Advertisement

อ่านรีวิว ภาษาไทย>>รีวิว True Lenovo 4G VIBE P1m แอนดรอยด์ราคาเริ่มต้น สเปคกำลังดี แบตอึด 4,000 mAh พร้อมเป็นแบตเสริมได้ยามฉุกเฉิน<<

 

Advertisement

ເປັນຫນຶ່ງເຄື່ອງທີ່ແນະນຳກັນເລີຍ ສຳລັບຊ່ວງນີ້ໄຜທີ່ກຳລັງແນມຫາສະມາດໂຟນໃນລາຄາທີ່ບໍ່ເຖິງ 5,000 ບາດ Lenovo 4G VIBE P1m ເຄື່ອງນີ້ຄຸ້ມຫລາຍ ລາຄາດີ ສະເປັກກຳລັງຫນ້າໃຊ້ ມີຟັງຊັ່ນມີ່ຫນ້າສົນໃຈຫລາກຫລາຍ ແນະນຳສຳລັບສະມາດໂຟນເລີ່ມຕົ້ນທີ່ເຂົ້າຕາຫລາຍໃນຕອນນີ້ ມາເບິ່ງກັນວ່າມັນເຮັດຫຍັງໄດ້ແດ່

ຈະບໍ່ບອກວ່າເຄື່ອງນີ້ມັນເຫມະສົມກັບເດັກນ້ອຍເນາະ ເພາະໃນການໃຊ້ງານຈິງໆແລ້ວ ມັນພຽງພໍເຮັດວຽກໃຫ້ເຮົາຢ່າງເຕັມທີ່ໃນລະດັບຫນື່ງເລີຍ ຈະເປັນເດັກໃຊ້ກໍ່ດີ ຜູ່ໃຫຍ່ໃຊ້ກໍ່ດີ ຫລື ແມ່ນແຕ່ໂຕເຮົາເອງ ສະເປັກບໍ່ໄດ້ດ້ອຍຈົນເຮັດຫຍັງບໍ່ໄດ້ ແລະ ມັນເກືອບຈະພໍດີ ໃຫ້ເຮົາເຮັດໄດ້ທຸກຢ່າງທີ່ນິຍົມໃຊ້ງານກັນໃນະຈຸບັນເລີຍແຫລະ ຫລິ້ນເຟສບຸກ, ແຊັດອອນໄລ. ເບິ່ງຫນັງ ຟັງເພງ ເຂົ້າເວັບໃຊ້ອ່ານຂ່າວ ຫລື ເອົາໄວ້ຫລິ້ນເກມມັນກໍ່ຍັງເຮັດວຽກໃຫ້ເຮົາໄດ້ຢູ່.

True Lenovo 4G P1m review 7

Lenovo 4G VIBE P1m ຈະມີຊື່ True ຢູ່ດ້ານຫນ້າດ້ວຍ ນັ້ນເພາະມັນເປັນເຄື່ອງທີ່ຜະລິດໃຫ້ກັບ True ນັ້ນເອງ ແນ່ນອນວ່າຈະມີໂປຣໂມຊັ່ນລາຄາພິເສດຮ່ວມກັບ True (ແຕ່ຕິດສັນຍາເນາະ) ຫລື ຈະເອົາມາເປັນເຄື່ອງເປົ່າ ເພື່ອໄປໃຊ້ງານກັບເຄືອຂ່າຍອື່ນໆ ກໍ່ໄດ້ບໍ່ມີປັນຫາ ໂດຍມີການເປີດໂຕອອກມາຈຳຫນ່າພ້ອມໆກັບລຸ້ນອ້າຍຂອງມັນ Lenovo 4G VIBE P1 ແຕ່ໃນບົດຄວາມນີ້ເຮົາມາເວົ້າເຖິງນ້ອງນ້ອຍນີ້ກ່ອນເນາະ.

True Lenovo 4G P1m review 9

ຈຸດເດັ່ນຂອງ Lenovo 4G VIBE P1m ນີ້ກໍ່ຄືເລື່ອງຂອງຂະຫນາດແບັດຯ ທີ່ມີມາໃຫ້ຈຸໃຈ 4,000 mAh ແຖມສາດພະລັງງານໄດ້ແບບໄວ ( Adaptor ທີ່ແຖມມາໃຫ້ມີແຮງດັນກະແສໄຟຟ້າຢູ່ທີ່ 2.0 A) ຕົວເຄື່ອງມີການເຄືອບສານກັນນ້ຳ (ກະເດັນ) ມາໃຫ້ໃນລະດັບຫນຶ່ງ ຮອງຮັບສອງຊິມກາດ ເຊິ່ງທັງສອງສະລອັດຊິມສາມາດໃຊ້ງານ 4G ໄດ້ທັງຄູ່ (ເລືອກໃຊ້ຊິມໃດຫນຶ່ງ ຢ່າເຂົ້າໃຈຜິດວ່າໃຊ້ໄດ້ພ້ອມກັນ) ສະເປັກໃນສ່ວນອື່ນໆນັ້ນກໍ່ກຳລັງດີ ແຣມ 2 ກິກ ຫນ່ວຍຄວາມຈຳພາຍໃນ 16GB ບໍ່ໄດ້ຫລວງຫລາຍຫຍັງ ແຕ່ຕອນນີ້ເຮົາກຳລັງເວົ້າເຖິງເຄື່ອງລາຄາ 4,990 ບາດ ໄດ້ມາໃນລະດັບນີ້ກໍ່ເອີ້ນວ່າຄຸ້ມສຸດໆແລ້ວ.

ອຸປະກອນພາຍໃນກ່ອງຈະມີ ຫູຟັງ, ສາຍສາກ (ສາຍໄຟເສັ້ນຫນາ) ແລະ ຫົວສາກທີ່ຫນ້າຕາສວຍງາມ.

ຕົວເຄື່ອງ Lenovo 4G VIBE P1m

ຕົວເຄື່ອງພາຍນອກເປັນປາສຕິກຕັດຂອບສີເງິນ ຕົວວັດສະດຸອາດຈະທຳມະດາ ແຕ່ການປະກອບແຫນ້ນຫນາ ຜິວສຳຜັດຂອງສານເຄືອບວັດສະດຸຝາຫລັງໃຫ້ຄວາມຮູ້ສຶກດີ ເຄື່ອງນີ້ເຄຶອບສານນາໂນທີ່ສາມາດກັນນ້ຳກະເດັນໃສ່ໄດ້ໃນລະດັບຫນື່ງດ້ວຍ ໂດຍລວມກໍ່ເປັນເຄື່ອງທີ່ພະຍາຍາມໃຫ້ພາຍນອກເບິ່ງແລ້ວລຽບໆ.

ລຳໂພງດ້ານລຸ່ມເຫມືອນເປັນລຳໂພງຄູ່ ແຕ່ຄວາມຈິງແລ້ວຈະເປັນລຳໂພງຂ້າງດຽວ ສຽງລຳໂພງດັງກາງໆ ບໍ່ດັງຫລາຍ ຄຸນນະພາບສຽງທົ່ວໆໄປ ແຕ່ເອົາມາໄວ້ດ້ານລຸ່ມບໍລິເວນນີ້ຖືວ່າດີ ວາງຫງາຍ – ຂວ້ຳບໍ່ບັງສຽງ ແຕ່ມືເຮົາອາດຈະໄປບັງເອງໃນຂະນະຫລີ້ນເກມ.

ດ້ານຂ້າງເຄື່ອງຈະມີສະວິດພິເສດສຳລັບການເປີດຟັງຊັ່ນປະຫຍັດພະລັງງານແບບອັດສະລິຍະ (ຊື່ໂຫມດ) ເປີດສະວິດປຸບຕົວເຄື່ອງ VIBE P1m ຈະປ່ຽນເປັນໂຫມດປະຫຍັດແບັດຯ ຫນ້າຈໍຂາວດຳໂດຍທັນທີ ສະຫລັບໄປມາລະຫວ່າງໂຫມດໄດ້ດ້ວຍສະວິດພິດເສດອັນນີ້.

True Lenovo 4G P1m review 6

ຮອງຮັບການໃຊ້ງານແບບສອງຊິມກາດ (ເປັນ Micro Sim ທັງຄູ່) ເຊິ່ງທັງສອງສະລັອດຮອງຮັບການເຊື່ອມຕໍ່ 4ຈີ ເຮົາຈະໃສ່ຊິມໃດໄວ້ສະລັອດໃດກໍ່ໄດ້ເພື່ອໃຊ້ງານ 4ຈີ ມີຊ່ອງໃສ່ Micro SD Card ເພິ່ມຫນ່ວຍຄວາມຈຳໄດ້ອີກ 32GB

ແບັດຯພາຍໃນຖອດອອກບໍ່ໄດ້ ເຖິງວ່າຈະແກະຝາຫລັງໄດ້ ແຕ່ຫ້າມຖອດແບັດຯເດັດຂາດ ເຂົາມີແປະສະຕິເກີ້ສີເຫລືອງເດັ່ນຊັດໄວ້ເລີຍ.

ຕົວມັນເອງຈະມີຄຸນສົມບັດໃນການໃຊ້ເປັນແບັດຯເສີມສາກພະລັງງານໃຫ້ກັບອຸປະກອນອື່ນໆໄດ້ດ້ວຍ ຜ່ານການເຊື່ອມຕໍ່ກັບພອດ Micro USB (ຮອງຮັບການເຊື່ອມຕໍ່ OTG) ດ້ານເທິງຂອງມັນເຮົາສາມາດໃຊ້ແບັດຯຂະຫນາດ 4,000 mAh ໃນຕົວເຄື່ອງສາກໄຟໃຫ້ກັບອຸປະກອນຂະຫນາດນ້ອຍໆ ໄດ້ເຊັ່ນຫູຟັງບຣູທູດ, ລຳໂພງພົກພາ ຫລື ສາກໂທລະສັບເຄື່ອງນ້ອຍ ທີ່ໃຊ້ແຮງດັນກະແສໄຟຟ້າບໍ່ສູງຫລາຍ.

LRG_DSC01814

ການເຮັດວຽກພາຍໃນ True Lenovo 4G VIBE P1m

ເນື່ອງຈາກມັນເປັນເຄື່ອງຂອງທາງ True ແລະ ເປັນຂອງທາງ Lenovo ສິ່ງທີ່ຈະເຫັນໄດ້ພາຍໃນຄືແອັບຯການໃຊ້ງານ ແລະ ການບໍລິການຈາກ True ແລະ Lenovo ເຕັມໄປຫມົດ ໄຜທີ່ໍ່ບໍ່ໃຊ້ກໍ່ສາມາດຖອນການຕິດຕັ້ງໄດ້ ປຸ່ມຄວບຄຸມການເຮັດວຽກຫລັກທັງສາມປຸ່ມ ເປັນປຸ່ມທັສເທິງຕົວເຄື່ອງ ມີແສງໄຟ ປຸ່ມຊ້າຍສຸດເປັນປຸ່ມເມນູ ແລະ ປຸ່ມ Recent App ໃນປຸ່ມດຽວ ເອີ້ນໃຊ້ໄດຍການແຕະເພື່ອເອີ້ນເມນູ ຫລື ທັສຄ້າງໄວ້ເພື່ອເອີ້ນໃຊ້ Recent App

ຫນ້າການໃຊ້ງານຂອງເຄື່ອງ VIBE P1m ກໍ່ເປັນ UI ມາດຕະຖານຈາກ Lenovo ທີ່ໃຊ້ງານໃນເຄື່ອງອື່ນໆມີລັກສະນະໃຫ້ປ່ຽນໃຊ້ 6 ແບບ ສ່ວນທີ່ເຫລືອບໍ່ມີຫຍັງຫລາຍ ໃນການປັບແຕ່ງເປັນ UI ລຽບໆ ມີເອັບເຟັກການເລື່ອນຫນ້າໃຫ້ເລືອກສາມແບບ ປັບປ່ຽນຂະຫນາດຕາລາງການຈັດລຽງໄອຄອນຫນ້າຫລັກໄດ້ ຫລັກໆມີພຽງເທົ່ານີ້.

ຄວາມລ່ຽນໄຫລໃນຫນ້າໂຮມຢູ່ໃນເກນດີ ມີຫນ່ວງແດ່ເລັກນ້ອຍ ໂດຍລວມບໍ່ຊ້າ ມີການຣີໂຫລດຫນ້າເວລາເຂົ່າແອັບຯໃຫຍ່ໆ ປະສີດທິພາບພຽງພໍໃຊ້ງານເບົາໆໄດ້ສະບາຍໆ.

ຟັງຊັ່ນການໃຊ້ງານຕ່າງໆ ທີ່ຝັງມາໃນລະບົບເຄື່ອງເລີຍນັ້ນມີນ້ອຍ ສ່ວນໃຫຍ່ທາງ Lenovo ຈະແຍກພັດທະນາອອກມາເປັນແອັບຯຫລາຍກວ່າ ເຊັ່ນ: SYNCit ແອັບຯສຳລັບການສຳຮອງຂໍ້ມູນລາຍຊື່ ຫລື SHAREit ແອັບຯສຳລັບການຮັບສົ່ງໄຟລດ້ວຍຄວາມໄວສູງລະຫວ່າງອຸປະກອນເປັນຕົ້ນ.

ຕົວທີ່ເປັນຟັງຊັ່ນເດັ່ນຂອງລຸ້ນນີ້ກໍ່ຄືໂຫມດປະຫຍັດພະລັງງານ ຄືປົກະຕິແບັດຯຂອງມັນກໍ່ອຶດຫລາຍແລ້ວ ສາມາດຢູ່ກັບເຮົາແບບຂ້າມວັນໄດ້ ເຖິງຈະໃຊ້ງານຫນັກໆ ກໍ່ຢູ່ລອດໄດ້ຈົນຄ່ຳ ແຕ່ຖ້າໄຜຍັງບໍ່ພໍໃຈກໍ່ສາມາດເປີດໃຊ້ໂຫມດການປະຫຍັດພະລັງງານແບບພິເສດຂອງມັນໄດ້ດ້ວຍການເປີດສະວິດພິເສດດ້ານຂ້າງເຄື່ອງ ມັນຈະຕັດຟັງຊັ່ນເກືອບທັງຫມົດຖິ້ມໄປ ເຫລືອໄວ້ແຕ່ການເຮັດວຽກສຳຄັນໆ ສົ່ງຜົນໃຫ້ສາມາດໃຊ້ງານແບັດຯທີ່ເຫລືອຢູ່ຍາວນານໄດ້ກວ່າເກົ່າຫລາຍເທົ່າ.

LRG_DSC01823

ສ່ວນການສາກພະລັງງານກັບເຂົ້າຕົວເຄື່ອງ ທາງ Lenovo ວ່າມັນເປັນລະບົບການສາກພະລງັງານແບບໄວ ມັນກໍ່ໄວຢູ່ ແຕ່ຈະບໍ່ໄວເທົ່າທີ່ຄິດເທົ່າໃດ ເພາະຈາກການລອງສາກພະລັງງານກັບເຂົ້າເຄື່ອງ ໃຊ້ເວລາເກືອບສາມຊົ່ວໂມງ ສຳລັບການສາກຈາກ 10% ໄປຈົນແບັດຯເກືອບເຕັມ ແຕ່ກໍ່ຢ່າງທີ່ວ່າ ແບັດຯມັນຕັ້ງ 4,000 mAh

ຫນ່ວຍຄວາມຈຳພາຍໃນ 16GB ໃຊ້ງານໄດ້ຈິງ 11.25GB ສາມາດກຳນົດໄດ້ວ່າຕ້ອງການໃຊ້ຫນ່ວຍຄວາມຈຳພາຍໃນຫລື ຫນ່ວຍຄວາມຈຳພາຍນອກ (Micro SD Card) ໃນການເປັນພື້ນທີ່ຕິດຕັ້ງແອັບຯເບື້ອງຕົ້ນ ແຕ່ຖ້າເລືອກໃຊ້ຫນ່ວຍຄວາມຈຳພາຍນອກແລ້ວທ່ານຈະເສຍຫນ່ວຍຄວາມຈຳພາຍໃນໄປ ແລະ ແອັບຯທີ່ຕິດຕັ້ງໄວ້ໃນຫນ່ວຍຄວາມຈຳພາຍໃນອາດຈະໃຊ້ບໍ່ໄດ້ ຕ້ອງຕິດຕັ້ງໃຫມ່.

รีวิว True Lenovo 4g Vibe P1m 00035

ທົດສອບເຂົ້າເວັບໃຊ້ ເປີດຫນັງ Full HD ສະບາຍໆຢູ່ ສ່ວນການຫລີ້ນເກມແບບ HD ມັນກໍ່ຍັງຫລີ້ນໄດ້ ມີຫນືດແດ່ໃນບາງເກມ ຖືວ່າເກີນຄາດແລ້ວແຫລະ ສ່ວນມິນິເກມຕ່າງໆ ຫລີ້ນໄດ້ຢູ່ແລ້ວ.

ທົດສອບການຈັບຕຳແຫນ່ງ ສາມາດໃຊ້ນຳທາງໄດ້ເລີຍ ໃນເຄື່ອງທາງ Lenovo ຈະມີແອັບຯ Route 66 ເຊິ່ງເປັນແອັບຯນຳທາງມາໃຫ້ທົດລອງໃຊ້ໄດ້ 30 ວັນ.

รีวิว True Lenovo 4g Vibe P1m 00009-horz

ຜົນທົດສອບຕ່າງໆ

ກ້ອງຖ່າຍພາບ

ຢ່າດູຖູກເລື່ອງລາຄາ ກ້ອງມັນກໍ່ພໍໃຊ້ຢູ່ ບໍ່ໄດ້ຂີ້ລ້າຍຕາມລາຄາເດີ… ແຕ່ກໍ່ຢ່າຫວັງວ່າມັນຈະດີຫລາຍ ຢ່າຄິດໄປໄກ ມັນສາມາດໂຟກັສໄດ້ຊັດເຈນດີ ພາບຕອນກາງເວັນໄດ້ຜົນທີ່ດີ ເອົາໄວ້ໃຊ້ຖ່າຍພາບທົ່ວໆໄປ ຖືວ່າຫວັງຜົນໄດ້ໃນລະດັບຫນຶ່ງ ລອງໄປເບິ່ງຕົວຢ່າງພາບຖ່າຍກັນ.

ພາບຖ່າຍກ້ອງຫນ້າ

ສະຫລຸບທ້າຍຣີວິວ

ເປັນເຄື່ອງທີ່ຢາກແນະນຳ ສຳລັບລາຄາຕ່ຳກວ່າ 5,000 ບາດ (ລາຄາໂປຣໂມຊັ່ນ 2,495 ບາດສຳລັບຊື້ພ້ອມສະຫມັກແພັກເກດ True) ໃຫ້ສະເປັກມາຫນ້າສົນໃຈກຳລັງໃຊ້ ຕົວເຄື່ອງພາຍນອກລຽບງ່າຍ ແຕ່ສວຍງາມ ມີຈຸດເດັ່ນທີ່ຄວນຈະມີ ແລະ ສຳຄັນຫລາຍ ນັ້ນຄືຂະຫນາດແບັດຯທີ່ເຮັດໃຫ້ສາມາດໃຊ້ງານໄດ້ເຕັມທີ່ຕະຫລອດທັງວັນ ແຖມເຄື່ອງຍັງບໍ່ຫນາ ເປັນແບັດຯສຳຮອງໃຫ້ອຸປະກອນໄດ້ໃນຍາມສຸກເສີນ.

ຖືກ, ຄຸ້ມ ມີໂປຣໂມຊັ່ນ ມີຄວາມໂດດເດັ່ນເຮັດໃຫ້ມັນເປັນຫນຶ່ງໃນຕົວແນະນຳໃນຊ່ວງນີ້.

 

อ่านรีวิวภาษาไทย>>รีวิว True Lenovo 4G VIBE P1m แอนดรอยด์ราคาเริ่มต้น สเปคกำลังดี แบตอึด 4,000 mAh พร้อมเป็นแบตเสริมได้ยามฉุกเฉิน<<

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version