หน้าแรก › News ›

[LAOS] ນັກວິໄຈແຈ້ງ !! ມືຖື Android ບໍ່ສາມາດລຶບຂໍ້ມູນສ່ວນຕົວທັງຫມົດໄດ້ຮອ້ຍເປີເຊັນ!!! ບໍ່ວ່າຈະເຮັດດ້ວຍວິທີໃດກໍ່ຕາມ

Android27 พ.ค. 2015โดย Appdisqus Team

ນັກວິໄຈແຈ້ງ !! ມືຖື Android ບໍ່ສາມາດລຶບຂໍ້ມູນສ່ວນຕົວທັງຫມົດໄດ້ຮອ້ຍເປີເຊັນ!!! ບໍ່ວ່າຈະເຮັດດ້ວຍວິທີໃດກໍ່ຕາມ

 

      ນັກວິໄຈຈາກມະຫາວິທະຍາໄລແຄມບິຈ໌ (Cambridge University) ໄດ້ເຮັດການທົດລອງກູ້ຄືນຂໍ້ມູນຈາກການເຮັດ “Factory reset” ຂອງມືຖືໃນລະບົບປະຕິບັດການ Android ໂດຍເຄື່ອງທີ່ໃຊ້ທົດສອບເປັນເຄື່ອງມືສອງ ທີ່ຊື້ມາຈາກເວັບໄຊ້ຂາຍເຄື່ອງອອນໄລຊື່ດັງຢ່າງ “ອີເບ (eBay)” ມາຈໍານວນຫນື່ງ ເຊິ່ງກວມລວມເຖິງລະບົບປະຕິບັດການແອນດຣອຍໃນຫລາຍໆເວີຊັ້ນ ຕັ້ງແຕ່ ແອນດຣອຍ 2.2 (Froyo) ເຖິງ ເວີຊັ້ນ 4.3 (Jelly beans) ເຊິ່ງຜົນປະກົດວ່າ ນັກວິໄຈສາມາດກູ້ຄືນໄດ້ທັງຂໍ້ຄວາມບົດສົນທະນາ, ຮູບພາບ, ວີດີໂອ ລວມໄປເຖິງອີເມວຕ່າງໆ. ເຊິ່ງຂໍ້ສະຫລຸບນີ້ສະແດງໃຫ້ເຫັນວ່າຜູ່ໃຊ້ອຸປະກອນແອນດຣອຍ ທີ່ເຄີຍນຳເຄື່ອງໄປຂາຍຕໍ່, ເຮັດມືຖືເສຍ ຫລື ເອົາເຄື່ອງໃຫ້ຄົນອື່ນ ເຖິງແມ່ນວ່າຈະເຂົ້າໄປເຮັດການຕັ້ງຄ່າມາຈາກໂຮງງານ (Factory reset) ຫລື ການເຂົ້າລະຫັດເຕັມຮູບແບບ (Fully Encrypted) ກໍ່ລ້ວນແຕ່ມີຄວາມສ່ຽງທີ່ຈະຖືກກູ້ຂໍ້ມູນສ່ວນຕົວຄືນໄດ້ ແລະ ທີ່ສຳຄັນທີ່ສຸດກໍ່ຄື ບຸກຄົົນທີ່ບໍ່ຫວັງດີ ສາມາດດຶງເອົາຂໍ້ມູນຕ່າງໆ ລວມເຖິງຂໍ້ມູນການເງິນທີ່ຖືກເກັບໄວ້ໃນເຄື່ອງຜ່ານການໃຊ້ແອັພທາງດ້ານການເງິນອື່ນໆໄດ້ອີກດ້ວຍ. ນອກຈາກນີ້ນັກວິໄຈຍັງສາມາດກູ້ຂໍ້ມູນການຢືນຢັນຕົວບຸກຄົນຂອງ Google ຫລື Google Authentication token ເຊິ່ງເຮັດໃຫ້ສາມາດສວມຮອຍເຂົ້າໃຊ້ບໍລິການຕ່າງໆ ຂອງ Google ແທນທີ່ເຈົ້າຂອງເຄື່ອງແອນດຣອຍເຄື່ອງນັ້ນໄດ້ດ້ວຍ ເຊິ່ງຈຸດນີ້ຖືວ່າເປັນຄວາມສ່ຽງທີ່ຜູ່ໃຊ້ຈະຖືກລັກອ່ານ ຫລື ສົ່ງອີເມວໃນບໍລິການ Gmail ລວມໄປເຖິງ Youtube ແລະ ການເຂົ້າເຖິງທຸກໄຟລ໌ໃນບໍລິການ Cloud ຕ່າງໆຂອງ Google. ການຄົ້ນພົບນີ້ເປັນຂ່າວໃຫຍ່ທີ່ທຸກຄົນຈະຕ້ອງໄດ້ໃຫ້ຄວາມສຳຄັນ ເນື່ອງຈາກວ່າ ແອນດຣອຍຄືລະບົບປະຕິບັດການທີ່ໃຊ້ໃນ Smart Phone ສ່ວນໃຫຍ່ຂອງໂລກໂດຍຜູ່ຜະລິດ ເຈົ້າໃຫຍ່ທັງ Sumsung, LG, HTC ແລະ ອື່ນໆອີກຫລາຍໆຍີ່ຫໍ້ ລ້ວນຜະລິດ Smart Phone ແລະ Tablet ແອນດຣອຍ ອອກວາງຫນ່າຍມາດົນຫລາຍປີ ແຕ່ສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ກໍ່ມີພຽງ “ ລະມັດລະວັງໃນການນຳໃຊ້ມືຖື “ ແລະ ໃຫ້ຄິດເຖິງຄວາມສ່ຽງນີ້ເອົາໄວ້ກ່ອນທີ່ຈະຂາຍມືຖື ຫລື ສົ່ງຕໍ່ໃຫ້ຜູ່ອື່ນ ສ່ວນໃນການແກ້ບັນຫາຖາວອນນັ້ນ ຄົງຈະຕ້ອງຖ້າຄວາມຊັດເຈນຈາກທາງ Google ຜູ່ພັດທະນາລະບົບປະຕິບັດການໃຫ້ແກ້ໄຂບັນຫາ ຫລື ຫາທາງປ້ອງກັນຢ່າງສົມບູນແບບຕໍ່ໄປ. ທີ່ມາ: Daily Mail ຜ່ານ ຜູ່ຈັດການອອນລາຍ ແລະ neowin