ຣີວິວ Huawei TalkBand B2 ອີກຂັ້ນຂອງຄວາມມີລະດັບ ຫລູຫລາ ຫນ້າໃຊ້ ແລະ ຍັງມາແບບ 2 In 1

Avatar photo

อ่านรีวิวภาษาไทย >> รีวิว Huawei TalkBand B2 ความหรูหราอีกระดับ และการใช้งานแบบ 2 in 1

Huawei TalkBand B2 ເປັນລຸ້ນຕໍ່ຍອດຈາກ Huawei TalkBand B1 ເຊິ່ງມາພ້ອມຄວາມສາມາດແບບ 2 In 1 ຄືເປັນທັງສາຍຮັດຂໍ້ມືສຸຂະພາບ ແລະ ຫູຟັງບຣູທູດ ໃນເຄື່ອງດຽວ ວັດສຸດຸຈັດມາແບບເຕັມ ຫລູຫລາດ້ວຍວັດສະດຸທີ່ເປັນໂລຫະ ອະລູມີນຽມ ຫີບຫໍ່ບັນຈຸ ຫລູຫລາ ສວຍງາມຫນ້າຈັບຈອງ ມີວາງຈຳຫນ່າຍທັງລຸ້ນສາຍຢາງ ແລະ ສາຍຫນັງລາຄາຢູ່ທີ່ 1.600.000 ກີບສຳລັບສີທອງ ແລະ 1.300.000 ກີບສຳລັບສີຂາວ ແລະ ສີດຳ ມີວາງຈຳຫນ່າຍໃນລາວເຮົາແລ້ວ ໂດຍສະເພາະແມ່ນໃນນະຄອນຫລວງວຽງຈັນ, ສາຍຫນັງຈະໄດ້ເປັນໂຕເຄື່ອງສີທອງ ສ່ວນສາຍຢາງຈະໄດ້ໂຕເຄື່ອງເປັນສີຂາວ ຫລື ສີດຳ ຮອງຮັບການໃຊ້ງານຮ່ວມກັບ ສະມາດໂຟນແອນດຣອຍ 4.0 ແລະ iOS 7 ຂຶ້ນໄປ.

ໄຜທີ່ສົນໃຈ Huawei P8 ສະມາດໂຟນສຸດຫລູ ທີ່ອອກມາຄູ່ກັນສາມາດໄປອ່ານຣີວິວໄດ້ທີ່ນີ້ເລີຍ “ຣີວິວ Huawei P8”

Huawei_TalkBand_B2_001

Huawei_TalkBand_B2_002

Huawei_TalkBand_B2_003

ຫີບຫໍ່ບັນຈຸ ຫລູຫລາຫລາຍໃ້ຫຄວາມຮູ້ສຶກມີລະດັບເກີນລາຄາອີຫລີ..ຫະຫະ…ສຳລັບລຸ້ນທີ່ນຳມາຣີວິວຈະເປັນລຸ້ນສາຍຫນັງ ໂຕເຄື່ອງຂອງທັງ 3 ສີຈະຜະລິດຈາກວັດສະດຸ ໂລຫະອະລູມີນຽມ ຫນ້າຈໍສຳຜັດ PMOLED ຂະຫນາດ 0.73 ນີ້ວສາມາດແຍກໂຕເຄື່ອງອອກມາຈາກສາຍໄດ້ສະບາຍ ເພື່ອໃຊ້ເປັນຫູຟັງບຣູທູດ ພຽງແຕ່ກົດປຸ່ມປົດລ໊ອກດ້ານລຸ່ມເທົ່ານັ້ນ ເວລາໃສ່ກັບເຂົ້າໄປກໍ່ເອົາດ້ານຫູຟັງສຶດເຂົ້າໄປກ່ອນ ແລ້ວກົດເຂົ້າລ໊ອກເທົ່ານີ້ກໍ່ຮຽບຮ້ອຍ ໂຕລ໊ອກແຂງແຮງດີຫລາຍ ບໍ່ຫລຸດອອກມາງ່າຍໆແນ່ນອນ.

Huawei_TalkBand_B2_006

Huawei_TalkBand_B2_005

ໃນກ່ອງຈະມີໂຕເຄື່ອງ Huawei talkBand B2 , ສາຍຫນັງຢາງ, ຢາງຫູຟັງອີກສອງຂະຫນາດ, ສາຍ Micro USB, ຄູ່ມືການໃຊ້ງານ ແລະ ຄູ່ມືດ້ານຄວາມປອດໄພ.

Huawei_TalkBand_B2_007

Huawei_TalkBand_B2_009

Huawei talkBand B2 ຈະຕິດກັນຮອຍມາໃຫ້ຕັ້ງແຕ່ໂຮງງານເລີຍ (ແຕ່ກໍ່ແກະອອກແລ້ວ ເພາະວ່າບໍ່ຕິດຈະເຮັດໃຫ້ສວຍງາມກວ່າ ແຕ່ຖ້າໄຜທີ່ຢ້ານຫນ້າຈໍເປັນຮອຍກໍ່ຕິດໄວ້ຈະດີກວ່າ) ສຳລັບ Huawei talkBand B2  ຈະມີຂະຫນາດນ້ອຍ ແລະ ບາງກວ່າລຸ້ນກ່ອນຫລາຍຢ່າງເຫັນໄດຊັດເຈນ ແລະ ຫລູຫລາຂຶ້ນຫລາຍຈົນເວົ້າໄດ້ວ່າມັນຄືສາຍຮັດຂໍ້ມື ສຸຂະພາບທີ່ເບິ່ງແລ້ວຫລູຫລາທີ່ສຸດໃນຕອນນີ້ເລີຍ ທັງວັດສະດຸ ແລະ ການອອກແບບເຮັດອກມາໄດ້ດີຫລາຍ.

Huawei_TalkBand_B2_010

Huawei_TalkBand_B2_011

Huawei_TalkBand_B2_013

ແຖມຍັງມາພ້ອມກັບເຊັນເຊີ້ກວດຈັການເຄື່ອນໄຫວ 6 ແກນ (ເຫນືອກກວ່າຄູ່ແຂ່ງຢ່າງ Fitbit Flex ແລະ Nike+ Fuelband) ແລະ ຮອງຮັບມາດຕະຖານ IP57 ປ້ອງກັນນ້ຳ ແລະ ຝຸ່ນສາມາດຢູ່ໃຕ້ນ້ຳເລິກໄດ້ 1 ແມັດໄດ້ດົນ 30 ນາທີ ເວລາທີ່ເປື້ອນເຫື່ອກໍ່ສາມາດຖອດລ້າງນ້ຳໄດ້ເລີຍ.

Huawei_TalkBand_B2_015

Huawei_TalkBand_B2_016

ພໍຖອດອອກມາເປັນຫູຟັງບຣູທູດ ຈະມີນ້ຳຫນັກເບົາຫລາຍ ສວມໃສ່ໄປດົນໆກໍ່ບໍ່ເມື່ອຍບໍ່ລ້າໃດໆເລີຍ ແລະ ບໍ່ຕ້ອງເປັນຫວ່ງເລື່ອງຄວາມແຫນ້ນຫນາ ເພາະສາມາດໃສ່ເວົ້າພ້ອມກັບແລ່ນໄປດ້ວຍໄດ້ເລີຍ.

Huawei talkBand B2 ມາພ້ອມຫນ້າຈໍ PMOLED ຂະຫນາດ 0.73 ນີ້ວຄວາມລະອຽດ 128×88 pixels ເບິ່ງເຫັນໄດ້ຊັດເຈນບໍ່ວ່າຈະໃນຄວາມມືດ ຫລື ກາງແດດຈ້າ ໂຕເຄື່ອງເປັນປາສຕິກຈະມີດ້ານຂ້າງທີ່ເປັນວັດສະດຸອະລູມີນຽມ ຮອງຮັບການສັ່ນເຕືອນ ແລະ ມີຊ່ອງໄມໂຄຣໂຟນ ພ້ອມກັບໄມຕັດສຽງລົບກວນ ມີປຸ່ມຄວບຄຸມ ແລະ Port Micro USB ສຳລັບສາກໄຟ.

Huawei_TalkBand_B2_032

Huawei_TalkBand_B2_026

Huawei_TalkBand_B2_027

Huawei_TalkBand_B2_028

Huawei_TalkBand_B2_029

Huawei_TalkBand_B2_030

Huawei talkBand B2 ຈະຮອງຮັບການນັບກ້າວຍ່າງ ແລະ ວັດການເຜົາຜານແຄຣໍລີ້ ເຊິ່ງດ້ວຍຄວາມສາມາດຂອງເຊັນເຊີ້ຈັບການເຄື່ອນໄຫວ 6 ແກນ ເຮັດໃຫ້ Huawei talkBand B2 ສາມາດແຍກກິດຈະກຳຕ່າງໆຂອງເຮົາໄດ້ ບໍ່ວ່າຈະເປັນການຍ່າງ, ແລ່ນ, ຫລື ຂີ່ລົດຖີບ ລວມທັງກວດຈັບການນອນ (ກວດຈັບໄດ້ອັດຕະໂນມັດ…ອີຫຍັງຊິເກັ່ງປານນັ້ນ ຫິຫິ..) ເຊິ່ງສາມາດກວດສອບໄດ້ວ່າເົຮາຫລັບເລິກໃນຊວ່ງເວລາໃດແດ່…

ນອກຈາກນີ້ຍັສາມາດໃຊ້ຄົ້ນຫາສະມາດໂຟນຂອງເຮົາໃນກໍລະນີທີ່ຫາບໍ່ເຫັນໄດ້ອີກດ້ວຍ ໂດຍສະມາດໂຟນຂອງເຮົາຫນ້າຈໍຈະສະຫວ່າງຂຶ້ນ ແລະ ສົ່ງສຽງຮອ້ງຂຶ້ນມາ (ຕອ້ງຢູ່ໃນໄລຍະເຊື່ອມຕໍ່ຂອງບຣູທູດ) ແລະ ສາມາດຄວບຄຸມໂຫມດກອ້ງເພື່ອໃຊ້ເປັນໂຕກົດຊັດເຕີ້ ເວລາຖ່າຍຮູບຜ່ານທາງສະມາດໂຟນໄດ້ອີກດ້ວຍ (ເທບອີກແລ້ວ ຫະຫະຫະ…) ເຊິ່ງຟັງຊັ່ນເຫລົ່ານີ້ຕອ້ງໃຊ້ກັບສະມາດໂຟນຂອງ Huawei ທີ່ມາພ້ອມກັບ EMUI 2.3 ຂຶ້ນໄປເທົ່ານັ້ນ.

Huawei_W_001

Huawei Wear ເປັນແອັບຯທີ່ໃຊ້ເທິງລະບົບແອນດຣອຍ ແລະ iOS ເຊິ່ງເລີ່ມຕົ້ນຕອ້ງລົງຂໍ້ມູນສ່ວນໂຕຂອງເຮົາສາກ່ອນ ໂດຍສາມາດຈັບການນັບບາດຍ່າງ ແລະ ການນອນຫລັບຂອງເຮົາໄດ້ ສາມາດຕັ້ງລະດັບຄວາມຫນັກຂອງກິດຈະກຳທີ່ເຮົາເຮັດໄດ້ 3 ລະດັບສາມາດກວດສອບໄດ້ທັງລາຍມື້ ແລະ ລາຍເດືອນພ້ອມທັງແຊຜົນງານໄປຍັງ Social ທີ່ເຮົາຫລີ້ນຢູ່ໄດ້ອີກ.

Huawei_W_002

ຫນ້າຕາການໃຊ້ງານ Huawei Wear ເມນູວັດຄ່າຂອ້ນຂ້າງຫນ້ອຍ ບໍ່ມີເມນູກວດເລື່ອງອາຫານ ແລະ ບາງຄັ້ງທີ່ເົຮານັ່ງລົດຢູ່ ກໍ່ວັດຄ່າອອກມາວ່າເົຮາຂີ່ລົດຖີບຊ້ຳ!! ສ່ວນເລື່ອງການນອນຖືວ່າໂອເຄເລີຍ ຖືກຕອ້ງດີ ເຊິ່ງກໍ່ຕ້ອງລໍຖ້າການອັບເດດແກ້ໄຂກັນຕໍ່ໄປ.

Huawei_W_003

Huawei Wear ຈະມີເມນູອັບເດດ Firmware ໃຫ້ດ້ວຍ ເຮົາສາມາດອັບເດດ Huawei talkBand B2 ຜ່ານແອັບຯ Huawei Wear ໄດ້.

Huawei_TalkBand_B2_019

Huawei_TalkBand_B2_020

ສຳລັບແບັດຯຈາກການທົດສອບຈະຢູ່ໄດ້ປະມານ 3 ຫາ 4 ມື້ ຖືວ່າໂອດຄເລີຍ ແຖມສາກເຕັມໄວອີກດ້ວຍ.

 

ຂໍ້ດີຂອງ Huawei talkBand B2

  1. ການອອກແບບສວຍງາມ ແລະ ມີລະດັບສຸດໆ ວັດສະດຸໂລຫະ ແລະ ສາຍຫນັງເຮັດໃຫ້ເບິ່ງແລ້ວຫລູຫລາ ມີລະດັບທັງໃນໂຫມດສາຍຮັດຂໍ້ມື ແລະ ໃນໂຫມດຫູຟັງບຣູທູດ.
  2. ການໃຊ້ງານແບບ 2 In 1 ເປັນທັງສາຍຮັດຂໍ້ມືສຸຂະພາບ ແລະ ຫູຟັງບຣູທູດ ໃນເຄື່ອງດຽວ.
  3. ເຊັນເຊີ້ການຈັບເຄື່ອນໄຫວ 6 ແກນ.
  4. ຮອງຮອບມາດຕະຖານ IP57 ປ້ອງກັນນ້ຳ ແລະ ຝຸ່ນ.
  5. ກວດຈັບການນອນອັດຕະໂນມັດ.
  6. ສາມາດອັບເດດ Firmware ໄດ້.

 

ຂໍ້ດ້ອຍຂອງ Huawei talkBand B2

  1. ຄວາມສາມາດຂອງ Huawei Wear ທຳມະດາໄປ.
  2. ບໍ່ຖືກຕ້ອງ ມີຄວາມຜິດພາດໃນການກວດຈັບຂໍ້ມູນເລັກນອ້ຍ.

Huawei_P8_035

 

Huawei talkBand B2 ເປັນອຸປະກອນທີ່ຫນ້າສົນໃຈ ໂດຍສະເພາະໃນເລື່ອງຂອງການອອກແບບ ເບິ່ງແລ້ວມີລະດັບຫລາຍ ແລະ ເຖິງວ່າໃນສ່ວນຂອງສາຍຮັດຂໍ້ມືສຸຂະພາບຍັງມີ Bugs ຢູ່ເລັກນ້ອຍ ເຊິ່ງຫນ້າຈະແກ້ໄຂໄດ້ໃນການອັບເດດ Firmware ຕໍ່ໆໄປ ແຕ່ວ່າມັນກໍ່ມາພ້ອມກັບຫູຟັງບຣູທູດ ໃນເຄື່ອງດຽວກັນເຮັດໃຫ້ມັນມີຈຸດຂາຍທີ່ໂດດເດັ່ນ ແຖມລາຄາຍັງຖືວ່າບໍ່ໄດ້ແພງຈົນເກີນໄປ ໂດຍລຸ້ນປົກະຕິລາຄາເປີດໂຕມາທີ່ 1.300.000 ກີບ ສ່ວນລຸ້ນສີທອງກໍ່ເພີມອີກເລັກນອ້ຍ 1.600.000 ກີບ ຖືວ່າເປັນລາຄາທີ່ຫນ້າສົນໃຈຫລາຍ.

ແຕ່ທີ່ຢາກໃຫ້ພັດທະນາຂຶ້ນກໍ່ຄຶຄວາມລະອຽດ ແລະ ການເພີ່ມຄວາມສາມາດໃນສ່ວນຂອງການເປັນສາຍຮັດຂໍ້ມືສຸຂະພາບທີ່ຫນ້າຈະຈັດເຕັມກວ່ານີ້ ໃຫ້ທຽບເທົ່າກັບຄູ່ແຂ່ງ ເພາະເມື່ອເບິ່ງຈາກສະເປັກແລ້ວ Huawei talkBand B2 ບໍ່ທຳມະດາເລີຍ ແຖມໃນງານເປີດໂຕ Huawei ປະກາດຈະຂຶ້ນເປັນເບີ 1 ໃນຝັ່ງຂອງອຸປະກອນ Wearable Devices ອີກດ້ວຍ.

 

[gradeB]

อ่านรีวิวภาษาไทย >> รีวิว Huawei TalkBand B2 ความหรูหราอีกระดับ และการใช้งานแบบ 2 in 1


สมัครรับการแจ้งเตือน
แจ้งเตือนสำหรับ
0 ความเห็น
ความคิดเห็นต่อข้อความในบทความ
แสดงความคิดเห็นทั้งหมด
0
สมองแล่นไหม? ถกความคิดเห็นเกี่ยวกับเรื่องนี้กันx