Advertisement

ຈາກທີ່ເຄີຍຣີວິວແຝດຄົນລະຝາທີ່ໃຊ້ຊື່ລຸ້ນລະຫັດດຽວກັນຢ່າງ Microsoft 640XL ໄປແລ້ວ ແຕ່ວ່າໃນຕອນເປີດໂຕນັ້ນ Microsoft ໄດ້ເປີດໂຕມືຖືອີກລຸ້ນ ທີ່ເຮັດອອກມາສຳລັບຄົນທີ່ບໍ່ມັກຫນ້າຈໍໃຫຍ່ລະດັບ 5.7 ນີ້ວຄືກັບ Lumia 640XL ເພາະສະນັ້ນມືຖືທາງເລືອກເຄື່ອງນີ້ຈຶ່ງເປີດໂຕໃນນາມ Microsoft Lumia 640 LTE.

Review Lumia 640 LTE_38

ສຳລັບ Microsoft Lumia 640 LTE ແລະ 640XL ນອກຈາກຂະຫນາດຫນ້າຈໍທີ່ແຕກຕ່າງກັນແລ້ວ ສະເປັກຫລັກໆກໍ່ມີຄວາມແຕກຕ່າງກັນພໍສົມຄວນ ເຖິງຈະໃຊ້ຊື່ລຸ້ນທີ່ເປັນໂຕເລກດຽວກັນກໍ່ຕາມ ເຊິ່ງກ່ອນທີ່ຈະເລີ່ມຣີວິວຂໍແຍກຄວາມແຕກຕ່າງຂອງທັງສອງລຸ້ນນີ້ໄວ້ດັ່ງນີ້.

Advertisement

ສະເປັກ Lumia 640 LTE ແລະ Lumia 640 XL

ຫນ້າຈໍ

Lumia 640 LTE: HD 720p ຂະຫນາດ 5 ນີ້ວ IPS LCD

Lumia 640 XL: HD 720p ຂະຫນາດ 5.7 ນີ້ວ IPS LCD

ຄວາມແຫນ້ນຫນາເມັດສີ (PPI)

Lumia 640 LTE: 294 PPI

Lumia 640 XL: 259 PPI

ຊິບເຊັດ

Lumia 640 LTE: Qualcomm MSM8926 Snapdragon 400 Quad-Core 1.2 GHz

Lumia 640 XL: Qualcomm MSM8226 Snapdragon 400 Quad-Core 1.2 GHz

ກ້ອງຫລັກ

Lumia 640 LTE: 8 MP ເລນທຳມະດາ f/2.2 ຂະຫນາດເຊັນເຊີ້ 1/4 ນີ້ວ ບັນທຶກວີດີໂອໄດ້ຄວາມລະອຽດ 1080p @30 fps

Lumia 640 XL: 13 MP ເລນ Zeiss f/2.0 ຂະຫນາດເຊັນເຊີ້ 1/3 ນີ້ວ ບັນທຶກວີດີໂອໄດ້ຄວາມລະອຽດ 1080p @30 fps

ກ້ອງຫນ້າ

Lumia 640 LTE: 0.9 MP f/2.4

Lumia 640 XL: 5 MP f/2.4

ແບັດເຕີລີ້

Lumia 640 LTE: 2,500 mAh

Lumia 640 XL: 3,000 mAh

ຂະຫນາດ (ກxຍxສ) ມມ.

Lumia 640 LTE: 141.3 x 72.2 x 8.8

Lumia 640 XL: 157.9 x 81.5 x 9

ນ້ຳຫນັກ (ກຣາມ)

Lumia 640 LTE: 145

Lumia 640 XL: 171

ການເຊື່ອມຕໍ່ສູງສຸດ

Lumia 640 LTE: 4G LTE

Lumia 640 XL: 3G Quad-band** ແຕ່ຕອນນີ້ Lumia 640 XL LTE ວາງຈຳຫນ່າຍແລ້ວ

ລາຄາ

Lumia 640 LTE: 5,990 ບາດ ປະມານ 1.497.000 ກີບ

Lumia 640 XL: 7,990 ບາດສຳລັບລຸ້ນ 3G ແລະ 8,990 ບາດສຳລັບລຸ້ນ LTE

Lumia 640 LTE (ຊ້າຍ) และ Lumia 640 XL (ຂວາ)

ສ່ວນທີ່ເຫລືອຈະຄືກັນ ຫນ່ວຍຄວາມຈຳພາບໃນ 8GB, ແຣມ 1GB ແລະ ຮອງຮັບການເຊື່ອມຕໍ່ NFC ລວມເຖິງລະບົບ Miracast ທີ່ສະແດງຫນ້າຈໍໄປຫາອຸປະກອນທີ່ຮອງຮັບໄດ້ແບບໄຮ້ສາຍ ເວ້າໄດ້ວ່າເຖິງຈະເປັນລຸ້ນນ້ອຍແຕ່ຄວາມສາມາດຈັດມາເຕັມ.

ສ່ວນຊິບເຊັດທີ່ທັງສອງລຸ້ນໃຊ້ນັ້ນແມ່ນ Qualcomm Snapdragon ທີ່ມີລະຫັດຕ່າງກັນ ຈຸດທີ່ຕ່າງກັນແທ້ໆແມ່ນ MSM8926 ຮອງຮັບ 4G ໃນຂະນະທີ່ MSM8226 ຮອງຮັບພຽງແຕ່ 3G ເທົ່ານ້ັນ.

ແກະກ່ອງ

Review Lumia 640 LTE_37

ກ່ອງບັນຈຸ Microsoft Lumia 640 LTE ນັ້ນຄືເກົ່າຕາມມາດຕະຖານກ່ອງບັນຈຸມືຖື Lumia ຈາກ Mocrosoft ໃນປີນີ້ ຂະຫນາດກ່ອງບໍ່ໃຫຍ່ຫລາຍ ເພາະໂຕເຄື່ອງກໍ່ບໍ່ໄດ້ໃຫຍ່ເຊັ່ນກັນ.

ອຸປະກອນພາຍໃນຍັງຄືເກົ່າຄືກັບທີ່ໃຫ້ມາໃນມືຖືລະດັບກາງເຖິງລຸ່ມ ຄື: ສາຍສາກ AC-20U ທີ່ຖອດອອກມາເປັນສາຍ USB ບໍ່ໄດ້ ແລະ ຫູຟັງລຸ້ນ WH-108 ທີ່ຄຸນນະພາບສຽງບໍ່ໂດດເດັ່ນແຕ່ພໍຟັງໄດ້ເທົ່ານັ້ນ.

Review Lumia 640 LTE_18

สายชาร์จที่ไม่สามารถใช้เป็นสาย USB ได้                         หูฟังจาก Microsoft ที่คุณภาพแค่พอฟังได้

ສາຍສາກທີ່ບໍ່ສາມາດໃຊ້ເປັນສາຍ USB ໄດ້           ຫູຟັງຈາກ Microsoft ທີ່ຄຸນນະພາບພໍຟັງໃດ້

 

ສຳຜັດເລີ່ມຕົ້ນ ແລະ ການອອກແບບ

Review Lumia 640 LTE_10

ສຳລັບ Microsoft Lumia 640 LTE  ໃຊ້ແນວທາງການອອກແບບຄືກັບ Lumia 535, 640XL ຄືເປັນມືຖືຮູບຊົງ Bucket ທີ່ເນັ້ນຄວາມບາງຂອງໂຕເຄື່ອງ ສຳລັບສີທີ່ໄດ້ມາຣີວິວນີ້ເປັນສີດຳ ໃຊ້ວັດສະດຸແບບດ້ານ (Matt) ສ່ວນສີອື່ນໆທີ່ວາງຈຳຫນ່າຍຢ່າງສີສົ້ມ, ຟ້າ ແລະ ຂາວນັ້ນຈະເປັນວັດສະດຸແບບມັນ (Glossy) ທີ່ມີລູກຫລີ້ນ ແບບຝາຫລັງສອງຊັ້ນ ຫລື Dual Layer ແບບດຽວກັບ Lumia 532 ຫລື Nokia Asha ທີ່ກໍ່ສວຍງາມດີ (ແຕ່ສຳລັບສີດຳກໍ່ສວຍງາມໄປອີກແບບ)

ໃນເລື່ອງຂອງການອອກແບບ ບໍ່ມີຫຍັງໃຫ້ຕິຫລາຍ ເພາະສຳລັບແຟນໆ Lumia ທີ່ມັກການອອກແບບແນວນີ້ຢູ່ແລ້ວ ກໍ່ຄົງຈະມັກການອອກແບບຂອງ Microsoft Lumia 640 LTE ນີ້ແຕ່ສຳລັບຜູ່ທີ່ບໍ່ແມ່ນແຟນຂອງ Lumia ກໍ່ອາດຈະຮູ້ສຶກວ່າມັນກໍ່ຄືກັບລຸ້ນກ່ອນຫນ້າ ( ທີ່ອອກລຸ້ນໃຫມ່ໆມາກໍ່ຍັງຄົງຫນ້າາຕາແບບເກົ່າ) ເຊິ່ງສ່ວນນີ້ເປັນເລືອງຂອງລົດສະນິຍົມສ່ວນບຸກຄົນລ້ວນໆ.

ແຕ່ສິ່ງທີ່ເປັນເອກະລັກຂອງມືຖືຕະກຸນ Lumia 640 ກໍ່ຄືການປະສົມລະຫວ່າງຄວາມໂຄ້ງມົນ ແລະ ຫລ່ຽມມຸມ ທີ່ຂອບມຸມທັງ 4 ດ້ານຈະໂຄ້ງ ແຕ່ສັນເຄື່ອງຈະເປັນຫລ່ຽມມຸມເຮັດໃຫ້ຈັບໄດ້ຖະຫນັດມືກວ່າລຸ້ນທີ່ໂຄ້ງໄປທັງຫມົດຢ່າງ Lumia 535 ເຊິ່ງນັບເປັນຈຸດເດັ່ນໃນແງ່ຂອງການອອກແບບ.

ຄວາມໂຄ້ງ ແລະ ຫລ່ຽມມຸມທີ່ປະສານກັນໄດ້ພໍດີ

ສິ່ງທີ່ຕ້ອງຕິເລັກນ້ອຍສຳລັບ Microsoft Lumia 640 LTE ກໍ່ຄືຂອບເຄື່ອງດ້ານເທິງ ແລະ ລຸ່ມທີ່ເຫລືຫລາຍພໍສົມຄວນ ທັງໆທ່ລຸ້ນນີ້ໃຊ້ປຸ່ມທັຊເທິງຫນ້າຈໍ (Virtual Button) ທີ່ຫນ້າຈະເຮັດໃຫ້ປະຢັດພື້ນທີ່ຂອບເທິງລຸ່ມໄປໄດ້ ເຮັດໃຫ້ຂະຫນາດເຄື່ອງຂອງມັນອາດຈະພໍໆກັບມືຖືຫນ້າຈໍຂະຫນາດ 5.5 ນີ້ວຍີ່ຫໍ້ອື່ນໆເລີຍ.

ຂອບຈໍທີ່ເຫລືອຫລາຍ…ທັງທີ່ໃຊ້ປຸ່ມແບບເທິງຫນ້າຈໍແລ້ວ

ແຕ່ກໍບໍ່ແມ່ນຂໍ້ເສຍທີ່ໃຫຍ່ ເພາະ Microsoft Lumia 640 LTE ນີ້ຢ່າງທີ່ບອກໄປຈັບໄດ້ຖະຫນັດມືຫລາຍອຕ້ອງຍົກຄວາມດີໃຫ້ແກ່ກ່ນອອກແບບໄປ.

ງານປະກອບແຫນ້ນຫນາດີ ແກ້ໄຂບັນຫາທີ່ເຄີຍເກີດກັບ Lumia 535 ໄປແລ້ວຢ່າງສົມບູນ ສະບາຍໃຈໄດ້ສຳລັບແຟນໆ (Lumia 535 ເປັນລຸ້ນໃນປະຫວັດສາດຢ່າງແທ້ຈິງ ຫະຫະ)

 

ສວ່ນໂຕເຄື່ອງໃນມຸມຕ່າງໆມີດັ່ງນີ້:

ດ້ານຊ້າຍຂອງໂຕເຄື່ອງບໍ່ມີ Port ຫລື ປຸ່ມໃດໆ

ດ້ານລຸ່ມຂອງໂຕເຄື່ອງມີ Port USB ສຳລັບສາກໄຟ ແລະ ຖ່າຍໂອນຂໍ້ມູນກັບຄອມພີວເຕີ.

Review Lumia 640 LTE_05

ດ້ານຂວາຂອງໂຕເຄື່ອງຈະມີປຸ່ມມາດຕະຖານເດີມຂອງ Windows Phone ຄືປຸ່ມເພີ່ມ-ລົດສຽງ ແລະ ປຸ່ມ Power ບໍ່ມີປຸ່ມຊັດເຕີ້ເຊີ່ງເປັນປົກະຕິຂອງມືຖືລະດັບກາງເຖິງລຸ່ມຂອງ Microsoft ໃນຍຸກຫລັງໆມານີ້.

Review Lumia 640 LTE_06

ດ້ານເທິງຂອງໂຕເຄື່ອງມີຊອ່ງສຳັລບສຽບຫູຟັງຂະຫນາດ 3.5 ມມ. ແລະ  ທີ່ເດັ່ນຄືການອອກແບບເສັ້ນສາຍເທິງໂຕເຄື່ອງ ຫລິ້ນກັບຊອ່ງຫູຟັງເລັກນ້ອຍ.

Review Lumia 640 LTE_07

ດ້ານເທິງຂອງຫນ້າຈໍມີກ້ອງຫນ້າຄວາມລະອຽດ 0.9MP ລວມເຖິງເຊັນເຊີ້ວັດແສງ (Ambient Light Sensor) ແລະເຊັນເຊີ້ວັດໄລຍະຫ່າງຈາກຫນ້າຈໍ (Proximity Sensor) ອີກດ້ວຍ (ຢູ່ຂ້າງໆກັນ)

Review Lumia 640 LTE_08

ສ່ວນດ້ານຫລັງເປັນໂມດູນກອ້ງ ແລະ ລຳໂພງ ທີ່ວາງໄວ້ບໍລິເວນມຸມລຸ່ມຂອງໂຕເຄື່ອງ.

Review Lumia 640 LTE_01

ຝາຫລັງສາມາດຖອດອອກໄດ້ ແລະ ຝາຫລັງເອງກໍ່ເກັບລະອຽດງານໄດ້ດີ, ການປະກອບຮຽບຮ້ອຍ ແນບສະຫນິດຄືເຄື່ອງ UniBody ເລີຍ ເຊິ່ງເມື່ອຖອດຝາຫລງັອອກມາກໍ່ຈະພົບກັບແບັດເຕີລີ້ຂະຫນາດ 2.500 mAh ລວມເຖິງຊ່ອງໃສ່ຊິມ ເຊິ່ງຮອງຮັບການເຊື່ອມຕໍ່ແບບໄມໂຄຣຊິມ ລວມເຖິງ Slot Micro SD Card ທີ່ຮອງຮັບການເພີ່ມຄວາມຈຸສູງສຸດ 128GB.

Review Lumia 640 LTE_32      Review Lumia 640 LTE_33      Review Lumia 640 LTE_34

ສະເປັກ ແລະ ຜົນການທົດສອບ

Review Lumia 640 LTE_28

ສຳລັບສະເປັກຢ່າງເປັນທາງການຂອງລຸ້ນນີ້ມີດັ່ງນີ້ (ສາມາດອ່ານແບບລະອຽດໄດ້ຈາກທີ່ນີ້)

  • ລະບົບປະຕິບັດການ Windows Phone 8.1 update 2 with Lumia Denim ຮອງຮັບການອັບເກຣດເປັນ Windows 10 ໃນອະນາຄົດ
  • ຊິບເຊັດ: Qualcomm Snapdragon 400 (MSM8926), 1.2 GHz quad-core processor
  • ຫນ້າຈໍ IPS LCD ຂະຫນາດ 5.0 ນີ້ວຄວາມລະອຽດ HD 720p (1280×720), 16:9, ຄວາມຫນາແຫນ້າຂອງເມັດສີ 294 PPI ແລະ ກະຈົກ Corning Gorilla Glass 3 ພ້ອມຟັງຊັ່ນ Glance screen, , Sunlight readability
  • ແຣມ 1GB
  • ຫນ່ວຍຄວາມຈຳພາບໃນ 8 GB ຂະຫຍາຍເພີ່ມໄດ້ດ້ວຍ Micro SD Card ສູງສຸດ 128 GB
  • ກ້ອງຫລັກ: ຄວາມລະອຽດ 8 MP ພ້ອມລະບົບອໍໂຕ້ໂຟກັສ, ເຊັນເຊີ້ຂະຫນາດ 1/4”, f/2.2,
  • ບັນທຶກວີດີໂອຄວາມລະອຽດ 1080p ທີ່ 30 fps video (ພ້ອມລະບົບອໍໂຕ້ໂຟກັສຕໍ່ເນື່ຶອງ), ມາພ້ອມຊັອບແວ Lumia Camera ເວີຊັ່ນ 5.0 (Dynamic Flash, HDR)
  • ກ້ອງຫນ້າ: 0.9 MP, f/2.4,ບັນທຶວິດີໂອຄວາມລະອຽດ HD 720p
  • ການເຊື່ອມຕໍ່: ບູທູດ 4.0, micro USB 2.0, A-GPS+GLONASS, DLNA, Screen cloning with Miracast, WLAN 802.11 b/g/n/, NFC
  • ຊິມແບບ Micro Sim
  • ເຊັນເຊີ້: Accelerometer, Magnetometer, Proximity, Ambient Light Sensor
  • ແບັດຯຂະຫນາດ 2,500 mAh (BV-T5C) ແບບຖອດໄດ້
  • ນ້ຳຫນັກ: 145 ກຣາມ
  • ຂະຫນາດ 141.3 x 72.2 x 8.8ມມ.
  • ສີ: ຟ້າ, ສົ້ມ, ຂາວ (Glossy) ແລະ ດຳ (Matt)

ສ່ວນຜົນການທົດສອບ ຫລື Benchmark ຕ່າງໆຜົນທີ່ໄດ້ກໍ່ບໍ່ຕ່າງໄປຈາກລຸ້ນແຝດຍັກ (Lumia 640XL) ແນ່ນອນເພາະໃຊ້ສະເປັກພາຍໃນທີ່ຄືກັນ ແລະ ໃກ້ຄຽງກັບລຸ້ນອ້າຍຢ່າງ Lumia 730, 830 ເຊັ່ນກັນ.

 

Antutu Benchmark

Lumia 640 LTE: 11988

Lumia 640 XL: 11907

Lumia 730: 11540

Lumia 830: 12019

Lumia 535: 11650

 

BaseMark OS

Lumia 640 LTE: 466

Lumia 640 XL: 440

Lumia 730: 454

Lumia 830: 483

Lumia 535: 408

 

ເຖິງຜົນການທົດສອບຈະບໍ່ໄດ້ສູງ ແຕ່ສະເປັທີ່ມີພຽງເທົ່ານີ້ກໍ່ພຽງພໍກັບການໃຊ້ງານ Windows Phone ໄດ້ລ່ຽນໄຫລແລ້ວ ສາມາດຫລີ້ນໄດ້ທຸກເກມ, ທຸກແອັບຯໃນ Store ແລະ ຮອງຮັບການອັບເກຣດເປັນ Windows 10 ແນ່ນອນ.

Screenshot_03

ຜົນການທົດສອບດ້ວຍແອັບຯ MultiBench ທຽບກັບມືຖື Windows Phone ລຸ້ນບຸກເບີກ.

Screenshot_07      Screenshot_06      Screenshot_05

Screenshot_04

ຖືວ່າຄຸ້ມຄ່າສຳລັບລາຄາ 5.990 ບາດ ຫລື ປະມານ 1.497.000 ກີບທີ່ຮອງຮັບການໃຊ້ງານຕໍ່ແບບຍາວໆກັນເລີຍ.

 

 

ຫນ້າຈໍ

Review Lumia 640 LTE_35

ຄາດວ່າ Microsoft ຈະໃຊ້ຫນ້າຈໍຄວາມລະອຽດ HD 720P ເປັນມາດຕະຖານສຳລັບມືຖືລຸ້ນກາງເຖິງລຸ່ມໄປແລ້ວ ແລະ ທຸກມື້ນີ້ມືຖືລະດັບລາຄາ 5.000-10.000 ບາດ ສ່ວນຫລາຍກໍ່ຈະໃຊ້ຫນ້າຈໍຄວາມລະອຽດນີ້ັກັນຫມົດແລ້ວ

ຫນ້າຈໍລະອຽດລະດັບນີ້ກັບຂະຫນາດຫນ້າຈໍ 5 ນີ້ວເຮັດໃຫ້ຄວາມຫນາແຫນ້ນຂອງເມັດສີຢູ່ທີ່ 294 PPI ທີ່ເທົ່ານີ້ກໍ່ເຫລືອກິນເຫລືອໃຊ້ກັນແລ້ວສຳລັບການໃຊ້ງານ.

ເຕັກໂນໂລຊີ ClearBlack ທີ່ໃຫ້ສີດຳສະຫນິດລວມເຖິງຄວາມຖືກຕ້ອງຂອງສີສັນຕາມແບບຫນ້າຈໍ IPS LCD ເຊິ່ງຫາກໄຜຢາກປ່ຽນຄວາມເຂັ້ມສີ ຫລື ປັບການສະແດງຜົນຫນ້າຈໍ ກໍ່ສາມາດໃຊ້ງານຄຸນສົມບັດ Color Profile ທີ່ເປັນມາດຕະຖານຂອງມືຖື Lumia ໃນການປັບແຕ່ງໄດ້ຕາມຄວາມພໍໃຈ.

ມຸມມອງຫນ້າຈໍທີ່ກວ້າງ ແລະ ຟັງຊັ່ນ Sunlight Readability ຫລື ການສະແດງຜົນກາງແຈ້ງ ເຮັດໃຫ້ການໃຊ້ງານມືຖືກາງແດດກໍ່ບໍ່ມີບັນຫາແຕ່ຢ່າງໃດ.

ມຸມມອງຫນ້າຈໍກວ້າງ ແລະ ໃຊ້ງານກາງແຈ້ງໄດ້ດີ

 

ບໍ່ມີຫຍັງໃຫ້ຕ້ອງຕິສຳລັບການສະແດງຜົນຫນ້າຈໍ ນອກຈາກນີ້ຟັງຊັ່ນ Glance Screen ທີ່ຫລາຍໆຄົນມັກກໍ່ມີມາໃຫ້ໃຊ້ອີກດ້ວຍ.

ບັນຫາເລື່ອງຫນ້າຈໍສຳຜັດທີ່ດຄີຍມີມາໃນ Lumia 535 ກໍ່ຫາຍໄປແລ້ວເຊັ່ນກັນ (ແລະຫນ້າຈະບໍ່ມີເຄສແບບນີ້ອີກແລ້ວ) ຫນ້າຈໍຂອງ Microsoft Lumia 640 LTE ຮອງຮັບ Multi-Touch ໄດ້ 10 ຈຸດສົມບູນ.

ລະບົບປະຕິບັດການ Windows Phone 8.1 ອັບເດດ 2 ພ້ອມ Firmware Lumia Denim

Review Lumia 640 LTE_14

ບໍ່ຕ່າງໄປຈາກທີ່ເຄີຍຂຽນເອົາໄວ້ຕອນຣີວິວ Lumia 640XL ເຊິ່ງສຳລັບຄຸນສົມບັດໃຫມ່ໆໃນ Windows Phone 8.1 Update 2 ນັ້ນເຄີຍຂຽນເອົາໄວ້ແລ້ວດັ່ງນີ້:

ສ່ວນທີ່ໄດ້ຮັບການທົດສອບເພີ່ມຈາກຕອນຣີວິວ Lumia 740XL ຄື Windows Phone 8.1 Update 2 ຮອງຮັບການໃຊ້ງານຮ່ວມກັບ Keyboard Bluetooth ແລະ Mouse ດ້ວຍ ແຕ່ວ່າດ້ວຍໂຕລະບົບເອງບໍ່ໄດ້ຖືກອອກແບບມາຕັ້ງແຕ່ຕົ້ນ ເພາະສະນັ້ນເຖິງຈະເຊື່ອມຕໍ່ໄດ້ແຕ່ກໍ່ຈະໃຊ້ງານໄດ້ພຽງແຕ່ບາງຟັງຊັ່ນເທົ່ານັ້ນ ໂດຍສະເພາະ Mouse ທີ່ບໍ່ມີ Cursor ສະແດງອອກມາໃຫ້ເຫັນ ເພາະສະນັ້ນເວົ້າໄດ້ວ່າສາມາດເຊື່ອມຕໍ່ໄດ້ ແຕ່ໃຊ້ງານເກືອບຈະບໍໄດ້ຈະຖືກກວ່າ.

ເຊິ່ງປັນຫານີ້ໄດ້ຮັບການແກ້ໄຂໃນ Windows 10 ທີ່ຈາກໄດ້ທົດສອບໃນ Windows 10 Mobile Insider Preview ແລ້ວສາມາດໃຊ້ງານໄດ້ສົມບູນແບບເລີຍ.

ແຕ່ສຳັລບຣີໂຫມດໄມ້ Selfie ສາມາດໃຊ້ງານໄດ້ແລ້ວດ້ວຍແອັບຯ Lumia Camera Beta ເວີຊັ້ນໃຫມ່ ເຊິ່ງຈາກທີ່ທົດສອບບ່ມີບັນຫາເລື່ອງການໃຊ້ງານ ສາມາດໃຊ້ງານໄດ້ຢ່າງສົມບູນ (ແຕ່ຕ້ອງໃຊ້ກັບແອັບຯນີ້ເທົ່ານັ້ນ)

Review Lumia 640 LTE_42

ສ່ວນຄຸນສົມບັດທີ່ມີປະໂຫຍດຢ່າງເຄາະທີ່ແຖບນຳທາງ 2 ຄັ້ງເພື່ອລ໊ອກຫນ້າຈໍ, ການຕິດຕາມຂໍ້ມູນການເຄື່ອນໄຫວ, ການແຊຫນ້າຈໍໄປຫາໂທລະພາບແບບໄຮ້ສາຍ ຍັງຄົງມີມາແບບຄົບຖ້ວນ.

Review Lumia 640 LTE_16

ສ່ວນເລື່ອງແອັບຯທີ່ແຟນໆຢາກໃຫ້ມີໃນ Windows Phone ກໍ່ບໍ່ໄດ້ມີຫຍັງທີ່ແຕກຕ່າງໄປຈາກກ່ອນຫນ້ານີ້ ແອັບຯທີ່ຍັງບໍ່ມີກໍ່ຍັງຄົງບໍ່ມີຄືເກົ່າເຊິ່ງແຟນໆ Windows Phone ເອງກໍ່ຕອ້ງລໍຖ້າຈົນກວ່າຍຸກ Windows 10 ທີ່ຕ້ອງມາຈັບຕາເບິງວ່າ Microsoft  ຂະແກ້ເກມແບບໃດ ແນວທາງການ Ported ແອັບຯຈາກລະບົບອື່ນໆຈະຊ່ວຍປ່ຽນເກມໄດ້ຫລື ບໍ່ ແຕ່ຕອນນີ້ເລື່ອງແອັບຯ ຍັງເປັນຈຸດອ່ອນຂອງລະບົບປະຕິບັດການນີ້ເຊັ່ນເດີມ.

 

ກ້ອງ ແລະ ຜົນຂອງການຖ່າຍຮູບ

Review Lumia 640 LTE_40

ຈຸດທີ່ຕ່າງກັນຫລັກໆຂອງ Microsoft Lumia 640XL ກັບ Microsoft Lumia 640 LTE ຫນ້າຈະເປັນເລື່ອງຂອງກ້ອງນີ້ແຫລະ ເພາະໃນຂະນະທີ່ລຸ້ນຈໍຍັກຈັດເຕັມເລື່ອງກ້ອງ ເຖິງຈະບໍ່ໄດ້ມາພ້ອມກັບເຕັກໂນໂລຊີ PureView ແຕ່ກໍ່ໃຫ້ຜົນທີ່ຫນ້າປະທັບໃຈ.

ແຕ່ສຳລັບ Microsoft Lumia 640 LTE ນັ້ນ ມາພ້ອມກັບກ້ອງຄວາມລະອຽດ 8MP ເລນທຳມະດາ (640 ໃຊ້ເລນ Zeiss) f/2.2 ຂະຫນາດເຊັນເຊີ້ ¼ ນີ້ວ ເຊິ່ງຄຸນນະພາບຂອງພາບຖ່າຍທີ່ໄດ້ກໍ່ຖືວ່າຄຸນນະພາບດີ ສຳລັບມືຖືລະດັບລາຄານີ້ ສ່ວນຫນຶ່ງຫນ້າຈະເປັນຍອ້ນຊັອບແວ Lumia Camera ເວີຊັ່ນ 5 ລວມເຖິງຟັງຊັ່ນ Rich Capture ທີ່ເຮັດໃຫ້ການຖ່າຍພາບມ່ວນຊື່ນຂຶ້ນ.

ພາບຖ່າຍ

ໃນ Microsoft Lumia 640 LTE  ນັ້ນເຮົາຈະບໍ່ສາມາດບັນທຶກພາບແບບ 2 ຄວາມລະອຽດໄດ້ແບບລຸ້ນໃຫຍ່ ແຕ່ຈະບັນທຶກພາບທີ່ຄວາມລະອຽດປະມານ 6MP ສຳລັບພາບອັດຕາສ່ວນ 16:9 ແລະ ຄວາມລະອຽດ 8MP ທີ່ອັດຕາສ່ວນ 4:3 ແລະ ມີຂະຫນາດໄຟລຮູບລະປະມານ 1.5-2.0 MB.

*** ພາບທັງຫມົດຖືກຫລຸດຄວາມລະອຽດລົງແຕ່ສາມາດເບິ່ງພາບຕົ້ນສະບັບທີ່ບໍ່ຜ່ານການປັບແຕ່ງໄດ້ຈາກທີ່ນີ້.

Sample Img Lumia 640 LTE_29

Sample Img Lumia 640 LTE_17

Sample Img Lumia 640 LTE_15

Sample Img Lumia 640 LTE_04      Sample Img Lumia 640 LTE_29      Sample Img Lumia 640 LTE_28

Sample Img Lumia 640 LTE_27

ໃນສ່ວນຂອງສະພາບແສງປົກະຕິຕອ້ງບອກວ່າສີຂອ້ນຂ້າງຕິດເຫລືອງພໍສົມຄວນ ສ່ວນຫນຶ່ງອາດຈະເພາະເປີດຟັງຊັ່ນ Rich Capture ຕະຫລອດການທົດສອບດ້ວຍ.

ຈຸດດ້ອຍອີກເລື່ອງຫນ້າຈະເປັນເລື່ອງຂອງສີສັນ ທີ່ບໍ່ສົດປານໃດ ເຊິ່ງເປັນບັນຫາມາຕັ້ງແຕ່ Microsoft Lumia 640XL ແລ້ວສ່ວນໂຕຢ່າງໃຫ້ Microsoft ປັບການປະມວນຜົນພາບໃຫ້ສີສັນສົດກວ່ານີ້ ເພາະເຖິງແມານວ່າເຮົາຈະສາມາດປັບພາບຈາກແອັບຯທີ່ມີຢູ່ຫລວງຫລາຍ ແຕ່ຖ້າໄຟລສົມບູນມາຕັ້ງແຕ່ຕົ້ນທາງເລີຍກໍ່ຫນ້າຈະດີຫລາຍ.

ສຳລັບພາບຖ່າຍໃນຮົ່ມ ຄຸນນະພາບຂອງພາບທີ່ໄດ້ຖືວ່າຫນ້າພໍໃຈ ສີສັນອາດຈະຈືດໄປເລັກນ້ອຍ ແຕ່ລາຍລະອຽດພາບຢູ່ໃນລະດັບໃຊ້ງານໄດ້ ບໍ່ອາຍໄຜ.

Sample Img Lumia 640 LTE_03

Sample Img Lumia 640 LTE_11

Sample Img Lumia 640 LTE_07

Sample Img Lumia 640 LTE_01      Sample Img Lumia 640 LTE_13      Sample Img Lumia 640 LTE_11

Sample Img Lumia 640 LTE_08      Sample Img Lumia 640 LTE_07      Sample Img Lumia 640 LTE_06

ສຳລັບພາບຖ່າຍກາງຄືນນັ້ນ ດ້ວຍຄວາມທີ່ Microsoft Lumia 640 LTE ບໍ່ໄດ້ມາພ້ອມກັບເຕັກໂນໂລຊີ PureView ເພາະສະນັ້ນຄຸນນະພາບຂອງພາບກໍ່ພໍແຕ່ໃຊ້ງານໄດ້ເທົ່ານັ້ນ (ແຕ່ກໍ່ດີກວ່າຫລາຍໆຍີ່ຫໍ້ໃນລະດັບລາຄານີ້ແລ້ວ) Noise ຢາກຫລາຍຫນອຍຫນຶ່ງ ສີສັນຫາຍໄປ ແລະ ຄວາມລະອຽດພາບກໍຫາຍໄປພໍສົມຄວນ.

Sample Img Lumia 640 LTE_18      Sample Img Lumia 640 LTE_22      Sample Img Lumia 640 LTE_26

Sample Img Lumia 640 LTE_20      Sample Img Lumia 640 LTE_25      Sample Img Lumia 640 LTE_23

Sample Img Lumia 640 LTE_21

ດ້ານລູກຫລີ້ນນັ້ນ ຢ່າງທີ່ໄດ້ເວົ້າໄປກ່ອນຫນ້ານີ້ວ່າ Microsoft Lumia 640 LTE ມາພ້ອມແອັບຯ Lumia Camera ເວີຊັ່ນ 5 ເຮັດໃຫ້ການຖ່າຍພາບແບບ Rich Capture ທີ່ຖ່າຍກ່ອນ ແລະ ປັບຕາມຫລັງ ທັງເອັບເຟັກ HDR ລວມເຖິງການປັບແຕ່ງຄວາມເຂັ້ມຂອງເອັບເຟັກ HDR ແລະ ຖ້າເຮົາຖ່າຍຮູບແບບເປີດແຟຣສ ຍັງສາມາດປັບຄວາມແຮງຂອງແຟຣສໄດ້ອີກດ້ວຍ.

ເຊິ່ງນີ້ເປັນຟັງຊັ່ນທີ່ມີແຕ່ໃນ Lumia 830, 930 ແລະ 1520 ແຕ່ microsoft ກໍ່ເລືອກໃສ່ເຂົ້າມາໃນມືຖືລຸ້ນກາງຢ່າງ Lumia 640 LTE ແລະ Lumia 640XL ດ້ວຍ.

Review Lumia 640 LTE_22

ຟັງຊັ່ນ Living Image ຫລື ການບັນທຶກວີດີໂອສັ້ນໆກ່ອນຖ່າຍພາບກໍ່ມີມາໃຫ້ເຊັ່ນກັນ.

ດ້ານການຖ່າຍວີດີໂອ Microsoft Lumia 640 LTE ສາມາດບັນທຶກວີດີໂອຄວາມລະອຽດ 1080p ທີ່ Framrate 30fps ຄຸນນະພາບທີ່ໄດ້ບໍ່ມີທີ່ຕິໃນສະພາບແສງປົກະຕິ ແຕ່ໃນສະພາບແສງນ້ອຍນັ້ນວີດີໂອຈະມືດກ່ວາຄວາມເປັນຈິງພໍສົມຄວນ ເຊິ່ງເປັນຂໍ້ທີ່ຕ້ອງລະວັງເອົາໄວ້ ແຕ່ຈຸເດັ່ນຄືເຮົາສາມາດຊູມວີດີໂອໄດ້ ແລະ ເລືອກຈຸດສຳລັບວັດແສງໃນການຖ່າຍວີດີໂອໄດ້ດ້ວຍ ບໍ່ຄືກັບໃນ Lumia 535 ທີ່ດ້ອຍກວ່າໃນເລື່ອງຂອງຊິບເຊັດ.

Sample video from Microsoft Lumia 640 LTE

ຖ້າໃຊ້ແອັບຯ Lumia Camera Beta ທີ່ Miceosoft ປ່ອຍອອກມາໃຫ້ໃຊ້ງານກັນໃນຫວ່າງບໍ່ດົນນີ້ ຈະສາມາດເລືອກໂຕເລືອກບັນທຶກສຽງແບບ 200Hz ໄດ້ດ້ວຍເຊິ່ງຄຸນະພາບສຽງທີ່ໄດ້ດີຫລາຍເລີຍ ແຕ່ຂໍ້ຕິຄືດ້ວຍຄວາມທີ່ເປັນມືຖືລະດັບກາງ ເຮັດໃຫ້ Microsoft ບໍ່ໄດ້ໃສ່ໄມແບບ HAAC ມາໃຫ້ ເຮັດໃຫ້ການບັນທຶກວີດີໂອບໍ່ມີການຕັດສຽງລົບກວນອອກຄືໃນມືຖືລຸ້ນໃຫຍ່ໆ.

Review Lumia 640 LTE_11

ກ້ອງຫນ້າ

ຄວາມລະອຽດ 1MP ເຊິ່ງຕ່າງກັບຝາແຝດລຸ້ນຍັກພໍສົມຄວນ ນັ້ນເຮັດໃຫ້ກ້ອງຫນ້າຂອງ Microsoft Lumia 640 LTE ບໍ່ມີຫນັງທີ່ເດັ່ນໃຫ້ເວົ້າເຖິງ ຄຸນນະພາບພໍໃຊ້ຖ່າຍຫລິ້ນໄດ້ ໃນສະພາບແສງດີເທົ່ານັ້ນ.

ຫນ້າຜິດຫວັງທີ່ Microsoft ໃຫ້ກ້ອງຫນ້າມາພຽງແຕ່ 0.9 MP ເທົ່ານັ້ນສຳລັບລຸ້ນນີ້ ໃນຂະນະທີ່ລຸ້ນນ້ອຍກວ່າທີ່ຫາກໍ່ເປີດໂຕມາຢ່າງ Microsoft Lumia 540 ທີ່ມາພ້ອມກ້ອງຫນ້າ 5MPດ້ວຍຊ້ຳໄປ.

 

 

ຄວາມບັນເທິງ, ເບິ່ງຫນັງ, ຟັງເພັງ, ຫລິ້ນເກມ

ບໍ່ຕ່າງໄປຈາກ Microsoft Lumia 640XL ເພາະສະເປັກຫລັກໆຄືກັນທັງຫມົດ ຄືຕອບສະຫນອງໄດ້ໃນລະດັບທີ່ຫນ້າພໍໃຈ ໃນເລືອງຂອງການຫລິ້ນເກມເອງ ດ້ວຍສະເປັກທີ່ເຖິງຈະບໍ່ສູງຫລາຍ ແຕ່ດ້ວຍແຣມ 1GB ທີ່ໃຫ້ມາເຮັດໃຫ້ຫລິ້ນເກມໄດ້ທຸກເກມທີ່ມີຢູ່ໃນ Windows Phone Store ໃນຕອນນີ້.

ການເບິ່ງຫນັງທີ່ເຖິງວ່າຫນ້າຈໍຈະລະອຽດພຽງແຕ່ 720p ແຕ່ດ້ວຍຂະຫນາດທີ່ບໍ່ໃຫຍ່ເຫັນວ່າພຽງພໍສຳລັບການໃຊ້ງານ ແລະ ເຫມາະສົມກັບລາຄາແລ້ວ ພາບທີ່ໄດ້ຖ້າບໍ່ຕັ້ງໃຈແນມເບິ່ງແທ້ໆກໍ່ຈະບໍ່ເຫັນເມັດສີແບບໃນຮູບແນ່ນອນ ແລະ ການເບິ່ງຫນັງ HD ກໍ່ບໍ່ມີຫຍັງໃຫ້ຕິ ຫລິ້ນໄຟລ MKV ແບບ Full HD ໄດ້ບໍ່ກະຕຸກແຕ່ຢ່າງໃດ (ແຕ່ການສະແດງຜົນກໍ່ຈະຖືກຈຳກັດທີ່ 720p ຕາມຄວາມລະອຽດຫນ້າຈໍ)

Review Lumia 640 LTE_24

ແລະດ້ວຍຫນ້າຈໍ HD 720p ພາບທີ່ໄດ້ຈາກການຫລິ້ນເກມກໍ່ອອກມາໄດ້ສວຍງາມພໍແລ້ວ.

 

ແຕ່ດ້ວຍຫນ່ວຍຄວາມຈຳພາບໃນທີ່ 8GB ອາດຈະບໍ່ພໍໃຊ້ ຖ້າເປັນຄົນມັກຫລິ້ນເກມແນ່ນອນວ່າ SD Card ເປັນສິ່ງທີ່ຫລີກລ່ຽງບໍ່ໄດ້ຈະຕອ້ງຫາມາໃສ່ (ແນະນຳເປັນ Class 10 ເພື່ອປະສົບການການຫລີ້ນເກມທີ່ດີທີ່ສຸດ)

Review Lumia 640 LTE_15

ລຳໂພງເປັນຂໍ້ດ້ອຍຂອງລຸ້ນນີ້ ເພາະໃນຂະນະທີ່ລຸ້ນກ່ອນຫນ້າ ຫລື ລຸ້ນຝາແຝດຢ່າງ Lumia 640XL ເຮັດອອກມາໄດ້ດີໃນການວາງຕຳແຫນ່ງລຳໂພງທີ່ບໍ່ຖືກບັງສຽງເອົາໄວ້ເມື່ອວາງມືຖືແບບຫງາຍຫນ້າຈໍຂຶ້ນ.

ແຕ່ສຳລັບ Microsoft Lumia 640 LTE  ນັ້ນລຳໂພງບໍ່ໄດ້ຢູ່ໃນແນວໂຄ້ງຂອງໂຕເຄື່ອງແບບລຸ້ນກ່ອນໆເຮັດໃຫ້ເມື່ອວາງມືຖືແບບຫງາຍຫນ້າຈໍໄວ້ສຽງຈາກລຳໂພງຈະຫາຍໄປເກືອບວ່າ 50% ເລີຍ.

ສ່ວນຄຸນນະພາບຂອງສຽງກໍ່ຍັງຄືກັບລຸ້ນອື່ນໆຂອງ Microsoft ຄືສຽງແບບຟັງໄດ້ ບໍ່ມີມິຕິຫຍງັ ແຕ່ກໍ່ເປີດໄດ້ດັງສຸດໆແບບບໍ່ມີສຽງແຕກໃຫ້ໄດ້ຍິນເລີຍ.

 

ການຟັງເພັງ

Microsoft Lumia 640 LTE  ມາພ້ອມຟັງຊັ່ນການປັບ EQ ເຊິ່ງຫນ້າຈະເປັນມາດຕະຖານຂອງມືຖື Lumia ໃນຍຸກນີ້ຫມົດແລ້ວ (ເພາະຂະຫນາດວ່າລຸ້ນທີ່ນ້ອຍສຸດທີ່ວາງຈຳຫນ່າຍໃນຕອນນີ້ຢ່າງ Lumia 432 ກໍ່ມີມາແລ້ວເຊັ່ນກັນ) ພ້ອມລະບົບ Virtual Surround Sound. ການຟັງເພັງຈຶ່ງຢູ່ໃນລະດັບທີ່ຟັງໄດ້ເລື້ອຍໆ ຫາກຈັບຄູ່ກັບຫູຟັງດີໆຈັກຄູ່.

Review Lumia 640 LTE_21

ນອກຈາກນີ້ຍັງມີບໍລິການຂອງ Mix Radio ຂອງ Microsoft ທີ່ຫລາຍໆຄົນມັກຕິດຕາມດ້ວຍເຊັ່ນກັນ.

ການໃຊ້ງານທົ່ວໄປທັງການເຂົ້າເວັບ ແລະ ອ່ານເອກະສານບໍ່ມີຫຍັງຕ້ອງໃຫ້ເວົ້າເຖິງ ຍັງໃຊ້ງານໄດ້ຕາມມາດຕະຖານ Windows Phone ແຕ່ສຳລັ Mocrosoft Office ນັ້ນຄົງຕ້ອງລໍຖ້າການອັບເດດໃນຍຸກ Windows 10 ທີ່ການໃຊ້ງານຈະດີກວ່າແບບນີ້ຢ່າງຊັດເຈນ.

ແຕ່ຢ່າງຫນ້ອຍສຳລັບຕອນນີ້ Microsoft ກໍ່ແຖມ Office 365 ຟຣີ 1 ປີໃຫ້ກັບຜູ່ຊື້ Lumia 640 LTE ທຸກຄົນ ແລ້ວກໍ່ຢ່າລືມໄປລົງທະບຽນໄວ້ ແລະ ເອົາໄປໃຊ້ງານຕອນທີ່ Office ສຳລັບ Windows 10 ອອກມາອີກຄັ້ງຫນຶ່ງ (ບໍ່ແນ່ໃຈວ່າບ້ານເຮົາກໍ່ສາມາດໃຊ້ສິດທິພິເສດແບບນີ້ໄດ້ຫລືບໍ ໄຜໄດ້ໃຊ້ກໍ່ຢ່າລືມມາບອກກັນແດ່ເນີ…^-^)

ເຈົ້າຂອງ Lumia 640 LTE ຢ່າລືມໄປຂໍຮັບສິດເດີ..

ສ່ວນການໃຊ້ງານເປັນ GPS ແລະ ລະບົບແຜນທີ່ນຳທາງ Here Map ຍັງຄົງມາດຕະຖານມືຖື Lumia ເຊັ່ນເດີມຄື ຈັບສັນຍານໄວ (ທີ່ສຸດ) ແລະ ໃຊ້ງານໄດ້ຖືກຕອ້ງຂໍ້ເສຍຫນ້າຈະເປັນເລື່ອງ POI ໃນໄທ ທີ່ບໍ່ຫລາຍເທົ່າລະບົບຄູ່ແຂ່ງເທົ່ານັ້ນເອງ (ສ່ວນບ້ານເຮົານີ້ບໍ່ຕອ້ງເວົ້າເຖິງ ເອົາ Google Map ໃຫ້ລອດກອ່ນເນາະ…ຫະຫະຫະ)

Microsoft Lumia 640 LTE ມີເຂັມທິດໃຫ້ໃນໂຕເຮັດໃຫ້ສາມາດໃຊ້ງານຟັງຊັ່ນ Live Sight ສຳລັບຫາຕໄແຫນ່ງຂອງສະຖານທີ່ໃກ້ຄຽງໄດ້ດ້ວຍ.

ການໃຊ້ງານໃນຖານະໂທລະສັບ ແລະ ການເຊື່ອມຕໍ່ 4G LTE

Review Lumia 640 LTE_29

ໃນການໃຊ້ງານເປັນໂທລະສັບນັ້ນ ຄຸນນະພາບສຽງສົນທະນາ ແລະ ສັນຍານຍັງຄົງມາດຕະຖາຍມືຖື Lumia ນັ້ນຄືຄຸນນະພາບສຽງແຈ້ງ ແລະ ຊັດເຈນດີ.

ສຳລັບການເຊື່ອມຕໍ່ແບບ 4G ນັ້ນກໍ່ຮອງຮັບການໃຊ້ງານເຄືອຂ່າຍທີ່ຮອງຮັບໄດ້ເລີຍ ແບບບໍ່ຕ້ອງຕັ້ງຄ່າຫຍງັເພີ່ມຕື່ມ ສ່ວນຄວາມໄວໃນການເຊື່ອມຕໍ່ກໍ່ຂຶ້ນກັບເຄືອຂ່າຍທີ່ເຮົາໃຊ້ບໍລິການດ້ວຍ ເຊິ່ງຈາກທີ່ທົດສອບມາ ສັນຍານ ແລະ ຄວາມສະຖຽນໃນການເຊື່ອມຕໍ່ (ທົດສອບຈາກສະຖານທີ່ດຽວກັນ) ກໍ່ຖືວ່າສັນຍານການເຊື່ອມຕໍ່ຂ້ອນຂ້າງສະຖຽນດີ.

Screenshot_01

 

ແບັດເຕີລີ້

Review Lumia 640 LTE_31

Microsoft Lumia 640 LTE ມາພ້ອມກັບຂະຫນາດແບັດຯ 2.500 mAh ເຊິ່ງພໍເຫມາະແລ້ວສຳລັບມືຖືຂະຫນາດຫນ້າຈໍ 5 ນີ້ວທົ່ວໄປດ້ວຍຄວາມທີ່ສະເປັກເຄື່ອງເອງກໍ່ບໍ່ໄດ້ສູງຫລາຍ ຮອງຮັບການໃຊ້ງານຊິມດຽວ (ເຖິງຈະເປັນສີ່ຈີກໍ່ຕາມ) ເຊິ່ງເບື້ອງຕົ້ນແບັດຯຫນ້າຈະມີອາຍຸການໃຊ້ງານທ່ຢູ່ໃນລະດັບດີເລີຍ.

 

ເຊັ່ນເຄີຍ ການໃຊ້ງານໃນຄັ້ງນີ້ກໍ່ຄືກັບຕອນທີ່ໃຊ້ງານມືຖືທຸກລຸ້ນ (ເພື່ອໃຫ້ເປັນມາດຖານດຽວກັນ) ຈາກທີ່ໄດ້ໃຊ້ງານ ແລະ ຕັ້ງຄ່າເຄື່ອງແບບດຽວກັນກັບທີ່ເຄີຍຕັ້ງຕອນໃຊ້ງານກັບ Nokia Lumia ທີ່ໄດ້ທົດສອບທຸກລຸ້ນຄື:

  • ປິດ NFC ແລະ ງານເບື້ອງຫລງັທີ່ບໍ່ຈຳເເປັນທັງຫມົດ
  • ເປີດງານເບື້ອງຫລັງເຫົລ່ານີ້ເອົາໄວ້ Facebook beta ,Line, Email ອີກ 3 ສະບັບ, Internet Explorer, Store, Battery Saver, Whatsapp, Music, OneDrive
  • ເປີດໃຊ້ງານການເຊື້ອມຕໍ່ແບບ 4G , WiFi, GPS, Bluetooth ໄວ້ຕະຫລອດ.
  • ຕັ້ງຄ່າຄວາມສະຫວ່າງເປັນ Auto
  • ເປີດຄຸນສົມບັດການປັບພາບຫນ້າຈໍໃຫ້ຄົມຊັດກາງແຈ້ງ (Sunlight Readability) ໄວ້ດ້ວຍເພື່ອທົດສອບປະສິດທິພາບຫນ້າຈໍ

 

ການໃຊ້ງານເນັ້ນທີ່ການໂທລະສັບ, ອ່ານຂ່າວ ລວມເຖິງຫລິ້ນ Social Networkຢ່າງເຊັ່ນ Line, Facebook, Twiiter ແລະ Instagram ເປັນປົກະຕິ ເປີດເວັບໄຊ້ອີກພໍສົມຄວນ, ເບິ່ງ Youtube ອີກເລັກນ້ອຍ.

Screenshot_02

ຜົນການທົດສອບພົບວ່າສາມາດໃຊ້ງານ Microsoft Lumia 640 LTE ໄດ້ປະມານ 8-10 ຊົ່ວໂມງຕໍ່ມື້ ໃນມື້ທີ່ໃຊ້ງານຫລາຍ ຫລື 12-15 ຊົ່ວໂມງໃນມື້ທີ່ໃຊ້ງານລະຫວ່າງວັນ (ທີ່ຢູ່ໃນບ່ອນເຮັດວຽກຫນ້ອຍ) ແລະ ຂ້າມວັນຖ້າໃຊ້ງານຫນ້ອຍແທ້ໆ ເວົ້າໄດ້ວ່າຢູ່ໃນລະດັບມາດຕະຖານ ແລະ ບໍ່ມີຫຍັງໃຫ້ຕິເລີຍ.

ສ່ວນຫນຶ່ງຕອ້ງບອກວ່າ Windows 8.1 update 2 ໄດ້ຮັບການປັບປຸງເລື່ອງຂອງການໃຊ້ງານແບັດຯຂະນະທີ່ສະແຕນບາຍໄດ້ດີຂຶ້ນ ແລະ ແນ່ນອນບັນຫາເລື່ອງຄວາມຮອ້ນບໍ່ມີມາໃຫ້ກວນໃຈຄືກັບ Windows Phone ໃນຍຸກເລີ່ມຕົ້ນແລ້ວເຊັ່ນກັນ.

 

ຂໍ້ດ້ອຍ

ເວົ້າເຖິງຂໍ້ດີມາຫລາຍແລ້ວ ລອງມາເບິ່ງຂໍ້ດ້ອຍສຳລັບມືຖືລຸ້ນນີ້ ໃນມຸມມອງຂອງຜູ່ຣີວິວແນ່ເນາະ (ເຖິງວ່າຈະມີເວົ້າເຖິງແນ່ແລ້ວໃນບົດຄວາມກໍ່ຕາມ)

  • ຂອບຫນ້າຈໍທີ່ເຫລືອຫລາຍເກີນໄປ ເຄື່ອງເລີຍໃຫຍ່ກວ່າທີ່ຄວນຈະເປັນ.
  • ກ້ອງທີ່ຍັງຄົງໃຫ້ພາບຖ່າຍທີ່ສີຈືດກວ່າທີ່ຄວນຈະເປັນເຫມືອນກັບມືຖືໃນຕະກຸນ Lumia ລຸ້ນກາງເຖິງລຸ່ມອື່ນໆ.
  • ກ້ອງຫນ້າທີ່ຄວາມລະອຽດຫນ້ອຍໄປ ຫນ້ອຍກວ່າລຸ້ນນອ້ຍທີ່ເປີດໂຕມາຕາມຫລັງຢ່າງ Lumia 540 ດ້ວຍ.
  • ຫນ້າຈໍເປັນຮອຍນີ້ວມືງ່າຍ.
  • ຊິບເຊັດລຸ້ນເກົ່າໄປ.

 

ສະຫລຸບ: ຄຸ້ມຄ່າສຳລັບລາຄານີ້ ແຟນໆບໍ່ຜິດຫວັງ ບໍ່ແມ່ນແຟນພັນແທ້ກໍ່ຊື້ໄດ້.

Review Lumia 640 LTE_39

ບົດສະຫລຸບສຳລັບ Microsoft Lumia 640 LTE ນີ້ຄົງຕອ້ງຍົກຕຳແຫນ່ງຄວາມຄຸ້ມຄ່າໃນລະດັບລາຄາ ແລະ ສາມາດໃຊ້ງານໄດ້ອີກດົນສຳລັບມືຖື Windows Phone ໃຫ້ລຸ້ນນີ້ໄປ.

ດ້ວຍລາຄາ 5.990ບາດ ຫລື ປະມານ 1.497.000 ກີບທີ່ຮອງຮັບການເຊື່ອມຕໍ່ແບບ 4G ອັບເດດເປັນ Windows 10 ໄດ້ຍາວໆລວມໄປເຖິງແຣມ 1GB ທີ່ຮອງຮັບທຸກແອັບຯ

Microsoft Lumia 640 LTE ເປັນຫນຶ່ງໃນມືຖືລຸ້ນຄຸ້ມຄ່າ ສຳລັບຄົນທີ່ບໍ່ເນັ້ນກ້ອງຫນ້າ ແລະ ບໍ່ມັກຫນ້າຈໍໃຫຍ່ເກີນ 5 ນີ້ວແນ່ນອນ.

 

ต้นสบับภาษาไทย >> รีวิว Microsoft Lumia 640 LTE คุณภาพดี รองรับ 4G ในราคาประหยัด

[gradeB]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version