วันจันทร์, เมษายน 29
Advertisement

 

 

Advertisement

อ่านรีวิวภาษาไทย>>รีวิว Microsoft Surface pro 4 ที่สุดของแท็บเล็ตบนระบบปฏิบัติการ Windows 10 <<

 

Surface Pro4 ແທັບເລັດຕົວແຮງທີ່ທາງ Microsoft ເປີດຈຳຫນ່າຍແລ້ວ ມີຫລາຍລະດັບລາຄາເຊິ່ງແຕກຕ່າງກັນຕາມສະເປັກ

ເຄື່ອງພາຍໃນ ເລີ່ມກັນຕັ້ງແຕ່ລາຄາສອງຫມື່ນກວ່າໆບາດ ໄປຈົນເຖິງ ລາຄາລະດັບສູງເລີຍ.

ເຊິ່ງເຄື່ອງທີ່ນຳມາທົດສອບລຶງໃຊ້ເຄື່ອງນີ້ເປັນເຄື່ອງລຸ້ນ CPU i5 Gent6 ແຣມ 4GB ແລະ ຫນ່ວຍຄວາມຈຳພາຍໃນ 128GB ເຊິ່ງ້ປັນເຄື່ອງລາຄາຖືກທີ່ສຸດສຳລັບຄົນທີ່ຕ້ອງການໃຊ້ງານໃນດ້ານເອກະສານ, ເຮັດວຽກຜ່ານຫນ້າເວັບໃຊ້ ແລະ ການໃຊ້ງານທົ່ວໆໄປ ເພາະສະເປັກຖືວ່າສູງພໍແລ້ວໃນດ້ານນີ້.

ຕົວເຄື່ອງພາຍນອກ

ຈຸດເດັ່ນຂອງເຄື່ອງ Surface Pro4 ຄືການອອກແບບ ມັນແຕກຕ່າງ ແລະ ມີແນວຄິດທີ່ບໍ່ຄືໄຜ ຕັ້ງແຕ່ຫນ້າຈໍ 12.3 ນີ້ວຂອງມັນກັບສັດສ່ວນ 3:2 ທີ່ເຮົາອາດຈະບໍ່ຄຸ້ນຕາ ແຕ່ນີ້ເປັນສັດສ່ວນຫນ້າຈໍທີ່ດີກວ່າຈໍກວ້າງ 16:9 ແບບເກົ່າຫລາຍ ໃນຂະນະທີ່ການໃຊ້ງານເອກະສານ, ການອ່ານ, ການເຂົ້າເວັບໃຊ້ ລົດຄວາມກວ້າງເພື່ອຄວາມສູງຂື້ນມາເລັກນ້ອຍ ເຮັດໃຫ້ຫນ້າຈໍ 12.3 ຂອງມັນເບິ່ງແລ້ວໃຫຍ່ຫລາຍພໍທີ່ຈະໃຊ້ງານ ແລະ ບໍ່ອຶດອັດ ນັ້ນເພາະຕາມຄວາມເປັນຈິງແລ້ວ ເຮົາມັກຈະໃຊ້ງານໃນແນວຂອງການເບິ່ງ ແລະ ການເລື່ອນຫນ້າແບບເທິງລົງລຸ່ມ ຫລາຍກວ່າການໃຊ້ງານເລື່ອນຫນ້າຈໍຈາກຊ້າຍໄປຂວາ ຫລື ຈາກຂວາໄປຊ້າຍນັ້ນເອງ.

12249796_733305113466284_7224174285580152930_n

ລະບົບ PixelSense ເຮັດໃຫ້ການສະແດງຜົນມີສີສັນ ເປັນຫນ້າຈໍພາບທີ່ສວຍງາມ ມີຄວາມລະອຽດຫນ້າຈໍສູງລິບ 2,736 x 1,824 ພິກເຊວ ເວລາໃຊ້ງານຕົວຈິງຕ້ອງຕັ້ງໄວ້ຂະຫຍາຍ 200% ຍັງຕ້ອງໄດເພັ່ງເລັງເລັກນ້ອຍ ກະຈົກຈໍແບບ Corning Gorilla Glass4 ກັນຮອຍຂີດຂ່ວນ ແລະ ລຳໂພງຄູ່ຫນ້າດ້ານຂ້າງຈໍພາບແບບສະເຕີຣີໂອ ທົດສອບຟັງສຽງແລ້ວດັງໃຊ້ໄດ້ ຄຸນນະພາບສຽງຢູ່ໃນລະດັບທີ່ດີ.

ຂາພັບດ້ານຫລັງປັບມຸມອົງສາການໃຊ້ງານໄດ້ກວ້າງ ມີຄວາມແຂງແຮງຢູ່ ດ້ານໃນເປັຍສລັອດໃສ່ Micro SD Card ໄວ້ເພື່ອເພີີ່ມຫນ່ວຍຄວາມຈຳ ຕົວເຄື່ອງບາງ 8.4 ມມ ເບົາປະມານເຈັດຮອ້ກວ່າກຣາມ ເວລາຖືໃຊ້ງານມືດຽວພໍໄຫວ ຕົວເຄື່ອງບໍ່ໃຫຍ່ທັງທີ່ສະເປັກພາຍໃນບໍ່ທຳມະດາ ສາມາດເຮັດໄດ້ບາງຂະຫນາດນີ້ ແຕ່ກໍ່ຍັງບາງພໍດີທີ່ຈະມີພອດ USB 3.0 ມາໃຫ້ພ້ອມພອດຕໍ່ຈໍພາບພາຍນອກ (Mini Display) ມາໃຫ້ອີກຫນຶ່ງພອດ.

 

12308374_733305043466291_7927585350334646439_n
ຂົ້ວສາກໄຟແບບແມ່ເຫລັກ

 

DSC01559

Surface Pro 4 ໃນຊຸດຂາຍຈະມາພ້ອມກັບປາກກາ Surface Pen ໂຕໃຫມ່ທີ່ອອກແບບມາເພື່ອໃຊ້ງານຮ່ວມກັບ Surface Pro 4 ດ້ວຍເຂົາວ່າຮອງຮັບແຮງກົດໄດ້ຫລາຍເຖິງ 1,024 ລະດັບ ແຕ່ປະສິດທິພາບດີຫລາຍ ຕອບສະຫນອງໄວ ໂຕປາກກາໄດ້ນ້ຳຫນັກດີ ມີບ່ອນເກັບດ້ານຂ້າງເຄື່ອງເປັນແມ່ເຫລັກ ຍຶດຕິດແຫນ້ນຫລາຍ ແຕ່ບໍ່ເຫມາະທີ່ຈະຕິດໄວ້ແລ້ວພົກພາ ເພາະມີໂອກາດຫລຸດຫາຍໄດ້ເຊັ່ນກັນ.

12246794_733305120132950_9157051220734768921_n

ທ້າຍປາກກາເປັນປຸ່ມທີ່ໃຊ້ລົບໄດ້ຄືກັບຢາງລົບ ເວລາທີ່ໃຊ້ງານໃນການແຕ້ມຫລືຂຽນ ລວມທັງເປັນປຸ່ມລັດສຳລັບການເອີ້ນໃຊ້ງານ Onenote ເພື່ອຈົດບັນທຶກດ່ວນໄດ້ດ້ວຍ ເອີ້ນໃຊ້ງານໄດ້ໃນທຸກຂະນະລວມທັງໃນຂະນະທີ່ລັອກຫນ້າຈໍ ແລະ ຍັງໃຊ້ເອີ້ນ Cortana ເລຂາສ່ວນຕົວຂື້ນມາເພື່ອປ້ອນຄຳສັ່ງສຽງໂດຍການກົດປຸ່ມທ້າຍປາກກາຄ້າງໄວ້ໄດ້ດ້ວຍ.

ຮອບເຄື່ອງມີຊ່ອງລະບາຍອາກາດອອກແບບມາສວຍງາມດີ ຂະນະໃຊ້ງານທີ່ມີການປະມວນຜົນກໍ່ໄດ້ຍິນສຽງພັດລົມເບົາໆ.

11046337_733305040132958_5761980395030584375_n

ດ້ານກ້ອງເຄື່ອງມີພິນສຳລັບເຊື່ອມຕໍ່ກັບ Type Cover ທີ່ເປັນທັງຝາປິດ, ເຄສ ແລະ ແປ້ນພິມແບບມີໄຟ Backlit ສວ່ນຕົວມັກການດີຊາຍທີ່ມັນສາມາດຍົກດ້ານໃນຂອງຄີບອດເຂົ້າໄປຕິດກັບຕົວເຄື່ອງ Sueface ດ້ານລຸ່ມເພື່ອເຮັດເປັນມຸມລາດອຽງເພື່ອຄວາມຖະຫນັດໃນການພິມໄດ້.

12249813_733305090132953_2831654284571052829_n

ປະສິດທິພາບການໃຊ້ງານ

ເປັນແທັບເລັດທີ່ດີທີ່ສຸດໃນລະບົບ Winsdows 10 ເຄື່ອງເທົ່ານີ້ແຕ່ມີສະເປັກພາຍໃນທີ່ບໍ່ທຳມະດາ ສິ່ງທີ່ໄດ້ມາແນ່ນອນຄືເປັນເຄື່ອງທີ່ຢູ່ກັບເຮົາໄດ້ທຸກໂອກາດ ເຮັດວຽກນອກບ້ານ ເດີນທາງເຂົ້າອັອບຟິສ ຫລື ໄປນັ່ງພິມງານຊິວໆທີ່ຮ້ານກາເຟ ບໍ່ໃຫຍ່ເກີນໄປ ແລະ ບໍ່ນ້ອຍເກີນໄປ ເປັນໄດ້ທັງແທັບເລັດ ແລະ ໂນດບຸກ.

DSC01566

ຈາກທີ່ໄດ້ລອງໃຊ້ງານມາແບັດຯຢູ່ໄດ້ປະມານ 6 ຫາ 7 ຊົ່ວໂມງ ສຳລັບການເຮັດວຽກແບບທົ່ວໆໄປໃນໂຫມດການຕັ້ງຄ່າພື້ນຖານ ໂຕເຄື່ອງເອງຈະເປືອງແບັດຯຫລາຍໃນສ່ວນຂອງຫນ້າຈໍເປັນຫລັກ ຍິ່ງເປີດແສງສະຫວ່າງຫລາຍໆ ແບັດຯກໍ່ຍິ່ງຫມົດໄວຂື້ນຢ່າງເຫັນໄດ້ຊັດ ເປີດແສງສະຫວ່າງສຸດ ແລະ ໃຊ້ງານຕໍ່ເນື່ອງ ເຊັ່ນ ຮັບຊົມຫນັງແບັດຯຫມົດໄດ້ໃນປະມານ 5 ຊົ່ວໂມງ ແຕ່ຖືວ່າທົນຫລາຍແລ້ວເມື່ອທຽບກັບອຸປະກອນ Windows ອື່ນໆ

Screenshot (10)

ໂຕລະບົບ Windows 10 ກໍ່ອອກແບບມາເພື່ອໃຊ້ງານໃນອຸປະກອນປະເພດປະສົມປະສານແບບ Surface Pro 4 ໄດ້ດີຫລາຍຂື້ນ ມີໂຫມດການເຮັດວຽກແບບແທັບເລັດ ແລະ ແບບເດສທັອບທີ່ແຍກອອກຈາກກັນຊັດເຈນ ແຕ່ວ່າການເຮັດວຽກແບບແທັບເລັດໃນຂະນະທີ່ບໍ່ມີເມົ້າຍັງບໍ່ຄ່ອງໂຕຫລາຍພຽງພໍທີ່ຈະເຮັດວຽກໄດ້ເຕັມທີ່ຄືໃຊ້ງານໃນຂະນະທີ່ຢູ່ໃນຮູບແບບເດສທັອບພ້ອມກັບເມົ້າຄູ່ໃຈເນາະ.

ໃນການໃຊ້ງານແນວຕັ້ງ ດ້ວຍຫນ້າຈໍສັດສ່ວນ 3:2 ມັນເຮັດໃຫ້ຫນ້າຈໍເບິ່ງແລ້ວບໍ້ຍາວເກີນໄປໄດ້ຂະຫນາດຄືກັບການຖືກະດາດ A4 ເລີຍ ຖະຫນັດກວ່າຫນ້າຈໍຮູບຊົງ 16:9 ຫລາຍໂດຍສະເພາະໃນໂຫມດນີ້.

DSC01795

Surface Pro 4 ມີລະບົບການປົດລັອກເຄື່ອງດ້ວຍການສະແກນໃບຫນ້າອີກດ້ວຍ ບໍ່ຕ້ອງປ້ອນລະຫັດກັນທຸກຄັ້ງໂດຍຕົວເຄື່ອງຈະທຳການສະແກນໃບຫນ້າ ຈາກກ້ອງຫນ້າເພື່ອປົດລັອກເຄື່ອງແທນ.

Screenshot (11)

ເມື່ອທຳການເຊື່ອມຕໍ່ກັບ Type Cover ການໃຊ້ງານກໍ່ຄືກັບໂນດບຸກທຸກປະການ ທັສແພັສຂອງໂຕ Cover ກໍ່ຕອບສະຫນອງໄວ ແລະ ຖືກຕອ້ງດີ ຮອງຮັບ Multitouch ດ້ວຍ ທັສສອງນີ້ວຄືຄຣິກຂວາ ທັສສາມນີ້ວຄືເປີດຊ່ອງຄົ້ນຫາ ຫລື Cortana ແລະ ທັສສີ້ນີ້ວຄືເປີດຫນ້າການແຈ້ງເຕືອນ ໃຊ້ສາມນີ້ວຮູດຂື້ນ ແລະ ຮູດລົງເພື່ອເປີດປິດຫນ້າ ແລະ ເປີດ MultiDesktop ໄດ້ ເອີ້ນວ່າໃຊ້ງານໄດ້ຫລາກຫລາຍຂອງລະບົບ Windows 10

12313560_733305066799622_6609332340022067965_n

ຄີບອດພ້ອມກັບແສງໄຟສຳລັບການໃຊ້ງານໃນທີ່ມືດ ສາມາດຫລຸຸດເພີ່ມຄວາມສະຫວ່າງໄດ້ຫລາຍລະດັບ ແລະ ໃຊ້ໄຟຈາກໂຕເຄື່ອງ.

PB260301

ສຳລັບການໃຊ້ງານປາກກາ Surface Pen ໄດ້ໃຫ້ຜູ່ທີ່ຊ່ຽວຊານດ້ານການແຕ້ມຮູບເທິງອຸປະກອນແທັບເລັດ Cherry Cola ໄດ້ລອງທົດສອບເບິ່ງ ກໍ່ບອກວ່າມັກຫລາຍ ເສັ້ນຂ້ອນຂ້າງຈະຊື່ ແລະ ໃຊ້ງານງ່າຍ ການຕອບສະຫນອງໄວ ເປັນປາກກາທີ່ດີຫລາຍ.

Screenshot (9)

ກ້ອງຖ່າຍພາບຂອງ Surface Pro 4 ນີ້ຖືວ່າດີເກີນກວ່າການເປັນແທັບເລັດ ຫລື ໂນດບຸກ Windows ຫລາຍກ້ອງຫລັງຄວາມລະອຽດ 13 ລ້ານ ແລະ ກ້ອງຫນ້າ 5 ລ້ານພິກເຊວ ຄືກັບອາລົມກ້ອງຂອງສະມາດໂຟນເລີຍ

ຍັງມີຕົວຢ່າງພາບຖ່າຍມາໃຫ້ເບິ່ງກັນອີກ.

ການເບິ່ງຫນັງ ຄຣິບວີດີໂອ, ຫລິ້ນເກມ ຫນ້າຈໍໃຫຍ່ຊັດເຈນເຕັມຕາດີ ເພາະວ່າຖ້າຈະນັບເປັນແທັບເລັດກໍ່ເປັນແທັບເລັດທີ່ຫນ້າຈໍໃຫຍ່ຫລາຍ.

DSC01590

ຫລິ້້ນເກມກໍ່ສາມາດອຽງເຄື່ອງຫລິ້ນໄດ້ ເພາະເຊັນເຊີ້ມາຄົບທີ່ຕ້ອງການໃຊ້ງານ ສ່ວນປະສິດທິພາບຫລິ້ນເກມທີ່ມີຢູ່ໃຫ້ດາວໂຫລດໃນ Store ນັ້ນເຫລືອໆ.

DSC01606

ສະຫລຸບທ້າຍຣີວິວ

ລະດັບສູງ, ຫລູຫລາ, ສວຍງາມ, ປະສິດທິພາບສູງຫລາຍພໍໆກັບລາຄາ ຕົວເຄື່ອງອອກແບບດີ ມີແນວຄິດທີ່ຜະິດເພື່ອລະບົບ Windows 10 ໂດຍແທ້ຈິງ ອຸປະກອນເສີມເຂົ້າຊຸດ ຫນ້າໃຊ້ ທັງປາກກາ ແລະ ເຄສຄີບອດ ປະສິດທິພາບຮອບຕົວດີຄົບຫມົດເກືອບທຸກດ້ານແລ້ວ ສົມກັບທີ່ Microsoft ເປັນຜູ່ຄິດເອງຂາຍເອງ ດີທີ່ສຸດຂອງແທັບເລັດທີ່ໃຊ້ເທິງລະບົບ Windows 10 ໃນປະຈຸບັນ.

ວີດີໂອຣີວິວ Surface Pro 4

รีวิว Microsoft Surface Pro 4 ที่สุดของแท็บเล็ตบนระบบ Windows 10

 

อ่านรีวิวภาษาไทย>>รีวิว Microsoft Surface pro 4 ที่สุดของแท็บเล็ตบนระบบปฏิบัติการ Windows 10 <<

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version