Advertisement

ເປີດໂຕມາດ້ວຍກະອສຕອບຮັບທີ່ດີຫລາຍສຳລັບ Samsung Galaxy S6 ແລະ Samsung Galaxy S6 Edge ເຊິງຄວາມຈິງແລ້ວ ປະເດັນຫລັກຂອງການເປີດໂຕທັງຫມົດແມ່ນແນ່ໃສ່ Samsung Galaxy S6 Edge ຫລາຍກວ່າຢ່າງເຫັນໄດ້ຊັດເຈນ ທັງໃນເລື່ອງຂອງການອອກແບບໃຫມ່ຫມົດຈົດ, ຄວາມສວຍງາມທີ່ຫລາຍກວ່າຄຳວ່າສວຍງາມ ເຫມືອນກັບໂທລະສັບທີ່ອອກແບບມາເພື່ອລົບຈຸດອອ່ນຂອງຄຳກ່າວຫາວ່າສິນຄ້າສະມາດໂຟນຂອງ Samsung  “ບໍ່ງາມ” ເພາະຕ້ອງຍອມຮັບວ່າ Samsung Galaxy S6 Edge ງາມເກີນກວ່າທີ່ຄາດຫວັງໄວ້ໄປໄກເລີຍ…

Samsung Galaxy S6 EdgeDSC05616

Advertisement

ສະເປັກຂອງ Samsung Galaxy S6 Edge

  • 3G HSDPA 850 / 900 / 1900 / 2100MHz
  • 4G LTE
  • HSPA 42.2/5.76 Mbps, LTE Cat6 300/50 Mbps
  • ຂະຫນາດໂຕເຄື່ອງ 142.1 x 70.1 x 7 ມມ. ນ້ຳຫນັກ 132 ກຣາມ
  • ຫນ້າຈໍ Super AMOLED capacitive touchscreen, 16M colors ຂະຫນາດ 5.1 ນີ້ວຄວາມລະອຽດ 1440 x 2560 pixels (577 ppi)
  • ກະຈົກປ້ອງກັນຮອຍຂູດຂີດ Gorilla Glass 4 ທັງດ້ານຫນ້າ ແລະ ດ້ານຫລັງ
  • Fingerprint sensor (PayPal certified)
  • Samsung Pay (Visa, MasterCard certified)
  • Wireless charging (Qi/PMA)
  • Android 5.0.2 Lollipop  ປັບແຕ່ງທັບດ້ວຍ TouchWiz UI ຮູບແບບໃຫມ່
  • CPU Exynos 7420 Quad-core 1.5 GHz Cortex-A53 & Quad-core 2.1 GHz Cortex-A57
  • GPU Mali-T760
  • RAM 3GB
  • ຫນ່ວຍຄວາມຈຳພາຍໃນຈະມີໃຫ້ເລືອກ 3 ຂະຫນາດ 32/64/128GB
  • Wi-Fi 802.11 a/b/g/n/ac, dual-band, Wi-Fi Direct, hotspot
  • Bluetooth 4.0, A2DP, LE, apt-X
  • NFC
  • Infrared Port
  • Micro USB 2.0, MHL 3 TV-out, USB Host
  • GPS, GLONASS, Beidou
  • ເຊັນເຊີ້ Accelerometer, gyro, proximity, compass, barometer, heart rate, SpO2
  • ກ້ອງຫລັງຄວາມລະອຽດ 16 MP, F 1.9, 2988 x 5312 pixels, optical image stabilization, autofocus, LED flash, Geo-tagging, touch focus, face detection, Auto HDR, panorama
  • ັບນທຶກວີດີໂອຄວາມລະອຽດ 2160p@30fps, 1080p@60fps, 720p@120fps, HDR, dual-video rec.
  • ກ້ອງຫນ້າຄວາມລະອຽດ 5 MP, 1080p@30fps, dual video call, Auto HDR
  • ແບັດເຕີລີ້ຄວາມຈຸ 2600 mAh
  • ມີໃຫ້ເລືອກ 4 ສີໄດ້ແກ່ White Pearl, Black Sapphire, Gold Platinum, Green Emerald

 

ກະຈົກຫນ້າຈໍໂຄ້ງທັງສອງຂ້າງ ຄັ້ງທຳອິດທີ່ພົບເຫັນຄວາມຮູ້ສຶກຄືກັບ “ ຜ້າ “ ທີ່ປິດປົກຄຸມລົງໄປຫາໂຕເຄື່ອງ ຈາກຂອບໄປຫາຂອບ ພິກກັບມາດ້ານຫລັງຍັງພົບກັບກະຈົກເງົາສະທ້ອນແສງເປັນສີສັນ ຂອບໂລຫະທີ່ເຂົ້າກັນ ໂຄ້ງມົນທັງດ້ານເທິງ ແລະ ລຸ່ມ ລວມທັງຂອບດ້ານຂ້າງທີ່ບາງຫລາຍ.

Samsung Galaxy S6 EdgeDSC05824     Samsung Galaxy S6 EdgeDSC05827     Samsung Galaxy S6 EdgeDSC05835

Samsung Galaxy S6 EdgeDSC05337     Samsung Galaxy S6 EdgeDSC05620

ເລື່ອງຂອງຮູບລັກສະນະພາບນອກເຊື່ອວ່າທຸກຄົນສາມາດຕັດສິນໃຈເອງໄດ້ວ່າ ງາມຫລື ບໍ່ງາມ ມັກຫລື ບໍ່ມັກ ແຕ່ສິ່ງທີ່ເົຮາໄດ້ທົດສອບການໃຊ້ງານຫນ້າຈະສຳຄັນກວ່າ.

ຈາກການທົດສອບການໃຊ້ງານເຄື່ອງ Samsung Galaxy S6 Edge ຫນ້າໂຮມໂຕໃຫມ່ (ທີ່ອາດຈະຄູ້ສຶກວ່າບໍ່ແຕກຕ່າງເກົ່າຫລາຍ) ລຽບງ່າຍຫລາຍຂຶ້ນ ເຂົ້າກັບລະບົບ Android Lollipop ຫລາຍຂຶ້ນ.

Samsung Galaxy S6 EdgeScreenshot_2015-04-09-21-34-13     Samsung Galaxy S6 EdgeScreenshot_2015-04-09-21-33-24     Samsung Galaxy S6 EdgeScreenshot_2015-04-09-21-33-12

Samsung Galaxy S6 EdgeScreenshot_2015-04-09-21-32-30

ປຸ່ມໂຮມດ້ານລຸ່ມເຄື່ອງໃຊ້ເປັນປຸ່ມລັດໃນການເີ້ອນໃຊ້ກ້ອງໄດ້ໄດຍການກົດສອງຄັ້ງ ແລະ ກົດຄ້າງເພື່ອເປັນປຸ່ມໃນການຄົ້ນຫາ ລວມທັງກົດພ້ອມກັນກັບປຸ່ມເປີດປິດເພື່ອເຊບພາບຫນ້າຈໍໄດ້ອີກ.

Samsung Galaxy S6 EdgeDSC05831

ປຸ່ມຊ້າຍຂວາດ້ານລຸ່ມຫນ້າຈໍ ຊ້າຍຄືປຸ່ມ Recent Apps ສຳລັບຫານເອີ້ນໃຊ້ງານແອັບຯຍ້ອນຫລັງ ແລະ ເອີ້ນໃຊ້ແອັບຯໃຫ້ສາມາດທຳງານໄດ້ແບບເຄິ່ງຫນ້າຈໍເພື່ອເປີດສອງແອັບຯຂຶ້ນມາທຳງານພ້ອມໆກັນ ແຕ່ເປັນປຸ່ມທີ່ຂ້ອນຂ້າງລຳຄານເຊັ່ນກັນ ເພາະວ່າຖ້າຄົນທີ່ມືໃຫຍ່ເວລາຫລີ້ນເກມ ຫລື ກົດຖ່າຍຮູບມືຈະໄປກົດປຸ່າມນີ້ແບບບໍ່ຕັ້ງໃຈ ສ່ວນປຸ່ມດ້ານຂ້າງຂວາຄືປຸ່ມ Back ຫລື ປຸ່ມຍ້ອນກັບ.

ຄວາມລ່ຽນໄຫລໃນການເັຮດວຽກຢູ່ໃນຂັ້ນສູງ ໄດຍສະເພາະຖ້າເຮົາປິດຫນ້າ Flipboard (ຫນ້າທຳອິດ) ເພາະໃນຫນ້າທຳອິດຈະເປັນການເຮັດວຽກຂອງຫນ້າ Feed ຂ່າວ, Brefing ຫນ້່ຈະເປັນທີ່ຖືກໃຈສຳລັບຄົນທີ່ມັກຕິດຕາມຂ່າວສານຈາກເວັບໃຊ້ຕ່າງປະເທດ ແຕ່ກໍ່ເນັດໃຫ້ການເຮັດວຽກຂອງຫນ້າໂຮມຊ້າຕາມໄປນຳ ບໍ່ແມ່ນເພາະສະເປັກເຄື່ອງຊ້າ ແຕ່ເພາະໃນຫນ້າຟີດຂ່າວຈຳເປັນຕ້ອງດາວໂຫລດຂໍ້ມູນຂ່າງຈາກຕ່າງປະທດກອ່ນຈະສະແດງຜົນໄດ້ ຈາກການທົດລອງໃຊ້ງານ ແຕ່ຖ້າວ່າບໍ່ໄດ້ໃຊ້ກໍ່ແນະນຳໃຫ້ປິດໄປດີກວ່າ ເຄຶ່ອງຈະໄວຂຶ້ນຫລາຍ (ວິທີການປິດຄືໃຊ້ສອງນີ້ວຈີບຫນ້າຈໍເຂົ້າເພື່ອເລື່ອນໄປທີ່ຫນ້າທຳອິດ ແລ້ວກົດປິດໄດ້ເລີຍ)

Samsung Galaxy S6 EdgeScreenshot_2015-04-09-21-52-28     Samsung Galaxy S6 EdgeScreenshot_2015-04-09-21-52-34

ຫນ້າໂຮມຂອງ TouchWiz UI ໂຕໃຫມ່ທາງ Samsung ໄດ້ມີການເຮັດ Themes ມາແຈກໃຫ້ສາມາດດາວໂຫລດປ່ຽນໃຊ້ງານໄດ້ເຊິ່ງຕອນນີ້ມີແຈກຫລາກຫລາຍແບບກັນເລີຍ ແລະ ໃນອະນາຄົດຫນ້າຈະມີມາອີກແນ່ນອນ ເພາະວ່າມີການແຍກ Themes ໄປຍັງ Store ຕ່າງຫາກໂດຍສະເພາະເລີຍ (ອາດຈະມີ Themes ສຳລັບຂາຍອີກ) ເຊິ່ງການປ່ຽນ Themes ໂຕເຄື່ອງຈະປ່ຽນຫມົດທັງພາບຫນ້າຈໍ, ໄອຄອ້ນແອັບຯ, ເມນູການຕັ້ງຄ່າ ແລະ ປຸ່ມຄຳສັ່ງຕ່າງໆ.

Samsung Galaxy S6 EdgeDSC05316

Samsung Galaxy S6 EdgeScreenshot_2015-04-04-15-13-30     Samsung Galaxy S6 EdgeScreenshot_2015-04-04-15-13-22     Samsung Galaxy S6 EdgeScreenshot_2015-04-04-15-13-09

Samsung Galaxy S6 EdgeScreenshot_2015-04-04-15-13-00     Samsung Galaxy S6 EdgeScreenshot_2015-04-04-09-03-14     Samsung Galaxy S6 EdgeScreenshot_2015-04-04-09-03-12

Samsung Galaxy S6 EdgeScreenshot_2015-04-04-09-02-52     Samsung Galaxy S6 EdgeScreenshot_2015-04-04-09-02-13     Samsung Galaxy S6 EdgeScreenshot_2015-04-04-09-03-08

Samsung Galaxy S6 Edge ສາມາດກຳຫນົດຂະຫນາດຕາລາງຫນ້າໂຮມໄດ້ ວ່າຕ້ອງການພື້ນທີ່ຈັດວາງໄອຄອນ ຫລື Widget ເົທ່າໃດ 4×4, 4×5 ແລະ 5×5 ມີໂຫມການໃຊ້ງານແບບງ່າຍສຳລັບຜູ່ທີ່ບໍ່ຊຳນານການໃຊ້ແອນດຣອຍ ເຊິ່ງຈະເຫືອພຽງແຕ່ໄອຄອນແອບັຯ ແລະ ລາຍຊື່ຕິດຕໍ່ເທິງຫນ້າຈໍເທົ່ານັ້ນ.

Samsung Galaxy S6 EdgeScreenshot_2015-04-09-21-37-39

ຫນ້າການແຈ້ງເຕືອນ UI ຂອງ Samsung ຍັງຄົງເປັນສິ່ງທີ່ຫລາຍຄົນມັກເພາະວ່າມັນສາມາດເຂົ້າເຖິງການເປີດປິດຟັງຊັ່ນຫລັກໆຂອງໂຕເຄື່ອງໄດ້ເກືອບທັງຫມົດ ລວມທັງຍັງມີປຸ່ມ S-Finder ທີໃຊ້ເປັນໂຕຄົ້ນຫາສິ່ງຕ່າງໆໃນໂຕເຄື່ອງ ແລະ ອອນໄລນ໌ກັບປຸ່ມເຊື່ອມຕໍ່ດ່ວນສຳລັບຜູ່ທີ່ໃຊ້ງານຮ່ວມກັບອຸປະກອນອື່ນໆພາຍໃນເຮືອນ ຫລື ບ່ອນເຮັດວຽກເປັນປະຈຳ.

Screenshot_2015-04-10-02-21-53     Samsung Galaxy S6 EdgeScreenshot_2015-04-09-21-33-18     Samsung Galaxy S6 EdgeScreenshot_2015-04-09-22-04-34

ຫນ້າການແຈ້ງເຕືອນອອກແບບໃຫ້ໂປ່ງແສງ ແລະຫຍໍ້ສ່ວນລົງເພື່ອໃຫ້ສະບາຍຕາ ເມື່ອຕ້ອງການຈະເບິ່ງການແຈ້ງເຕືອນໃຫ້ຫລາຍຂຶ້ນກໍ່ສາມາດກົດແຖບດ້ານລຸ່ມເພື່ອຂະຫຍາຍອອກມາເບິ່ງໄດ້.

Samsung Galaxy S6 EdgeScreenshot_2015-04-09-22-39-03     Samsung Galaxy S6 EdgeScreenshot_2015-04-09-22-39-07

ການຕັ້ງຄ່າໂຕເຄື່ອງອອກແບບໃຫມ່ໃຫ້ຫມວດຫມູ່ ແລະ ໄອຄອນເບິ່ງງ່າຍຂຶ້ນ ໃນຫນ້າເມນູຍ່ອຍຈະເບິ່ງເຂົ້າໃຈງາຍຂຶ້ນກວ່າເກົ່າຫລາຍເລີຍ ມີຮູບປະກອບການເຮັດວຽກໃຫ້ເຫັນຢູ້ດ້ານເທິງ.

Samsung Galaxy S6 EdgeScreenshot_2015-04-09-21-33-24

ການຕັ້ງຄ່າເຊື່ອມຕໍ່ລວມຫມວດຫມູ່ມາໃຫ້ໃນຫນ້າດຽວ ຟັງຊັ່ນການດາວໂຫລດບູສເຕີ້ທີ່ສາມາດນຳຄວາມໄວຂອງ Wi-Fi ແລະ 4G ມາໃຊ້ຮ່ວມກັນໄດ້ເພື່ອເພີ່່ມຄວາມໄວຂອງເນັດ ການເຊື່ອມຕໍ່ອຸປະກອນ  MirrorLink ເຊັ່ນ: ລົດຍົນເປັນຕົ້ນ.

Samsung Galaxy S6 EdgeScreenshot_2015-04-09-21-33-27

ຟັງຊັ່ນການທຳງານຜ່ານການເຄື່ອນໄຫວ ແລະ ເຊັນເຊີ້ຍັງຄົງມີມາໃຫ້ຢູ່ຄືເກົ່າ ເຊັັນ: ການໂທໂດຍກົງ ບໍ່ຕ້ອງກົດພຽງແຕ່ຍົກເຄື່ອງມາແນບຫູ, ການເຕືອນອັດສະລິຍະເມື່ອສຳຜັດເຄື່ອງຫລັງມີການຕິດຕໍ່ເຂົ້າາມາໂດຍອັດຕະໃນມັດ ຫລື ການປິດສຽງເຄື່ອງໂດຍການຂວ້ຳຫນ້າ ແລະ ການໃຊ້ຝ່າມືປັດຜ່ານຫນ້າຈໍເພື່ອຈັບພາບຫນ້າຈໍ.

Samsung Galaxy S6 EdgeScreenshot_2015-04-09-21-33-35

ລະບົບການປ້ອງກັນດີຂຶ້ນຫລາຍເພາະ Samsung Galaxy S6 Edge ຮອງຮັບການສະແກນລາຍນີ້ວມືໃນຮູບແບບໃຫມ່ບໍ່ແມ່ນການຮູດມືຜ່ານປຸ່ມໂຮມອີກແລ້ວ ແຕ່ໃຊ້ການ “ແຕະ” ແລະ ຄວາມຖືກຕອ້ງກໍ່ສູງຂຶ້ນຫລາຍກວ່າ Samsung Galaxy S5 ປະມານວ່າຟ້າກັບເຫວ ຫະຫະ..ແຕກຕ່າງກັນຕັ້ງແຕ່ຂັ້ນຕອນການສະແກນນີ້ວທີ່ລະອຽດຂຶ້ນຫລາຍ.

Samsung Galaxy S6 EdgeScreenshot_2015-04-09-21-34-23     Samsung Galaxy S6 EdgeScreenshot_2015-04-09-21-34-27     Samsung Galaxy S6 EdgeScreenshot_2015-04-09-21-34-31

ໃນຫນ້າການຕັ້ງຄ່າລະບົບປ້ອງກັນຍັງສາມາດປັບແຕ່ງ ແລະ ມີບໍລິການຊ່ວຍເຫລືອອີກຫລວງຫລາຍ ເຊັ່ນການຕິດຕາມເຄື່ອງ ແລະ ການເປີດລະບົບການປ້ອງກັນການຖືກແຮັກ ຫລື ການເຂົ້າເຖິງຂໍ້ມູນຂອງເຮົາພາຍໃນເຄື່ອງຜ່ານຟັງຊັ່ນ “KNOX”

Samsung Galaxy S6 EdgeScreenshot_2015-04-09-22-23-54

ລະບົບການລ໊ອກເຄື່ອງຂອງ Samsung ມີຄວາມພິເສດເພາະລະບົບໃຫມ່ທີ່ເອີ້ນວ່າ “Smart Lock” ເຮົາສາມາດເວັ້ນວັກການລ໊ອກຫນ້າຈໍເພື່ອຄວາມປອດໄໄພຈາກກໍລະນີດັ່ງຕໍ່ໄປນີ້ໄດ້.

  • ເມື່ອຢູ່ໃກ້ກັບອຸປະກອນທີ່ຫນ້າເຊື່ອຖື ເຊັ່ນ: SmartWatch ຫລື ຄົ້ນພົບລະບົບ Bluetooth ໃນລົດຂອງເຮົາ ໄລຍະປະມານ 100 ແມັດ.
  • ເມື່ອຢູ່ໃກ້ Sticker NFC ທີ່ເຮົາຕັ້ງຄ່າໄວ້
  • ເມື່ອຢູ່ສະຖານທີ່ທີ່ເຮົາເຄີຍລົງທະບຽນໄວ້ (ໂຕເຄື່ອງກວດສອບຜ່ານລະົບບ GPS)

Samsung Galaxy S6 EdgeScreenshot_2015-04-09-22-25-24

ເຮົາຍັງສາມາດລະບຸເວລາໃນການລ໊ອກເຄື່ອງແບບປົກະຕິ ແລະ ແບບລ໊ອກເຄື່ອງຂັ້ນສູງ (ການສະແກນນີ້ວ) ໄດ້ຕາມເວລາທີ່ຕອ້ງການ ບໍ່ຈຳເປັນທີ່ຕອ້ງປົດລ໊ອກແບບຂັ້ນສູງສະເຫມີໄປ ເມື່ອເວລາຜ່ານໄປຕາມທີ່ເຮົາຕັ້ງຄ່າໄວ້.

Samsung Galaxy S6 EdgeScreenshot_2015-04-09-22-25-16

ສາມາດລະບຸການຕັ້ງຄ່າສຳຄັນທີ່ເຮົາໃຊ້ງານປະຈຳມາໄວ້ດ້ານເທິງໄດ້ອີກ.

Samsung Galaxy S6 EdgeScreenshot_2015-04-09-22-34-18

ມາເຖິງການຕັ້ງຄ່າສຳຄັນທີ່ເປັນຈຸດເດັ່ນຂອງ Samsung Galaxy S6 Edge ນັ້ນຄືການຕັ້ງຄ່າຫນ້າຈໍຂອບຂ້າງຂອງເຄື່ອງທີ່ໂຄ້ງລົງໄປວ່າມັນສາມາດເຮັດຫຍັງໄດ້ແດ່ ຫລັກໆກໍ່ເປັນການ “ແຈ້ງເຕືອນເພື່ອອ່ານ” ສະແດງຟີດຂ່າວຈາກແອັບຯທີ່ຮອງຮັບເຊັ່ນ: Twitter, ການລາຍງານຂ່າວ ແລະ ການສະແດງວັນເວລາ ແຕ່ການຈະສະແດງຂໍ້ມູນເຫລົ່ານີ້ໄດ້ນັ້ນ ຕອ້ງເປັນຕອນທີ່ຫນ້າຈໍປິດລ໊ອກໄວ້ແລ້ວເທົ່ານັ້ນ ໃນຂະນະທີ່ເຄື່ອງເປີດຫນ້າຈໍເນັດວຽກປົກະຕິ ຈະບໍ່ສາມາດສະແດງຫຍັງໄດ້ ນອກຈາກການເຮັດວຽກຕາມປົກະຕິຂອງຫນ້າຈໍທົ່ວໄປຈາກຂອບຊ້າຍມາຈົນເຖິງຂອບຂວາ.

Samsung Galaxy S6 EdgeScreenshot_2015-04-09-21-36-56     Samsung Galaxy S6 EdgeScreenshot_2015-04-09-21-37-20     Samsung Galaxy S6 EdgeScreenshot_2015-04-09-21-37-14

ສາມາດດາວໂຫລດ ແລະ ຕິດຕັ້ງຟີດຂອບຈໍມາເພີ່ມໄດ້ຈາກໃນ Galaxy Apps ຈາກທາງ Samsung ເຊິ່ງໃນຂະນະນີ້ຍັງບໍ່ທັນມີແອັບຯຫຍັງຫລາຍ ເປັນການແຈ້ງເຕືອນສາຍເຂົ້າ ຟີດຂ່າວ Twitter ຕາມປົກະຕິ ເຊິ່ງເຮົາຕ້ອງເຂົ້າໄປກຳນົດຄ່າວ່າຈະໃຫ້ສະແດງຫຍັງແດ່ ຂະນະທີ່ຫນ້າຈໍລ໊ອກ ແລະ ຕ້ອງເລືອກຂອບເຄື່ອງວ່າຈະໃຫ້ສະແດງທີ່ດ້ານຊ້າຍ ຫລື ດ້ານຂວາເທົ່ານັ້ນ.

Samsung Galaxy S6 EdgeScreenshot_2015-04-09-21-36-00

ມີໂຫມດທີ່ເອີ້ນວ່າ ໂມງກາງຄືນເຊິ່ງເົຮາສາມາດຕັ້ງຄ່າ ໃຫ້ຂອບຈໍໂຄ້ງຂ້າງເຄື່ອງສະແດງໂມງຕະຫລອດເວລາໄດ້ໃນເວລາຫນ້າຈໍປິດ ໂດຍສາມາດກຳນົດເວລາເລີ່ມທຳງານ ແລະ ຈົບການທຳງານຂອງການສະແດງໂມງດັ່ງກ່າວໄດ້.

Samsung Galaxy S6 EdgeDSC05859

ການເອີ້ນໃຊ້ຟີດດ້ານຂອບເຄື່ອງ ເຮັດໄດ້ໂດຍການຮູດນີ້ວໄປຕາມຂອບຂຶ້ນ ແລະ ລົງຫນຶ່ງຄັ້ງ ຟີດຂ້າງຈໍກໍ່ຈະສະແດງຂຶ້ນມາ ແລະ ສາມາດສະຫລັບໄປຍັງຟີດອື່ນໆໄດ້ໂດຍກາຍເລື່ອນຊ້າຍຂວາໄປເລື້ອຍໆ.

Samsung Galaxy S6 EdgeDSC05866

ຂອບຂ້າງເຄື່ອງຍັງມີຄວາມສາມາດໃນການເອີ້ນໃຊ້ລາຍຊື່ຕິດຕໍ່ດ່ວນໄດ້ 5 ລາຍຊື່ ໂດຍຈະລະບຸສີ 5 ສີ ສຳລັບບຸກຄົນ 5 ຄົນ ມັນເທ່ຢູ່ບ່ອນນີ້ເອງ ^_^ ເມື່ອມີການໂທເຂົ້າມາຈາກບຸກຄົນໄດ້ຄົນຫນຶ່ງ ຈາກໃນ 5 ລາຍຊື່ດັ່ງກ່າວຂອບຂ້າງຈໍເຄື່ອງຈະປ່ຽນໄປເປັນໄຟແຈ້ງເຕືອນທີ່ສວຍງາມຕາມສີຂອງບຸກຄົນນັ້ນ ຕາມທີ່ເຮົາຕັ້ງໄວ້ ເມື່ອຂວ້ຳຫນ້າຈໍລົງ ສວຍງາມຫລາຍ….

Samsung Galaxy S6 EdgeDSC05340

ການແຈ້ງເຕືອນສາຍບໍ່ໄດ້ຮັບກໍ່ຈະສະແດງຢູ່ດ້ານຂ້າງເຄື່ອງໃຫ້ເຮົາສາມາດລາກມັນອອກມາເບິ່ງ ແລະ ກົດຕິດຕໍ່ກັບໄດ້ທັນທີ ແຖມັຍງອອກມາໄດ້ແບບສວຍງາມອີກດ້ວຍ.

Samsung Galaxy S6 EdgeScreenshot_2015-04-09-23-43-51     Samsung Galaxy S6 EdgeScreenshot_2015-04-09-23-43-55     Screenshot_2015-04-10-02-42-19

ການສະແດງຜົນ

ຫນ້າຈໍ QuadHD ຄວາມລະອຽດສູງສຸດເທິງຈໍໂຄ້ງທີ່ແປກຕາ ບອກໄດ້ເລີຍວ່າປ່ຽໜມຸມມອງຈາກທີ່ເຄີຍໆໄດ້ເຫັນ ເມື່ອໄດ້ໃຊ້ງານໂຕຈິງແລ້ວ ບໍ່ວ່າຈະເປັນການຫລິ້ນເກມ ຫລື ເບິ່ງຄຣິບວີດີໂອ ສິ່ງທຳອິດທີ່ຮູ້ສຶກໄດ້ກໍ່ຄືຄວາມງາມ, ໃຫຍ່ກວ່າ ແລະ ເຕັມຕາກວ່າ ດ້ວຍການທີ່ຂອບຈໍມັນໂຄ້ງຈົົນສຸດຂອບຊ້າຍຂວາ ຫລື ເທິງລຸ່ມ ຖ້າໄດ້ໃຊ້ງານໃນແນວນອນ ມຸມມອງໃນຂະນະທີ່ໃຊ້ງານຈາກດ້ານຫນ້າກວ້າງກວ່າປົກະຕິທີ່ເຄີຍໃຊ້ກັນ ຄືກັບວ່າຂອບຈໍມັນຫາຍໄປ ລອງຫາເບິ່ງຄຣິບທີ່ສະແດງຜົນເຕັມຈໍມາເບິ່ງ ຈະໃຫ້ອາລົມທີ່ບໍ່ເຄີຍພົບມາກ່ອນເລີຍແຫລະ!!!

Samsung Galaxy S6 EdgeDSC05886     Samsung Galaxy S6 EdgeDSC05894      Samsung Galaxy S6 EdgeDSC05897

ລະບົບສຽງ

ສຽງດັງ ແຫລມ ແລະ ຄົມແຕ່ສຽງອອກຈະແບນໆ ບໍ່ຄ່ອຍທຸ້ມເມື່ອເປີເພັງ ຫລື ສຽງທີ່ຕ້ອງການຄວາມແຫນ້ນຈາກລຳໂພງໂຕເຄື່ອງ ແຕ່ກໍ່ນັບວ່າເປັນລຳໂພງທີ່ດີອີກແບບ.

Samsung Galaxy S6 EdgeDSC05900

ພາຍໃນໂຕເຄື່ອງຈະມີລະບົບການປັບແຕ່ງສຽງທີ່ເຮັດວຽກກັບຫູຟັງໄດ້ດີຢູ່ 3 ຟັງຊັ່ນ ຫນຶ່ງໃນນັ້ນຄືການປັບແຕ່ງສຽງຂອງຫູຟັງໃຫ້ເຂົ້າກັນກັບລັກສະນະທາງກາຍຍະພາບຂອງໂຕທ່ານເອງ ດ້ວຍການອອກແບບລະບົບໃຫ້ທົດສອບປະສິດທິພາບຂອງການໄດ້ຍິນຄື້ນສຽງໃນຄວາມຖີ່ຕ່າງໆ ເພື່ອປັບແຕ່ງລະບົບສຽງໃຫ້ເຂົ້າກັນກັບຫູຂອງທ່ານຢ່າງມີປະສິດທິພາບຫລາຍທີ່ສຸດ ໂດຍຜ່ານຊຸດທົດສອບ ແລະ ການປັບແຕ່ງດັ່ງກ່າວ ຈະຖືກນຳໄປໃຊ້ໃນການຟັງເພັງ, ການສົນທະນາໂທລະສັບ.

Samsung Galaxy S6 EdgeScreenshot_2015-04-09-23-03-16     Samsung Galaxy S6 EdgeScreenshot_2015-04-09-23-07-01     Samsung Galaxy S6 EdgeScreenshot_2015-04-09-23-07-27

ຍັງມີອີກ 2 ຟັງຊັ່ນນັ້ນຄື SoundAlive+ ແລະ ແອັມຫລອດຈຳລອງເປັນສອງຟັງຊັ່ນທີ່ຈະປັບແຕ່ງສຽງດ້ວຍຊັອບແວເພື່ອເພີ່ມມິຕິສຽງໃນຂະນະທີ່ໃຊ້ງານຫູຟັງ ລອງທົດສອບທຽບກ່ອນເປີດ ແລະ ຫລັງເປີດຈະໃຫ້ຜົນລັບຂອງສຽງທີ່ແຕກຕ່າງກັນຫລາຍ ແຕ່ບອ່ນນີ້ແລ້ວແຕ່ຄົນມັກຫລາຍກວ່າ ມັນບໍ່ໄດ້ດີພຽງແຕ່ມັນຕ່າງກັນເທົ່ານັ້ນ.

Samsung Galaxy S6 EdgeScreenshot_2015-04-09-23-05-24

ປະສິດທິພາບ

ການຫລິ້ນເກມ, ເຂົ້າເວັບໄຊ້ລ່ຽນໄຫລແບບສຸດໆ ອັນນີ້ບໍ່ແປກໃຈເລີຍ ເພາະຊຸດຫນ່ວຍປະມວນຜົນຂອງ Samsung Galaxy S6 Edge ຫນ້າຈະເປັນເຄື່ອງທີ່ມີປະສິດທິພາບສູງທີ່ສຸດເປັນອັນດັບຕົ້ນໆຂອງໂລກໃນຂະນະນີ້ ຜົນທົດສອບດ້ານຕ່າງໆກໍ່ເຮັດອອກມາໄດ້ຄະແນນສຸດທີ່ມະຫາໂຫດກັນເລີຍ.

Samsung Galaxy S6 EdgeScreenshot_2015-04-09-23-19-20     Samsung Galaxy S6 EdgeScreenshot_2015-04-09-23-19-25     Samsung Galaxy S6 EdgeScreenshot_2015-04-09-23-19-32

Samsung Galaxy S6 EdgeScreenshot_2015-04-09-23-21-34     Samsung Galaxy S6 EdgeScreenshot_2015-04-09-23-26-26

ການຈັບສັນຍານ GPS ໄວ ແລະ ຖືກຕ້ອງດີ.

Samsung Galaxy S6 EdgeDSC05905

ການໃຊ້ພະລັງງານຂອງແບັດຯນີ້ຖືວ່າເປັນຈຸດອ່ອນຂອງເຄື່ອງ ເພາະຈາກທີ່ທົດສອບໃຊ້່ງານມາ ເປີດແສງຫນ້າຈໍປະມານ 40% ໃຊ້ງານຕອນເຊົ້າຫມົດກ່ອນຄ່ຳ ເຮັດວຽກໄດ້ຕໍ່ເນື່ອງປະມານ 8 ຊົ່ວໂມງ.

Samsung Galaxy S6 EdgeScreenshot_2015-04-09-23-26-47

ແຕ່ການສາກພະລັງງານຂອງ Samsung Galaxy S6 Edge ກໍ່ເປັນຈຸດເດັ່ນເພາະສາກໄດ້ໄວຫລາຍພຽງແຕ່ປະມານ 10 ນາທີຜ່ານສາຍສາກ Adaptor ຂອງໂຕມັນເອງໄດ້ແບັດຯກັບມາເກືອບ 40% ແຖມຍັງຮອງຮັບເຕັກໂນໂລຊີການສາກແບບໄຮ້ສາຍອີກດ້ວຍ.

Samsung Galaxy S6 EdgeDSC05820

ໂຕເຄື່ອງບໍ່ຮອງຮັບການເພີ່ມຫນ່ວຍຄວາມຈຳແບບພາຍນອກ ສະນັ້ນຄວນເລືອກໃຫ້ດີວ່າຈະຊື້ເຄື່ອງທີ່ມີຫນ່ວຍຄວາມຈຳເທົ່າໃດເພື່ອໃຫ້ພໍໃຊ້ງານ ຕາມຂ່າງຈະມີການນຳເຂົ້າມາໄທມນຂະຫນາດ 2 ຄວາມຈຸ ນັ້ນຄືເຄື່ອງທີ່ມີຫນ່ວຍຄວາມຈຳ 32GB ລາຄາປະມານ 27.900 ບາດ ຫລື ປະມານ 6.975.000 ກີບ ແລະ 64GB ລາຄາປະມານ 30.900 ບາດ ຫລື ປະມານ 7.725.000 ກີບ.

Samsung Galaxy S6 EdgeScreenshot_2015-04-09-23-30-39

ຟັງຊັ່ນການທຳງານ

ໃນເຄື່ອງ Samsung Galaxy S6 Edge ທາງ Samsung ມີການທົບທວນໃຫມ່ໃນເລື່ອງຂອງການໃສ່ແອັບຯ ແລະ ຄວາມສາມາດໃນເຄື່ອງໂດຍມີການນຳການເຮັດວຽກບາງໂຕອອກໄປຈາກເຄື່ອງ ແລະ ນຳໄປໄວ້ໃນ Store ເພື່ໃຫ້ຜູ່ໃຊ້ເປັນຜູ່ເລືອກເອງວ່າຈະຕ້ອງການໃຊ້ງານຟັງຊັ່ນໂຕໃດແດ່ ເປັນການປະຫຍັດພື້ນທີ່ພາຍໃນເຄື່ອງ ລວມທັງເປັນຮູບແບບທີ່ທາງຜູ່ພັດທະນາແອັບຯຢ່າງ Samsung ເອງຈະສາມາດອັບເດດຄວາມສາມາດໃຫມ່ໆໃຫ້ກັບຜູາໃຊ້ໄດ້ວ່ອງໄວຂຶ້ນຜ່ານການອັບເດດແອັບຯທີ່ຈະສະດວກກວ່າການປ່ອຍໂຕອັບເດດຊັອບແວຂອງເຄື່ອງແບບແຕ່ກ່ອນຫລາຍ.

ນອກນັ້ນຍັງມີແອັບຯ ແລະ ບໍລິການພິເສດທີ່ຕ້ອງຍອມຮັບວ່າ Samsung ມີມາໃຫ້ຫລາຍກວ່າຄ້າຍອື່ນໂດຍສະເພາະປະເທດໄທ ລວມທັງລາວເຮົາ ບໍ່ວ່າຈະເປັນສິດທິພິເສດຈາກແອັບຯທີ່ແຈກໃຫ້ໃຊ້ກັນໃນ Galaxy App ຫລື ສິດທິພິເສດສ່ວນຫລຸດ ແລະ ຂອງແຈກຟຣີຈາກ Galaxy Gift.

Samsung Galaxy S6 EdgeScreenshot_2015-04-09-21-36-10     Samsung Galaxy S6 EdgeScreenshot_2015-04-09-21-36-14     Samsung Galaxy S6 EdgeScreenshot_2015-04-09-21-35-12

ຟັງຊັ່ນບາງໂຕສາມາດດາວໂຫລດເພີ່ມຕືມໄດ້ເຊັ່ນຄວາມສາມາດດ້ານການຖ່າຍພາບ ຫລື ຄວາມສາມາດໃນການຕັດຕໍ່ວີດີໂອ, ແປງຮູບພາບເປັນຕົ້ນ.

Samsung Galaxy S6 EdgeScreenshot_2015-04-09-21-36-14     Samsung Galaxy S6 EdgeScreenshot_2015-04-09-21-36-10     Samsung Galaxy S6 EdgeScreenshot_2015-04-09-23-41-57

ຄວາມສາມາໃນການເປັນ Remote ເພາະບໍລິເວນສ່ວນເທິງຂອງເຄື່ອງ Samsung Galaxy S6 Edge ມີ IR Infared ທີ່ສາມາດສົ່ງສັນຍານເຮັດຫນ້າທີ່ເປັນ Remote ເຄື່ອງໃຊ້ໄຟຟ້າພາຍໃນເຮືອນໄດ້ເກືອບຈະທຸກໆຢ່າງທີ່ Remote ສັ່ງງານໄດ້ລວມເຖິງມີລາຍການໂທລະພາບ ຂອງທາງ Truevision ທີ່ສາຍໃນປະເທດໄທອີກດ້ວຍ

Samsung Galaxy S6 EdgeScreenshot_2015-04-09-23-42-54     Samsung Galaxy S6 EdgeScreenshot_2015-04-09-23-42-59     Samsung Galaxy S6 EdgeScreenshot_2015-04-09-23-43-07

ມີແອັບຯທີ່ຊ່ວຍເຫລືອຈັດການໂຕເຄື່ອງຢ່າງ Smart manager ທີ່ຈະເຮັດຫນ້າທີ່ກວດສອບການເຮັດວຽກທີ່ອັນຕະລາຍ, ການຈັດການໄຟລ໌ຂີ້ເຫຍື້ອເພື່ອເພີ່ມພື້ນທີ່ຈັດເກັບໃນໂຕເຄື່ອງ ແລະ ການ Clear Ram ເປັນແອັບຯທີ່ທາງ Samsung ອອກແບບມາໃຫ້ເອງເລີຍ.

Samsung Galaxy S6 EdgeScreenshot_2015-04-09-23-42-17     Samsung Galaxy S6 EdgeScreenshot_2015-04-09-23-42-24     Samsung Galaxy S6 EdgeScreenshot_2015-04-09-23-42-34

ການສະແກນອັດຕາການເຕັ້ນຂອງຫົວໃຈຍັງມີຢູ່ ແລະ ມາພ້ອມກັບແອັບຯ S-Health ໂຕໃຫມ່ທີ່ມີຄວາມພ້ອມຫລາຍຂຶ້ນ ໃນການກວດສອບກິດຈະກຳການເຄື່ອນໄຫວ ແລະ ບັນທຶກໂປຣໄຟສຸຂະພາບພ້ອມເຮັດວຽກຮ່ວມກັບອຸປະກອນເສີມອື່ນໆທີ່ເປັນ Wearable ສຳລັບຄົນຮັກສຸຂະພາບ.

Samsung Galaxy S6 EdgeScreenshot_2015-04-10-01-27-56     Samsung Galaxy S6 EdgeScreenshot_2015-04-10-01-27-52     Samsung Galaxy S6 EdgeScreenshot_2015-04-10-01-28-15

Samsung Galaxy S6 EdgeScreenshot_2015-04-10-01-28-44     Samsung Galaxy S6 EdgeScreenshot_2015-04-10-01-28-56

ກ້ອງຖ່າຍຮູບ

ນີ້ຄືເລື່ອງທີ່ໂດດເດັ່ນທີ່ສຸດໃນການຣີວິວເຄື່ອງ Samsung Galaxy S6 Edge ເພາະຂ້ອນຂ້າງປະທັບໃຈໃນຄວາມສະຫລາດຂອງ Software ຂອງກ້ອງຫລາຍ ມີໂຫມດການຖ່າຍພາບຕ່າງໆ ມີການປັບແຕ່ງໃຫ້ຫລີ້ນຢ່າງຫລວງຫລາຍ.

Samsung Galaxy S6 EdgeScreenshot_2015-04-09-16-30-03

ໂດຍສະເພາະການຖ່າບຮູບໃນທີ່ທີ່ມີແສງຫນ້ອຍ ມັນສາມາດປັບແຕ່ງໃຫ້ຮູບພາບສວຍງາມແບບຫນ້າປະທັບໃຈຈົນເຖິງທີ່ສຸດ ແຕ່ວ່າບໍ່ແມ່ນໃນດ້ານຂອງຄຸນນະພາບ.

ນັ້ນເພາະວ່າ Samsung Galaxy S6 Edge ຈະປັບພາບ (JPG) ທີ່ເຮົາຖ່າຍມາໃຫ້ສວຍງາມ (ທີ່ສຸດ) ໃນລະດັບພາບທີ່ສະແດງເທິງຫນ້າຈໍສະມາດໂຟນ ແລະ ເປັນຂະຫນາດພາບທີ່ພ້ອມຈະນຳໄປ Share ໃນ Social ຕ່າງໆ.

ແຕ່ເມື່ອເົຮາລອງຂະຫຍາຍພາບເບິ່ງ ຈະພົບວ່າຄຸນະພາບຂອງຮູບພາບທີ່ໄດ້ກໍ່ຍັງເປັນພາບຂອງລະດັບມືຖື ທີ່ຈະມີຈຸດລົບກວນເທິງພາບຢ່າງຫລວງຫລາຍໃນທີ່ແສງຫນ້ອຍ ແຖມຍັງອາດຈະພົບຄວາມບໍ່ລະອຽດຂອງພາບຫລາຍທີ່ສຸດເມື່ອຂະຫຍາຍພາບເຕັມຮ້ອຍເປີເຊັນ ແຕ່ມັນບໍ່ແມ່ນເລື່ອງຮ້າຍແຮງເພາະວ່ານີ້ກໍ່ຖືວ່າເປັນລະດັບເທບຂອງກ້ອງມືຖືໃນປັດຈຸບັນຫລາຍແລ້ວ. ແຕ່ບັນຫາທີ່ຕ້ອງລະວັງເປັນເລື່ອງຂອງເລນກວ້າງທີ່ກວ້າງຈົນຂອບຂ້າງບາງຄັ້ງຜິດສ່ວນ ຄວນປັບອົງສາອົງສາພາບໃຫ້ດີກ່ອນກົດຊັດເຕີເນາະ :D

ຕົວຢ່າງພາບຖ່າຍຂອງ Samsung Galaxy S6 Edge

20150410_033747

20150410_033826

20150410_033850

20150410_033916

20150410_033816

Samsung Galaxy S6 Edge20150409_174840

Samsung Galaxy S6 Edge20150406_204243

Samsung Galaxy S6 Edge20150406_204144

*****ຖ້າລອງຊູມພາບເຂົ້າໄປຈະເົຂ້າໃຈວ່າພາບທີ່ສວຍງາມຈາກການປັບແຕ່ງຂອງຊອັບແວມັນເປັນແບບໃດ ເພາະຄຸນນະພາບທີ່ໄດ້ໂຕຈິງແລ້ວ ຍັງົງເປັນລະດັບມືຖືນັ້ນເອງ (ແຕ່ກໍ່ສຸດຍອດຫລາຍທີ່ແຕ່ງພາບອອກມາໄດ້ຂະຫນາດນີ້).

ຟັງຊັ່ນການຖ່າຍພາບທີ່ເຮົາສາມາດດາວໂຫລດເພີ່ມຕື່ມໄດ້ ເພີ່ມຄວາມມ່ວນຊື່ນ ແລະ ເພີ່ມໂອກາດໃຫ້ໄດ້ຮູບພາບງາມໆ ແບບງ່າຍໆ ເຊັ່ນການຖ່າຍພາບອາຫານຜ່ານໂຫມດ “Food”

Untitled 2

ກ້ອງຫນ້າມະຫາເທບຟຸ້ງຟິ້ງ ຫນ້າໄຜທີ່ບໍ່ໃສ ບໍ່ເດັ້ງ ລອງກ້ອງຫນ້າຂອງ Samsung Galaxy S6 Edge ເຂົ້າໄປຮັບຮອງວ່າໄດ້ກັບໄປເປັນເດັກອີກຄັ້ງເລີຍແຫລະ…ຫະຫະຫະຫະ

Samsung Galaxy S6 Edge20140101_032300     Samsung Galaxy S6 Edge20140101_032551     Samsung Galaxy S6 Edge20140101_052526

Samsung Galaxy S6 Edge20140101_052632     Samsung Galaxy S6 Edge20150409_162457

ສະຫລຸບທ້າຍຣີວິວ

ການອອກແບບສວຍງາມ, ດູດີ, ຫລູຫລາ ແລະ ມີລາຄາ ເຊິ່ງຫມາຍເຖິງມີລາຄາແທ້ໆ ເພາະ Samsung ໄດ້ກ້າວເຂົ້າສູ່ແພດານລາຄາໃຫມ່ທີ່ຖືວ່າເປັນການວັດໃຈຕະຫລາດມືຖືລະດັບເທິງ ລາຄາໃກ້ໆ ສາມຫມື່ນບາດ ຫລື ເຈັດລ້ານກວ່າກີບ ໂຕເຄື່ອງຄົບຖ້ວນດ້ວຍຄວາມສາມາດແບບຈັດເຕັມ ແຕ່ໃສ່ຟັງຊັ່ນມາແບບພໍດີ ຄິດໃຫມ່ເຮັດໃຫມ່ຫມົດ ຈຸດເດັ່ນຫລາກຫລາຍລວມທັງກ້ອງຖ່າຍຮູບທີ່ເພິ່ງພາໄດ້ທຸກສະຖານະການ ຖ້າທ່ານເປັນຄົນຫນຶ່ງທີ່ບໍ່ຫວັງຜົນຂອງຮູບທີ່ອກມາສູງລະດັບກ້ອງໂປຣ ແຕ່ຈຸດອ່ອນດຽວທີ່ຕອ້ງພິຈາລະນາຄືແບັດເຕີລີ້ ທີ່ອາດຈະຕ້ອງພົກພາສາຍສາກໃນລະຫວ່າງວັນ ເພື່ອການໃຊ້ງານທີ່ຕໍ່ເນື່ອງ ແລະ ຍາວນານຫລາຍຂຶ້ນ.

 

[gradeA]

 

ຕົ້ນສະບັບພາສາໄທ >> รีวิว Samsung Galaxy S6 Edge ความแรงบนความงามที่มาอย่างคาดไม่ถึง

 

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version