Advertisement

อ่านรีวิวภาษาไทย >> รีวิว Microsoft Lumia 640 XL ดีเกินคาด โดยทีมงาน AppDisqus

 

ຫລັງຈາກທີ່ Microsoft ເລີ່ມປ່ຽນມາໃຊ້ແບຣນຂອງໂຕເອງເຮັດຕະຫລາດມືຖືຕະກູນ Lumia ເລີ່ມຕັ້ງແຕ່ Microsoft Lumia 535 ຕັ້ງແຕ່ປາຍປີທີ່ຜ່ານມາ ຈົນມາເຖິງຕອນນີ້ ຕ້ອງຂໍບອກວ່າຍັງບໍ່ມີລຸ້ນໃດຂອງ Microsoft ທີ່ເບິ່ງແລ້ວເຂົ້າຕາຈິງຈັງຈັກລຸ້ນ ຈົນມາພົບກັບ Lumia 640 XL ນີ້ແຫລະ ທີ່ເຫັນວ່າ Microsoft ເລິ່ມຈະເຂົ້າໃຈ ແລະ ເຮັດມືຖືອອກມາໄດ້ດີ ແລະ ເຮັດໃຫ້ມີຄວາມຄາດຫວັງກັບມືຖືລຸ້ນກາງເຖິງລຸ້ນໃຫຍ່ຈາກ Microsoft ຫລາຍຂຶ້ນກວ່າເກົ່າ ມາເບິ່ງເຫດຜົນກັນວ່າເປັນຍ້ອນຫຍັງ.

Advertisement

Review Lumia 640 XL_50

 

ຄວາມຈິງແລ້ວມືຖືໃນ Series 640 ຈະມີຢູ່ສອງລຸ້ນຄື: Lumia 640 LTE ແລະ Lumia 640XL ເຊິີງທີ່ເຮົາກຳລັງຈະຣີວິວກັນໃນຄັ້ງນີ້ ໂດຍທັງສອງລຸ້ນມີຈຸດທີ່ແຕກຕ່າງກັນພໍສົມຄວນ ເຊິ່ງສາມາດອ່ານຣີວິວຂອງ Lumia 640 LTE ໄດ້ຈາກທີ່ນີ້.

 

ແກະກ່ອງ

ສຳລັບ Microsoft Lumia 640 XL ລຸ້ນທີ່ວາງຈຳຫນ່າຍໃນໄທຈະເປັນລຸ້ນທີ່ຮອງຮັບການໃຊ້ງານແບບ 2 ຊິມ ແລະ ຮອງຮັບຄວາມໄວການເຊື່ອມຕໍ່ສູງສຸດທີ່ 3G (ສ່ວນ Lumia 640 LTE ຮອງຮັບການເຊື່ອມຕໍ່ຄວາມໄວສູງສຸດ 4G ແຕ່ຈະຮອງຮັບການໃຊ້ງານພຽງແຕ່ຊິມດຽວເທົ່ານັ້ນ)

 

ກ່ອງຂອງ Microsoft Lumia 640 XL ຍັງຄົງເອກະລັກຂອງມືຖືຕະກູນ Lumia ໃນຍຸກປີ 2014 ຄືເກົ່າ ຄືຮູບຊົງສີ່ຫລ່ຽມ ເກືອບຈະຕຸລັດ ແຕ່ດ້ວຍຄວາມທີ່ Lumia 640 XL ນັ້ນມີຂະຫນາດໂຕເຄື່ອງຂ້ອນຂ້າງໃຫຍ່ ເລີຍເຮັດໃຫ້ກ່ອງບັນຈຸມີຂະຫນາດໃຫຍ່ຕາມ ເຊິ່ງຕອນທີ່ຈັບຄັ້ງທຳອິດຮູ້ສຶກວ່າກ່ອງໃຫຍ່ພໍສົມຄວນ.

Review Lumia 640 XL_06

Review Lumia 640 XL_07

 

ພາຍໃນຍັງຄົງມີອຸປະກອນພື້ນຖານເຊັ່ນເຄີຍຄື ຫູຟັງ ແລະ ສາຍສາກ ແລະ ເປັນລຸ້ນເກົ່າທີ Microsoft ແຖມມາໃຫ້ກັບມືຖື Lumia ລຸ້ນກາງເຖິງລຸ່ມ ຄືຫູຟັງລຸ້ນ WH-108 ທີ່ຄຸນນະພາບສຽງພໍຟັງໄດ້ (ແບບແບນໆ) ປລະ ສາຍສາກລຸ້ນ AC-20U ທີ່ເປັນໄດ້ແຕ່ສາຍສາກເທົ່ານັ້ນບໍ່ສາມາແຍກເປັນສາຍ USB ໄດ້ຕ້ອວຫາຊື້ເພີ່ມຕື່ມຕາມຫລັງ.

Review Lumia 640 XL_08               Review Lumia 640 XL_09               Review Lumia 640 XL_10

 


 

 

ສະເປັກ

ສຳລັບສະເປັກຢ່າງລະອຽດ ສາມາດອ່ານໄດ້ຈາກທີ່ນີ້

ແຕ່ຈະເວົ້າເຖິງສະເປັກເດັ່ນໆຂອງ Lumia 640 XL ພໍສັງເຂບດັ່ງນີ້:

  • ລະບົບປະຕິບັດການ Windows Phone 8.1 update 2 with Lumia Denim ຮອງຮັບການອັບເກຣດເປັນ Windows 10 ໃນອະນາຄົດ.
  • ຊິບເຊັດ: Qualcomm Snapdragon 400 (MSM8226), 1.2 GHz quad-core Processor.
  • ຫນ້າຈໍ: IPS LCD ຂະຫນາດ 5.7 ນີ້ວ ຄວາມລະອຽດ HD 720p (1280×720), 16:9, ຄວາມຫາແຫນ້ນຂອງເມັດສີ 259 PPI ແລະ ກະຈົກຫນ້າຈໍ Corning Gorilla Glass 3 ພ້ອມຟັງຊັ່ນ Glance Screen, Sunlight readability.
  • Ram: 1GB
  • ຫນ່ວຍຄວາມຈຳພາຍໃນ 8GB ສາມາດເພີ່ມດ້ວຍ Micro SD Card ສູງສຸດ 128 GB
  • ກ້ອງຫລັກ: ຄວາມລະອຽດ 13 MP, ເລນ Zeiss ພ້ອມລະບົບ Autofoc, ເຊັນເຊີ້ຂະຫນາດ ⅓”, f/2.0
  • ບັນທຶກວີດີໂອຄວາມລະອຽດ 1080p ທີ່ 30 fps (ພ້ອມລະົບບ Autofocus ຕໍ່ເນື່ອງ) ມາພ້ອມກັບຊັອບແວ Lumia Camera ເວີຊັ່ນ 5.0 (Daynamic Flash, HDR)
  • ກ້ອງຫນ້າ: HD 5 MP ມຸມມອງກວ້າງ,  f/2.4, ັບນທຶກວີດີໂອຄວາມລະອຽດ HD 720p
  • ການເຊື່ອມຕໍ່: ບຣູທູດ 4.0, Micro USB 2.0, A-GPS+GLONASS, DLNA, Screen cloning with Miracast, WLAN 802.11 b/g/n/, NFC
  • ຊິມແບບ Micro Sim
  • ເຊັນເຊີ້: Accelerometer, Magnetometer, Proximity, Ambient Light Sensor
  • ແບັດຯຂະຫນາດ 3,000 mAh (BV-T4B) ແບບຖອດໄດ້
  • ນ້ຳຫນັກ: 171 ກຣາມ
  • ຂະຫນາດ (ກວ້າງxຍາວxຫນາ): 157.9 x 81.5 x 9 ມມ.
  • ສີ: ຟ້າ, ສົ້ມ, ຂາວ (Glossy) ແລະ ດຳ (Matt)

 

 


 

ເລີ່ມຕົ້ນສຳຜັດ ແລະ ການອອກແບບ

 

Review Lumia 640 XL_42

 

ຈຸດເດັ່ນທຳອິດທີ່ສຳຜັດໄດ້ຈາກ Lumia 640 XL ຄືສີໂຕເຄື່ອງທີ່ໄດ້ມາຣີວິວນັ້ນເປັນສີຂາວທີ່ໃຊ້ວັດສະດຸປາສຕິກ Polycarbonate ແບບຜິວມັນ (Glossy) ເຊິ່ງສຳຜັດເລີ່ມຕົ້ນຕອ້ງບອກວ່າ ມັນເປັນມືຖື Lumia ທີ່ສວຍງາມຫລາຍອີກລຸ້ນຫນຶ່ງ (ແລະຄົນອ້ອມໂຕກໍ່ບອກແບບດຽວກັນ) ຫາກເບິງຈາກຜິວເຜີນແລ້ວ ການອອກແບບ Lumia 640 XL ເອງກໍ່ບໍ່ຕ່າງໄປຈາກມືຖືຕະກູນນີ້ໄປຫລາຍ ແຕ່ຄາດວ່າສວ່ນຫນຶ່ງຫນ້າຈະເພາະມຸມເຄື່ອງທີ່ໂຄ້ງ ຂອບເຄື່ອງທີ່ອອກແບບມາເປັນຫລ່ຽມມຸມທີ່ຮັບກັນແບບເວົ້າບໍ່ຖືກ ແລະ ວັດສະດຸຂອງລຸ້ນສີຂາວທີ່ມັນເງົາພໍດີ ອົງປະກອບເຫລົ່ານີ້ເຮັດໃຫ້ມັນສວຍງາມໃນສາຍຕາຂອງຫລາຍໆຄົນ.

 

ແຕ່ທັງນີ້ນິຍາມຄຳວ່າງາມຂອງແຕ່ລະຄົນກໍ່ບໍ່ເທົ່າກັນ ເພາະສະນັ້ນຕ້ອງລອງໄປເບິ່ງ ແລະ ຈັບຂອງຈິງກັນດ້ວຍຕົນເອງອີກຄັ້ງ.

ດ້ວຍຂະຫນາດຫນ້າຈໍ 5.7 ນີ້ວ ທີ່ຫລຸດຂະຫນາດຈາກຕະກູນແຟັບເລັດລຸ້ນທຳອິດຂອງ Nokia ລົງເລັກນ້ອຍ ຈຶ່ງຫລີກລ່ຽງບໍ່ໄດ້ທີ່ຕ້ອງຈັບມາປຽບທຽບກັນ ສຳລັບລຸ້ນອ້າຍຢ່າງ Lumia 1520 ແລະ ລຸ້ນນ້ອງຫນ້າຕາໃຫມ່ຢ່າງ Lumia 640 XL ເຊິ່ງຈະເຫັນວ່າຂະຫນາດຫນ້າຈໍທີ່ຕ່າງກັນ 0.3 ນີ້ວເຮັດໃຫ້ຂະຫນາດເຄື່ອງຕ່າງກັນແບບຮູ້ສຶກໄດ້ ເຊິ່ງຖ້າລອງວັດແທກເປັນໂຕເລກກັບລຸ້ນກ່ອນໆຈະໄດ້ຜົນດັ່ງນີ້:

[ຊ້າຍ] Lumia 640 XL ຫນ້າຈໍ 5.7 ນີ້ວ [ຂວາ] Lumia 1520 ຫນ້າຈໍ 6 ນີ້ວ

ຫນ້າຈໍ:

Lumia 640 XL: 5.7”

Lumia 1320: 6”

Lumia 1520: 6”

Lumia 535: 5”

 

ຄວາມກວ້າງ (ມມ):

Lumia 640 XL: 81.5

Lumia 1320: 85.9

Lumia 1520: 85.4

Lumia 535: 72.4

 

ຍາວ (ມມ):

Lumia 640 XL: 157.9

Lumia 1320: 164.2

Lumia 1520: 162.8

Lumia 535:140.2

 

ຫນາ (ມມ):

Lumia 640 XL: 9

Lumia 1320: 9.8

Lumia 1520: 8.7

Lumia 535: 8.8

 

ນ້ຳຫນັກ (ກຣາມ):

Lumia 640 XL: 171

Lumia 1320: 220

Lumia 1520: 206

Lumia 535: 145.3

 

ເລື່ອງຂອງງານປະກອບບໍ່ມີຫຍັງໃຫ້ຕິ Lumia 640 XL ງານປະກອບແຫນ້ນຫນາດີຫລາຍ ເຖິງວ່າໂຕເຄື່ອງຈະສາມາດຖອດຝາຫລັງ ແລະ ແບັດຯໄດ້ ແຕ່ຖ້າເບິ່ງຜິວເຜີນອາດຈະບໍ່ຮູ້ເລີຍວ່າລຸ້ນນີ້ຖອດປ່ຽນແບັດຯໄດ້.

ຂອບເຄື່ອງທີ່ຝາຫລັງລຽບສະຫນິດ

 

ຂໍ້ຕິໃນເລື່ອງຂອງການອອກແບບ ຫນ້າຈະຢູ່ທີ່ຂອບຈໍທັງເທິງ ແລະ ລຸ່ມ ຊ້າຍ ແລະ ຂວາທີ່ເຫລືອພື້ນທີໄວ້ຫລາຍ ເຮັດໃຫ້ໂຕເຄື່ອງໃຫຍ່ກວ່າທີ່ຄວນຈະເປັນ ຖ້າຫລຸດພື້ນທີ່ບໍ່ລິເວນນີ້ໄດ້ ໂດຍສະເພາະດ້ານລຸ່ມຂອງຫນ້າຈໍ ເນື່ອງຈາກວ່າ Lumia 640 XL ນັ້ນຍ້າຍແຖບນຳທາງ ຫລື Navigation Button ເຂົ້າໄປຢູ່ໃນຫນ້າຈໍແລ້ວ ເພາະສະນັ້ນຂອບດ້ານລຸ່ມຫນ້າຈໍຍິ່ງບໍ່ຄວນທີ່ຈະເຫລືອຫລາຍຂະຫນາດນີ້ ແລພ ນັ້ນເຮັດໃຫ້ Lumia 640 XL ມມີຂະຫນາດເຄື່ອງໃຫຍ່ກວ່າ Samsung Galaxy Note 4  ທີ່ມີຫນ້າຈໍ 5.7 ນີ້ວ ເທົ່າກັນພໍສົມຄວນ.

ຂອບລຸ່ມເຫລືອຫລາຍພໍສົມຄວນ

 

ຂໍ້ຕິອີກເລື່ອງເປັນຜົນກ່ຽວເນື່ອງກັນນັ້ນຄື ພໍໂຕເຄື່ອງໃຫຍ່ ມັນເລີຍບໍ່ແມ່ນມືຖືທີ່ທຸກຄົນຈັບແລ້ວຈະສະບາຍມື ນັ້ນຈຶ່ງເຮັດໃຫ້ Lumia 640 XL ມີທັງຄົນມັກ ແລະ ບໍ່ມັກໄປເລີຍ ຂຶ້ນກັບວ່າຄົນນັ້ນຮັບໄດ້ກັບມືຖືໂຕເຄື່ອງໃຫຍ່ໄດ້ຂະຫນາດໃດນັ້ນເອງ ແຕ່ສຳລັບຄົນທີ່ມືໃຫຍ່ຢູ່ແລ້ວ ບໍ່ຫນ້າຈະມີບັນຫາ.

ຂໍ້ຕິສຸດທ້າຍສຳລັບເລື່ອງໂຕເຄື່ອງນັ້ນຄື ສຳລັບສີຂາວທີ່ເປັນວັດສະດຸຜິວມັນນັ້ນເຖິງວ່າຈະສວຍງາມ ແຕ່ກໍ່ແລກມາກັບຮອຍນີ້ວມືເທິງໂຕເຄື່ອງທີ່ຕິດງ່າຍຫລາຍ ເຊິ່ງອາດຈະບໍ່ແມ່ນບັນຫາ ເພາະເຮົາກໍ່ໃສ່ເຄສກັນຢູ່ແລ້ວ ແຕ່ຖ້າຄົນທີ່ໃຊ້ແບບບໍ່ໃສ່ເຄສ ກໍ່ອາດຈະຕ້ອງເຊັດຮອຍນີ້ວມືກັນເປັນປະຈຳ ແຕ່ເທົ່າທີ່ໃຊ້ງານມາແບບໍ່ໃສ່ເຄສປະມານ 2 ອາທິດ ກໍ່ບໍ່ພົບບັນຫາເຄື່ອເປັນຮອຍຂູດຂີດ ຖືວ່າຂໍ້ນີ້ເຮັດອອກມາໄດ້ດີຫລາຍ.

ຮອຍນີ້ວມືຫລາຍ

 


 

 

ພາບໂຕເຄື່ອງໃນມຸມຕ່າງໆ

ດ້ານຊ້າຍຂອງໂຕເຄື່ອງບໍ່ມີປຸ່ມ ຫລື ພອດໃດໆ

Review Lumia 640 XL_28

ດ້ານລຸ່ມຂອງເຄື່ອງມີ Port USB ສຳລັບສາກໄຟ ແລະ ຖ່າຍໂອນຂໍ້ມູນກັບຄອມພີວເຕີ.

Review Lumia 640 XL_27

 

ດ້ານຂວາຂອງເຄື່ອງຈະມີປຸ່ມມາດຕະຖານຂອງ Windows Phone ຄືປຸ່ມເພີ່ມ ລົດສຽງ ແລະ ປຸ່ມ Power ຫນ້າເສຍດາຍທີ່ບໍ່ມີປຸ່ມຊັດເຕີ້ມາໃຫ້ ເພາະວ່າລຸ້ນທີ່ໃຮຄວາມໂດດເດັ່ນດ້ານກ້ອງແບບນີ້ ບໍ່ຫນ້າຈະຕັດປຸ່ມຊັດເຕີ້ອອກໄປ.

ແຕ່ສ່ວນຫນຶ່ງຄາດວ່າທາງ Microsoft ຫນ້າຈະສະຫງວນເອົາໄວ້ສຳລັບມືຖືລຸ້ນທີ່ມາພ້ອມກັບເຕັກໂນໂລຊີ PureView ເທົ່ານັ້ນ.

Review Lumia 640 XL_29

ດ້ານເທິງຂອງໂຕເຄື່ອງມີຊ່ອງສຳລັບສຽບຫູຟັງຂະຫນາດ 3.5 ມມ. ແລະ ທີເດັ່ນຄືການອອກແບບເສັ່ນສາຍເທິງໂຕເຄື່ອງເຊິງຫລິ້ນກັບຊ່ອງຫູຟັງເລັກນອ້ຍ.

Review Lumia 640 XL_26

ດ້ານເທິງຂອງຫນ້າຈໍມີກ້ອງຄວາມລະອຽດ 5MP ລວມເຖິງເຊັນເຊີ້ວັດແສງ (Ambient Light Sensor) ແລະ ເຊັນເຊີ້ວັດໄລຍະຫ່າງຈາກຫນ້າຈໍ (Proximity Sensor) ດ້ວຍ.

Review Lumia 640 XL_32

ສ່ວນດ້ານຫລັງເປັນໂມດູນກອ້ງ ດ້ານເທິງມີໄຟແຟລສ  LED ແລະ ຊ່ອງລຳໂພງທີ່ວາງເອົາໄວ້ດ້ານຂ້າງຂອງກ້ອງຫລັກ.

Review Lumia 640 XL_31

ຂໍ້ຕິຢ່າງດຽວເລື່ອງກ້ອງຄື ເລື່ອງຂອງການນູນຂຶ້ນມາຂອງເລນກ້ອງທີ່ນູນຂຶ້ນມາຫລາຍພໍສົມຄວນ ແຕ່ໂຕເລນກໍ່ບໍ່ໄດ້ສຳຜັດກັບພື້ນໂດຍກົງ ເພາະຈະມີສ່ວນຝາຫລັງທີ່ຍື່ນພົ້ນໂຕເລນອອກມາເລັກນ້ອຍ ເພື່ອປ້ອງກັນຫນ້າເລນ.

ກ້ອງຍື່ນອອກມາຫລາຍພໍສົມຄວນ

 

ຢ່າງທີ່ໄດ້ເວົ້າເອົາໄວ້ຝາຫລັງຂອງ Lumia 640 XL ສາມາດຖອດອອກໄດ້ ແລະ ເມື່ອຖອດອອກມາຈະພົບກັບແບັດຯຂະຫນາດ 3.000 mAh ລວມເຖິງຊ່ອງສຽບຊິມກາດ ແລະ Micro SD Card.

Review Lumia 640 XL_47               Review Lumia 640 XL_45               Review Lumia 640 XL_46

 

ລືມບອກ!! Lumia 640 XL ໃຊ້ຊິມແບບ Micro Sim ແລະ ການປ່ຽນຊິມລວມໄປເຖິງ SD Card ນັ້ນຕອ້ງຖອດແບັດຯອອກກອ່ນເຊິ່ງເປັນສິ່ງທີີ່ບໍ່ສະດວກປານໃດ.


 

 

ຜົນການທົດສອບ

ດ້ວຍສະເປັກລະດັບກາງໆ ທີ່ທຽບເທົ່າກັບມືຖືລຸ້ນອ້າຍຢ່າງ Lumia 730 ແລະ 830 ເຮັດໃຫ້ມືຖືລຸ້ນກາງເຖິງລຸ່ມໂຕນີ້ ມີຜົນການທົດສອບປະສິດທີພາບທີ່ບໍ່ແຕກຕ່າງຈາກທັງສອງລຸ້ນ ທີ່ເວົ້າມາເລີຍ ໂຍຜົນການທົດສອບຢູ່ດ້ານລຸ່ມນີ້:

Lumia 640 XL Review_02

ຖ້າທຽບກັບຜົນການທົດສອບຂອງລຸ້ນກ່ອນຫນ້າ ຈະໄດ້ຜົນຕາມດ້ານລຸ່ມນີ້:

Antutu Benchmark

  •  Lumia 640 XL: 11970
  •  Lumia 730: 11540
  •  Lumia 830: 12019
  •  Lumia 535: 11650

Basemark OS II

  •  Lumia 640 XL: 440
  •  Lumia 730: 454
  •  Lumia 830: 483
  •  Lumia 535: 408

 

ຊິບເຊັດ Snapdragon 400 MSM8226 ທີ່ໃຊ້ງານໃນ Lumia 640 XL ນັ້ນເຖິງຈະໃຫ້ຜົນການທົດສອບທີ່ບໍ່ສູງຫລາຍ ແຕ່ດ້ວຍສະເປັດລະດັບນີ້ ລວມກັບແຣມ 1GB ທີ່ໃຫ້ມາກໍ່ສາມາດໃຊ້ງານກັບລະບົບປະຕິບັດການ Windows Phone ແບບເຫລືອໆແລ້ວ.

ຈາກການທີ່ຜ່ານມາຍັງບໍ່ພົບບັນຫາເລື່ອງລະບົບປະມວນຜົນທີ່ບໍ່ທັນ (ຫລືທີ່ຂຶ້ນຫນ້າຈໍ “ກຳລັງຄືນກັບການທຳງານ” ຄືກັບລຸ້ນອື່ນໆໃນຊີຣີ້ 6xx ລົງໄປ ເວົ້າໄດ້ວ່າໃຊ້ງານໄດ້ລ່ຽນໄຫລດີພໍໆກັບລຸ້ນໃຫຍ່ຢ່າງ Lumia 730 ແລະ 830 ເລີຍ.

ດ້ວຍສະເປັກນີ້ ເຮັດໃຫ້ການຫລີ້ນເກມທີ່ີມີໃນ Windows Phone Store ບໍ່ມີບັນຫາກັບ Lumia 640 XLຫລີ້ນໄດ້ສະບາຍເລີຍ.

Review Lumia 640 XL_18

 

ເຊິ່ງສະຫລຸບສັ້ນໆ ວ່າ ປະສິດທິພາບການເຮັດວຽກຄຸ້ມກັບລາຄາ ແລະ ເຫມາະສົມກັບການໃຊ້ງານລະບົບ Windows phone ດີຢູ່ແລ້ວ.


 

 

ຫນ້າຈໍ

Review Lumia 640 XL_02

 

ເຖິງຈະເປັນມືຖືລະດັບກາງເຖິງລຸ່ມ ແຕ່ Lumia 640 XL ເອງກໍ່ມີຫນ້າຈໍທີ່ໂດດເດັ່ນ ດ້ວຍຫນ້າຈໍ IPS LCD ຂະຫນາດ 5.7 ນີ້ວແບບ HD 720p (1280×720 pixels) ແຖມດ້ວຍເຕັກໂນໂລຊີເກົ່າຈາກ Nokia ຢ່າງ ClearBlack Technology, ໂຫມດຄວາມຄົມຊັດກາງແຈ້ງ ລວມເຖິງລະບົບການປັບໂທນສີ (Color Profile) ແລະ ການຄວບຄຸມແສງສະຫວ່າງ (Brightness Profile) ແລະ ກະຈົກ Gorilla Glass 3 ທີ່ເຮັດໃຫ້ມັນເບິງແລ້ວເປັນມືຖືລາຄາທີ່ບໍ່ສູງຫລາຍ ແຕ່ມີຫນ້າຈໍທີ່ສວຍງາມເກີນລາຄາໄປເລີຍ.

ເຖິງວ່າໂຕເລກສະເປັກ ຄວາມຫນາແຫນ້າຂອງເມັດສີຕໍ່ຕາລາງນີ້ວ (PPI) ຈະບໍ່ສູງຫລາຍຢູ່ທີ່ 259 PPI ແຕ່ບອກໄດ້ພຽງວ່າ ການໃຊ້ງານທົ່ວໆໄປບໍ່ມີບັນຫາ.

ນອກຈາກນີ້ຟັງຊັ່ນ Glance Screen ທີ່ຫລາຍໆຄົນມັກກໍ່ມີມາໃຫ້ໃຊ້ດ້ວຍ.

Review Lumia 640 XL_25

 

ການອ່ານຫນ້າຈໍກາງແຈ້ງບໍ່ພົບບັນຫາໃດໆ (ຫາກວ່າເປີດໂຫມດຄວາມສະຫວ່າງແບບອໍໂຕ້ໄວ້) ແລະ ມຸມມອງຂອງຫນ້າຈໍກໍກວ້າງດີຫລາຍ ເບິ່ງໃນລະດັບລະນາບດຽວກັບຫນ້າຈໍ ກໍ່ຍັງເຫັນໄດ້ຊັດເຈນຢູ່.

ອ່ານເວັບກາງແຈ້ງໄດ້ສະບາຍໆ

 

ເລື່ອງຫນ້າຈໍຖືວ່າເສັງຜ່ານເລີຍສຳລັບ Lumia 640 XL

ຕິແຕ່ເລື່ອງດຽວຫນ້າຈໍເປັນຮອຍນີ້ວມືງ່າຍຫລາຍ ແຕ່ກໍບໍ່ຫນ້າຈະເປັນບັນຫາ ເພາະສ່ວນຫລາຍເຮົາກໍ່ຕິດຟີມກັນຮອຍຕັ້ງແຕ່ຊື້ອອກຈາກຮ້ານກັນຢູ່ແລ້ວ.

ນອກຈາກນີ້ຫນ້າຈໍຂອງ Lumia 640 XL ຮອງຮັບ MultiTouch 10 ຈຸດສົມບູນ ແລະ ຫນ້າຈໍບໍ່ມີບັນຫາເລື່ອງການທັຊຄືກັບລຸ້ນ Lumia 535 ແລ້ວ.


 

 

ລະບົບປະຕິບັດການ Windows phone 8.1 update 2 ເວີຊັ່ນລ່າສຸດ

ຢ່າງເປັນທາງການກ່ອນໄຜ

Review Lumia 640 XL_21

 

Microsoft Lumia 640 XL ເປັນຫນຶ່ງໃນມືຖືລຸ້ນທຳອິດ ທີ່ມາພ້ອມກັບລະບົບປະຕິບັດການເວີຊັ່ນລ່າສຸດຂອງ Microsoft ຢ່າງ Windows phone 8.1 update 2 ເຖິງວ່າອັບເດດນີ້ຈະບໍ່ໄດ້ມາພ້ອມກັບການປ່ຽນແປງໄປຫລາຍໃນດ້ານຂອງຄຸນສົມບັດໃນໂຕລະບົບປະຕິບັດການ ແຕ່ກໍ່ມີການເພີ່ມຄຸນສົມບັດໃຫມ່ໆເຂົ້າມາຫລາຍພໍສົມຄວນ.

ເຊິ່ງເຄີຍຂຽນເຖິງລະບົບປະຕິບັດການເວີຊັ່ນນ້ເອົາໄວ້ແລ້ວ ແລະ ສາມາດອ່ານໄດ້ຈາກດ້ານລຸ່ມນີ້.

 

ເສຍດາຍທີ່ບໍ່ມີຄີບອດບຣູທູດໃຫ້ທົດສອບ ແຕ່ຢືນຢັນແລ້ວວ່າ Windows phone 8.1 update 2 ຮອງຮັບການໃຊ້ງານຮ່ວມກັບຄີບອດບຣູທູດແນ່ນອນ ແຕ່ສຳລັບຣີໂຫມດໄມ້ Selfie ໂຕລະບົບຮອງຮັບການຈັບຄູ່ແຕ່ຍັງບໍ່ສາມາດໃຊ້ໃຫ້ບັນທຶກພາບໄດ້ ຫນ້າຈະເພາະວ່າຍັງບໍ່ມີການຂຽນແອັບຯໃຫ້ຮອງຮັບ.

ຄຸນສົມບັດຫນຶ່ງທີ່ຄາດວ່າຫນ້າຈະມີໃນມືຖືລຸ່ນໃຫມ່ໆຈາກ Microsoft ຫລັງຈາກນີ້ນັ້ນຄືຄຸນສົມບັດການເຄາະທີ່ແຖບນຳທາງ 2 ຄັ້ງເພື່ອລ໊ອກຫນ້າຈໍ ເຊິ່ງເມື່ອເຮົາໃຊ້ງານຮ່ວມກັບຄຸນສົມບັດທີ່ມີມາກ່ອນຫນ້ານີ້ຢ່າງເຄາະຫນ້າຈໍ 2 ຄັ້ງເພື່ອປຸກເຄື່ອງ (Double tab to wake) ນັ້ນເຮັດໃຫ້ເົຮາສາມາດລ໊ອກ ແລະ ປົດລ໊ອກຫນ້າຈໍໄດ້ໂດຍທີ່ບໍ່ຕອ້ງໃຊ້ປຸ່ມ Power ເລີຍ.

Review Lumia 640 XL_23

 

ແລະຄຸນສົມບັດຫນຶ່ງທີ່ເດັ່ນໃນ Windows phone 8.1 update 2 ຄືການຕິດຕາມການເຄື່ອນໄຫວທີ່ເຮັດວຽກໄດ້ຢ່າງຖືກຕ້ອງ ແລະ ສະແດງຜົນໄດ້ລະອຽດຫລາຍຂຶ້ນ ເຊິ່ງເປັນທັງແງ່ດີ ແລະ ແງ່ຮ້າຍ ແລ້ວແຕ່ມຸມມອງເນາະ (ທ່ານນົບເຄີຍຂຽນເລື່ອງຂອງຄຸນສົມບັດນີ້ເອົາໄວ້ແລ້ວທີ່ນີ້)

Lumia 640 XL Review_04

 

ຟັງຊັ່ນການແຊຫນ້າຈໍໄປຫາ Samrt TV ແບບໄຮ້ສາຍກໍ່ມີຢູ່ໃນລຸ້ນນີ້ ເວົ້າໄດ້ວ່າຟັງຊັ່ນເດັ່ນໆບໍ່ແພ້ລຸ້ນໃຫຍ່ກັນເລີຍ.

Review Lumia 640 XL_22

ຢ່າງໃດກໍ່ຕາມ ລະບົບປະຕິບັດການເວີຊັ່ນໃຫມ່ ບໍ່ໄດ້ຫມາຍຄວາມວ່າຈະຊ່ວຍລົບຊ່ອງວ່າງດ້ານແອັບຯທີ່ເປັນຈຸດອ່ອນອັນຫໃຍ່ຫລວງຂອງລະບົບປະຕິບັດການນີ້ລົງໄປໄດ້ ເພາະສະນັ້ນແອັບຯໃດທີ່ບໍ່ມີ ຕອນນີ້ກໍ່ຍັງບໍ່ມີເຊັ່ນເຄີຍ ເກມໄລ ບໍ່ມີແບບໃດ ຕອນນີ້ກໍ່ຍັງບໍ່ມີຄືເກົ່າ.

ສຸດທ້າຍໃນດ້ານຊັອບແວ Lumia 640 XL ຍັງເປັນມືຖືລຸ້ນທີ່ບໍ່ໄດ້ມາພ້ອມກັບເັຕກໂນໂລຊີ PureView ໂຕທຳອິດທີ່ໄດ້ໃຊ້ງານແອັບຯ Lumia Camera ເວີຊັ່ນທີ 5 (ທີ່ແມ່ນແຕ່ລຸ້ນໃຫຍ່ຢ່າງ Lumia 730 ເອງກໍ່ບໍ່ສາມາໃຊ້ງານໄດ້) ນັ້ນເຮັດໃຫ້ການຖ່າຍພາບຂອງ Lumia 640 XLຈະດີກວ່າລຸ້ນອ້າຍຢ່າງ 730 ໄປອີກຂັ້ນ ດ້ວຍເລນທີ່ມີຄວາມລະອຽດຫລາຍກວ່າ ລວມເຖິງໂຫມດ Rich Capture ທີ່ໃຊ້ຖ່າຍພາບແບບ HDR ໄດ້ສວຍງາມດີຫລາຍ ເຊິ່ງຈະໄດ້ກ່າວເຖິງໃນສ່ວນຂອງກ້ອງຕໍ່ໄປ.

ອີກຢ່າງ Lumia 640XL ສາມາດອັບເດດເປັນ Windows 10 ແນ່ນອນ.


 

 

ກ້ອງ ແລະ ການຖ່າຍຮູບ

Review Lumia 640 XL_14

 

ສະເປັກກ້ອງຫລັກຂອງ Lumia 640 XL ແຮງເກີນລາຄາ ດ້ວຍຄວາມລະອຽດ 13 MP ເລນ Zeiss ພ້ອມລະບົບອໍໂຕ້ໂຟກັສ, ເຊັນເຊີ້ຂະຫນາດ 1/3”, f/2.0, ບັນທຶກວີດີໂອຄວາມລະອຽດ 1080p ທີ່ 30 fps video (ພ້ອມລະບົບອໍໂຕ້ໂຟກັສຕໍ່ເນື່ອງ) ມາພ້ອມກັບຊັອບແວ Lumia Camera ເວີຊັ່ນ 5 (Dynamic Flash, HDR) ປັບສະປີດຊັດເຕີ້ ໄດ້ສູງສຸດ 3 ວິນາທີ ແລະ ISO ທີ່ 3200 (ໃນໂຫມດໂປຣ) ນັ້ນຈຶ່ງເຮັດໃຫ້ການໃຊ້ງານກ້ອງຈຶ່ງເປັນຈຸດເດັ່ນຂອງມືຖືລຸ້ນນີ້.

 

ການຖ່າຍພາບ

ໃນ Lumia 640 XLນັ້ນເຮົາສາມາດເລືອກບັນທຶກພາບແບບ 2 ຄວາມລະອຽດໄດ້ແບບລຸ້ນໃຫຍ່ ແຕ່ຈະບັນທຶກພາບທີ່ຄວາມລະອຽດປະມານ 10 MP ສຳລັບພາບອັດຕາສ່ວນ 16:9 ແລະ ຄວາມລະອຽດ 13 MP ທີ່ອັດຕາສ່ວນ 4:3 ແລະ ມີຂະຫນາດໄຟລຮູບລະປະມານ 2.5 – 3.7 MB

ລອງມາເບິ່ງຕົວຢ່າງພາບຖ່າຍຈາກ Lumia 640 XL ກັນ.

***ພາບທັງຫມົດຖືກຫລຸດຄວາມລະອຽດລົງ ແຕ່ສາມາດເບິ່ງພາບຕົ້ນສະບັບໄດ້ຈາກທີ່ນີ້.

ພາບໃນສະພາບແສງປົກະຕິ

 

Sample Lumia 640 XL Pics_72

Sample Lumia 640 XL Pics_60

Sample Lumia 640 XL Pics_45

Sample Lumia 640 XL Pics_12               Sample Lumia 640 XL Pics_35               Sample Lumia 640 XL Pics_37

Sample Lumia 640 XL Pics_64               Sample Lumia 640 XL Pics_69               Sample Lumia 640 XL Pics_27

Sample Lumia 640 XL Pics_14               Sample Lumia 640 XL Pics_25

 

ພາບໃນສະພາບແສງຫນ້ອຍ

Sample Lumia 640 XL Pics_02

Sample Lumia 640 XL Pics_07

Sample Lumia 640 XL Pics_37

Sample Lumia 640 XL Pics_03               Sample Lumia 640 XL Pics_09               Sample Lumia 640 XL Pics_42

Sample Lumia 640 XL Pics_47               Sample Lumia 640 XL Pics_50               Sample Lumia 640 XL Pics_52

Sample Lumia 640 XL Pics_53               Sample Lumia 640 XL Pics_54

 

ພາບໃນສະພາບແສງຫນ້ອຍຫລາຍ

 

Sample Lumia 640 XL Pics_57

Sample Lumia 640 XL Pics_19

Sample Lumia 640 XL Pics_76

Sample Lumia 640 XL Pics_55

Sample Lumia 640 XL Pics_54               Sample Lumia 640 XL Pics_38               Sample Lumia 640 XL Pics_23

Sample Lumia 640 XL Pics_22               Sample Lumia 640 XL Pics_18

 

ຈາກຕົວຢ່າງພາບທັງຫມົດຕອ້ງບອກວ່າ Lumia 640 XL ຖ່າຍພາບໃນແງປົກະຕິອອກມາໄດ້ດີຫລາຍ ໄຟລພາບຂອ້ນຂ້າງລະອຽດ ແລະ ເມື່ອຊູມເບິ່ງຕົ້ນສະບັບເຂົ້າໄປໃກ້ໆຈະເຫັນວ່າ ລາຍລະອຽດຂອງພາບຢູ່ໃນລະດັບທີືຫນ້າພໍໃຈ ຈະຕ່າງກັບມືຖືຫລາຍໆລຸ້ນທີ່ເບິ່ງຈາກພາບໃຫຍ່ແລ້ວງາມ ແຕ່ຊູມເຂົ້າໄປໃກ້ແລ້ວລາຍລະອຽດເກືອບຈະບໍ່ມີ ເພາະໃຊ້ຊັອບແວປະມວນຜົນຫລາຍເກີນໄປ.

 

Sample Lumia 640 XL Pics_09
ພາບປົກະຕິ
Zoom 100 percent
Zoom 100 percent

 

ສ່ວນຂໍ້ດ້ອຍຫນ້າຈະຢູ່ທີ່ຊັອບແວປະມວນຜົນຂອງ  Microsoft ທີ່ເຮັດໃຫ້ສີສັນຂອງພາບທີ່ອອກມາໄດ້ບໍ່ສົດເທົ່າຂອງຈິງ ຍິ່ງໂດຍສະເພາະໃນສະພາບແສງຫນ້ອຍ ຄວາມສົດຂອງສີຈະຫາຍໄປຫລາຍ ຈົນຕ້ອງໃຊ້ການແຕ່ງພາບເຂົ້າຊ່ວຍຫາກຕ້ອງການໃຫ້ໄດ້ພາບທີ່ມີສີສັນຫລາຍຂຶ້ນ.

ภาพฟักทองที่สีซีดกว่าความเป็นจริง
ພາບຫມາກໄມ້ທີ່ສີຈືດກວ່າຄວາມເປັນຈິງ

 

ສ່ວນໂຕຄິດວ່າຖ້າຫາກ Microsoft ຈະປັບປຸງເລື່ອງຊັອບແວປະມວນເລື່ອງສີສັນຂອງພາບອີກຈັກນ່ອຍ (ເພາະບໍ່ໄດ້ເປັນພຽງແຕ່ກັບລຸ້ນນີ້ ລຸ້ນໃຫຍ່ໆກໍ່ເປັນ) ຫນ້າຈະດີບໍ່ຫນ້ອຍ (ແຕ່ບໍ່ເອົາແບບສົດເກີນຈິງຫລາຍ)

 

ພາບ HDR ຍອ້ນແສງດ້ວຍຟັງຊັ່ນ Rich Capture

เปิดโหมด Rich Capture ด้วยการแตะที่ไอค่อนไม้เท้าวิเศษ

 

ດ້ານລູກຫລີ້ນນັ້ນຢ່າງທີ່ໄດ້ກ່າວໄປ Lumia 640 XL ມາພ້ອມກັບແອັບຯ Lumia Camera ເວີຊັ່ນ 5 ເຮັດໃຫ້ການຖ່າຍພາບແບບ Rich Capture ທີ່ຖ່າຍກ່ອນປລະປັບຕາມຫລັງ ທັງເອັບເຟັກ HDR ລວມເຖິງການປັບແຕ່ງຄວາມເຂັ້ມຂອງ Effect HDR ແລະ ຖ້າເຮົາຖ່າຍຮູບແບບເປີດແຟລສ ເຮົາກໍ່ສາມາດປັບຄວາມແຮງຂອງແຟລສໄດ້ອີກດ້ວຍ ເຊິ່ງນີ້ເຄີຍເປັນຟັງຊັ່ນທີ່ມີແຕ່ໃນ Nokia Lumia 830, 930 ແລະ 1520 ແຕ່ Microsoft ກໍ່ເລືອກໃສ່ເຂົ້າມາໃນ Lumia 640 XL ນີ້ດ້ວຍ.

Sample Lumia 640 XL Pics_59               Sample Lumia 640 XL Pics_30              Sample Lumia 640 XL Pics_73

Sample Lumia 640 XL Pics_70

Lumia 640 XL Review_07

Lumia 640 XL Review_06

 

ນອກຈາກນີ້ Lumia 640 XLຍັງຮອງຮັບລູດຫລີ້ນ Living Image ຫລື ການບັນທຶກວີດີໂອກ່ອນຖ່າຍພາບເຊິ່ງເມື່ອລວມກັບແອັບຯ Lumia Story Teller ແລ້ວກໍ່ສາມາສ້າງວີດີໂອຫນ້າຮັກທີ່ນຳເອົາພາບຂອງເຮົາມາຮ້ອຍຕໍ່ກັນເປັນເລື່ອງລາວໄດ້ ແບບນີ້ນັ້ນເອງ (ຂໍອະນຸຍາດໃຊ້ຕົວຢ່າງເກົ່າຈາກ Lumia 830 ເພາະຟັງຊັ່ນນີ້ກໍ່ຈະຄືກັນຫມົດ)

Storyteller with living images file from Lumia 930

ກ້ອງຫນ້າ

ຄວາມລະອຽດ 5 MP ທີ່ຂອ້ນຂ້າງຫມັ້ນໃຈວ່າເປັນການ Reuse ໂມດູນກ້ອງມາຕັ້ງແຕ່ຕອນ Lumia 730 ແລ້ວເຊິ່ງກໍ່ບໍ່ໄດ້ເປັນປະເດັ່ນຫຍັງ ເພາະຊັອບແວເບິ່ງແລ້ວຄືຈະໄດ້ຮັບການປັບປຸງຂຶ້ນ ຄຸນະພາບທີ່ໄດ້ຫນ້າພໍໃຈໃນຫລາຍໆສະພາບແສງ ແຕ່ຖ້າແສງຫນ້ອຍຫລາຍກໍ່ຕາຍໄດ້ຄືກັນ!! ເພາະ Noise ຈະມາແບບເຕັມໆເລີຍ.

Sample Lumia 640 XL Pics_11

Sample Lumia 640 XL Pics_62

แสงน้อยปุุ๊บ น๊อยซ์มาปั๊บ

 

ວີດີໂອ

Lumia 640 XL ຮອງຮັບການຖ່າຍວີດີໂອທີ່ຄວາມລະອຽດ Full HD 1080p ຮອງຮັບການຊູມວີດີໂອໄດ້ 4 ເທົ່າ ເຊິ່ງຫາໄດ້ຍາກໃນມືຖືລຸ້ນກາງເຖິງລຸ່ມຂອງ Nokia ແລະ Microsoft ຄຸນນະພາບຂອງພາບບໍ່ມີປະເດັນ ລະບົບອໍໂຕ້ໂຟກັສ ແລະ Continuous focus ລວມເຖິງການປັບແສງເຮັດວຽກໄດ້ໃນລະດັບທີ່ຫນ້າພໍໃຈ.

ນອກຈາກນີ້ດ້ວຍຊັອບແວ Lumia Camera ເວີຊັ່ນ 5 ເຮັດໃຫ້ເຮົາສາມາດເລືອກຈຸດທີ່ຈະໂຟກັສ ແລະ ວັດແສງລະຫວ່າງການຖ່າຍວີດີໂອໄດ້ດ້ວຍ (Lumia 730 ລຸ້ນໃຫຍ່ກວ່ານີ້ເຮັດແບບນີ້ບໍ່ໄດ້ເດີ…)

เลือกจุดโฟกัสและวัดแสงได้ระหว่างถ่ายวิดีโอ
ເລືອກຈຸດໂຟກັສ ແລະ ວັດແສງໄດ້ລະຫວ່າງຖ່າຍວີດີໂອ

 

ລອງມາເບິ່ງຕົວຢ່າງກັນ.

Sample video from Lumia 640XL: 1080p @30 fps (2)

ວີດີໂອສະແດງການປັບແສງອັດຕະໂນມັດ

Sample video from Lumia 640 XL: 1080p @30 fps (1)

ວີດີໂອທົ່ວໆໄປ

ຈຸດດ້ອຍຫນ້າຈະຢູ່ທີ່ໄມໂຄຣໂຟນ ທີ່ເປັນໄມແບບທຳມະດາພຽງ 1 ໂຕທີ່ເຮັດໃຫ້ຄຸນພາບດ້ານການບັນທຶກສຽງວີດີໂອ ບໍ່ໄດ້ດີເທົ່າກັບມືຖືລຸ້ນໃຫຍ່ອື່ນໆ ແຕ່ກໍ່ບໍ່ໄດ້ເປັນປະເດັນຫນັກ ຫາກທຽບກັບລະດັບລາຄາຂອງມັນ.


 

 

ຄວາມບັນເທິງ ການຫລີ້ນເກມ ແລະ ເບີ່ງຫນັງ ຟັງເພັງ

Review Lumia 640 XL_17

 

ໃນດ້ານຄວາມບັນເທິງນັ້ນ Lumia 640 XL ຕອບສະຫນອງໄດ້ໃນລະດັບທີ່ຫນ້າພໍໃຈ ໃນເລື່ອງຂອງການຫລີ້ນເກມເອງ ດ້ວຍສະເປັັກທີ່ເຖິງຈະບໍ່ສູງຫລາຍດ້ວຍແຣມ 1 GB ທີ່ໃຫ້ມາເຮັດໃຫ້ຫລີ້ນເກມໄດ້ທຸກເກມທີ່ມີຢູ່ໃນ Windows phone Store ໃນຕອນນີ້ ແລະ ດ້ວຍຫນ້າຈໍ HD 720p ພາບທີ່ໄດ້ຈາກການຫລີ້ນເກມກໍ່ອອກມາສວຍງາມຫນ້າພໍໃຈ.

ແຕ່ຫນ່ວຍຄວາມຈຳພາຍໃນ 8GB ເຮັດໃຫ້ອາດຈະບໍ່ພໍໃຂ້ງານເທົ່າໃດ ຖ້າເປັນຄົນມັດຫລີ້ນເກມ ລວມເຖິງໄຟລພາບຈາກກ້ອງທີ່ຂ້ອນຂ້າງໃຫຍ່ ເຮັດໃຫ້ຕ້ອງໄດ້ອາໄສ SD Card.

พื้นที่ 8 GB เหลือใช้จริงๆราว 3 - 4 GB

 

ການເບິ່ງຫນັງ

Review Lumia 640 XL_40

 

ດ້ວຍຫນ້າຈໍທີ່ສວຍງາມເຖິງຈະບໍ່ເຖິງລະດັບ Full HD ແຕ່ດ້ວຍຄວາມລະອຽດ HD 720p ກໍ່ຕອບສະຫນອງໄດ້ໃນລະດັບທີ່ຫນ້າພໍໃຈແລ້ວ ຈະເບິ່ງຄຣິບແບບ Full HD ກໍ່ໄດ້ ແຕ່ການສະແດງຜົນຈະອອກມາພຽງແຕ່ 720p ເທົ່ານັ້ນ

ສີສັນຂອງວີດີໂອສວຍງາມ ເບິ່ງອະນິເມຊັ່ນ ຫລື ຫນັງ CG ສີສົດໆເທິງຫນ້າຈໍໃຫຍ່ທເຕັມຕາ ຟິນໄປອີກແບບ.

ລຳໂພງຍັງເປັນເລື່ອງທີ່ Microsoft ຕ້ອງໄດ້ປັບປຸງ ເພາະຄຸນນະພາບຂອງສຽງທີ່ໄດ້ບໍ່ຖືວ່າດີ ແລະ ສຽງຄ່ອຍໄປເລັກນອ້ຍ ແຕ່ດ້ວຍຄວາມທີ່ໂມດູນກ້ອງນູນນຂຶ້ນມາ ເຮັດໃຫ້ຕຳແຫນ່ງຂອງລຳໂພງທີ່ວາງໄວຂ້າງກ້ອງ ບໍ່ຕິດກັບພື້ນໃນຕອນທີ່ເຮົາວາງເຄື່ອງລົງໄປຮາບກັບພື້ນ ເຮັດໃຫ້ສຽງລຳໂພງດັງຟັງຊັດຢູ່ເຖິງວ່າຈະວາງເຄື່ອງໃນແນວນອນກໍ່ຕາມ.

ลำโพงที่มาอยู่ในตำแหน่งแปลกพอสมควร

 

ການຟັງເພັງ

Mix Radio ที่ไม่ exclusive แล้ว แต่ก็ยังใช้งานได้ดี

 

Lumia 640 XL ມາພ້ອມກັບຟັງຊັ່ນການປັບ EQ ເຊິ່ງຫນ້າຈະເປັນມາດຕະຖານຂອງມືຖື Lumia ໃນຍຸກນີ້ຫມົດແລ້ວ ພ້ອມ Virtual Surround Sound ການຟັງເພັງຈຶ່ງຢູ່ໃນລະດັບທີ່ຟັງໄດ້ຕະຫລອດ ຫາກຈັບຄູ່ກັບຫູຟັງດີໆຈັກຄູ່ ນອກຈາກນີ້ຍັງມີບໍລິການ Mix Radio ຂອງ Microsoft ທີ່ຫລາຍຄົນມັກຕິດມາດ້ວຍເຊັ່ນກັນ.

 

ການຫລິ້ນອິນເຕີເນັດ ແລະ ການອ່ານເອກະສານ

ບໍ່ມີຫຍັງໃຫ້ຕ້ອງຕິດ້ວຍຄຸນນະພາບຫນ້າຈໍທີ່ເຫລືອເຟືອ ສຳລັບການທ່ອງເນັດແບບນີ້ ການອ່ານເວັບໄຊເຮັດໄດ້ຢ່າງບໍ່ມີບັນຫາໂຕອັກສອນຄົມຊັດຕາມທີ່ຄວນເປັນ ແຖມດ້ວຍຫນ້າຈໍທີ່ໃຫຍ່ ເວົ້າໄດ້ວ່າການໃຊ້ງານທ່ອງເນັດແບບທົ່ວໄປ ບໍ່ມີຫຍັງຕິດຂັດ.

ແຕ່ສຳລັບການຈັດການເອກະສານ Microsoft Office ໂຕແອັບຯຍັງບໍ່ເຄີຍໄດ້ຮັບການອັບເດດເລີຍຕັ້ງແຕ່ການມາຂອງ Windows phone 8 ແຖມຕອນນີ້ແອັບຯ Office ເທິງລະບົບຄູ່ແຂ່ງຍິ່ງພັດທະນາໄປໄກກວ່າ ເຮັດໃຫ້ຈຸດເດັ່ນເລື່ອງ Microsoft Office ເທິງມືຖື Lumia ບໍ່ໄດ້ເປັນຈຸດເດັ່ນອີກຕໍ່ໄປ ແຕ່ດໍ່ຍັງໃຊ້ງານພໍໄດ້ ອ່ານເອກະສານ, ແກ້ໄຂເອກະສານເລັກນ້ອຍໄດ້ບໍ່ຕິດຂັດ ບໍ່ສາມາດເຮັດວຽກແທນທີ່ Program Microsoft Office ໃນເຄື່ອງຄອມພີວເຕີໄດ້ຢ່າງແນ່ນອນ.

ຕອ້ງຝາກຄວາມຫວັງເອົາໄວ້ກັບ Office ເວີຊັ່ນໃຫມ່ໃນ Windows 10 ຕໍ່ໄປ.

 

 


 

 

ລະບົບແຜນທີ່ນຳທາງ

ລະບົບແຜນທີ່ນຳທາງເຖິງວ່າແອັບຯ Here Map ຈະບໍ່ໄດ້ເປັນ Exclusive ໃນ Windows phone ອີກຕໍ່ໄປແລ້ວ ແຕ່ກໍ່ຍັງຖືວ່າລະບົບ Here map ໃນ Lumia 640 XL ກໍ່ຍັງເຮັດວຽກໄດ້ດີ ບໍ່ມີບັນຫາ ການຈັບສັນຍານ GPS ໄວ ແລະ ແອັບຯ Here Map ລວມເຖິງໃນຕະກູນ Here ກໍ່ເຮັດວຽກໄດ້ຢ່າງດີ.

ຟັງຊັ່ນ Live Sight ຍັງມີບໍ່ຖືກຕັດອອກຄືມືຖືລຸ້ນກາງເຖິງລຸ່ມອື່ນໆ.

Review Lumia 640 XL_34

 


 

 

ການໃຊ້ງານໃນຖານະໂທລະສັບ

Lumia 640 XL ໃນດ້ານການໃຊ້ງານເປັນໂທລະສັບທົ່ວໄປ ຄຸນນະພາບສຽງສົນທະນາຍັງຄົງດີຕາມມາກຕະຖານ Microsoft ແລະ Nokia ສຽງຊັດເຈນ ແລະ ບໍ່ມີບັນຫາ (ທັງນີ້ທັງນັ້ນກໍ່ຂຶ້ນກັບສັນຍານໂທລະສັບອີກດ້ວຍ)

ລຸ້ນນີ້ເປັນລຸ້ນສອງຊິມທີ່ຮອງຮັບລະບົບ Smart Dual Sim ຂອງ Windows phone ຮອງຮັບການໃຊ້ງານໂທລະສັບທັງ 2 ຊິມແບບ Dual Stand by ແຕ່ສຳລັບການໃຊ້ງານ 3 ຈີ ນັ້ນຕ້ອງໄດ້ເລືອກວ່າຈະໃຫ້ໃຊ້ງານຜ່ານ 3ຈີ ຊິມໃດຈາກການຕັ້ງຄ່າ

Review Lumia 640 XL_20

 

ການເຊື່ອມຕໍ່ໄວໄຟ ບໍ່ມີບັນຫາ ເຊື່ອມຕໍ່ໄດ້ໄວ ແລະ ໃຊ້ງານໄດ້ດີ.

 


 

 

ແບັດເຕີລີ້

Review Lumia 640 XL_41

 

ຈາກທີ່ໄດ້ຢູກິນກັບ Lumia 640 XL (ແບບຜົວເມຍ..ຫິຫິ) ມາຕະຫລອດ 2 ອາທິດ ຕອ້ງບອກວ່າອາຍຸການໃຊ້ງານແບັດຯມັນຫນ້າພໍໃຈ ດ້ວຍສະເປັກທີ່ບໍ່ໄດ້ແຮງຫລາຍ ຫນ້າຈໍບໍ່ໄດ້ລະອຽດຫລາຍ ແລະ ບໍ່ຮອງຮັບ 4ຈີ ແຕ່ມາພ້ອມກັບແບັດຯຂະຫນາດ 3.000 mAh ເພາະສະນັ້ນສາມາດມັນກໍ່ຢູ່ໄດ້ຍາວພໍສົມຄວນ.

ການໃຊ້ງານໃນຄັ້ງນີ້ກໍ່ຄືກັບຕອນທີ່ໃຊ້ງານມືຖືທຸກລຸ້ນ (ເພື່ອໃຫ້ເປັນມາດຖານດຽວກັນ) ຈາກທີ່ໄດ້ໃຊ້ງານ ແລະ ຕັ້ງຄ່າເຄື່ອງແບບດຽວກັນກັບທີ່ເຄີຍຕັ້ງຕອນໃຊ້ງານກັບ Nokia Lumia ທີ່ໄດ້ທົດສອບທຸກລຸ້ນຄື:

  • ປິດ NFC ແລະ ງານເບື້ອງຫລງັທີ່ບໍ່ຈຳເເປັນທັງຫມົດ
  • ເປີດງານເບື້ອງຫລັງເຫົລ່ານີ້ເອົາໄວ້ Facebook beta ,Line, Email ອີກ 3 ສະບັບ, Internet Explorer, Store, Battery Saver, Whatsapp, Music, OneDrive
  • ເປີດໃຊ້ງານການເຊື້ອມຕໍ່ແບບ 4G , WiFi, GPS, Bluetooth ໄວ້ຕະຫລອດ.
  • ຕັ້ງຄ່າຄວາມສະຫວ່າງເປັນ Auto
  • ເປີດຄຸນສົມບັດການປັບພາບຫນ້າຈໍໃຫ້ຄົມຊັດກາງແຈ້ງ (Sunlight Readability) ໄວ້ດ້ວຍເພື່ອທົດສອບປະສິດທິພາບຫນ້າຈໍ

ການໃຊ້ງານເນັ້ນທີ່ການໂທລະສັບ, ອ່ານຂ່າວ ລວມເຖິງຫລິ້ນ Social Networkຢ່າງເຊັ່ນ Line, Facebook, Twiiter ແລະ Instagram ເປັນປົກະຕິ ເປີດເວັບໄຊ້ອີກພໍສົມຄວນ, ເບິ່ງ Youtube ອີກເລັກນ້ອຍ.

 

ຜົນການທົດສອບກໍ່ອອກມາຕາມນີ້:

ອາຍຸການໃຊ້ງານຂອງແບັດຯແບບທົ່ວໄປໃນວັນທີ່ໃຊ້ງານຕາມປົກະຕິ ຈະຢູ່ໄດປະມານ 10-13 ຊົ່ວໂມງ ແລະ ຖ້າໃຊ້ງານນ້ອຍບາງມື້ສາມາດຢູ່ໄດ້ແບບຂ້າມມື້ກັນເລີຍ.

ທີ່ຫນ້າສົນໃຈຄືຕັ້ງແຕ່ Windows phone 8.1 update 2 ເປັນຕົ້ນມາອັດຕາການໃຊ້ແບັດຯຂອງມືຖື windows phone ໃນໂຫມດ Stand by ເຮັດອອກມາໄດ້ດີຂຶ້ນ ຄືຖ້າເຮົາບໍ່ໄດ້ເປີດຫນ້າຈໍມັນຂຶ້ນມາເລີຍ (ແຕ່ມີເມວເຂົ້າ, Line ເຂົ້າ ຫລື ການແຈ້ງເຕືອນຕ່ງໆເຂົ້າມາຕາມປົກະຕິ ອັດຕາການໃຊ້ງານແບັດຯຈະຢູ່ທີ່ຊ່ວງ 2-3% ຕໍ່ 1 ຊົ່ວໂມງ ແຕ່ຖ້າເປັນຕອນກາງຄືນທີ່ບໍ່ໄດ້ມີຄົນແຊັດເຂົ້າມາເລີຍ ແລະ ເມວບໍ່ມີ ລວມເຖິງ Social Network ຕ່າງໝບໍ່ເຕືອນ ສັງເກດວ່າ Lumia 640 XL ຈະມີອັດຕາການໃຊ້ພະລັງງານທີ່ 1-2% ຕໍ່ 1 ຊົ່ວໂມງເທົ່ານັ້ນ.

ປັນຫາຄວາມຮອ້ນ : ສະບາຍໃຈ ຫາຍຫ່ວງ

ຕອບສັ້ນໆວ່າບໍ່ມີມາກວນໃຈແນ່ນອນ ຍົກເວັ້ນຕອນຫລີ້ນເກມກຣາຟິກຫນັກໆ ຕໍ່ເນື່ອງດົນໆເທົ່ານັ້ນ ການໃຊ້ງານທົ່ວໄປບໍ່ມີຄວາມຮ້ອນເຂົ້າມາເປັນບັນຫາເລີຍ.

 


 

 

ຂໍ້ດ້ອຍ

  •         ຂອບຈໍໃຫຍ່ຫລາຍ ເຮັດໃຫ້ເຄື່ອງໃຫຍ່ກວ່າທີ່ຄວນຈະເປັນ.
  •         ຊິບເຊັດລຸ້ນເກົ່າ ແຕ່ກໍ່ຮັບໄດ້ໃນລະດັບລາຄານີ້ (ແຕ່ຖ້າເປັນ Snapdragon 410 ທີ່ເຖິງຈະບໍ່ໄດ້ແຮງຫວ່າກັນຫລາຍ ແຕ່ຫນ້າຈະດີໃນຄວາມຮູ້ສຶກກວ່ານີ້)
  •         ຫນ້າຈໍ ແລະ ວັດສະດຸເປັນຮອຍນີ້ວມືງ່າຍ.
  •         ພາບທີ່ໄດ້ຈາກກ້ອງສີຈືດໄປ ກ້ອງຫນ້າໃນສະພາວະແສງຫນ້ອຍຍັງເຮັດໄດ້ບໍ່ດີ.

 


 

ສະຫລຸບທ້າຍ Lumia 640 XL ມາດຕະຖານໃຫມ່ຂອງມືຖືລຸ້ນກາງເຖິງລຸ່ມຂອງ Microsoft

Review Lumia 640 XL_49

 

ຕອ້ງບອກວ່າ Microsoft Lumia 640 XL ສ້າງມາດຕະຖານໃຫມ່ໃນດ້ານຂອງສະເປັກສຳລັບມືຖືລຸ້ນກາງເຖິງລຸ່ມຂອງ Microsoft ເລີຍ ເພາະສະເປັກອອກມາຂົ່ມລຸ້ນກາງທີ່ອອກມາກ່ອນຫນ້າຢ່າງ Lumia 730 ແບບຈົມດິນໄປເລີຍ ແລະ ໃກ້ຄຽງກັບລຸ້ນໃຫຍ່ລາຄາປະຫຍັດຢ່າງ Lumia 830 ກັນເລີຍ ແຕ່ດ້ວຍລາຄາທີ່ຕ່າງກັນພໍສົມຄວນ.

 

ຟັງຊັ່ນຈັດເຕັມແບບທີ່ເວົ້າເຖິງຕະຫລອດການຣີວິວ ກັບລາຄາ 7.990 ບາດ ຫລື ປະມານ 1.997.000 ກີບທີ່ຖ້າເປັນແຟນ Lumia ແລະ ໃຊ້ງານມືຖືລຸ້ນນ້ອຍຢູ່ແລ້ວຕ້ອງການປ່ຽນເຄື່ອງ ແລະ ບໍ່ມີບັນຫາເລື່ອງຫນ້າຈໍໃຫຍ່ບອກໄດ້ເລີຍວ່າ Microsoft Lumia 640 XLຫນ້າຈະເປັນໂຕເລືອກທຳອິດໄດ້ບໍ່ຍາກ ໂດຍສະເພາະຫາກມັກການຖ່າຍຮູບ ແລະ ດ້ວຍສະເປັກນີ້ ເຖິງຈະເປັນລະບົບປະຕິບັດການອື່ນ ແຕ່ວ່າສະເປັກຂອງ Microsoft Lumia 640 XLກໍ່ຍັງໃກ້ຄຽງກັບຫລາຍໆລຸ້ນທີ່ລະດັບລາຄາດຽວກັນ.

 

ແຕ່ຂໍ້ດ້ອຍຂອງດ້ານລະບົບ Ecosystem ຂອງແອບັຯທີ່ຫນ້ອຍ ເມື່ອທຽບກັບລະບົບອື່ນໆ ການທີ່ຄົນທົ່ວໄປຈະລເລືອກ Microsoft Lumia 640 XLເປັນມືຖືເຄື່ອງຫລັກອາດຈະເປັນເລື່ອງຍາກ ຖ້າບໍ່ແມ່ນແຟນ Windows phone ໂຕຈິງເທົ່ານັ້ນ.

ຢ່າງໃດກໍ່ຕາມ ຂໍຍ້ຳອີກເທື່ອຫນຶ່ງຖ້າທ່ານເປັນແຟນ Windows phone ນັ້ນ Microsoft Lumia 640 XL ຈະບໍ່ເຮັດໃຫ້ທ່ານຜິດຫວັງແນ່ນອນ.

 

[gradeB]

 

อ่านรีวิวภาษาไทย >> รีวิว Microsoft Lumia 640 XL ดีเกินคาด โดยทีมงาน AppDisqus

 

 

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version