Advertisement

อ่านรีวิวภาษาไทย >> รีวิว vivo X5Pro งามจนชวนหวั่นไหว ในราคาเบาๆ 13990 บาท <<

 

Advertisement

vivo X5Pro ເປັນສະມາດໂຟນທີ່ເຄີຍພຣີວິວໄປຕອນງານເປີດໂຕ ເຊິ່ງພໍໄດ້ມາທົດສອບແບບຈິງຈັງ ກໍ່ຕ້ອງບອກວ່າມັນຊວນໃຫ້ຫລົງໃຫລແທ້ໆ ເປັນສະມາດໂຟນທີ່ສວຍງາມຫລາຍ ງາມຈົນຢາກເກັບໄວ້ ບໍ່ຢາກສົ່ງຄືນກັນເລີຍ ຮູບຊົງສວຍງາມ ຫນ້າຈໍ Gorilla Glass 2.5D ທັງດ້ານຫນ້າ ແລະ ດ້ານຫລັງເພີ່ມມິຕິມຸມມອງໃຫ້ກັບຫນ້າຈໍ

ໂຕເຄື່ອງປະກອບຈາກວັດສະດຸກະຈົກ ແລະ ໂລຫະແບບໄຮ້ຮອຍຕໍ່ແຖມຍັງໂຄ້ງມົນຫນ້າຈສົນໃຈງານປະກອບລະອຽດຫລາຍເປັນການຍົກລະດັບຂຶ້ນອີກຂັ້ນຂອງ vivo ເລີຍ (ຈາກເດີມທີ່ຄິດວ່າດີຫລາຍຢູ່ແລ້ວ) ໂຕເຄື່ອງແຂງແຮງດ້ວຍໂຄງໂລຫະທີ່ປະສົມລະຫວ່າງສະແຕນເລດ ແລະ ອາລູມີນຽມ ແລະ ມີການຊຸບສີໂລຫະແບບອະໂນໄດ ເຊິ່ງເຮັດໃຫ້ສີສັນສົດໃສ ແລະ ທົນທານຫລາຍຂຶ້ນ ລວມທັງຂອບໂຕເຄື່ອງທີ່ໂຄ້ງມົນຍິ່ງສວຍງາມເປັນພິເສດ ສຳລັບແຮງບັນດານໃຈຂອງ vivo X5Pro ຈະມາຈາກຂອບແກ້ວທີ່ມີນ້ຳຕື່ມຈົນເກືອບລົ້ນ ອອກແບບມາໄດ້ດີຫລາຍ.

vivo_X5_Pro_001

vivo_X5_Pro_002

ຖາດໃສ່ຊິມມາແບບສຸດເທ່ 2 ຊ່ອງໃນຖາດດຽວ ຊ່ອງທີ່ສອງໃຫ້ເລືອກວ່າຈະໃສ່ຊິມ ຫລື ໃສ່ Micro SD Card (ສາມາດເພີ່ມຫນ່ວຍຄວາມຈຳພາຍນອກສູງສຸດໄດ້ 128 GB)


 

 

ສະເປັກ vivo X5Pro

3G HSDPA 850/ 900/ 2100 MHz

4G LTE 1800/ 2100/ 2600 MHz

ຊິບສຽງ DAC AK4375 ຄຸນະພາບສຽງລະດັບ Hi-Fi

ຂະຫນາດໂຕເຄື່ອງ 147.90 × 73.45 × 6.44 ມມ. ນ້ຳຫນັກ 174 ກຣາມ

ຫນ້າຈໍ Super AMOLED ຂະຫນາດ 5.2 ນີ້ວຄວາມລະອຽດ Full HD 1080P 1080 x 1920 pixels

Android 5.0.2 Lollipop ປັບແຕ່ງທັບດ້ວຍ Funtouch OS 2.1

CPU Qualcomm Snapdragon 615 Octa-core 1.5GH 64-bit

RAM 2GB

ຫນ່ວຍຄວາມຈຳພາຍໃນ 16GB (ເຫລືອໃຫ້ໃຊ້ 9.25GB) ສາມາດເພີ່ມຄວາມຈຳພາຍນອກໄດ້ສູງສຸດ 128GB

Wi-Fi 802.11 a/b/g/n, dual-band, Wi-Fi Direct, hotspot

DLNA

Bluetooth 4.1, A2DP

Micro USB 2.0, USB OTG

GPS

ເຊັນເຊີ້ Accelerometer, gyro, proximity, compass

ກ້ອງຫລັງຄວາມລະອຽດ 13MP, Autofocus, LED flash, ກະຈົກເລນແຊັບໄຟ ແລະ ມາພ້ອມກະຈົກເລນເຖິງ 6 ຊັ້ນ ຄ່າຮູຮັບແສງ F2.0 ແລະ ເຕັກໂໂລຊີລະບົບໂຟກັສ Phase Detection

ກ້ອງຫນ້າຄວາມລະອຽດ 8MP, ຄ່າຮູຮັບແສງ F2.4

ແບັດຯຄວາມຈຸ 2450 mAh

ລາຄາເປີດໂຕ 13990 ບາດ

vivo_X5_Pro_003

vivo_X5_Pro_004

vivo_X5_Pro_005

vivo X5Pro ກ່ອງສວຍງາມດີ ພາຍໃນຄັກຫລາຍເປັນກ່ອງນອ້ຍໆຫລາຍໆກ່ອງ ໃນກ່ອງຈະມີໂຕເຄື່ອງ vivo X5Pro, ເຄສ, ເຂັມຈິ້ມຖາດຊິມ, ຄູ່ມື, ຫູຟັງ In Ear ລຸ້ນ XE 600i, ສາຍສາກ ແລະ ອະແດັບເຕີ້.

vivo_X5_Pro_006

vivo_X5_Pro_008

ໂຕເຄື່ອງ vivo X5Pro ຈະໃຊ້ວັດສະດຸໂລຫະ ແລະ ກະຈົກທັງໂຕເຄື່ອງ ສຳຜັດແລ້ວຮູ້ສຶກມີລະດັບຫລາຍ ໂຕເຄື່ອງບາງຫລາຍພຽງແຕ່ 6.44mm ເທົ່ານັ້ນ ເຖິງວ່າ vivo X5Pro ຈະບໍ່ແມ່ນສະມາດໂຟນທີ່ບາງທີ່ສຸດ ແຕ່ກໍ່ບາງຈົນເກີນພໍ ແລະ ມາພ້ອມກັບຫນ້າຈໍ Super AMOLED ຂະຫນາດ 5.2” ຄວາມລະອຽດ Full HD 1080P ສີສັນສວຍສົດໃສຄົມຊັດດີຫລາຍ ມຸມມອງຫນ້າຈໍກວ້າງ ກະຈົກ Gorilla Glass 2.5D ທັງດ້ານຫນ້າ ແລະ ດ້ານຫລັງ.

ດ້ານຫນ້າມີກ້ອງຫນ້າຄວາມລະອຽດ 8MP ແລະ ລຳໂພງສົນທະນາສຽງດັງຊັດເຈນ ແລະ ເຊັນເຊີ້ບໍລິເວນມຸມເຄື່ອງຈະມີ Notification Light ເຊື່ອງໄວ້ ສ່ວນດ້ານຫລັງຂອງ vivo X5Pro ມາພ້ອມກ້ອງຄວາມລະອຽດ 13MP ນູນຂຶ້ນມາເລັກນ້ອຍ ມາພ້ອມກັບກະຈົດເລນແຊບໄຟລປ້ອງກັນຮອຍຂູດຂີດ ແລະ ໄຟແຟສ LED ທາງກາງມີໂລໂກ້ vivo ແລະ ດ້ານລຸ່ມຈະມີເຄຣດິດຂອງບໍລິສັດ ເຊິ່ງເບິ່ງແລ້ວຖືວ່າດູດີຫລາຍ ເທ່ດີ.

vivo_X5_Pro_010

vivo_X5_Pro_011

ດ້ານເທິງມີຊ່ອງຫູຟັງຂະຫນາດມາດຕະຖານ 3.5 ມມ ແລະ ດ້ານລຸ່ມຊ້າຍ (ເມື່ອຫງາຍເຄື່ອງຂຶ້ນ) ຈະເປັນລຳໂພງໂຕເຄື່ອງສຽງດັງດີ, ມີມິຕິ, ສຽງບໍ່ແຕກ ແລະ ດ້ານຂວາຈະເປັນໄມໂຄຣໂຟນ ສ່ວນທາງກາງຈະເປັນ Port Micro USB (ທີ່ເຫັນເປັນຂີດໆຈະເປັນເສົາສັນຍານ)

vivo_X5_Pro_012

vivo_X5_Pro_013

ດ້ານຂວາຈະມີປຸ່ມປັບລະດັບສຽງ ແລະ ປຸ່ມ Power ແລະ ຊ່ອງໃສ່ຊິມ (ຕອ້ງໃຊ້ເຂັມຈິ້ມຊິມ) ສວ່ນດ້ານຊ້າຍຈະລຽບໆ ບໍ່ມີຫຍັງ.

vivo_X5_Pro_009

vivo X5Pro ມາພ້ອມກັບແບັດຯຄວາມຈຸ 2450 mAh ຈາກການທົດສອບຖືວ່າທົນໃຊ້ໄດ້ ການບໍລິຫານພະລັງງານໄດ້ດີຫລາຍ ທົດສອບເຊື່ອມຕໍ່ 4ຈີ LTE ກໍ່ຢູ່ໄດ້ຈົນເຖິງຕອນຄ່ຳໆເລີຍ.

vivo_X5_Pro_018

vivo_X5_Pro_017

ເຄສທີ່ແຖມມາໃນຊຸດຈຳຫນ່າຍຂອງ vivo X5Pro ສວຍງາມຫລາຍເປັນປາສຕິກປະສົມກັບຊີລີໂຄນ ເຮັດໃຫ້ເບິ່ງແລ້ວສວຍງາມ ແລະ ຍືດຍຸ່ນດີ.

X5Pro_SC_001

X5Pro_SC_002

X5Pro_SC_003

ທົດສອບດ້ວຍ Quadrant Standard ໄດ້ຄະແນນ 11644 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 34219 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 58.6fps

ຮອງຮັບ Multi Touch 10 ຈຸດ

GPS ຈັບສັນຍານໄດ້ໄວພໍສົມຄວນ

X5Pro_SC_004

X5Pro_SC_005

vivo X5Pro ມາພ້ອມແອນດຣອຍ 5.0.2 Lollipop ປັບແຕ່ງທັບດ້ວຍ Funtouch OS 2.1 ເຊິ່ງຫນ້າຕາການໃຊ້ງານຍັງຄົງຄືກັບ vivo X5MAX ເຊິ່ງ Funtouch OS 2.1 ນັ້ນຍັງຄົງມີກິ່ນອາຍຂອງ iOS ຫນ້າຕາການໃຊ້ງານຈະບໍ່ມີຫນ້າ App Drawer ແລ້ວແອັບຯທີ່ເຮົາລົງເພິີ່ມຈະມາລວມໃນຫນ້າໂຮມ ສາມາດສ້າງ Folder ຈັດລຽງຢ່າງເປັນລະບຽບໄດ້ຕາມໃຈມັກ ລວມທັງມີ Widget ຫນ້າຕາສວຍງາມ ແລະ ເປັນເອກະລັກຂອງ vivo ມາໃຫ້ເລືອກໃຊ້.

Quick Toggle ຈະຢູ່ດ້ານລຸ່ມແຕກຕ່າງຈາກ UI ຂອງແອນດຣອຍອື່ນໆ ແລະ ບໍລິເວນນີ້ຈະສະແເດງໃນສ່ວນຂອງ Multitasking ເອົາໄວ້ດ້ວຍສາມາດປັດຖິ້ມຫລືເລືອກເປີດໃຊ້ງານໄດ້ຕາມສະດວກ ແລະ ສາມາດລຶບທັງຫມົດໄດ້ໂດຍການເລືອກຄຳສັ່ງເລັ່ງຄວາມໄວຈະເປັນການລ້າງທຸກຫນ້າທີ່ເຮົາເປີດຖິ້ມໄວ້ເພື່ອຄືນ RAM ແລະ ມີຄຳສັ່ງປັບຄວາມສະຫວ່າງຫນ້າຈໍ ສາມາດເພີ່ມ ແລະ ລຸດຄຳສັ່ງຂອງ Quick Toggle ໄດ້ດ້ວຍຄຳສັ່ງທີ່ຢູ່ດ້ານຂວາສຸດຂອງ Quick Toggle ສ່ວນດ້ານເທິງເວລາປັດນີ້ວລົງມາຈະເປັນໃນສ່ວນຂອງ Notification ສວຍງາມ ແລະ ລຽງລຳດັບຕາມຊ່ວງເວລາ.

X5Pro_SC_020

ສຳລັບແບຣນ vivo ລຸ້ນກ່ອນໆຈະບໍ່ມີ Google Now ມາໃຫ້ແຕ່ລ່າສຸດໃນ vivo X5Pro ມີມາໃຫ້ຮຽບຮອ້ຍ ຄືກັນກັບຊາວບ້ານຊາວຊ່ອງເພິ່ນລະບາດນິ ^_^

X5Pro_SC_006

Multitasking ສະແດງເປັນຄຳສັ່ງລັດນ້ອຍໆຢູ່ຂອບຫນ້າຈໍ ເຮົາສາມາດລາກຍ້າຍໄປມາໄດ້ຢ່າງອິດສະຫລະ ໂດຍຈະມີຟັງຊັ່ນໃຫ້ເລືອກເປີດໃຊ້ງານໄດ້ 4 ຢ່າງ ໄດ້ແກ່: ເຄື່ອງຫລີ້ນວີດີໂອ, ເຄື່ອງຫລີ້ນເພງ, ໂນດ, ຂໍ້ຄວາມ ແລະ ເມື່ອມີຂໍ້ຄວາມເຂົ້າມາກໍ່ຈະສະແດງຜົນເປັນ Pop up ເທິງຫນ້າຈໍເລີຍ ສາມາດເປີດໃຊ້ງານໂດຍການກົດປຸ່ມ Back ຄ້າງເອົາໄວ້ ຖ້າຈະລົບອອກກໍ່ກົດປຸ່ມ Back ຄ້າງເອົາໄວ້ເຊັ່ນກັນ.

X5Pro_SC_007

X5Pro_SC_008

Funtouch OS 2.1 ຍັງຄົງມາພ້ອມກັບ Themes ແລະ Log Screen ໃຫ້ດາວໂຫລດຢ່າງຫລວງຫລາຍ ລວມທັງມີ Theme ແບບພິເສດ My House ຂອງ vivo ກໍ່ຍັງມີໃຫ້ໃຊ້ເຊັ່ນເຄີຍ ສວຍງາມ ແລະ ຫນ້າຮັກຫລາຍ. ມີຄົນຖາມມາວ່າຈະອອກຈາກ My House ແບບໃດ? ກໍ່ຄືໃຫ້ກົດທີ່ປຸ່ມ ເມນູ ແລ້ວເລືຶອກ Desktop ແບບ Classic ເທົ່ານີ້ກໍ່ຮຽບຮອ້ຍແລ້ວ.

X5Pro_SC_009

X5Pro_SC_010

ຟັງຊັນທີ່ທາງ vivo ໄດ້ພັດທະນາອອກມາເປັນແບຣນທຳອິດເລີຍກໍ່ຄືຄວາມສາມາດຈັບພາບຫນ້າຈໍໄດ້ຫລາຍຫນ້າຕໍ່ກັນເປັນແນວຍາວມີປະໂຫຍດຫລາຍເວລາທີ່ຕ້ອງການຈັບພາບຫນ້າຈໍ Web Browser ຫລື ຫນ້າຕ່າງອື່ນໆທີ່ມີເນື້ອຫາຍາວໆໄດ້ຢ່າງງ່າຍດາຍ ໂດຍໃນ Funtouch OS 2.0 ນັ້ນສາມາດຈັບພາບຫນ້າຈໍໄດ້ຕໍ່ກັນຍາວ 10 ຫນ້າ ແຕ່ວ່າໃນ Funtouch OS 2.1 ທີ່ຢູ່ໃນ vivo X5Pro ນີ້ສາມາດຕໍ່ກັນໄດ້ຍາວເຖິງ 15 ຫນ້າເລີຍ.

ນອກຈາກນີ້ຄວາມສາມາດຈັບພາບຫນ້າຈໍໄດ້ຫລາກຫລາຍຮູບແບບນັ້ນຍັງໃສ່ມາຄົບຖ້ວນ ທັງການຈັບພາບຫນ້າຈໍສະເພາະສ່ວນ ຈັບພາບຫນ້າຈໍເປັນຮູບແຕ້ມ ແລະ ຈັບພາບຫນ້າຈໍເປັນໂຕຫນັງສື ລວມທັງຈັບພາບຫນ້າຈໍແບບວີດີໂອ ໂດຍສາມາດບັນທຶກສຽງລົງໄປໄດ້ດ້ວຍ (ຄຳສັ່ງຈັບພາບຫນ້າຈໍແບບພິເສດນີ້ຈະຢູ່ໃນ Quick Toggle ເປີດໃຊ້ງານສະດວກຫລາຍ)

X5Pro_SC_011

X5Pro_SC_012

ເມນູ Setting ຂອງ vivo ຈະແບ່ງອອກເປັນສອງຫນ້າ ຕອ້ງໃຊ້ຄວາມຄຸ້ນເຄີຍຈັກຫນ່ອຍ Smart Wake ຄືຄຳສັ່ງການໃຊ້ນີ້ວຕ່າງໆເພື່ອເປີດໃຊ້ງານຟັງຊັ່ນຕ່າງໆໃນຂະນະທີ່ຫນ້າຈໍດັບຢູ່ ໂດຍຈະເປັນການປາດນີ້ວໃນລັກສະນະຕ່າງໆ ຫລື ເປັນອັກສອນເພື່ອເປີດໃຊ້ງານສະມາດໂຟນໂດຍບໍ່ຕ້ອງກົດປຸ່ມໃດໆໃນໂຕເຄື່ອງ ເຊັ່ນ: ລາກນີ້ວຂຶ້ນເພື່ອເປີດຫນ້າຈໍ ຫລື ແຕ້ມເປັນໂຕ C ເພື່ອເຂົ້າສູ່ຫນ້າການໂທ ຫລື ແຕ້ມເປັນໂຕ W ເພື່ອເຂົ້າສູ່ແອັບຯ Wechat ເປັນຕົ້ນ.

Air Operation ເປັນຟັງຊັ່ນໂບກມືເຫນືອຫນ້າຈໍເພື່ອສັ່ງງານໂດຍບໍ່ຕ້ອງສຳຜັດເຄື່ອງສາມາດປົດລ໋ອກຫນ້າຈໍ, ເລື່ອນ Albums ພາບ ແລະ ປ່ຽນຫນ້າໂຮມໂດຍບໍ່ຕ້ອງສຳຜັດຫນ້າຈໍ.

Smart Light ເປັນຟັງຊັ່ນການຈັດການການເປີດຫນ້າຈໍໄດ້ແກ່ ເມື່ອຈັບໂທລະສັບອອກຈາກກະເປົາຫນ້າຈໍຈະເປີດຂຶ້ນທັນທີ, ແຕະຫນ້າຈໍ 2 ຄັ້ງເພື່ອເປັນການເປີດຫນ້າຈໍ ແລະຫລື ເປີດຫນ້າຈໍຖິ້ມໄວ້.

Smart Call ຈະມີຟັງຊັ່ນຫນ້າສົນໃຈດັ່ງນີ້: ເມື່ອຢູ່ໃນຫນ້າລາຍຊື່ ເມື່ອເລືອກແລ້ວເມື່ອຈັບມາແນບຫູຈະໂທອອກທັນທີ, ເມື່ອມີສາຍໂທເຂົ້າພໍແຕ່ຈັບມາແນບຫູຈະເປັນການຮັບສາຍ, ສຽງເອີ້ນເຂົ້າຈະເບົາລົງເມື່ອເຮົາຈັບໂທລະສັບຂຶ້ນມາ, ເມື່ອເຮົາຢູ່ໃນໂຫມດ Hand free ພໍນຳໂທລະສັບມາແນບຫູລະບົບຈະປ່ຽນັດຕະໂນມັດ, ຂະນະທີ່ມີສາຍເອີ້ນເຂົາພໍເຮົາເອົາຝາມືມາແນບກັບໂທລະສັບ ຈະເປັນການປິດສຽງໂທລະສັບ (ບໍ່ແມ່ນຕັດສາຍ), ເມື່ອມີສາຍເຂົ້າມາສາມາດປັດຝາມືເຫນືອຫນ້າຈໍເພື່ອຈະປິດສຽງຫລືເປີດໃຊ້ງານ Hand Free.

ແລະຍັງມີຟັງຊັ່ນຢ່າງສັ່ນເຄື່ອງເພື່ອໃຊ້ງານເປັນໄຟສາຍໄດ້ດ້ວຍ ແລະ ໃຊ້ນີ້ວແຕະທີ່ຮູບຖ່າຍຄ້າງໄວ້ແລ້ວອຽງເຄື່ອງໄປມາເພື່ອຊູມພາບເຂົ້າອອກໄດ້ ແລະ ເມື່ອເຮົາວາງໂທລະສັບໄວ້ເວລາທີ່ມີການແຈ້ງເຕືອນເຮົາອາດຈະພາດເກັບໃສ່ກະເປົາໂດຍທີ່ບໍ່ເຊັກເບິ່່່່ງກ່ອນ ໂທລະສັບຈະມີລະບົບສັ່ນເຕືອນວ່າລະຫວ່າງທີ່ວາງເອົາໄວ້ມີການແຈ້ງເຕືອນ.

X5Pro_SC_013

X5Pro_SC_014

 

I Manager ຄົບເຄື່ອງທັງຟັງຊັ່ນລ້າງຂໍ້ມູນ RAM ລ້າງພື້ນທີ່ພາຍໃນເຄື່ອງເຊັ່ນ: ລົບແຄຊ ຫລື ໄຟລຂີ້ເຫຍື້ອຕ່າງໆ, ຄວບຄຸມການໃຊ້ຂໍ້ມູນດາຕ້າ ໂດຍສາມາດກຳນົດເພື່ອເອົາໄວ້ແຈ້ງເຕືອນເຮົາເມື່ອຫລົງໃຊ້ງານເກີນທີ່ຕັ້ງເອົາໄວ້, ອຳນວຍຄວາມສະດວກໃນການຕິດຕັ້ງແອັບຯ .apk ແລະ ຊ່ວຍເຮົາບໍລິຫານແອັບຯໃນເຄື່ອງ, ການຈັດການແບັດຯມີໂຫມດປະຫຍັດພະລັງງານ ແລະ ສາມາດກວດເບິ່ງການເຮັດວຽກຂອງ CPU ໄດ້ຢ່າງລະອຽດ ແລະ ສາມາດປັບຄວາມແຮງໄດ້ອີກດ້ວຍ ສາມາດບ໊ອກສາຍທີ່ບໍ່ຕ້ອງການລວມທັງຂໍ້ຄວາມຕ່າງໆໄດ້ໂດຍບໍ່ຕ້ອງລົງແອັບຯເພີ່ມຕື່ມ, ໂຫມດພື້ນທີ່ສ່ວນໂຕສາມາດປິດກັ້ນທັງຮູບພາບ, ວີດີໂອ, ເພັງ, ເອກະສານ, ເບີຕິດຕໍ່, ແອັບຯຕ່າງໆເອົາໄວ້ໄດ້ ເມື່ອມີຜູ່ທີ່ຕ້ອງການເປີດໃຊ້ງານຈະຕ້ອງມີລະຫັດຜ່ານເທົ່ານັ້ນ ແລະ ຍັງມີ viviCloud ພື້ນທີ່ສ່ວນໂຕທີ່ vivo ບໍລິການໃຫ້ຟຣີໆເພື່ອສຳຮອງ່ມູນສຳຄັນຢ່າງ ລາຍຊື່, ຂໍ້ຄວາມ ແລະ ບຸກມາກໃນ Browser.

X5Pro_SC_015

X5Pro_SC_015

X5Pro_SC_016

X5Pro_SC_016

X5Pro_SC_017

ທົດສອບດ້ວຍໄຟລຄວາມລະອຽດ Full HD 1080P ໃນ vivo X5Pro ລ່ຽນໄຫລດີຫລາຍມີລູກຫລີ້ນ Pop up Play ແລະ ຮອງຮັບ DLNA ສຳລັບ vivo ໄດ້ຊື້ລິຂະສິດໂຕລະຄອນຈາກຮູບເງົາອະນີເມຊັ່ນຊື່ດັງ Minion ມາເຮັດການຕະຫລາດອີກດ້ວຍ ຫນ້າຮັກຫລາຍ ມີຊາວ Minion ມາຮ້ອງເພັງ ແລະ ເຕັ້ນລຳທີ່ແປງມາຈາກພາສາຈີນຊື່ດັງ ເບິ່ງແລ້ວຫນ້າຮັກ ແລະ ຕິດຫູຫລາຍ ໃນເຄື່ອງຈະມີມາໃຫ້ດ້ວຍ.

X5Pro_SC_018

X5Pro_SC_019

vivo X5Pro ມາພ້ອມຊິບສຽງ DAC AK4375 ຄຸນນະພາບສຽງລະດັບ Hi-Fi ເຊິ່ງເປັນຄວາມຮ່ວມມືກັນລະຫວ່າງ vivo ແລະ Cirrus Logic ເຄື່ອງຫລິ້ນເພັງສວຍງາມ ແລະ ມີລູກຫລີ້ນປັບແຕ່ງຫລາຍ ແຖມມີຊຸດປັບແຕ່ງສຳເລັດຮູບລະບຸແບຣນຫູຟັງຊັ້ນນຳມາໃຫ້ເລືອກໃຊ້ງານດ້ວຍ ເລື່ອງສຽງເປັນອີກຈຸດເດັນຂອງ vivo ແທ້ໆ ນອກຈາກເຄື່ອງຫລີ້ນວິທະຍຸທີ່ໃຫ້ມາສາມາດບັນທຶກສຽງລາຍການເອົາໄວ້ຟັງພາຍຫລັງໄດ້ອີກດ້ວຍ.

X5Pro_SC_021

ທົດສອບຫລີ້ນເກມຢ່າງ Marvel: Contest of Champions ລ່ຽນໄຫລດີຫລາຍ ພາບສວຍງາມບໍ່ມີກະຕຸກເລີຍ.

X5Pro_SC_022

ໃນສ່ວນຂອງກ້ອງ vivo X5Pro ມາພ້ອມກ້ອງຄວາມລະອຽດ 13MP, Autofocus, LED, flash, ກະຈົກເລນແຊັບໄຟ ແລະ ມາພ້ອມກະຈົກເລນເຖິງ 6 ຊັ້ນຄ່າຮູຮັບແສງ F2.0 ແລະ ເຕັກໂນໂລຊີລະບົບໂຟກັສ Phase Detection ແລະ ກ້ອງຫນ້າຄວາມລະອຽດ 8MP, ຄ່າຮູຮັບແສງ F2.4

ແລະຍັງມີຟັງຊັ່ນການຖ່າຍພາບໃຫ້ເລືອກໃຊ້ຫລາກຫລາຍໄດ້ແກ່: Normal, Face Beauty, HDR, Panorama, Night, Children, PPT, Sport, Burst, Watermark ແລະ ໄຫມດ Pro ເປີດໃຊ້ງານໂດນການເລື່ອນທີ່ Shutter ຈະເປັນການເປີດໃຊ້ງານປັບແຕ່ງໃນໂຫມດ Pro

ມາພ້ອມກັບັຟງຊັ່ນ Palm Capture ຖ່າຍ Selfie ໂດຍການໃຊ້ຝ່າມືໃນການສັ່ງລັ່ນ Shutter ແລະ ທີືຫນ້າສົນໃຈຫລາຍກໍ່ຄືຟັງຊັ່ນຖ່າຍພາບ Selfie ແບບ Gender ເຊິ່ງສາມາດລະບຸເພດໄດ້ ແຖມຍັງຖືກຕ້ອງອີກດ້ວຍ ຈາກການທົດສອບຍັງບໍ່ເຄີຍລະບຸເພດຜິດເລີີຍ ເຊິ່ງໃນໂຫມດ Face Beauty ຈະສາມາດປັບໄດ້ສູງສຸດທີ່ 100% ແຕ່ມາດຖານ 50% ກໍ່ແຈ່ມແລ້ວແຫລະ…

ຄຸນນະພາບຂອງຮູບຖ່າຍເຮັດອອກມາໄດ້ດີທັງກ້ອງຫນ້າ ແລະ ກ້ອງຫລັງ ມາຊົມຕົວຢ່າງພາບຖ່າຍຈາກ vivo X5Pro ກັນເລີຍ

 


ຕົວຢ່າງພາບຖ່າຍຂອງ vivo X5Pro

vivo_X5_Pro_Camera_001

vivo_X5_Pro_Camera_002

vivo_X5_Pro_Camera_003

vivo_X5_Pro_Camera_004

vivo_X5_Pro_Camera_005

vivo_X5_Pro_Camera_006

vivo_X5_Pro_Camera_007

vivo_X5_Pro_Camera_008

vivo_X5_Pro_Camera_009

vivo_X5_Pro_Camera_010

vivo_X5_Pro_Camera_011

vivo_X5_Pro_Camera_012

vivo_X5_Pro_Camera_013

vivo_X5_Pro_Camera_014

vivo_X5_Pro_Camera_015

vivo_X5_Pro_Camera_016

vivo_X5_Pro_Camera_017

vivo_X5_Pro_Camera_018


 

 

ຂໍ້ດີຂອງ vivo X5Pro

  1. ອອກແບບສວຍງາມ ຫລູຫລາ ໂຕເຄື່ອງປະກອບຈາກວັດສະດຸ ກະຈົກ ແລະ ໂລຫະແບບໄຮ້ຮອຍຕໍ່ແຖມຍັງໂຄ້ງມົນ ຫນ້າສົນໃຈ ງານປະກອບລະອຽດຫລາຍ.
  2. ຮອງຮັບການໃຊ້ງານ 2 ຊິມ ແລະ ໃຊ້ 3ຈີ ໄດ້ທຸກເຄືອຂ່າຍ ຮອງຮັບ 4G LTE
  3. Snapdragon 615 ການໃຊ້ງານລ່ຽນໄຫລດີຫລາຍ.
  4. Android 5.0.2 Lollipop ປັບແຕ່ງທັບດ້ວຍ Funtouch OS 2.1 ຫນ້າຕາຫນ້າໃຊ້ ສວຍງາມ ແລະ ລູກຫລີ້ນຫລາຍ
  5. ຊິບສຽງ DAC AK4375 ຄຸນນະພາບສຽງ/ະດັບ Hi-Fi
  6. ກ້ອງຄວາມລະອຽດ 13MP ແລະ ກ້ອງຫນ້າ 8MP ຄຸນະພາບດີ ແລະ ມາພ້ອມກັບຟັງຊັ່ນໃຫ່ມໆຢ່າງ Palm Capture ແລະ Gender ເຊິ່ງສາມາດລະບຸເພດໄດ້.

ຂໍ້ດ້ອຍຂອງ vivo X5Pro

  1. ສ່ວນໂຕໃນລຸ້ນນີ້ບໍ່ເຫັນມີຂໍ້ຕິໃດໆ ນອກຈາກວ່າມີແຕ່ສີຂາວໃຫ້ເລືອກເຊັ່ນເຄີຍ ສວຍງາມຫລາຍ ແຕ່ຢາກຈະໃຫ້ມີໂຕເລືອກເປັນສີອື່ນໆແດ່ສຳລັບ

vivo_X5_Pro_014

vivo_X5_Pro_015

vivo_X5_Pro_016

Vivo X5Pro ເປັນສະມາດໂຟນທີ່ຫນ້າສົນໃຈຫລາຍ ເພາະສວຍງາມອີຫລີ ແລະ ມາພ້ອມກັບສະເປັກທີ່ຫນ້າສົນໃຈ ຫນ້າໃຊ້ໃນລາຄາເປີດໂຕພຽງແຕ່ 13.990 ບາດເທົ່ານັ້ນ ສຳລັບໄຜທີ່ຕ້ອງການສະມາດໂຟນທີ່ຫລູຫລາ ວັດສະດຸລະດັບສູງ ໃຊ້ກະຈົກ ແລະ ໂລຫະ ລວມທັງສະເປັກ ແລະ UI ທີ່ຫນ້າສົນໃຈ ລວມທັງກ້ອງຄຸນນະພາບດີ ແລະ ຄຸນະພາບສຽງທີ່ສຸດຍອດໃນລາຄາເບົາໆ vivo X5Pro ເປັນໂຕເລືອກທີ່ສົດໃຫມ່ ແລະ ຫນ້າສົນໃຈຢ່າງຍິ່ງ.

 

[gradeA]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version