຍກວ່າທີ່ທ່ານຕ້ອງການດ້ວຍຊ້ຳໄປ ແຕ່ຖ້າທ່ານເປັນຜູ່ໃຊ້ທີ່ເຄີຍໃຊ້ LG G3 ມາກ່ອນ LG G4 ໂຕນີ້ອາດຈະບໍ່ໄດ້ເຮັດໃຫ້ທ່ານຮູ້ສຶກວ່າທ່ານກຳລັງໃຊ້ມືຖືເຄື່ອງໃຫມ່ຢູ່ກໍ່ເປັນໄດ້.

 

 

ຂອບໃຈທ່ານ Jame Trew

ທີ່ມາ: Engadget

Advertisement
G4 LG G4 LGG4
Google News YouTube
Share. Facebook Twitter LinkedIn Email Copy Link
Avatar photo
Appdisqus Team
  • Website
  • Facebook
  • X (Twitter)
  • Instagram
  • LinkedIn

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Advertisement
Advertisement

Related Posts

Android

LG G4 เวอร์ชั่น T-Mobile ผ่านเข้ารอบต่อไปได้กิน Android 6.0 Marshmallow ผ่านทาง LG Bridge แล้ว

5 กุมภาพันธ์ 2016
News

LG G4 White Gold Edition รุ่นพิเศษสวยหรูสุดๆ!

11 พฤศจิกายน 2015
News

LG G4 เตรียมเฮ!! อัพเดท Android 6.0 Marshmallow เริ่มอาทิตย์หน้า

16 ตุลาคม 2015
News

เห็นกันชัดๆวิดีโอทดสอบความเร็วระหว่าง LG G4 กับ Samsung Galaxy Note 5

21 สิงหาคม 2015
News

LG แอบแซว Samsung เบาๆเรื่อง Galaxy Note 5 ไม่ปล่อยวางขายทั่วโลก

20 สิงหาคม 2015
News

[บทความแปล] ทดสอบเทียบความร้อน One M9, S6 edge, LG G4 และ Droid Turbo ผ่านกล้องตรวจจับความร้อน Flir One ใครจะ Hot! กว่ากัน

25 กรกฎาคม 2015
What Score?
8.1
Devices

รีวิว iQOO Neo 10 เกิดมาเพื่อเกมเมอร์ สเปกแรง! จัดเต็มแม็กซ์ 7000mAh

By Noppinij5 มิถุนายน 2025297 Views
7.6
Devices

รีวิว realme C71 สมาร์ตโฟนสุดคุ้ม บางเบา สวยงาม แบตอึดที่สุดในรุ่น

By Noppinij4 มิถุนายน 2025
8.4
Your Updates

รีวิวหัวชาร์จ CUKTECH AD1003 120W ชาร์จเร็วครบ! ทุกเรือธงแบรนด์จีน

By Noppinij14 พฤษภาคม 2025
48
Xbox & PC World

Review : Scarred เกมสยองขวัญจากสิงคโปรที่ยังขาดความน่ากลัว

By Teethasade Isarankura Na Ayudhaya6 พฤษภาคม 2025

On AppDisqus Channel

3 เหตุผลที่คุณไม่ควรพลาดดูงาน Apple WWDC 2025 คืนวันจันทร์นี้

Follow Us
  • Facebook
  • Twitter
  • YouTube
  • TikTok
Latest
Android

มือถือพับได้ราคาประหยัดของ Samsung ผ่านรับรองแล้วในชื่อ Galaxy Z Flip 7 FE

By Noppinij16 มิถุนายน 2025

ทรัมป์เตรียมเปิดตัวมือถือในชื่อของเขาเอง พร้อมเครือข่ายใหม่ในชื่อ T1

16 มิถุนายน 2025

Helldivers 2 เปิดใหซื้อได้แล้ว 169 ประเทศ หลังโดนถอดจากร้านค้าในประเทศที่เข้าถึง PSN ไมไ่ด้

16 มิถุนายน 2025

CD Projekt RED กำลังพัฒนา The Witcher 4 อย่างสร้างสรรค์ด้วยแนวคิดใหม่ ไอเดียเพียบ และจะไม่ทำเหมือนกับ Cyberpunk 2077

16 มิถุนายน 2025

Apple รีเซต Siri ใหม่อีกแล้ว! คราวนี้เลื่อนไป iOS 26.4

15 มิถุนายน 2025
เรื่องที่เกี่ยวข้อง
Android

มือถือพับได้ราคาประหยัดของ Samsung ผ่านรับรองแล้วในชื่อ Galaxy Z Flip 7 FE

16 มิถุนายน 2025
Miscellaneous

ทรัมป์เตรียมเปิดตัวมือถือในชื่อของเขาเอง พร้อมเครือข่ายใหม่ในชื่อ T1

16 มิถุนายน 2025
Gaming

Helldivers 2 เปิดใหซื้อได้แล้ว 169 ประเทศ หลังโดนถอดจากร้านค้าในประเทศที่เข้าถึง PSN ไมไ่ด้

16 มิถุนายน 2025
Gaming

CD Projekt RED กำลังพัฒนา The Witcher 4 อย่างสร้างสรรค์ด้วยแนวคิดใหม่ ไอเดียเพียบ และจะไม่ทำเหมือนกับ Cyberpunk 2077

16 มิถุนายน 2025
แอพดิสคัส
Facebook X (Twitter) Instagram YouTube TikTok
  • Home
  • ติดต่อโฆษณา
  • Cookies Policy & Settings
© 2025 APPDISQUS.COM APPDISQUS : A Source You Can Trust.

Type above and press Enter to search. Press Esc to cancel.

เราใช้คุกกี้เพื่อพัฒนาประสิทธิภาพ และประสบการณ์ที่ดีในการใช้เว็บไซต์ของคุณ ดูเพิ่มเติมที่ นโยบายความเป็นส่วนตัว
ตั้งค่าคุกกี้อนุญาตทั้งหมด
ตั้งค่าความยินยอม

Privacy Overview

AppDisqus.com ใช้คุกกี้เพื่อพัฒนาประสบการณ์การใช้งานในขณะที่คุณกำลังอ่านและรับชมคอนเทนต์ต่างๆ ผ่านทางหน้าเว็บไซต์ โดยในบรรดาคุกกี้เหล่านี้ คุกกี้ประเภทข้อมูลที่จำเป็นนั้นจะถูกจัดเก็บเอาไว้บนอุปกรณ์ส่วนตัวของคุณเองที่ใช้สำหรับการเข้าชมเว็บไซต์เนื่องด้วยเหตุผลที่ว่าคุกกี้เหล่านี้เป็นคุกกี้ที่จำเป็นเพื่อให้เว็บไซต์สามารถทำงานได้อย่างถูกต้องและสมบูรณ์ นอกจากนี้เรายังใช้คุกกี้บุคคลที่สามเพื่อให้เราสามารถวิเคราะห์และเข้าใจการใช้งานเว็บไซต์ AppDisqus.com ของคุณมากยิ่งขึ้น โดยคุกกี้เหล่านี้จะถูกจัดเก็บเอาไว้บนอุปกรณ์ของคุณเท่านั้น และจะจัดเก็บได้ก็ต่อเมื่อคุณได้การอนุญาต ทั้งนี้คุณสามารถจัดการกับการตั้งค่าคุกกี้ของคุณได้เสมอผ่านทางเมนูการตั้งค่านี้

อย่างไรก็ตาม การปิดการใช้งานคุกกี้บางประเภทอาจทำให้เว็บไซต์ไม่สามารถทำงานได้อย่างสมบูรณ์ ส่งผลต่อประสบการณ์การใช้งานของคุณได้
ข้อมูลจำเป็น
Always Enabled
คุกกี้บางประเภทนั้นจำเป็นที่จะต้องนำมาใช้งานเพื่อทำให้เว็บไซต์สามารถมอบประสบการณ์การใช้งานที่ครบฟังก์ชั่นกับผู้ใช้งานได้ โดยคุกกี้ประเภทนี้จะช่วยให้เราคงเซ็สชั่นการเข้าถึงเว็บไซต์ของคุณเอาไว้ ตลอดจนป้องกันสิ่งต่างๆ ที่มีผลต่อความปลอดภัยในการใช้งานเว็บไซต์ AppDisqus.com ทั้งนี้ คุกกี้ประเภทนี้จะไม่มีการเก็บรวบรวมข้อมูลส่วนบุคคลของผู้ใช้งานแต่อย่างใด ยกตัวอย่างเช่น คุกกี้ประเภทนี้จะใช้เพื่อให้คุณสามารถเข้าสู่ระบบและคงสถานะการเข้าระบบของคุณบนเว็บเว็บไซต์เราเอาไว้ได้นั่นเอง
CookieDurationDescription
AWSALBCORS7 daysAmazon Web Services ใข้คุกกี้นี้เพื่อเป็นการใช้งานฟังก์ชั่น load balancing หรือการกระจายโหลดเซิร์ฟเวอร์
cf_use_obpastCloudflare ใช้คุกกี้นี้เพื่อการเพิ่มประสิทธิภาพความรวดเร็วในการโหลดหน้าเว็บไซต์ เพื่อประสบการณ์การใช้งานของผู้เข้าชม
cookielawinfo-checkbox-analytics11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ข้อมูลสถิติ"
cookielawinfo-checkbox-functional11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ฟังก์ชั่นการทำงาน"
cookielawinfo-checkbox-necessary11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "จำเป็น"
cookielawinfo-checkbox-others11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "อื่นๆ"
cookielawinfo-checkbox-performance11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ประสิทธิภาพ"
JSESSIONIDsessionคุกกี้ JSESSIONID ถูกใช้โดย New Relic เพื่อเป็นการเก็บไอดีจำเพราะในการเข้าใช้งานของผู้ใช้งานเพื่อให้ New Relic สามารถติดตามและตรวจนับเซ็ตชั่นการเข้าใช้งานเว็บไซต์ได้
viewed_cookie_policy11 monthsคุกกี้นี้ใช้เพื่อเป็นการเก็บความยินยอมในการอนุญาตให้จัดเก็บและใช้งานคุกกี้ของผู้ใช้งาน โดยไม่มีการจัดเก็บข้อมูลส่วนตัวใดๆ ของผู้ใช้งานแม้แต่น้อย
ข้อมูลเพื่อฟังก์ชั่นการทำงาน
คุกกี้ประเภทนี้จะเก็บข้อมูลเพื่อฟังก์ชั่นการทำงานที่อาจไม่ได้จำเป็นที่สุดบนหน้าเว็บไซต์ AppDisqus.com ยกตัวอย่างเช่นฟังก์ชั่นการฝังสื่อประเภทวิดีโอและปุ่มการแชร์บทความไปยังโซเชียลมีเดียต่างๆ บนเว็บไซต์เป็นต้น
ข้อมูลประสิทธิภาพ
คุกกี้ประสิทธิภาพใช้เพื่อวิเคราะห์ความเข้าใจในประสบการณ์การทำงานของเว็บไซต์ต่อผู้ใช้งาน เพื่อให้เราสามารถปรับปรุงเว็บไซต์ให้มีความเหมาะสมต่อการใช้งานมากยิ่งขึ้น
ข้อมูลสถิติ
คุกกี้ประเภทนี้จะจัดเก็บข้อมูลประเภทสถิติ เช่นตัวเลขผู้เข้าชมเว็บไซต์ ตัวเลข UIP หรือผู้ใช้งานที่นับต่อ IP ข้อมูลหน้าเว็บไซต์ที่ถูกเข้าถึงบ่อยที่สุด ข้อมูลแหล่งที่มาของการเข้าถึง และอื่นๆ ในลักษณะเดียวกัน โดยข้อมูลเหล่านี้จะช่วยให้เราสามารถเข้าใจและวิเคราะห์ประสิทธิภาพของเว็บไซต์เราได้ดียิ่งขึ้น ตลอดจนชี้ให้เห็นว่าเราควรปรับปรุงในเรื่องใดเพื่อประสบการณ์ที่ดีขึ้นของผู้ใช้งาน
CookieDurationDescription
_ga_CE4TLMWX4S2 yearsคุกกี้ถูกติดตั้งโดย Google Analytics เพื่อเป็นการเก็บข้อมูลจำนวนผู้เข้าชมเว็บไซต์
_gid1 dayติดตั้งโดย Google Analytics โดย คุกกี้ _gid นี้ใช้สำหรับการเก็บข้อมูลการใช้งานเว็บไซต์ของผู้เข้าชม ในขณะเดียวกันก็ยังใช้ในการจัดทำสถิติสำหรับการวิเคราะห์ข้อมูลประสิทธิภาพของเว็บไซต์ด้วย โดยข้อมูลที่เก็บนั้นยกตัวอย่างเช่นจำนวนผู้เข้าชม แหล่งที่มา และหน้าที่ผู้เข้าชมเปิดอ่านโดยไม่เปิดเผยตัวตนของผู้เข้าชม
ข้อมูลเพื่อการโฆษณา
คุกกี้ประเภทโฆษณาจะช่วยให้เราสามารถเผยแพร่โฆษณาที่เหมาะสมและตรงกับความต้องการของผู้เข้าชมเว็บไซต์มากยิ่งขึ้น โดยคุกกี้ประเภทนี้จะติดตามการใช้งานในเว็บไซต์ AppDisqus เท่านั้นเพื่อการเผยแพร่โฆษณาได้อย่างตรงความต้องการของผู้ใช้งานต่อไป
CookieDurationDescription
IDE1 year 24 daysคุกกี้จาก Google DoubleClick IDE นี้ติดตั้งโดย Google เพื่อเก็บข้อมูลการใช้งานของผู้เข้าชมเว็บไซต์เพื่อกำหนดมาตรฐานในการเลือกโฆษณาที่ตรงความต้องการของผู้ใช้งานมาแสดงบนหน้าเว็บไซต์
test_cookie15 minutesคุกกี้นี้ถูกติดตั้งโดย Doubleclick.net (Google) เพื่อเป็นการตรวจสอบว่าบราวเซอร์ที่ผู้เข้าชมเว็บไซต์ใช้งานอยู่รองรับคุกกี้หรือไม่
VISITOR_INFO1_LIVE5 months 27 daysคุกกี้นี้ถูกใช้งานโดย Youtube เพื่อตรวจสอบแบนด์วิดธ์ที่ผู้ใช้งานใช้ในการเปิดดูวิดีโอ เพื่อเป็นการระบุเวอร์ชั่นของตัวเล่นวิดีโอว่าเป็นเวอร์ชั่นใหม่หรือเก่า
YSCsessionคุกกี้ YSC ถูกติดตั้งและใช้งานโดย Youtube โดยใช้เพื่อเป็นการดึงเอาข้อมูลวิดีโอจากเว็บไซต์ Youtube ขึ้นมาแสดงในหน้าที่ดึงเอาวิดีโอนั้นๆ มาแสดง
yt-remote-connected-devicesneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt-remote-device-idneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt.innertube::nextIdneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
yt.innertube::requestsneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
ข้อมูลอื่นๆ
คุกกี้ประเภทอื่นๆ ที่ไม่ได้มีการระบุหมวดหมู่ประเภทเอาไว้ แต่อาจมีผลต่อประสบการณ์การใช้งานเว็บไซต์
SAVE & ACCEPT
Powered by CookieYes Logo