Advertisement

อ่านรีวิวภาษาไทย>>รีวิว Samsung Galaxy E7 หน้าจอใหญ่ สเปคแจ่ม บางเฉียบเพียง 7.3 มม.!!!

ຣີວິວ Samsung Galaxy E7 ຫນ້າຈໍໃຫຍ່ ສະເປັກແຮງ ໂຕເຄື່ອງບາງພຽງ 7.3 ມມ.

 

 

Advertisement

Samsung Galaxy E7 ເປັນອີກທາງເລືອກທີ່ຫນ້າສົນໃຈຈາກທາງ Samsung ສຳລັບຄົນທີ່ຄິດວ່າ Samsung Galaxy A ລາຄາແພງໄປ ແລະ ບໍ່ຈຳເປັນຕ້ອງໃຊ້ສະມາດໂຟນວັດສະດຸໂລຫະ ໂດຍທີ່ຕະກູນ Samsung Galaxy E ຈະມາພ້ອມລາຄາທີ່ຖືກລົງ ພ້ອມກັບວັດສະດຸມາດຕະຖານເກົ່າຈາກທາງ Samsung ແຕ່ຄຸນນະພາບວັດສະດຸ ແລະ ງານປະກອບຍັງຄົງຢູ່ໃນລະດັບສູງ ງານລະອຽດ ແລະ ວັດສະດຸເປັນປາສຕິກຄຸນນະພາບດີ.

Review Samsung Galaxy E7 : AppDisqus

Samsung Galaxy E7 ເປັນສະມາດໂຟນທີ່ຫນ້າສົນໃຈທີ່ມາພ້ອມກັບຫນ້າຈໍ Super AMOLED ຂະຫນາດໃຫຍ່ 5.5 ນີ້ວຄວາມລະອຽດ HD 720p ສວຍງາມ ແລະ ບາງຫລາຍພຽງແຕ່ 7.3 ມມ. ເທົ່ານັ້ນ. ມາພ້ອມກັບກ້ອງຄວາມລະອຽດ 13 MP ແລະ ກ້ອງຫນ້າມາດຕະຖານໃຫມ່ຂອງທາງ Samsung ຄວາມລະອຽດ 5 MP ສ່ວນໂຕຂ້ອນຂ້າງປະທັບໃຈຫລາຍ ເພາະລາຄາບໍ່ແພງ ຢູ່ທີ່ປະມານ 2.875.000 ກີບ ແລະ ໂມເດວທີ່ນຳມາຈຳຫນ່າຍໃນບ້ານເຮົາຈະຮອງຮັບຊິມດຽວ (ແຕ່ເຄື່ອງທີ່ໄດ້ມາທົດສອບດ້ານຫລັງພັດມີເຄື່ອງຫມາຍ Duos ມາຊ້ຳ)

Samsung_Galaxy_E7_013

 


 

ສະເປັກຂອງ Samsung Galaxy E7

  • 3G HSDPA 850 / 900 / 1900 / 2100
  • 4G LTE band 1(2100), 3(1800), 5(850), 7(2600), 8(900), 20(800)
  • HSPA 42.2/5.76 Mbps, LTE Cat4 150/50 Mbps
  • ຂະຫນາດໂຕເຄື່ອງ 151.3 x 77.2 x 7.3 ມມ. ນ້ຳຫນັກ 141 ກຣາມ
  • ຫນ້າຈໍ Super AMOLED ຂະຫນາດ 5.5 ນີ້ວຄວາມລະອຽດ HD 720P 720 x 1280 pixels (267ppi)
  • Android 4.4.4 KitKat ປັບແຕ່ງທັບດ້ວຍ TouchWiz UI
  • ຊິບເຊັດ Qualcomm MSM8916 Snapdragon 410
  • CPU Quad-core 1.2 GHz Cortex-A53
  • GPU Adreno 306
  • RAM 2GB
  • ຫນ່ວຍຄວາມຈຳພາບໃນ 16GB ເພີ່ມພາຍນອກໄດ້ສູງສຸດ 64GB
  • ເຊັນເຊີ້ Accelerometer, proximity
  • Wi-Fi 802.11 b/g/n, hotspot
  • Bluetooth 4.0 with A2DP
  • NFC
  • microUSB 2.0
  • GPS ຮອງຮັບ GLONASS
  • ກ້ອງຫລັງຄວາມລະອຽດ 13 MP, 4128 x 3096 pixels, autofocus, LED flash
  • ບັນທຶກວີດີໂອຄວາມລະອຽດ Full HD 1080P 30fps
  • ກ້ອງຫນ້າຄວາມລະອຽດ 5MP
  • ແບັດເຕີລີ້ຄວາມຈຸ  2950 mAh
  • ລາຄາເປີດໂຕ ປະມານ 2.875.000 ກີບ

Samsung_Galaxy_E7_001

Samsung_Galaxy_E7_003

Samsung_Galaxy_E7_002

 

Samsung Galaxy E7 ອອກແບບຄືກັບ Galaxy A ແຕ່ວັດສະດຈະເປັນປາສຕິກດ້ານທັງໂຕເຄື່ອງ ຄຸນນະພາບວັດສະດຸດີຫລາຍ ສຳລັບເຄື່ອງທີ່ໄດ້ມາທົດສອບຈະເປັນສີຂາວ ດ້ານຫນ້າຈະມີລາຍໆ ເບິ່ງແລ້ວຫລູຫລາ ຫນ້າຈໍ Super AMOLED ຂະຫນາດ 5.5 ນີ້ວຄວາມລະອຽດ HD 720p 720 x 1280 pixels (267 ppi) ເບິ່ງແລ້ວສວຍງາມ ສີສັນສົດໃສ ຄວາມສະຫວ່າງຫນ້າຈໍສູງ ໃຊ້ງານກາງແຈ້ງໄດ້ຢ່າງຊັດເຈນ ມຸມມອງກວ້າງ ແລະ ສະຫວ່າງທົ່ວຈໍ ດ້ານເທິງລຳໂພງສົນທະນາດັງຊັດເຈນດີ ຖັດມາເປັນເຊັນເຊີ້ Accelerometer, Proximity ແລະ ກ້ອງຫນ້າຄວາມລະອຽດ 5MP ດ້ານລຸ່ມປຸ່ມໂຮມ ຈະເປັນແບບກົດມາດຕະຖານ Samsung ສ່ວນດ້ານຊ້າຍຈະເປັນປຸ່ມ Recent Apps ແລະ ດ້ານຂວາຈະເປັນປຸ່ມ Back ແບບສຳຜັດທີ່ມີໄຟທີ່ປຸ່ມກົດສະຫວ່າງດີ.

Samsung_Galaxy_E7_004

Samsung_Galaxy_E7_005

ດ້ານຫລັງລຽບໆ ຜິວສຳຜັດດ້ານໆ ເຮັດໃຫ້ບໍ່ຕິດຮອຍນີ້ວມື ແລະ ເປັນຮອຍຂູດຂີດໄດ້ຍາກ ກ້ອງຄວາມລະອຽດ 13 MP ນູນຂຶ້ນມາຫລາຍຈະຕ້ອງໄດ້ລະວັງຫນ້ອຍຫນຶ່ງ ດ້ານຊ້າຍເປັນໄຟແຟລສ LED ສ່ວນດ້າຍເທິງຂວາເປັນລຳໂພງໂຕເຄື່ອງສຽງດັງດີ ແລະ ບໍ່ແຕກ.

Samsung_Galaxy_E7_007

Samsung_Galaxy_E7_006

ຂອບດ້ານຂ້າງຈະເປັນປາສຕິກສີເງິນດ້ານມີລວດລາຍຄ້າຍກັບໂລຫະ ດ້ານເທິງມີໄມຕັດສຽງລົບກວນ ແລະ ດ້ານລຸ່ມມີ Port Micro USB ແລະ ຊ່ອງຫູຟັງມາດຕະຖານຂະຫນາດ 3.5 ມມ. ແລະ ໄມໂຄຣໂຟນ.

Samsung_Galaxy_E7_008

Samsung_Galaxy_E7_009

ດ້ານຊ້າຍຈະມີປຸ່ມປັບລະດັບສຽງ ແລະ ດ້ານຂວາຈະມີປຸ່ມ Power ແລະ ຊ່ອງໃສ່ຊິມກັບຊ່ອງໃສ່ຫນ່ວຍຄວາມຈຳພາຍນອກ Micro SD Card ມາດຕະຖານຕາມສະເປັກຮອງຮັບໄດ້ສູງສຸດ 64 GB

ສຳລັບ Samsung Galaxy E7 ໃຫ້ແບັດຯມາຫລາຍສົມຄວນທີ່ 2950 mAh ຈາກການທົດສອບແບັດຯທົນດີຫລາຍສາມາດໃຊ້ງານໄດ້ຫມົດມື້ແນ່ນອນ.

E7_SC_001

E7_SC_002

E7_SC_003

 

ທົດສອບດ້ວຍ Quandrant Standard ໄດ້ຄະແນນ 11252 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 21308 ຄະແນນ

ທົດສອບດ້ວຍ Nenamark 2 ເຮັດໄປໄດ້ 53.9 fps

ຮອງຮັບ MultiTouch 10 ຈຸດສົມບູນ

GPS ຈັບສັນຍາຍໄດ້ຖືກຕ້ອງ ແລະ ວ່ອງໄວດີ.

E7_SC_004

E7_SC_005

E7_SC_006

Samsung Galaxy E7 ມາພ້ອມກັບ Android 4.4.4 Kitkat ປັບແຕ່ງທັບດ້ວຍ TouchWiz UI ລຸ້ນໃຫມ່ຄືກັບໃນ Galxy A ສາມາດປ່ຽນ Themes ໄດ້ແລ້ວໂດຍໃນເຄື່ອງຈະມີມາໃຫ້ 5 ແບບ ເຊິ່ງຕໍ່ໄປຫນ້າຈະສາມາດດາວໂຫລດເພິ່ມໄດ້ອີກ ໂດຍລວມກໍ່ຄືເກົ່າ ສວຍງາມດີ ແລະ ໃຊ້ງານງ່າຍ ຕອ້ງຂໍຊົມ Samsung Galaxy E7 ເພາະເຖິງວ່າສະເປັກບໍ່ໄດ້ເດັ່ນຫລາຍ Snapdragon 410 ແຕ່ຄວາມລ່ຽນໄຫລ ເຮັດໄດ້ດີຫລາຍ ເວົ້າໄດ້ງ່າລ່ຽນໄຫລດີກວ່າລຸ້ນໃຫຍ່ໆຂອງບາງແບຣນອີກພຸ້ນແຫລະ..

E7_SC_007

ດ້ານຊ້າຍສຸດຈະເປັນ Flipboard ຈະເປັນຟັງຊັ່ນດຶງຟີດຂ່າວຈາກແຫລ່ງຕ່າງໆ ມາລວມໄວ້ມຫ້ເຮົາໄດ້ຕິດຕາມໄດ້ຢ່າງງ່າຍດາຍ ແລະ ສວຍງາມຫລາຍ ແຕ່ຫນ້າເສົ້າທີ່ບໍ່ຮອງຮັບສື່ທີ່ມາຈາກປະເທດໄທ ແລະ ລາວເຮົາເລີຍ (ຈື່ໄດ້ວ່າລຸ້ນທຳອິດນັ້ນຮອງຮັບຢູ່ ແຕ່ຖືກຕັດອອກໄປແບບເສີຍໆເລີຍ) ເຊິ່ງເຮົາສາມາດເລືອກປິດໄດ້ດ້ວໃນການຕັ້ງຄ່າຫນ້າ Home.

E7_SC_008

E7_SC_009

Multi Windows ເປັນການໃຊ້ງານ 2 ຫນ້າຈໍພ້ອມໆກັນສາມາດສະຫລັບຕຳແຫນ່ງ ແລະ ຫຍໍ້ຂະຫຍາຍຫນ້າຕ່າງໄດ້ຕາມໃຈມັກ ຮອງຮັບແອັບຯ ແລະ ຄຳສັ່ງຕ່າງໆໄດ້ຢ່າງຫລາກຫລາຍ ແລະ ສາມາດຫຍໍ້ຫນ້າຈໍທີ່ເຮົາໃຊ້ຢູ່ກາຍມາເປັນຄຳສັງ Multi Windows ໄດ້ໂດຍການລາກນີ້ວຈາກມຸມຫນ້າຈໍລົງມາເທົ່ານັ້ນເອງ ຊ່ວຍໃຫ້ການໃຊ້ງານໃນສະມາດໂຟນຂອງ Samsung ສະດວກຂຶ້ນຫລາຍ ແລະ ເປັນລູກຫລີ້ນທີ່ຫລາຍໆຄົນມັກ.

E7_SC_010

ມາພ້ອມກັບ Blocking Mode ຈະເປັນຄຳສັ່ງ Block ການແຈ້ງເຕື່ອນຕ່າງໆ ໂດຍສາມາດເລືອກບ໊ອກລາຍຊື່, ການແຈ້ງເຕືອນ Notification, ການແຈ້ງເຕືອນຕ່າງໆໂດຍທີ່ເຮົາສາມາດຕັ້ງໄລຍະເວລາສຳລັບ Blocking Mode ໄດ້ອີກດ້ວຍ ແລະ Private Mode ຈະເປັນໂຫມດທີ່ຊ່ວຍໃຫ້ເຮົາເຊື່ອງຂໍ້ມູນທີ່ຕ້ອງການໃຫ້ເປັນຄວາມລັບສ່ວນໂຕຂອງເຮົາ ໄດຍຖ້າຄົນອື່ນທີ່ບໍ່ຮູ້ລະຫັດຜ່ານ ຈະບໍ່ສາມາດເຂົ້າມາເບິ່ງຂໍ້ມູນທີ່ເຮົາເຊື່ອງໄວ້ໄດ້ເລີຍ ວິທີໃຊ້ຄືເຮົາເປີດ Private Mode ແລ້ວໄປເລືອກຂໍ້ມູນທີ່ເຮົາຕ້ອງການຈະເຊື່ອງ ຈະນັ້ນກໍ່ປິດ Private Mode ຂໍ້ມູນທີ່ເຮົາເລືອກຈະຖືກເຊື່ອງໄວ້ບໍ່ໃຫ້ສະແດງຜົນໃຫ້ໄຜເຫັນ ຈະເຫັນກໍ່ຕໍ່ເມື່ອເຮົາເປີດ Private Mode ຂຶ້ນມາອີກຄັ້ງ ໂດຍຂໍ້ມູນທີ່ເຮົາສາມາດເຊື່ອງເອົາໄວ້ໄດ້ແກ່ Gallery, ວີດີໂອ, ເພັງ,ໄຟລ໌ສ່ວນໂຕ

E7_SC_011

ທົດສອບໄຟລ໌ຄວາມລະອຽດ FuLL HD 1080p ລ່ຽນໄຫລດີ ບໍ່ມີສະດຸດ.

E7_SC_012

E7_SC_013

ເຄຶ່ອງຫລິ້ນເພັງສາມາດປັບ EQ ແບບສຳເລັດຮູບ ແລະ ປັບແຕ່ງດ້ວຍຕົນເອງໄດ້ ມາພ້ອມກັບລະບົບປັບແຕ່ງສຽງ ແລະ ຈຳລອງສຽງມາໃຫ້ໃຊ້ຢ່າງຈຸໃຈ ແລະ ຍັງຄົງມີລະບົບ Adapt Sound ເຊິ່ງກໍ່ຄືການປັບຈູນສຽງດ້ວຍຫູເົຮາເອງ ນອກຈາກນີ້ວິທະຍຸຍັງມີຫນ້າຕາສວຍງາມ ແລະ ສາມາດຮັບຟັງຜ່ານອອນໄລ ໄດ້ດ້ວຍ ແລະ ດຶງຂໍ້ມູນສະຖານີມາສະແດງໄດ້ອີກດ້ວຍ ລວມທັງຍັງສາມາດບັນທືກເກັບເອົາໄວ້ຟັງຕາມຫລັງໄດ້ອີກດ້ວຍ.

E7_SC_014

ທົດສອບຫລິ້ນເກມພາບງາມໆຢ່າງ Heaven Strike Rivals ລ່ຽນໄຫລດີຫລາຍ.

E7_SC_015

Samsung Galaxy E7 ມາພ້ອມກັບກ້ອງຄວາມລະອຽດ 13MP, 4128 x 3096 pixels, Autofocus, LED flash ບັນທຶກວິດີໂອຄວາມລະອຽດ Full HD 1080p, 30fps ແລະ ກ້ອງຫນ້າຄວາມລະອຽດ 5MP ຮອງຮັບການຍົກມືເພື່ອຖ່າຍ Selfie ຄຸນນະພາບກ້ອງສວຍງາມຫລາຍ ແຕ່ວ່າ White Balance ບໍ່ຖືກຕອ້ງດີປານໃດ ລອງທຽບກັບ Galaxy A5 ແລ້ວເຫັນເຖິງຄວາມແຕກຕ່າງ ແຕ່ໂດຍລວມກໍ່ຖືວ່າໃຊ້ໄດ້ ສ່ວນກ້ອງຫນ້າຍັງບໍ່ຖທວ່າດີຫລາຍ ແຕ່ກໍ່ດີກວ່າແຕ່ກ່ອນຫລາຍ ມີ Beauti Mode ມາໃຫ້ໃຊ້ດ້ວຍ ສາມາດປັບແຕ່ງໄດ້ 3 ສ່ວນຄື: ດວງຕາ, ຜິວຫນ້າ ແລະ ຄວາມພຽວຂອງໃບຫນ້າ.

ຕົວຢ່າງພາບຖ່າຍຈາກ Samsung Galaxy E7

Samsung_Galaxy_E7_CA_001

Samsung_Galaxy_E7_CA_003

Samsung_Galaxy_E7_CA_004

Samsung_Galaxy_E7_CA_005

Samsung_Galaxy_E7_CA_006

Samsung_Galaxy_E7_CA_008

Samsung_Galaxy_E7_CA_002

Samsung_Galaxy_E7_CA_011

Samsung_Galaxy_E7_CA_012

Samsung_Galaxy_E7_CA_013

Samsung_Galaxy_E7_CA_014

Samsung_Galaxy_E7_CA_016

Samsung_Galaxy_E7_CA_009

Samsung_Galaxy_E7_CA_010

Samsung_Galaxy_E7_CA_017

Samsung_Galaxy_E7_CA_018

Samsung_Galaxy_E7_CA_019

 

ຂໍ້ດີຂອງ Samsung Galaxy E7

  1. ໂຕເຄື່ອງງານປະກອບແຫນ້ນຫນາດີ, ວັດສະດຸຄຸນນະພາບດີ ບາງພຽງ 7.3 ມມ.
  2. ຫນ້າຈໍ Super AMOLED ຂະຫນາດໃຫຍ່ 5.5 ນີ້ວຄວາມລະອຽດ HD 720p 720 x 1280p (267ppi)
  3. ສະເປັກຫນ້າສົນໃຈ Snapdrogon 410, Ram 2GB, ຫນ່ວຍຄວາມຈຳພາບໃນ 16GB ເພີ່ມພາຍນອກໄດ້ສູງສຸດ 64GB ການໃຊ້ງານລ່ຽນໄຫລດີຫລາຍ ບໍ່ແພ້ລຸ່ນໃຫຍ່ກັນເລີຍ.
  4. ກ້ອງຄວາມລະອຽດ 13MP ແລະ ກ້ອງຫນ້າ 5MP ຄຸນນະພາບດີ.
  5. ແບັດຯຄວາມຈຸ 2950 mAh ທົນໃຊ້ໄດ້.

 

ຂໍ້ເສຍຂອງ Samsung Galaxy E7

  1. ກ້ອງ White Balance ບໍ່ແມ້ນ ສີບໍ່ຖືກຕ້ອງ.

Samsung_Galaxy_E7_010

Samsung_Galaxy_E7_012

 

ສຳລັບ Samsung Galaxy E7 ຖືວ່າຄຸ່ມຄ່າໃນລາຄາພຽງແຕ່ປະມານ 2.875.000 ກີບ ໄດ້ສະມາດໂຟນທີ່ໃຊ້ງານໄດ້ດີແບບນີ້ ຖືວ່າພຽງພໍຕໍ່ກັບການໃຊ້ງານທົ່ວໄປ. ຫນ້າຈໍໃຫຍ່ ສວຍງາມ ການໃຊ້ງານລ່ຽນໄຫລ ແບັດຯທົນ ແລະ ກ້ອງກໍ່ສວຍງາມໃຊ້ໄດ້ ແຖມຍັງຖ່າຍ Selfie ໄດ້ດີອີກດ້ວຍ ໄຜທີ່ງົບບໍ່ຫລາຍ ແລະ ມັກໃນແບຣນ Samsung ຢູ່ແລ້ວ Samsung Galaxy E7 ເປັນອີກລຸ້ນທີ່ຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ.

 

[gradeA]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version