Advertisement

อ่านรีวิวภาษาไทย >> รีวิว Lenovo ThinkPad T450s โดยทีมงาน AppDisqus <<

 

ສະບາຍດີ, ມື້ນີ້ Appdisqus ໄດ້ມີໂອກາດຣີວິວຄອມພິວເຕີ້ໂນດບຸກ ເຊິ່ງຄັ້ງນີ້ລຸ້ນທີ່ເຮົາຈະມາຣີວິວກໍ່ຄື Lenovo ThinkPad T450s ກ່ອນຈະເລີ່ມຕົ້ນຣີວິວຢາກທຳຄວາມເຂົ້າໃຈໃຫ້ແຈ່ມແຈ້ງກັບຜູ່ອ່ານທຸກທ່ານກ່ອນວ່າ ຜູ່ຂຽນບົດຄວາມຣີວິວນີ້ໂດຍປົກະຕິໃຊ້ງານ Lenovo IdeaPad Yoga 13 ຢູ່ ແລະ ເຄື່ອງ Lenovo ThinkPad T450s ໂຕນີ້ເປັນເຄື່ອງທີ່ທາງ Lenovo ປະເທດໄທໃຫ້ຢືມມາໃຊ້ງານຊົ່ວຄາວ ຈົນເຖິງຕອນນີ້ກໍ່ໃຊ້ງານປະມານ 2 ອາທິດເຕັມ ເຮົາພະາຍາມໃຊ້ງານຢ່າງເຕັມທີ່ ເພື່ອທົດສອບ ແລະ ຊອກຫາບັນຫາຕ່າງໆເພື່ອນຳມາບອກຕໍ່ ແລະ ແນະນຳຜູ່ອ່ານໃນການໃຊ້ງານ.

Advertisement

Lenovo ThinkPad T450s reviews  (38)


ໂຕເຄື່ອງ ແລະ ການອອກແບບ Lenovo ThinkPad T450s

ສຳລັບການອອກແບບ ແລະ ວັດສະດຸໂຕເຄື່ອງຂອງ Lenovo ThinkPad T450s ຖືວ່າເປັນຈຸດເດັ່ນທີ່ຕ້ອງຍົກຍ້ອງເລີຍ ໂຕເຄື່ອງແຂງແຮງທົນທານ ອອກແນວຄລາສຊິກທີ່ບາງຄົນອາດເບິ່ງວ່າລ້າສະໄຫມ ແຕ່ໂດຍສ່ວນໂຕມັກໃນການອກແບບລັກສະນະນີ້ຫລາຍ.

Lenovo ThinkPad T450s reviews  (6)

Lenovo ThinkPad T450s reviews  (5)

ສີໂຕເຄື່ອງອອກໂທນເທົາດຳ ສີດຽວກັນທຸກສ່ວນ ດ້ານຫລັງເບິ່ງແລ້ວລຽບຫລູ ຄົງສະໄຕຣຂອງ ThinkPad ເອົາໄວ້ໄດ້ເປັນຢ່າງດີ ໂດຍສະເພາະດ້ານຫລັງຈໍພາບຈະມີໂລໂກ້ຂອງ ThinkPad ຄືເກົ່າ ແລະມີໄຟ LED ຂຶ້ນທີ່ຈຸດດ້ານເທິງຂອງໂຕອັກສອນ “I” ເຊິ່ງໄຟນີ້ຈະດັບຖ້າຄອມພີວເຕີ້ເຂົ້າໂຫມດ Sleep ສ່ວນອີກດ້ານຈະເປັນໂລໂກ້ຂອງ Lenovo.

Lenovo ThinkPad T450s reviews  (15)

ດ້ານຫນ້າເປັນຈໍຂະຫນາດ 14 ນີ້ວ ເຊິ່ງໃຫຍ່ເຕັມຕາພໍດີກັບການໃຊ້ງານຫລາຍ ຫນ້າຈໍເຄື່ອງຣີວິວເປັນແບບຜິວດ້ານ (Anti-glare) ເຮັດໃຫ້ບໍ່ສະທ້ອນແສງເຮັດວຽກໄດ້ສະບາຍຕາຫລາຍຂຶ້ນ ລຸ້ນທີ່ຣີວິວນີ້ເປັນລຸ້ນທີ່ບໍ່ຮອງຮັບການສຳຜັດຫນ້າຈໍ ແຕ່ຕອນຊື້ເຮົາສາມາດເລືອກຊື້ລຸ້ນທີ່ເປັນຫນ້າຈໍສຳຜັດໄດ້.

Lenovo ThinkPad T450s reviews  (10)

Lenovo ThinkPad T450s reviews  (13)
ທົດສອບເີປດຫນ້າຈໍກາງແດດຈ້າ ເຮົາຈະເຫັນວ່າມັນບໍ່ສະທ້ອນແສງຈົນເຫັນເງົາຄືກັບຫນ້າຈໍສຳຜັດທົ່ວໄປ.

 

ໃຕ້ໂຕເຄື່ອງເປັນແບັດຯທີ່ເຮົາເລືອກສະເປັກຕອນຊື້ໄດ້ ໃຊ້ງານສູງສຸດໄດ້ 19 ຊົ່ວໂມງ ຖອດເຂົ້າອອກໄດ້ບໍ່ຍາກ ແຕ່ສຳລັບເຄື່ອງຣີວິວນີ້ເປັນລຸ້ນຕ່ຳສຸດ ສາມາດໃຊ້ຫລີ້ນເວັບໄຊ້ຕ່າງໆ ຢ່າງຕໍ່ເນື່ອງໄດ້ປະມານ 6 ຊົ່ວໂມງ.

Lenovo ThinkPad T450s reviews  (4)

ສຳລັບພອດການເຊື່ອມຕໍ່ຕ່າງໆປະກອບດ້ວຍ: ພອດສຳລັບການສາກໄຟ, USB 3.0 (2 Ports), Card Reader (1 Port), D-Sub (1 Port), Mini Display Port (1 Port), LAN Port (1 Port), 3.5mm (1 Port) ແລະ Audio Combo (1Port) ເຊິ່ງແຍກຢູ່ດ້ານຊ້າຍ ແລະ ຂວາຂອງໂຄເຄື່ອງຢ່າງລົງໂຕ.

Lenovo ThinkPad T450s reviews  (40)

Lenovo ThinkPad T450s reviews  (39)

ນອກຈາກນີ້ຍັງຮອງຮັບການອ່ານລາຍນີ້ວມື FingerPrint Reader ອີກດ້ວຍ.

Lenovo ThinkPad T450s reviews  (27)

ຮອງຮັບ Back-Light Keyboard ໄຟສີຂາວ ສາມາດເປີດປິດໄຟຂອງ Keyboard ໄດ້, ເມື່ອເປີດໄຟຂອງ Keyboard ກໍ່ສາມາດປັບໄດ້ສອງລະດັບ ພຽງເຮົາກົດທີ່ Fn + ມຸມດ້ານຊ້າຍຂອງປຸ່ມ Space Bar ທີ່ເປັນຮູບປຸ່ມເຮືອງແສງພ້ອມກັນ ຈະເປັນການປິດໄຟຄີບອດ ເປີດໄຟລະດັບທີຫນຶ່ງ ແລະ ໄຟລະດັບທີສອງ ຕາມລຳດັບ.

Lenovo ThinkPad T450s reviews  (17)

Lenovo ThinkPad T450s reviews  (19)
ປີດ Back Light ຄີບອດ

 

Lenovo ThinkPad T450s reviews  (20)
Back Light ຄີບອດລະດັບທີຫນຶ່ງ

 

Lenovo ThinkPad T450s reviews  (21)
Back Light ຄີບອດລະດັບທີສອງ

 

ສ່ວນການປັບລະດັບຫນ້າຈໍຂອງ Lenovo ThinkPad T450s ສາມາດປັບໄດ້ 180 ອົງສາປະກອບກັບຫນ້າຈໍມຸມມອງກວ້າງເຮັດໃຫ້ເຮົາປັບໄດ້ຕາມຄວາມຕອ້ງການຂອງສາຍຕາເຮົາ ເພີ່ມຄວາມສະດວກໃນການດຮັດວຽກຫລາຍຂຶ້ນ.

Lenovo ThinkPad T450s reviews  (9)


 

ສະເປັກ, ຄຸນສົມບັດ Lenovo ThinkPad T450s

Lenovo ThinkPad T450s reviews  (12)

 

ສະເປັກ, ຄຸນສົມບັດ Lenovo ThinkPad T450s ຖືວ່າເປັນສະເປັກໃຫມ່ລ່າສຸດໄດ້ເຊັ່ນກັນ ເປັນລຸ້ນທີ່ເຫມາະສົມກັບຫານໃຊ້ເຮັດວຽກເປັນທີ່ສຸດ ຄີບອດທີ່ຕອບສະຫນອງການໃຊ້ງານໄດ້ເປັນຢ່າງດີ ຫນ້າຈໍຂະຫນາດໃຫຍ່ ຫນ້າຈໍແບບ Antiglare ຊ່ວຍຖະຫນອມສາຍຕາໄດ້ດີ ຊ່ວຍໃຫ້ເຮັດວຽກໄດ້ດົນຂື້ນ ໂດຍລາຍລະອຽດສະເປັກດັ່ງຕໍ່ໄປນີ້ ເຊິ່ງສະເປັກເຫລົ່ານີ້ຕອນທີ່ຊື້ເຮົາສາມາດປັບປ່ຽນ ແລະ ເລືອກສະເປັກໄດ້ຕາມຕ້ອງການຂອງເຮົາໄດ້ ແຕ່ສຳລັບເຄື່ອງຣີວິວເປັນໂຕສະເປັກຕ່ຳສຸດເນາະ.

ຫນ່ວຍປະມວນຜົນ:

  • Intel® Core™ i7-5600U Processor (4M Cache, up to 3.20 GHz)
  • Intel® Core™ i5-5300U Processor (3M Cache, up to 2.90 GHz)
  • Intel® Core™ i5-5200U Processor (3M Cache, up to 2.70 GHz)

ລະບົບປະຕິບັດການ:

  • Windows 8.1
  • Windows 8.1 Pro 64
  • Windows 7 Professional pre-installed via downgrade rights from Windows 8.1 Pro

ສີຂອງໂຕເຄື່ອງ:

  • Black (ສີດຳ)

ຫນ່ວຍຄວາມຈຳພາຍໃນ:

  • 500GB / 1TB Hard Disk Drive, 5400 rpm
  • 500GB Hard Disk Drive, 5400 rpm Hybrid
  • 500GB Hard Disk Drive, 7200 rpm
  • 500GB Hard Disk Drive, 7200 rpm TCG Opal 2.0 – Capable
  • 128GB / 512GB Solid State Drive, SATA 3
  • 240GB / 256GB Solid State Drive, SATA 3 Opal 2.0 – Capable

ແຣມ:

  • ເພີ່ມໄດ້ເຖິງ 12GB DDR3L 1600 MHz (1 DIMM)

ຫນ້າຈໍ:

  • 14″ HD+ (1600 x 900) Anti-glare(ປ້ອງກັນແສງສະທ້ອນ)
  • 14″ FHD (1920 x 1080) Anti-glare(ປ້ອງກັນແສງສະທ້ອນ)
  • 14″ FHD (1920 x 1080) Touch Screen

ກ້ອງ:

  • ຄວາມລະອຽດ 720P

ແບັດເຕີຣີ້:

  • ສູງສຸດ 19 ຊົ່ວໂມງ (95 Wh)

ລະບົບສຽງ:

  • Stereo Speakers
  • Dual Array Microphone
  • Combo Headphone / Microphone port

ການເຊື່ອມຕໍ່:

  • WWAN – Sierra EM7345 LTE/3G HSPA + 42M
  • Ericsson N5321 HSPA + 21M
  • WLAN – Intel® 11 a/c + BT 4.0
  • Intel® 11 a/g/n + BT 4.0, Intel® 11 b/g/n + BT 4.0
  • ThinkPad® 2 x 2 b/g/n + BT 4.0
  • Bluetooth® 4.0

ຮູບຮ່າງ:

  • 13.03 x 8.90 x 0.83 ນີ້ວ

ນ້ຳຫນັກ:

  • ເລີ່ມຕົ້ນທີ່ 1.59 ກິໂລກຣາມ

ຮອງຮັບ:

  • USB 3.0 (2 Ports), Card Reader (1 Port), D-Sub (1 Port), Mini Display Port (1 Port), LAN Port (1 Port), 3.5mm (1 Port) ແລະ Audio Combo (1Port)

Lenovo ThinkPad T450s reviews  (14)


 

ປະສົບການໃຊ້ງານ ແລະ ຜົນທົດສອບ

ຂໍ້ດີ ແລະ ຄວາມໂດດເດັ່ນຂອງລຸ້ນນີ້ ຢ່າງທຳອິດທີ່ສຳຜັດໄດ້ກໍ່ຄືປຸ່ມຄີບອດທີ່ອອກແບບມາໃຫ້ເຫມາະສົມກັບການພິມຫລາຍ ຄີແຕ່ລະໂຕທີ່ສູງເວລາກົດກໍ່ນຸ່ມໆ ຕອບສະຫນອງການພິມໄດ້ໄວ ແລະ ດີຫລາຍ ລະຫວ່າງກາງແປ້ນພິມຈະມີປຸ່ມຄວບຄຸມ Cursor ມາໃຫ້ເລືອກໃຊ້ງານສຳລັບບາງຄົນທີ່ບໍ່ມັກ Touch Pad ນັ້ນເອງ.

Lenovo ThinkPad T450s reviews  (11)

ສວ່ນຂໍ້ເສຍກ່ຽວກັບແປ້ນພິມຫັລກໆທີ່ຮູ້ສຶກໄດ້ມີຢ່າງດຽວຄືການອອກແບບຕາມແປ້ນພິມສຳຜັດເທິງຫນ້າຈໍຂອງ Microsoft ທີ່ເຮັດໃຫ້ປຸ່ມ Ctrl ດ້ານຊ້າຍທີ່ຄົນມັກພິມສຳຜັດຈະໃຊ້ງານເປັນປະຈຳຢູ່ເລິກເຂົ້າມາຫນ່ອຍຫນຶ່ງ ແລ້ວເອົາປຸຸຸ່ມຟັງຊັ່ນ Fn ໄປໄວ້ນອກສຸດເຮັດໃຫ້ເຮົາມັກຈະກົດຜິດຕະຫລອດ ແຕ່ສຳລັບຄົນທີ່ບໍ່ໄດ້ພິມສຳຜັດກໍ່ຄົງບໍ່ມີບັນຫາຫລາຍ.

Lenovo ThinkPad T450s reviews  (1)

ຢ່າງໃດກໍ່ຕາມເຮົາກໍ່ສາມາດເຂົ້າໄປປ່ຽນແປ້ນພິມ ໃນ Bios ໃຫ້ປ່ຽນປຸ່ມ Fn ໃຫ້ເຮັດວຽກຄືກັບປຸ່ມ Ctrl ໄດ້ກໍ່ຈະເຮັດໃຫ້ການພິມສະດວກ ແລະ ຄຸ້ນເຄີຍຫລາຍຂຶ້ນ.

Lenovo ThinkPad T450s reviews  (44)

ຈຸດເດັ່ນຂອງແປ້ນພິມທີ່ສຳຄັນອີກຢ່າງຄື ການອອກແບບມາເພື່ອຊົດເຊີຍລະບົບຫນ້າຈໍທີ່ສຳຜັດບໍ່ໄດ້ສຳລັບໂມເດວຫນ້າຈໍແບບ Antiglare ໂດຍຈະໃຫ້ປຸ່ມການເຮັດວຽກເທິງຄີບອດຕອບສະຫນອງຟັງຊັ່ຍຕ່າງໆຂອງ Windows 8 ຫລື ສູງກວ່າໄດ້ດີຂຶ້ນ ໄຜທີ່ຊື້ລຸ້ນນີ້ໄປໃຊ້ງານກໍ່ຄວນຮຽນຮູ້ການໃຊ້ປຸ່ມຕ່າງໆເຫລົ່ານີ້ເອົາໄວ້ໃຫ້ຫລາຍຂຶ້ນ ບໍ່ດັ່ງນັ້ນເລື່ອງທີ່ຫນ້າຈໍບໍ່ສຳຜັດຈະສ້າງບັນຫາໃນການໃຊ້ງານ Windows 8, Windows 8.1, Windows 10 ໄດ້ບໍ່ຫນ້ອຍເຊີ່ງປຸ່ມຕ່າງໆມີດັ່ງຕໍ່ໄປນີ້: ປຸ່ມປິດສຽງ, ປຸ່ມລົດສຽງ, ປຸ່ມເພີ່ມສຽງ, ປຸ່ມເປີດປິດສຽງໄມ, ປຸ່ມລົດແສງ, ປຸ່ມເພີ່ມແສງ, ປຸ່ມຄວບຄຸມການໂປຣເຈັກຫນ້າຈໍ, ປຸ່ມເປີດປິດ ແລະ ຄວບຄຸມສັນຍານ Wi-Fi, ປຸ່ມການຕັ້ງຄ່າ, ປຸ່ມເອີ້ນເມນູຄົ້ນຫາ, ປຸ່ມເອີ້ນເບິ່ງຫນ້າທີ່ເປີດຢູ່ປະຈຸບັນ, ປຸ່ມລວມແອັບຯທັງຫມົດ ລຽງລຳດັບຄູ່ກັບປຸ່ມຟັງຊັ່ນ F1 ເຖິງ F12 ຕາມລຳດັບ ສວ່ນປຸ່ມຄວບຄຸມອື່ນໆກໍ່ຄ້າຍກັບຄອມພິວເຕີຂອງ Windows ອື່ນໆທົ່ວໄປ.

Lenovo ThinkPad T450s reviews  (29)

Lenovo ThinkPad T450s reviews  (25)
ປຸ່ມປິດສຽງ ປຸ່ມລົດສຽງ ປຸ່ມເພີ່ມສຽ ປຸ່ມປິດສຽງໄມ ຕາມລຳດັບ

 

Lenovo ThinkPad T450s reviews  (26)
ປຸ່ມລົດແສງ ປຸ່ມເພີ່ມແສງ ປຸ່ມຄວບຄຸມການໂປຣເຈັກຫນ້າຈໍ ປຸ່ມເປີດປິດ ແລະ ຄວບຄຸມສັນຍານ Wi-Fi ປຸ່ມການຕັ້ງຄ່າ ປຸ່ມເອີ້ນເມນູຄົ້ນຫາ ປຸ່ມເອີ້ນເບິ່ງຫນ້າທີ່ເປີດຢູ່ປະຈຸບັນ, ປຸ່ມລວມແອັບຯທັງຫມົດ

 

ສຳລັບ Touch Pad ກໍ່ໃຫ້ສຳຜັດ ແລະ ການຕອບສະຫນອງການເຮັດວຽກໄດ້ດີ ສ່ວນປຸ່ມດ້ານເທິງຈະມີປຸ່ມທີ່ມີແຖບສີແດງເພື່ອໃຊ້ຄິກຊ້າຍ ແລະ ຄິກຂວາ ຄືກັບໂນດບຸກທົ່ວໆໄປ ແຕ່ຈະມີພິເສດຂຶ້ນມາອີກປຸ່ມກໍ່ຄື ປຸ່ມທີ່ມີຈຸດສີຟ້າຢູ່ ເຊິ່ງປຸ່ມນີ້ເປັນການອອກແບບສະເພາະຂອງ ThinkPad ເຊິ່ງປຸ່ມນີ້ຈະໃຊ້ເຮັດວຽກຮ່ວມກັບປຸ່ມຄວບຄຸມ Cursor ສີແດງທີ່ຢູ່ທາງກາງຄີບອດນັ້ນຄືປຸ່ມສີແດງເອົາໄວ້ຄວບຄຸມ Cursor ໂຍກເພື່ອໃຫ້ Cursor ໄປໃນທິດທາງທີ່ເຮົາຕ້ອງການ (ຄືກັບການລາກ 1 ນີ້ວໃນ Touch Pad) ແຕ່ຫາກວ່າເຮົາກົດປຸ່ມແຖບສີຟ້າບໍລິເວນ Touch Pad ໄປດ້ວຍ ແລະ ຄວບຄຸມປຸ່ມແດງໄປດ້ວຍຈະເປັນການເລື່ນຫນ້າຈໍໃຫ້ໄປໃນທິດທາງທີ່ເຮົາຕ້ອງການ (ຄືກັບການລາກ 2 ນີ້ວໃນ Touch Pad) ເພື່ອຕອບສະຫນອງຄວາມຖະຫນັດຂອງຜູ່ໃຊ້ໃນຫລາຍໆຮູບແບບ.

Lenovo ThinkPad T450s reviews  (8)

ພາບກ້ອງຫນ້າ 720p ທີ່ພໍໃຊ້ ບໍ່ລະອຽດພໍທີ່ຈະຖ່າຍຮູບໂຊໃນສັງຄົມອອນໄລ ແຕ່ພຽງພໍໃນການໃຊ້ງານໃນລັກສະນະ Video Call ແລະ ຫາກສັງເກດຂອບຈໍເຮົາຈະເຫັນຂອບນູນຂຶ້ນມາຂອງຂອບນອກ ເມື່ອປິດຈໍລົງກໍ່ຈະໃຫ້ຄວາມຮູ້ສຶກຄືກັບການປິດກ່ອງໂນດບຸກທີ່ແຂງແຮງ ທົນທານ ປົກປ້ອງຂໍ້ມູນ ແລະ ໂຕເຄື່ອງທີ່ສຳຄັນຂອງເຮົາໄດ້.

Lenovo ThinkPad T450s reviews  (12)

 

ຄວາມໂດດເດັ່ນເລື່ອງຂອງຕີບອດເຮັດໃຫ້ Lenovo ThinkPad T450s ເຫມາະກັບການພິມງານທີ່ສຸດ ໂດຍສະເພາະຄົນທີ່ພິມສຳຜັດໄດ້ ຈະເຮັດໃຫ້ເຮັດວຽກໄດ້ໄວຂຶ້ນຫລາຍ ປະກອບກັບຫນ້າຈໍແບບ Antiglare ຂະຫນາດ 14 ນີ້ວ ເຮັດໃຫ້ສະບາຍຕາຂຶ້ນ ເຮັດວຽກໄດ້ດົນຂຶ້ນ ຈຶ່ງຖືວ່າເປັນຄຳຕອບສຳລັບຄົນທີ່ຕ້ອງການຊື້ມາເພື່ອເຮັດວຽກເປັນພິເສດເລີຍ.

Lenovo ThinkPad T450s reviews  (37)

ສ່ວນການໃຊ້ງານດ້ານອື່ນໆ ທັງຄວາມບັນເທິງ, ເບິ່ງຫນັງ, ຟັງເພັງ ຫລື ຫລີ້ນເກມກໍ່ສາມາດເຮັດໄດ້ເປັນປົກະຕິ ທັງດ້ວຍສະເປັກທີ່ມີປະສິດມິພາບ ແລະ ຂະຫນາດຫນ້າຈໍທີ່ເຫມາະສົມຫລາຍກວ່າໂນດບຸກໃນຕະຫລາດຫລາຍໆລຸ້ນ.

Lenovo ThinkPad T450s reviews  (28)

Lenovo ThinkPad T450s reviews  (31)

 

ສຳລັບຄະແນນການທົດສອບປະສິດທິພາບໄດ້ຄະແນນ 3DMark Cloud Gate 1.1 ທີ່ 6.187 ຄະແນນ ສູງກວ່າຄ່າສະເລ່ຍທັງຫມົດ 31% ເຊິ່ງຖືວ່າຄະແນນຍັງບໍ່ໂດດເດັ່ນຫລາຍ.

Lenovo ThinkPad T450s reviews  (43)

ລາຍລະອຽດຄະແນນແຍກສ່ວນຕ່າງໆທີ່ທົດສອບໄດ້ຄະແນນດັ່ງຕໍ່ໄປນີ້:

Lenovo ThinkPad T450s reviews  (41)

ແລະຜົນການທົດສອບສະເປັກເຄື່ອງ Lenovo ThinkPad T450s ທີ່ໃຊ້ໃນການຣີວິວຄັ້ງນີ້ໄດ້ຜົນການທົດສອບອອກມາດັ່ງຕໍ່ໄປນີ້:

Lenovo ThinkPad T450s reviews  (42)

ຄະແນນການທົດສອບເພີ່ມຕື່ມ >> http://www.3dmark.com/cg/2880891


 

ສະຫລຸບການຣີວິວ Lenovo ThinkPad T450s

Lenovo ThinkPad T450s ເປັນຄອມພິວເຕີ້ໂນດບຸກທີ່ສາມາດຈັດສະເປັກໄດ້ຕາມຄວາມເຫມາະສົມ ທັງລະບົບປະມວນຜົນ ຄວາມຈຸຂອງແບັດຯ ແລະ ອື່ນໆ ແຕ່ສິ່ງທີ່ມີຜົນຕໍ່ກັບການຝຊ້ງານຫລາຍທີ່ສຸດກໍ່ຄືຫນ້າຈໍ ທີ່ເຮົາສາມາດເລືອກໄດ້ວ່າຈະເອົາຫນ້າຈໍແບບ Anti-glare ເພື່ອຊ່ວຍປ້ອງກັນແສງສະທ້ອນ ປ້ອງກັນດວງຕາເຮົາ ເຮັດໃຫ້ເຮັດວຽກໄດ້ມີປະສິດທິພາບຫລາຍຂຶ້ນ ຫລື ຈະເລືອກຫນ້າຈໍສຳຜັດທີ່ຖືວ່າເປັນມາດຖານໃຫມ່ຂອງໂນດບຸກໃນປັດຈຸບັນ ມາດຖານໃຫມ່ຂອງລະບົບປະຕິບັດການ Windows ທີ່ຈະດນັ້ນຫນ້າຈໍສຳຜັດຫລາຍຂຶ້ນ ແຕ່ລຸ້ນທີ່ເຮົາຣີວິວເປັນຫນ້າຈໍ Anti-glare  ເຊິ່ງໂດຍລວມແລ້ວຈາກສະເປັກປະສົບການໃຊ້ງານ ແລະ ປະສິດທິພາບຈະພົບວ່າ Lenovo ThinkPad T450s ເປັນຄອມພິວເຕີ້ໂນດບຸກທີ່ເຫມາະສົມກັບການເຮັດວຽກຫລາຍເຖິງຫລາຍທີ່ສຸດ ທັງຄີບອດທີ່ມີປະສິດທິພາບ ຊ່ວຍໃຫ້ການເຮັດວຽກໄດ້ໄວຂຶ້ນ ຫນ້າຈໍທີ່ປ້ອງກັນແສງສະທອ້ນໄດ້ເປັນຢ່າງດີເຮັດໃຫ້ເຮັດວຽກໄດ້ດົນຂຶ້ນ ແບັດເຕີຮີ້ກໍ່ຢູ່ໄດ້ດົນ ຫນ້າຈໍ 14 ນີ້ວກຳລັງພໍດີກັບການເຮັດວຽກ ແຕ່ນ້ຳຫນັກເບົາຫລາຍ ຕ່ຳສຸດຂອງລຸ້ນນີ້ຄື 1.59 ກິໂລກຣາມ (ຕອນເລືອກສະເປັກ ຖ້າແບັດຯທົຈະເຮັດໃຫ້ນ້ຳຫນັກເຄື່ອງເພີ່ມຂຶ້ນ)

ການໃຊ້ງານດ້ານການບັນເທິງ ທັງເບິ່ງຫນັງ ຫລື ຫລີ້ນເກມ ກໍ່ເຮັດໄດ້ດີ ແຕ່ຫາກວ່າຫລີ້ນເກມຫນັກໆ ອາດຈະມີບັນຫາເລັກນ້ອຍ ເພາະຈາກການທົດສອບດ້ວຍ 3DMark ຈະພົບວ່າໄດ້ຄະແນນປະສິດທິພາບຍັງບໍ່ໂດດເດັ່ນຫລາຍ ແຕ່ກໍ່ເກີນຄ່າສະເລ່ຍປົກະຕິຫລາຍຫນ່ອຍຫນຶ່ງ.

Lenovo ThinkPad T450s reviews  (2)

 

[gradeA]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version