Advertisement

ນັກວິໄຈແຈ້ງ !! ມືຖື Android ບໍ່ສາມາດລຶບຂໍ້ມູນສ່ວນຕົວທັງຫມົດໄດ້ຮອ້ຍເປີເຊັນ!!! ບໍ່ວ່າຈະເຮັດດ້ວຍວິທີໃດກໍ່ຕາມ

 Beware-a-dangerous-virus-infects-Android-phones-in-20151 (1)

 

 

Advertisement

 

ນັກວິໄຈຈາກມະຫາວິທະຍາໄລແຄມບິຈ໌ (Cambridge University) ໄດ້ເຮັດການທົດລອງກູ້ຄືນຂໍ້ມູນຈາກການເຮັດ “Factory reset” ຂອງມືຖືໃນລະບົບປະຕິບັດການ Android ໂດຍເຄື່ອງທີ່ໃຊ້ທົດສອບເປັນເຄື່ອງມືສອງ ທີ່ຊື້ມາຈາກເວັບໄຊ້ຂາຍເຄື່ອງອອນໄລຊື່ດັງຢ່າງ “ອີເບ (eBay)” ມາຈໍານວນຫນື່ງ ເຊິ່ງກວມລວມເຖິງລະບົບປະຕິບັດການແອນດຣອຍໃນຫລາຍໆເວີຊັ້ນ ຕັ້ງແຕ່ ແອນດຣອຍ 2.2 (Froyo) ເຖິງ ເວີຊັ້ນ 4.3 (Jelly beans) ເຊິ່ງຜົນປະກົດວ່າ ນັກວິໄຈສາມາດກູ້ຄືນໄດ້ທັງຂໍ້ຄວາມບົດສົນທະນາ, ຮູບພາບ, ວີດີໂອ ລວມໄປເຖິງອີເມວຕ່າງໆ.

ເຊິ່ງຂໍ້ສະຫລຸບນີ້ສະແດງໃຫ້ເຫັນວ່າຜູ່ໃຊ້ອຸປະກອນແອນດຣອຍ ທີ່ເຄີຍນຳເຄື່ອງໄປຂາຍຕໍ່, ເຮັດມືຖືເສຍ ຫລື ເອົາເຄື່ອງໃຫ້ຄົນອື່ນ ເຖິງແມ່ນວ່າຈະເຂົ້າໄປເຮັດການຕັ້ງຄ່າມາຈາກໂຮງງານ (Factory reset) ຫລື ການເຂົ້າລະຫັດເຕັມຮູບແບບ (Fully Encrypted) ກໍ່ລ້ວນແຕ່ມີຄວາມສ່ຽງທີ່ຈະຖືກກູ້ຂໍ້ມູນສ່ວນຕົວຄືນໄດ້ ແລະ ທີ່ສຳຄັນທີ່ສຸດກໍ່ຄື ບຸກຄົົນທີ່ບໍ່ຫວັງດີ ສາມາດດຶງເອົາຂໍ້ມູນຕ່າງໆ ລວມເຖິງຂໍ້ມູນການເງິນທີ່ຖືກເກັບໄວ້ໃນເຄື່ອງຜ່ານການໃຊ້ແອັພທາງດ້ານການເງິນອື່ນໆໄດ້ອີກດ້ວຍ.

ນອກຈາກນີ້ນັກວິໄຈຍັງສາມາດກູ້ຂໍ້ມູນການຢືນຢັນຕົວບຸກຄົນຂອງ Google ຫລື Google Authentication token ເຊິ່ງເຮັດໃຫ້ສາມາດສວມຮອຍເຂົ້າໃຊ້ບໍລິການຕ່າງໆ ຂອງ Google ແທນທີ່ເຈົ້າຂອງເຄື່ອງແອນດຣອຍເຄື່ອງນັ້ນໄດ້ດ້ວຍ ເຊິ່ງຈຸດນີ້ຖືວ່າເປັນຄວາມສ່ຽງທີ່ຜູ່ໃຊ້ຈະຖືກລັກອ່ານ ຫລື ສົ່ງອີເມວໃນບໍລິການ Gmail ລວມໄປເຖິງ Youtube ແລະ ການເຂົ້າເຖິງທຸກໄຟລ໌ໃນບໍລິການ Cloud ຕ່າງໆຂອງ Google.

ການຄົ້ນພົບນີ້ເປັນຂ່າວໃຫຍ່ທີ່ທຸກຄົນຈະຕ້ອງໄດ້ໃຫ້ຄວາມສຳຄັນ ເນື່ອງຈາກວ່າ ແອນດຣອຍຄືລະບົບປະຕິບັດການທີ່ໃຊ້ໃນ Smart Phone ສ່ວນໃຫຍ່ຂອງໂລກໂດຍຜູ່ຜະລິດ ເຈົ້າໃຫຍ່ທັງ Sumsung, LG, HTC ແລະ ອື່ນໆອີກຫລາຍໆຍີ່ຫໍ້ ລ້ວນຜະລິດ Smart Phone ແລະ Tablet ແອນດຣອຍ ອອກວາງຫນ່າຍມາດົນຫລາຍປີ ແຕ່ສິ່ງທີ່ເຮົາເຮັດໄດ້ໃນຕອນນີ້ກໍ່ມີພຽງ “ ລະມັດລະວັງໃນການນຳໃຊ້ມືຖື “ ແລະ ໃຫ້ຄິດເຖິງຄວາມສ່ຽງນີ້ເອົາໄວ້ກ່ອນທີ່ຈະຂາຍມືຖື ຫລື ສົ່ງຕໍ່ໃຫ້ຜູ່ອື່ນ ສ່ວນໃນການແກ້ບັນຫາຖາວອນນັ້ນ ຄົງຈະຕ້ອງຖ້າຄວາມຊັດເຈນຈາກທາງ Google ຜູ່ພັດທະນາລະບົບປະຕິບັດການໃຫ້ແກ້ໄຂບັນຫາ ຫລື ຫາທາງປ້ອງກັນຢ່າງສົມບູນແບບຕໍ່ໄປ.

ທີ່ມາ: Daily Mail ຜ່ານ ຜູ່ຈັດການອອນລາຍ ແລະ neowin

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version