Close Menu
  • Home
  • Android
    • News
    • Tips
  • Apple
    • iPad
      • News
      • Tips
    • iPhone
      • News
      • Tips
  • WINDOWS
    • News
    • Tips
  • Gaming
    • Game Review
    • PlayStation
    • Nintendo
    • Xbox & PC
    • Mobile
  • Gadget Reviews
    • Accessories
    • Devices
  • Wearable
  • EV Car
  • Miscellaneous
    • News
    • Tips
  • Tips and Tricks
  • Video
  • Cooky Policies
  • ติดต่อโฆษณา
แอพดิสคัสแอพดิสคัส
  • Home
  • Android
    • Tips & Tricks
  • Apple
    • Tips & Tricks
  • Windows
    • Tips & Tricks
  • Gaming
    • Game Review
    • In Spotlight
    • PlayStation
    • Xbox & PC
    • Nintendo
    • Mobile Games
  • Reviews
    • Mobiles & Tablets
    • Game Review
    • Accessories
  • EV Car
  • Miscellaneous
แอพดิสคัสแอพดิสคัส
คุณกำลังอ่าน :Home » Your Updates » ຣີວິວ ASUS Zenpad 7.0 (Z370CG) ແທັບເລັດເຈັດນິ້ວ ແຖມໂທໄດ້ ໃນລາຄາສຸດປະຫຍັດ
Your Updates

ຣີວິວ ASUS Zenpad 7.0 (Z370CG) ແທັບເລັດເຈັດນິ້ວ ແຖມໂທໄດ້ ໃນລາຄາສຸດປະຫຍັດ

18 ตุลาคม 2015Updated:1 ธันวาคม 20154 Mins Read

ຣີວິວ  ASUS Zenpad 7.0 (Z370CG) ແທັບເລັດເຈັດນິ້ວ ແຖມໂທໄດ້ ໃນລາຄາສຸດປະຫຍັດ

 

ในบทความนี้

  • อ่านรีวิวภาษาไทย >> รีวิว ASUS Zenpad 7.0 (Z370CG) แท็บเล็ตโทรได้ในราคาสุดประหยัด <<
  • ໂຕເຄື່ອງພາຍນອກ
  • ສະເປັກເຄື່ອງ ASUS Zenpad 7.0 Z370CG
  • ການໃຊ້ງານພາຍໃນ
  • ຜົນທົດສອບຂອງ ASUS Zenpad 7.0
  • ກ້ອງຖ່າຍພາບ
  • ຕົວຢ່າງພາບຖ່າຍ
  • ອຸປະກອນເສີມ ASUS Zenpad 7.0 ບັນດາເຄສຝາຫລັງມະຫັດສະຈັນ
  • ສະຫລຸບທ້າຍຣີວິວ

อ่านรีวิวภาษาไทย >> รีวิว ASUS Zenpad 7.0 (Z370CG) แท็บเล็ตโทรได้ในราคาสุดประหยัด <<

ຫລັງຈາກເປີດໂຕກັນມາບໍ່ດົນໃນປະເທດໄທສຳລັບແທັບເລັດເຄື່່ອງໃຫມ່ຈາກທາງ ASUS ເຈົ້າຂອງຕະຫລາດລາຄາປະຫຍັດທີ່ຜະລິດເຄື່ອງສະມາດໂຟນ ແລະ ແທັບເລັດລະບົບ Android ອອກມາຈຳຫນ່າຍໃນລາຄາ ແລະ ສະເປັກສຸດຄຸ້ມຄ່າ ແລະ ໂຕລ່າສຸດນັ້ນກໍ່ຄື ASUS Zenpad 7.0 ເຊິ່ງເປັນໂຕທີ່ທາງ ASUS ເບິ່ງຄືຈະໃສ່ໃຈເປັນພິເສດ ແລະລາຄານັ້ນບໍ່ແພງເລີຍ ASUS Zenpad 7.0 ຈຳຫນ່າຍໃນລາຄາ 5.990 ບາດ ຫລື ປະມານ 1.370.000 ກີບເທົ່ານັ້ນເອງ.

P8282046

 

Advertisement
Advertisement
Advertisement

ASUS Zenpad 7.0 ເປັນເຄື່ອງແທັບເລັດລະບົບ Android ທີ່ເນັ້ນຈຸດຂາຍມາໃນເລື່ອງຂອງລາຄາຈຳຫນ່າຍທີ່ຖືກຫລາຍ ແຕ່ເປັນເຄື່ອງລາຄາຖືກທີ່ມາພ້ອມກັບຄວາມໃສ່ໃຈໃນລາຍລະອຽດ ບໍ່ວ່າຈະເປັນການອອກແບບ ແລະ ອຸປະກອນເສີມເພາະວ່າໃນການເປີດໂຕທີ່ຜ່ານມາແທັບເລັດຕະກູນ Zenpad ນັ້ນມີການປະກາດອອກມາຫລາຍລຸ່ນ ແຕ່ລຸ້ນທີ່ມາພ້ອມກັບເຄສ ແລະ ອຸປະກອນເສີມຄັກໆນັ້ນມີແຕ່ຕະກູນ Zenpad 7.0 ໂຕນີ້ໂຕດຽວເທົ່ານັ້ນ.

P8282045

ການອອກແບບນັ້ນເບິ່ງຂ້ອນຂ້າງແປກຕາ ຮູບຊົງດ້ານຫນ້າອາດຈະຄຸ້ນໆ ແຕ່ດ້ານຫລັງພັດອອກແບບມາໃຫ້ເຫມືອນກັບການໃຊ້ງານແນວນອນ ຝາຫລັງບໍ່ເຕັມຫລັງ ເປັນຝາປິດແບບພຽງແຕ່ສ່ວນເທິງ ເຊິ່ງການອອກແບບໆນີ້ແຫລະທີ່ເຮັດໃຫ້ມີການຕໍ່ຍອດສາມາດໃຊ້ງານກັບເຄສເສີມຂອງມັນໄດ້ສາລະພັດ.

P8282049

ໂຕເຄື່ອງພາຍນອກ

ໂຕເຄື່ອງສ່ວນໃຫຍ່ໃຊ້ວັດສະດຸປາສຕິກ ຫນ້າຈໍ 7 ນີ້ວເຄິ່ງແຕ່ເຄື່ອງບໍ່ໃຫຍ່ຫລາຍ ເນັ້ນການໃຊ້ງານໃນຮູບແບບແນວຕັ້ງຄ້າຍຈະເປັນໂທລະສັບຫລາຍກວ່າແທັບເລັດ.

P8282042

 

ປຸ່ມຄວບຄຸມຢູ່ເທິງຫນ້າຈໍທັງຫມົດ ປຸ່ມເພີ່ມລົດສຽງ ແລະ ປຸ່ມ Power ຢູ່ດ້ານຂວາຂ້າງດຽວກັນ (ກົດປຸ່ມລົດສຽງ + ພາເວີ້ ເປັນການເຊບພາບຫນ້າຈໍ)

P8282055

 

ດ້ານຫນ້າຈໍເປັນລຳໂພງ ແລະ ກ້ອງຫນ້າ ລຳໂພງບ່ອນນີ້ໃຊ້ເປັນທັງລຳໂພງຫລັກຂອງເຄື່ອງ ແລະ ລຳໂພງສົນທະນາ.

P8282038

 

ດ້ານຫລັງອອກແບບແປກຕາໄປເລັກນ້ອຍ ເພາະວ່າມາເປັນແນວນອນ ທາງ ASUS ເຂົາວ່າການອອກແບບນີ້ໄດ້ແຮງບັນດານໃຈມາຈາກກະເປົາຂອງຜູ່ຍິງ ສ່ວນໂຕເຄື່ອງຈະເປັນສີລ້ວນແຕ່ຝາຫລັງບໍລິເວນນີ້ຕ່າງກັນອອກໄປຫລາຍສີ.

 

ເຖິງຝາຫລັງຈະເປີດໄດ້ ແຕ່ປ່ຽນແບັດຯເຄື່ອງເອງບໍ່ໄດ້ ເປີດອອກມາເພື່ອໃສ່ຊິມ ແລະ ໃສ່ Micro SD Card ເທົ່ານັ້ນ.

P8282059

 

ຈະສັງເກດເປັນຂົ້ວໄຟຢູ່ໃຕ້ຝາຫລັງນີ້ ເປັນຄວາມພິເສດຂອງ ASUS Zenpad 7.0 ເພາະມັນຈະສາມາດເຊື່ອມຕໍ່ການເຮັດວຽກ ແລະ ພະລັງງານກັບເຄສພິເສດຕ່າງໆທີ່ອີກຈັກຫນ່ອຍຈະມາແນະນຳກັນໃນທ້າຍໆບົດຣີວິວໃຫ້ເບິ່ງເນາະ ^_^

P8282041

 

ສະເປັກເຄື່ອງ ASUS Zenpad 7.0 Z370CG

OS The latest Android 5.0 Lollipop
Display 7″ LED Backlight IPS panel, 1280 x 800 (WXGA); 16:1010 finger multi-touch supportTP Full-Lamination  bonding technology
CPU Intel A 3G-R Z5210RK Quad-Core processor, 1.2 GHz
Memory 2GB
Storage 16GB(5GB Life Time ASUS Webstorage Space ; with an additional 11GB for the first year)
Graphic Mali-450
Wireless Data Network WLAN 802.11 b/g/n, Bluetooth V4.0 + BLE, Support Miracast
Camera 2 MP Front8 MP Rear
Audio Single Front Stereo Speakers  with SonicMaster technology
Interface 1 × Micro USB    1 × 2-in-1 Audio Jack (Headphone / Mic-in) 1 × Digital Microphone   1 × Micro SD Card Reader, up to 64GB (SDXC) Single SIM
Sensor G-Sensor / E-compass / GPS / Light / Proximity / Hall Sensor
Battery 9 hours ; 13 Wh Li-polymer Battery
Navigation E-compass & GPS
Color Black / White / Metallic
Dimensions & Weight 189mm (L) x 110.9mm (W) x 8.7mm (H), 272g

 

DSC06849-610x406

 

ການໃຊ້ງານພາຍໃນ

ASUS Zenpad 7.0 ມາພ້ອມກັບ Android L 5.0 ແຕ່ປັບແຕ່ງການໃຊ້ງານດ້ວຍ ZenUIທີ່ມີຟັງຊັ່ນຫລາຍເລີຍແຫລະ ສຳລັບປະສິດທິພາບການເຮັດວຽກທົ່ວໄປຫລາຍຄົນບອກວ່າມັນຊ້າ ແລະ ຫນ່ວງ ມັນກໍ່ຂ້ອນຂ້າງຊ້າແທ້ ແລະ ມັນມີເຫດຜົນທີ່ເພີ່ມຕື່ມດ້ວຍເພາະເຄື່ອງທີ່ຫລາຍຄົນທົດສອບໃຊ້ງານສ່ວນໃຫຍ່ຈະຢູ່ໃນໂຫມດການປະຫຍັດພະລັງງານຂັ້ນພື້ນຖານມາເປັນຄ່າເລີ່ມຕົ້້ນນັ້ນຄືມັນຈະຢູ່ໃນໂຫມດ “ການປະຫຍັດພະລັງງານແບບສະມາດ” ໂດຍມັນຈະເປັນໂຫມດທີ່ປັບສົມດຸນການໃຊ້ງານພະລັງງານໃຫ້ຍາວນານທີ່ສຸດ ສົ່ງຜົນໃຫ້ສຳຜັດທຳອິດກໍ່ຮູ້ສຶກວ່າມັນຫນ່ວງກວ່າທີ່ຄາດໄວ້ຫລາຍ ຕ້ອງລອງເຂົ້າໄປປິດມັນສະກ່ອນໃນການຕັ້ງຄ່າພາຍໃນ ແຕ່ຫລັງຈາກປິດໂຫມດປະຫຍັດພະລັງງານແລ້ວ ກໍ່ບໍ່ໄດ້ເປັນເຄື່ອງທີ່ລ່ຽນໄຫລປານໃດ ລະດັບກາງໆ ແຕ່ເຄື່ອງກໍ່ບໍ່ໄດ້ແຮງຢູ່ແລ້ວໄປລົດປະສິດທິພາບມັນລົງເພື່ອປະຫຍັດແບັດຯອີກກໍ່ຍິ່ງເຮັດໃຫ້ຊ້າເຂົ້າໄປອີກ.

Screenshot_2015-08-27-20-26-27-horz

 

ZenUI ມີຂໍ້ດີທີ່ເດັ່ນໆໃນເລື່ອງຂອງການປັບແຕ່ງ ແລະ ລູກຫລີ້ນ ໃນຫນ້າໂຮມຂອງທາງ ASUS Zenpad 7.0 ຈະສາມາດປັບແຕ່ງໄດ້ຫລາກຫລາຍ ຕັ້ງແຕ່ດາວໂຫລດ ແລະ ເລືອກໃຊ້ໄອຄອນໃນລັກສະນະຕ່າງໆ ເຊິ່ງເຮົາສາມາດດາວໂຫລດເພີ່ມຕື່ມມາໃຊ້ງານໄດ້ຈາກ Playstore

Screenshot_2015-08-27-20-58-19-horz

 

ການປັບແຕ່ງອະນິເມຊັ່ນເຄື່ອນໄຫວຂອງຫນ້າໂຮມ

Screenshot_2015-08-27-21-01-14

 

ການປັບແຕ່ງຟ້ອນໂຕອັກສອນທີ່ມີໃຫ້ເຮົາເລືອກໃຊ້ຫລາຍ ປັບແຕ່ງຂະຫນາດ ແລະ ສີຂອງປ້າຍໄອຄອນ ເຮົາເລືອກເອງໄດ້ຕາມໃຈທັງຫມົດ.

Screenshot_2015-08-27-21-01-33-horz

 

ການເລືອກຮູບແບບຫນ້າໂຮມ ວ່າຕ້ອງການຈະເປັນແບບສອງຊັ້ນ (ມີຫນ້າໂຮມ ແລະ ຫນ້າ Appdrawer ລວມແອັບຯແຍກອອກຈາກກັນ) ຫລື ຈະເອົາເປັນແບບຫນ້າໂຮມຊັ້ນດຽວຄືຫນ້າລວມລາຍການແອັບຯຈະມາຢູ່ລວມໃນດ້ານນອກທັງຫມົດ ບໍ່ມີຫນ້າ Appdrawer ອີກຕໍ່ໄປ.

Screenshot_2015-08-27-21-01-54

 

ປັບແຕ່ງໄດ້ຫລາກຫລາຍ

ໃຊ້ງານໄດ້ທັງແນວຕັ້ງ ແລະ ແນວນອນ

Screenshot_2015-08-27-21-08-48

 

ໃນຫນ້າການແຈ້ງເຕືອນຈະເຫັນໄອຄອນຟັງຊັ່ນການເຮັດວຽກບາງໂຕທີ່ເປັນຂອງທາງ ASUS ເອງເຊັ່ນ: ໂຕຈັດການການເລີ່ມເຮັດວຽກໂດຍອັດຕະໂນມັດ ສຳລັບອຸປະກອນທີ່າະເປັກບໍ່ສູງຫລາຍ ຟັງຊັ່ນນີ້ມີະໂຫຍດຫລາຍ ເພາະມັັນຄືຄວາມສາມາດໃນການປິດກັ້ນການເລີ່ມເຮັດວຽກເອງຂອງໂຕໂປຣແກຣມທີ່ບໍ່ຈຳເປັນ ເຊິ່ງປົກະຕິແອັບຯບາງໂຕຂອງລະບົບແອນດຣອຍ ມັນມັກເລີ່ມເຮັດວຽກເອງເບື້ອງຫລັງ ແຕ່ໃນ ASUS Zenpad 7.0 ແມ່ນຫມົດສິດ ເພາະເຮົາລັອກມັນໄວ້ໄດ້.

Screenshot_2015-08-27-21-07-46-horz

 

“ບັນທຶກຫຍໍ້” ການຈົດບັນທຶກດ່ວນທີ່ເຮົາເອີ້ນໃຊ້ໄດ້ຈາກຫນ້າແຈ້ງເຕືອນນີ້ເລີຍ ສາມາດບັນທຶກໄດ້ັທັງແບບລາຍມື ແລະ ການພິມຂໍ້ຄວາມ.

 

ໂຕກອງແສງສີຟ້າເຊິ່ງຕອນນີ້ກຳລັງນິຍົມເລີຍຢ່າງພວກຟີມກອງແສງສີຟ້າ ທີ່ເຂົາວ່າຈະເປັນອັນຕະລາຍຕໍ່ຫນ່ວຍຕາຂອງເຮົາ ສຳລັບ ASUS Zenpad 7.0 ມີໃສ່ມາໃຫ້ເປັນຟັງຊັ່ນການກອງແສງເລີຍ ໂດຍຈະປ່ຽນໂທນສີຫນ້າຈໍໃຫ້ອອກເຫລືອງໆແທນ ເຊິ່ງຈະສົ່ງຜົນໃຫ້ສະບາຍຕາຫລາຍຂຶ້ນນັ້ນເອງ.

P1015235

 

ຫນ້າການຕັ້ງຄ່າຈະແຍກເປັນສອງແຖວຄືກັບເຄື່ອງແທັບເລັດ ສ່ວນທີ່ຫນ້າສົນໃຈໃນການຕັ້ງຄ່າເປັນພິເສດໃນ ASUS Zenpad 7.0 ກໍ່ຫນ້າຈະເປັນເລື່ອງຂອງການສະແດງຜົນ ນອກຈາກຈະປັບຕັ້ງຂະຫນາດຟ້ອນ ຫລື ການເປີດໂຫມດແສງສີຟ້າໄດ້ແລ້ວເຮົາຍັງສາມາດປັບຕັ້ງໂທນສີ ແລະ ຄວາມສົດຂອງຫນ້າຈໍໄດ້ໃນລະດັບເລິກໃນການຕັ້ງຄ່າສ່ວນນີ້ ຢາກໄດ້ສີສົດປະມານໃດ ຫນ້າຈໍອອກໂທນສີແບບໃດກໍ່ປັບຕັ້ງໄດ້ເລີຍ.

Screenshot_2015-08-27-21-18-28-horz

 

Zenmotion ການສັ່ງງານດ້ວຍການສຳຜັດ ແລະ ລັກສະນະພິເສດເຊັ່ນການເຄາະຫນ້າຈໍສອງຄັ້ງເພື່ອລັອກຫນ້າຈໍ ແລະ ປົດລັອກຫນ້າຈໍເປັນຕົ້ນ ການຂຽນໂຕອັກາອນລົງເທິງຫນ້າຈໍເພື່ອເອີ້ນໃຊ້ແອັບຯ ຫລື ການເຮັດວຽກທີ່ເຮົາລະບຸເອົາໄວ້ໄດ້ ຫລື ການສັ່ນເຄື່ອງເພື່ອຈັບພາບຫນ້າຈໍ ຫລື ການພິກເຄື່ອງຂວ້ຳລົງເພື່ອປິດສຽງແຈ້ງເຕືອນ ເຫລົ່ານີ້ຄືຄວາມສາມາດທີ່ເຮົາມາເປີດໃຊ້ງານໄດ້ໃນຫນ້າການຕັ້ງຄ່າ Zenmotion ແຕ່ບອກກ່ອນວ່າເປີດໃຊ້ງານພວກນີ້ຫລາຍໆເຮັດໃຫ້ເປືອງແບັດຯ ແລະ ການໃຊ້ງານໂຕຈິງອອກຈະສ້າງຄວາມລຳຄານຫລາຍກວ່າ.

Screenshot_2015-08-27-21-20-19

 

ໂຕ ASUS Zenpad 7.0 ຈະມີເຄສຝາປິດທີ່ເປັນເຄສເສີມອອກມາຈຳຫນ່າຍເຮົາສາມາດຕັ້ງຄ່າໄດ້ວ່າຈະໃຫ້ໃຊ້ງານຮ່ວມກັບການປິດຝາເຄສແບບໃດ ໃຫ້ລັອກເຄື່ອງ ແລະ ປົດລັອກເຄື່ອງແບບອັດຕະໂນມັດ ຫລື ບໍ່.

 

ພະລັງງານແບບສະມາດຢູ່ແລ້ວເຮົາສາມາດປິດມັນໄດ້ເພື່ອເພີ່ມປະສິດທິພາບມັນອີກເລັກນ້ອຍໂດຍແບັດຯຂະຫນາດ 3,450 mAh ຂອງມັນສາມາດຢູ່ກັບເົຮາໄດ້ເຖິງຄ່ຳ ສາກກັນມື້ຕໍ່ມື້ ແຕ່ກໍ່ທົນພໍທີ່ຈະກັບມາເຖິງບ້ານໄດ້.

Screenshot_2015-08-27-21-29-13

 

ການຕັ້ງຄ່າທີ່ຫນ້າສົນໃຈອີກໂຕຫນຶ່ງໃນເຄື່ອງ ASUS Zenpad 7.0 ກໍ່ຄື: ໂຕຕັ້ງຄ່າແບບກຳນົດເອງ ທີ່ໃຫ້ເຮົາເຂົ້າໄປຕັ້ງຄ່າວິທີການເຊັບພາບຫນ້າຈໍ ແລະ ກຳນົດແຫລ່ງຕິດຕັ້ງແອັບຯພື້ນຖານວ່າຕ້ອງການໃຫ້ຕິດຕັ້ງລົງຫນ່ວຍຄວາມຈຳເຄື່ອງຫລືຖ້າເປັນໄປໄດ້ໃຫ້ຕິດຕັ້ງລົງຫນ່ວຍຄວາມຈຳພາຍນອກເປັນຕົ້ນ ສາມາດກຳນົດໂຕ Toggle ເປີດປິດຟັງຊັ່ຍດ່ວນໃນຫນ້າແຈ້ງເຕືອນໄດ້ໃນການຕັ້ງຄ່າສ່ວນນີ້.

Screenshot_2015-08-27-21-34-44-horz

 

ASUS ຍັງໄດ້ອອກແບບການໃຊ້ງານຂອງເຄື່ອງໃຫ້ເຫມາະສົມກັບຜູ່ໃຊ້ງານສະມາດໂຟນ ຫລື ແທັບເລັດແອນດຣອຍໄດ້ບໍ່ຊຳນານປານໃດດ້ວຍ “ໂຫມດງ່າຍ” ໂຫມດການເຮັດວຽກທີ່ແປງຫນ້າຕາ UI ໃຫ້ໃຊ້ງານງ່າຍໆມີໄອຄອນໃຫຍ່ໆ ສຳລັບການປັບເຄື່ອງ ASUS Zenpad 7.0 ໃຫ້ເຫມາະກັບເດັກ ຫລື ຜູ່ສູງອາຍຸນັ້ນເອງ.

 

ຫລືຈະເປັນໂຫມເດັກທີ່ເປັນແອັບຯສະເພາະທີ່ທາງ ASUS ມອບໃຫ້ ແອັບຯທີ່ຈະເຮັດໃຫ້ເຄື່ອງຂອງເຮົາປອດໄພຕໍ່ການໃຊ້ງານຂອງເດັກນ້ອຍ ເພາະເຮົາສາມາດກຳນົດຂອບເຂດການຫລີ້ນຂອງເຂົາໄດ້ ກຳນົດເວລາໃນການຫລີ້ນ ກຳນົດແອັບຯທີ່ເຂົາຫລີ້ນ ໃຫ້ເຂົາໃຊ້ເນັດບຣາວເຊີ້ທີ່ປອດໄພດ້ວຍການກັ່ນກອງຂອງໂຕລະບົບ ເຊິ່ງຈະສາມາດໃສ່ລະຫັດຂອງເຮົາເອົາໄວ້ໄດ້ເພື່ອປ້ອງກັນບໍ່ໃຫ້ເຂົາອອກຈາກໂຫມດເດັກເມື່ອເຮົາບໍ່ຢູ່ “ໂຫມດເດັກ” ເປັນແອັບຯຫນຶ່ງທີ່ຫນ້າສົນໃຈໃນ ASUS Zenpad ແລະ Zenfone ເຊິ່ງຫນ້າຈະມີຢູ່ທຸກເຄື່ອງ.

Screenshot_2015-08-27-21-44-27-horz

 

ແອັບຯທີ່ທາງ ASUS ກຽມເອົາໄວ້ໃຫ້ກັບຜູ່ໃຊ້ໃນເຄື່ອງກໍ່ມີຫລາກຫລາຍ ຫນ້າຈະຄົບກັບການໃຊ້ງານຂັ້ນພື້ນຖານແລ້ວທຸກຢ່າງ.

Screenshot_2015-08-27-21-40-42

 

ແລະຈະມີແອັບຯດ້ານການບໍລິການທີ່າຳຄັນອີກສອງໂຕ ນັ້ນຄື MyASUS ສຳລັບການຕິດຕາມງານສ້ອມແປງ ແລະ ສອບຖາມຂໍ້ມູນ.

Screenshot_2015-08-27-21-41-01

 

ອີກຫນຶ່ງໂຕຄື ASUS Support ສຳລັບການຊ່ງຍເຫລືອ ຄູ່ມື ແລະ ເຄື່ອງມືຈັດການເຄື່ອງດ້ວຍຕົນເອງເຊັ່ນ ການ ເຄຣຍແຣມ, ຈັດການແອັບຯເປັນຕົ້ນ.

Screenshot_2015-08-27-21-41-36-horz

 

ຜົນທົດສອບຂອງ ASUS Zenpad 7.0

ຫນ່ວຍຄວາມຈຳໃນເຄື່ອງມີ 16 GB ໃຊ້ໄດ້ແທ້ 11GB

Screenshot_2015-08-27-21-51-09-tile

 

ການຈັບສັນຍານ GPS ບໍ່ເປີດເນັດຊ່ວຍຕ້ອງໃຊ້ເວລາໃນການຫາຕຳແຫນ່ງເລັກນ້ອຍ ແຕ່ກໍ່ຖືວ່າຍັງຢູ່ໃນລະດັບໃຊ້ໄດ້ ຖ້າມີເນັດຊ່ວຍກໍ່ສາມາດນຳໄປໃຊ້ນຳທາງໄດ້ເລີຍ.

 

ທົດສອບການຫລີ້ນໄຟລຫນັງ Full HD ກໍ່ຫລີ້ນໄດ້ບໍ່ກະຕຸກ ແຕ່ມີສະດຸດຢູ່ໃນເວລາຂ້າມເວລາໄປຂ້າມເວລາມາ ສ່ວນດ້ານສຽງລຳໂພງໂຕເຄື່ອງດັງດີ ສຽງອອກແຫລມໆ ບໍ່ແຕກ ຖືວ່າໃຊ້ໄດ້.

P1015244

 

ຫນ້າຈໍຂະຫນາດເຈັດນີ້ວແບບກຳລັງເຫມາະມື ເຫມາະສົມສຳລັບການອ່ານ.

P1015238

 

ຫນ້າຕາແປ້ນພິມຂອງເຄື່ອງ ASUS Zenpad 7.0

Screenshot_2015-08-27-22-26-38-tile

 

ກ້ອງຖ່າຍພາບ

ກ້ອງຫລັງ 8 ລ້ານພິກເຊວ ກ້ອງຫນ້າ 2 ລ້ານພິກເຊວ ຟັງຊັ່ນກ້ອງຫລາຍສຸດຍອດດດ ແຕ່ຄຸນນະພາບຂອງພາບຖ່າຍສຸດແສນຈະທຳມະດໍດາ ຖ່າຍກາງເວັນແສງພຽງພໍກໍ່ຖືວ່າຖ່າຍໄດ້ຕະຫລອດ ແຕ່ພໍແສງນ້ອຍໃນບ່ອນຮົ່ມກໍ່ເລີ່ມອອກອາການ ຕັ້ງຄວາມຫວັງຫລາຍບໍ່ຄ່ອຍໄດ້ເລີຍ ສຳລັບກ້ອງຂອງ ASUS Zenpad 7.0

Screenshot_2015-08-27-22-05-55

 

ຟັງຊັ່ນ ແລະ ການຕັ້ງຄ່າຢ່າງຫລາຍຍຍຍຍຍຍ

Screenshot_2015-08-27-22-06-01

ຕົວຢ່າງພາບຖ່າຍ

P_20150828_114803

P_20150828_114818

P_20150828_114853

P_20150828_114908

 

ຟັງຊັ່ນການຖ່າຍພາບດ້ວຍກ້ອງຫນ້າ ເຊວຟີ່ມາເຕັມຂັ້ນ ຕາໂລ້ ຜິວຂາວ ຫນ້າໃສ ຄາງແຫລມ ຈັດມາໄດ້ຫມົດແບບສຸດໆ

Screenshot_2015-08-27-22-04-27

P_20150828_115033_BF

 

ອຸປະກອນເສີມ ASUS Zenpad 7.0 ບັນດາເຄສຝາຫລັງມະຫັດສະຈັນ

ອີກຫນຶ່ງໄມ້ຕາຍຂອງເຄື່ອງ ASUS Zenpad 7.0 ຄືອຸປະກອນເສີມຈາກທາງ ASUS ເຊິ່ງຈະເປັນບັນດາຝາຫລັງທີ່ອອກແບບມາເພື່ອສ້າງຄວາມແຕກຕ່າງໃນຫານເລືອກໃຊ້ ເພາະມັນຈະມີຝາຫລັງທັງແບບແຟຊັ່ນຫລາກຫລາຍສີ ແບບເປັນເຫມືອນກະເປົາເງີນຂອງຜູ່ຍິງທີ່ເບີ່ງແລ້ວກໍ່ງາມໄປອີກແບບ.

P8282061

P8282063

P8282064

P8282065

P8282067

 

ແຕ່ຍັງມີອີກຫນຶ່ງໂຕເດັດຄືຝາຫລັງທີ່ເປັນແບັດຯເສີມໃນໂຕ ພຽງປ່ຽນຝາຫລັງກໍ່ເປັນການເພີ່ມແບັດຯໃນໂຕໄດ້ແລ້ວ.

DSC06883-610x406

 

ຍັງມີເຄສອີກແບບຄືເຄສຝາປິດແບບເປັນລຳໂພງ DTS 5.1 ເຊິ່ງໂຕນີ້ໄດ້ຈັບມາຣີວິວພ້ອມໆກັບເຄື່ອງ ASUS Zenpad 7.0 ດ້ວຍ

P8282071

 

ຝາຫລັງພ້ອມລຳໂພງໂຕນີ້ອອກແບບມາເພື່ອໃຊ້ງານກັບໂຕເຄື່ອງ ASUS Zenpad 7.0 ໂດຍກົງເລີຍ ມັນຈະປ່ຽນໃຊ້ງານແທນຝາຫລັງເກົ່າຂອງໂຕເຄື່ອງ ແລະ ຂົ້ວໄຟຟ້າຫລັງໂຕເຄື່ອງກໍ່ຈະສົ່ງຜ່ານສັນຍານສຽງ ແລະ ລ້ຽງພະລັງງານໄປໃຫ້ແກ່ກັນ ແລະ ກັນໂດຍອັດຕະໂນມັດເຮົາບໍ່ຕ້ອງທຳການຈັບຄູ່ເຊື່ອມຕໍ່ໃດໆເລີຍ ພຽງແຕ່ໃສ່ມັນເຂົ້າໄປດ້ວຍກັນກໍ່ເທົ່ານັ້ນ.

P8282069

P8282079

P8282074

 

ຝາພັບພ້ອມລຳໂພງນີ້ ຈະມີແບັດຯຂອງໂຕມັນເອງຢູ່ເຊັ່ນກັນ ເມື່ອເຮົາສາກພະລັງງານຜ່ານໂຕເຄື່ອງໂທລະສັບ ຝາພັບລຳໂພງໂຕນີ້ກໍ່ຈະສາກພະລັງງານໄປດ້ວຍໃນໂຕ ແຕ່ໃນຂະນະສາກຈະບໍ່ສາມາດໃຊ້ລຳໂພງໂຕນີ້ໄດ້ ສຽງທີ່ອອກຈະຖືກສະລັບໄປຍັງໂຕເຄື່ອງ ASUS Zenpad 7.0 ໂດຍອັດຕະໂນມັດ.

P8282075

 

ສ່ວນຄຸນນະພາບສຽງຂອງເຄສຝາພັບລຳໂພງໂຕນີ້ ກ່ອນອື່ນເລີຍມັນດັງ ສຽງດັງກວ່າລຳໂພງໂຕເຄື່ອງແທັບເລັດຫລາຍ ມີເນື້ອສຽງຫລາຍກວ່າ ແຕ່ກໍ່ບໍ່ແມ່ນວ່າສຽງມັນຈະເທບຄືກັບລຳໂພງດີໆ ມັນດີປະມານຫນື່ງ ເບິ່ງຫນັງໄດ້ ຟັງເພງໄດ້ ແຕ່ເປີດດັງໆສຽງມັນກໍ່ອອກແຫລມໆ ເປີດພໍປະມານຈະໄດ້ສຽງກຳລັງດີ.

P8282078

ເບິ່ງແລ້ວເທ່ໄປອີກແບບສຳລັບເຄສແປກໆແບບນີ້.

 

ສະຫລຸບທ້າຍຣີວິວ

ASUS Zenpad 7.0 ເປັນເຄື່ອງຄຸ້ມຄ່າໃນດ້ານຂອງການໃຊ້ງານ ໂທອອກໄດ້ ໂຕເຄື່ອງສວຍງາມ ສະເປັກພໍໃຊ້ໄດ້ ໃນລາຄາບໍ່ແພງ ແຕ່ປະສິດທິພາບຫນ້າແປກໃຈເລັກນ້ອຍສຳລັຫນ່ວຍປະມວນຜົນໂຕໃຫມ່ຂອງ Intel ກັບແຣມ 2GB ມັນຫນ້າຈະລ່ຽນໄຫລກວ່ານີ້ໃນຫນ້າໂຮມ.

ແຕ່ດ້ວຍລາຄາທີ່ຕັ້ງມາບໍ່ແພງກໍ່ພໍໄຫວຫນ້າສົນໃຈສຳລັບໄຜທີ່ກຳລັງຊອກຫາເຄື່ອງແທັບເລັດແອນດຣອຍ ທີ່ຄຸ້ມຄ່າຄົບຖ້ວນໃນລາຄາຖືກ ບໍ່ຕ້ອງການສະເປັກແບບອະລັງການຫລາຍ ASUS Zenpad 7.0 ໂຕນີ້ຫນ້າຈະນຳໄປພິຈາລະນາ.

 

[gradeC]

Advertisement
zenpad zenpad 7.0
Google News YouTube
Share. Facebook Twitter LinkedIn Email Copy Link
Avatar photo
Appdisqus Team
  • Website
  • Facebook
  • X (Twitter)
  • Instagram
  • LinkedIn

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Advertisement
Advertisement

Related Posts

Miscellaneous

Asus จัดเต็มกว่าเดิมในงาน Thailand Mobile Expo 2016

11 กุมภาพันธ์ 2016
Devices

รีวิว ASUS Zenpad 7.0 (Z370CG) แท็บเล็ตโทรได้ในราคาสุดประหยัด

28 สิงหาคม 2015
PR News

Asus Zenpad แท็บเล็ตสเปคดีราคาดี ขายแล้ววันนี้ที่ Shopat7.com

19 สิงหาคม 2015
News

สรุปรายละเอียด ASUS Zenpad แท็บเล็ตแอนดรอยด์สเปคโหด โคตรถูก มีตัวไหนบ้างที่เข้าไทย ราคาเท่าไหร่ และสเปคอะไรบ้าง

11 สิงหาคม 2015
What Score?
8.1
Devices

รีวิว iQOO Neo 10 เกิดมาเพื่อเกมเมอร์ สเปกแรง! จัดเต็มแม็กซ์ 7000mAh

By Noppinij5 มิถุนายน 2025299 Views
7.6
Devices

รีวิว realme C71 สมาร์ตโฟนสุดคุ้ม บางเบา สวยงาม แบตอึดที่สุดในรุ่น

By Noppinij4 มิถุนายน 2025
8.4
Your Updates

รีวิวหัวชาร์จ CUKTECH AD1003 120W ชาร์จเร็วครบ! ทุกเรือธงแบรนด์จีน

By Noppinij14 พฤษภาคม 2025
48
Xbox & PC World

Review : Scarred เกมสยองขวัญจากสิงคโปรที่ยังขาดความน่ากลัว

By Teethasade Isarankura Na Ayudhaya6 พฤษภาคม 2025

On AppDisqus Channel

3 เหตุผลที่คุณไม่ควรพลาดดูงาน Apple WWDC 2025 คืนวันจันทร์นี้

Follow Us
  • Facebook
  • Twitter
  • YouTube
  • TikTok
Latest
Gaming

ยอดขาย Dune: Awakening พุ่งถล่ม Steam ทะลุ 788,000 ชุดบน Steam!

By Teethasade Isarankura Na Ayudhaya16 มิถุนายน 2025

มือถือพับได้ราคาประหยัดของ Samsung ผ่านรับรองแล้วในชื่อ Galaxy Z Flip 7 FE

16 มิถุนายน 2025

ทรัมป์เตรียมเปิดตัวมือถือในชื่อของเขาเอง พร้อมเครือข่ายใหม่ในชื่อ T1

16 มิถุนายน 2025

Helldivers 2 เปิดใหซื้อได้แล้ว 169 ประเทศ หลังโดนถอดจากร้านค้าในประเทศที่เข้าถึง PSN ไมไ่ด้

16 มิถุนายน 2025

CD Projekt RED กำลังพัฒนา The Witcher 4 อย่างสร้างสรรค์ด้วยแนวคิดใหม่ ไอเดียเพียบ และจะไม่ทำเหมือนกับ Cyberpunk 2077

16 มิถุนายน 2025
เรื่องที่เกี่ยวข้อง
Gaming

ยอดขาย Dune: Awakening พุ่งถล่ม Steam ทะลุ 788,000 ชุดบน Steam!

16 มิถุนายน 2025
Android

มือถือพับได้ราคาประหยัดของ Samsung ผ่านรับรองแล้วในชื่อ Galaxy Z Flip 7 FE

16 มิถุนายน 2025
Miscellaneous

ทรัมป์เตรียมเปิดตัวมือถือในชื่อของเขาเอง พร้อมเครือข่ายใหม่ในชื่อ T1

16 มิถุนายน 2025
Gaming

Helldivers 2 เปิดใหซื้อได้แล้ว 169 ประเทศ หลังโดนถอดจากร้านค้าในประเทศที่เข้าถึง PSN ไมไ่ด้

16 มิถุนายน 2025
แอพดิสคัส
Facebook X (Twitter) Instagram YouTube TikTok
  • Home
  • ติดต่อโฆษณา
  • Cookies Policy & Settings
© 2025 APPDISQUS.COM APPDISQUS : A Source You Can Trust.

Type above and press Enter to search. Press Esc to cancel.

เราใช้คุกกี้เพื่อพัฒนาประสิทธิภาพ และประสบการณ์ที่ดีในการใช้เว็บไซต์ของคุณ ดูเพิ่มเติมที่ นโยบายความเป็นส่วนตัว
ตั้งค่าคุกกี้อนุญาตทั้งหมด
ตั้งค่าความยินยอม

Privacy Overview

AppDisqus.com ใช้คุกกี้เพื่อพัฒนาประสบการณ์การใช้งานในขณะที่คุณกำลังอ่านและรับชมคอนเทนต์ต่างๆ ผ่านทางหน้าเว็บไซต์ โดยในบรรดาคุกกี้เหล่านี้ คุกกี้ประเภทข้อมูลที่จำเป็นนั้นจะถูกจัดเก็บเอาไว้บนอุปกรณ์ส่วนตัวของคุณเองที่ใช้สำหรับการเข้าชมเว็บไซต์เนื่องด้วยเหตุผลที่ว่าคุกกี้เหล่านี้เป็นคุกกี้ที่จำเป็นเพื่อให้เว็บไซต์สามารถทำงานได้อย่างถูกต้องและสมบูรณ์ นอกจากนี้เรายังใช้คุกกี้บุคคลที่สามเพื่อให้เราสามารถวิเคราะห์และเข้าใจการใช้งานเว็บไซต์ AppDisqus.com ของคุณมากยิ่งขึ้น โดยคุกกี้เหล่านี้จะถูกจัดเก็บเอาไว้บนอุปกรณ์ของคุณเท่านั้น และจะจัดเก็บได้ก็ต่อเมื่อคุณได้การอนุญาต ทั้งนี้คุณสามารถจัดการกับการตั้งค่าคุกกี้ของคุณได้เสมอผ่านทางเมนูการตั้งค่านี้

อย่างไรก็ตาม การปิดการใช้งานคุกกี้บางประเภทอาจทำให้เว็บไซต์ไม่สามารถทำงานได้อย่างสมบูรณ์ ส่งผลต่อประสบการณ์การใช้งานของคุณได้
ข้อมูลจำเป็น
Always Enabled
คุกกี้บางประเภทนั้นจำเป็นที่จะต้องนำมาใช้งานเพื่อทำให้เว็บไซต์สามารถมอบประสบการณ์การใช้งานที่ครบฟังก์ชั่นกับผู้ใช้งานได้ โดยคุกกี้ประเภทนี้จะช่วยให้เราคงเซ็สชั่นการเข้าถึงเว็บไซต์ของคุณเอาไว้ ตลอดจนป้องกันสิ่งต่างๆ ที่มีผลต่อความปลอดภัยในการใช้งานเว็บไซต์ AppDisqus.com ทั้งนี้ คุกกี้ประเภทนี้จะไม่มีการเก็บรวบรวมข้อมูลส่วนบุคคลของผู้ใช้งานแต่อย่างใด ยกตัวอย่างเช่น คุกกี้ประเภทนี้จะใช้เพื่อให้คุณสามารถเข้าสู่ระบบและคงสถานะการเข้าระบบของคุณบนเว็บเว็บไซต์เราเอาไว้ได้นั่นเอง
CookieDurationDescription
AWSALBCORS7 daysAmazon Web Services ใข้คุกกี้นี้เพื่อเป็นการใช้งานฟังก์ชั่น load balancing หรือการกระจายโหลดเซิร์ฟเวอร์
cf_use_obpastCloudflare ใช้คุกกี้นี้เพื่อการเพิ่มประสิทธิภาพความรวดเร็วในการโหลดหน้าเว็บไซต์ เพื่อประสบการณ์การใช้งานของผู้เข้าชม
cookielawinfo-checkbox-analytics11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ข้อมูลสถิติ"
cookielawinfo-checkbox-functional11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ฟังก์ชั่นการทำงาน"
cookielawinfo-checkbox-necessary11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "จำเป็น"
cookielawinfo-checkbox-others11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "อื่นๆ"
cookielawinfo-checkbox-performance11 monthsคุกกี้นี้จัดเก็บความยินยอมของผู้ใช้งานให้กับคุกกี้ในหมวดประเภท "ประสิทธิภาพ"
JSESSIONIDsessionคุกกี้ JSESSIONID ถูกใช้โดย New Relic เพื่อเป็นการเก็บไอดีจำเพราะในการเข้าใช้งานของผู้ใช้งานเพื่อให้ New Relic สามารถติดตามและตรวจนับเซ็ตชั่นการเข้าใช้งานเว็บไซต์ได้
viewed_cookie_policy11 monthsคุกกี้นี้ใช้เพื่อเป็นการเก็บความยินยอมในการอนุญาตให้จัดเก็บและใช้งานคุกกี้ของผู้ใช้งาน โดยไม่มีการจัดเก็บข้อมูลส่วนตัวใดๆ ของผู้ใช้งานแม้แต่น้อย
ข้อมูลเพื่อฟังก์ชั่นการทำงาน
คุกกี้ประเภทนี้จะเก็บข้อมูลเพื่อฟังก์ชั่นการทำงานที่อาจไม่ได้จำเป็นที่สุดบนหน้าเว็บไซต์ AppDisqus.com ยกตัวอย่างเช่นฟังก์ชั่นการฝังสื่อประเภทวิดีโอและปุ่มการแชร์บทความไปยังโซเชียลมีเดียต่างๆ บนเว็บไซต์เป็นต้น
ข้อมูลประสิทธิภาพ
คุกกี้ประสิทธิภาพใช้เพื่อวิเคราะห์ความเข้าใจในประสบการณ์การทำงานของเว็บไซต์ต่อผู้ใช้งาน เพื่อให้เราสามารถปรับปรุงเว็บไซต์ให้มีความเหมาะสมต่อการใช้งานมากยิ่งขึ้น
ข้อมูลสถิติ
คุกกี้ประเภทนี้จะจัดเก็บข้อมูลประเภทสถิติ เช่นตัวเลขผู้เข้าชมเว็บไซต์ ตัวเลข UIP หรือผู้ใช้งานที่นับต่อ IP ข้อมูลหน้าเว็บไซต์ที่ถูกเข้าถึงบ่อยที่สุด ข้อมูลแหล่งที่มาของการเข้าถึง และอื่นๆ ในลักษณะเดียวกัน โดยข้อมูลเหล่านี้จะช่วยให้เราสามารถเข้าใจและวิเคราะห์ประสิทธิภาพของเว็บไซต์เราได้ดียิ่งขึ้น ตลอดจนชี้ให้เห็นว่าเราควรปรับปรุงในเรื่องใดเพื่อประสบการณ์ที่ดีขึ้นของผู้ใช้งาน
CookieDurationDescription
_ga_CE4TLMWX4S2 yearsคุกกี้ถูกติดตั้งโดย Google Analytics เพื่อเป็นการเก็บข้อมูลจำนวนผู้เข้าชมเว็บไซต์
_gid1 dayติดตั้งโดย Google Analytics โดย คุกกี้ _gid นี้ใช้สำหรับการเก็บข้อมูลการใช้งานเว็บไซต์ของผู้เข้าชม ในขณะเดียวกันก็ยังใช้ในการจัดทำสถิติสำหรับการวิเคราะห์ข้อมูลประสิทธิภาพของเว็บไซต์ด้วย โดยข้อมูลที่เก็บนั้นยกตัวอย่างเช่นจำนวนผู้เข้าชม แหล่งที่มา และหน้าที่ผู้เข้าชมเปิดอ่านโดยไม่เปิดเผยตัวตนของผู้เข้าชม
ข้อมูลเพื่อการโฆษณา
คุกกี้ประเภทโฆษณาจะช่วยให้เราสามารถเผยแพร่โฆษณาที่เหมาะสมและตรงกับความต้องการของผู้เข้าชมเว็บไซต์มากยิ่งขึ้น โดยคุกกี้ประเภทนี้จะติดตามการใช้งานในเว็บไซต์ AppDisqus เท่านั้นเพื่อการเผยแพร่โฆษณาได้อย่างตรงความต้องการของผู้ใช้งานต่อไป
CookieDurationDescription
IDE1 year 24 daysคุกกี้จาก Google DoubleClick IDE นี้ติดตั้งโดย Google เพื่อเก็บข้อมูลการใช้งานของผู้เข้าชมเว็บไซต์เพื่อกำหนดมาตรฐานในการเลือกโฆษณาที่ตรงความต้องการของผู้ใช้งานมาแสดงบนหน้าเว็บไซต์
test_cookie15 minutesคุกกี้นี้ถูกติดตั้งโดย Doubleclick.net (Google) เพื่อเป็นการตรวจสอบว่าบราวเซอร์ที่ผู้เข้าชมเว็บไซต์ใช้งานอยู่รองรับคุกกี้หรือไม่
VISITOR_INFO1_LIVE5 months 27 daysคุกกี้นี้ถูกใช้งานโดย Youtube เพื่อตรวจสอบแบนด์วิดธ์ที่ผู้ใช้งานใช้ในการเปิดดูวิดีโอ เพื่อเป็นการระบุเวอร์ชั่นของตัวเล่นวิดีโอว่าเป็นเวอร์ชั่นใหม่หรือเก่า
YSCsessionคุกกี้ YSC ถูกติดตั้งและใช้งานโดย Youtube โดยใช้เพื่อเป็นการดึงเอาข้อมูลวิดีโอจากเว็บไซต์ Youtube ขึ้นมาแสดงในหน้าที่ดึงเอาวิดีโอนั้นๆ มาแสดง
yt-remote-connected-devicesneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt-remote-device-idneverYoutube ติดตั้งคุกกี้นี้เพื่อเป็นการเก็บข้อมูลการตั้งค่าการเล่นวิดีโอของ Youtube บนเว็บไซต์นี้เพื่อใช้ในการมอบประสบการณ์ที่ดีที่สุดให้กับผู้เข้าชมเว็บไซต์
yt.innertube::nextIdneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
yt.innertube::requestsneverคุกกี้จาก Youtube ประเภทนี้ใช้สำหรับการสร้างเลขไอดีจำเพาะเพื่อเก็บข้อมูลของวิดีโอที่ผู้เข้าชมเพิ่งรับชมไปในเว็บไซต์นี้
ข้อมูลอื่นๆ
คุกกี้ประเภทอื่นๆ ที่ไม่ได้มีการระบุหมวดหมู่ประเภทเอาไว้ แต่อาจมีผลต่อประสบการณ์การใช้งานเว็บไซต์
SAVE & ACCEPT
Powered by CookieYes Logo