Advertisement

ຣີວິວ i-mobile IQZ Pro ສະມາດໂຟນກ້ອງຄູ່ 13/2 MP ພ້ອມວັດສະດຸລະດັບພຣີມ້ຽມຮອງຮັບ Digital TV

 

Advertisement

อ่านรีวิวภาษาไทย>>รีวิว i-mobile IQZ Pro สมาร์ทโฟนกล้องคู่ 13 / 2 MP พร้อมวัสดุระดับพรีเมี่ยมรองรับ Digital TV<<

 

i-mobile IQZ Pro ເປັນສະມາດໂຟນລຸ້ນໃຫມ່ລ່າສຸດຂອງແບຣນ i-mobile ເຊິ່ງເປັນແບຣນເກົ່າແກ່ ແລະ ພັດທະນາຕົນເອງມາໂດຍຕະຫລອດ ສຳລັບລຸ້ນນີ້ຕ້ອງບອກວ່າທາງ i-mobile ມາພ້ອມສະມາດໂຟນທີ່ເບິ່ງແລ້ວພຣີມ້ຽມຫລາຍ Design ສວຍງາມ, ວັດສະດຸປະກອບດ້ວຍໂລຫະ ແລະ ກະຈົກເບິ່ງແລ້ວຫລູຫລາຫລາຍ, ງານປະກອບກໍ່ລະອຽດຫລາຍ ແລະ ຍັງຄົງຈຸດເດັ່ນນັ້ນຄື Digital TV ເຊິ່ງ i-mobile ກໍ່ໃສ່ມາໃຫ້ດ້ວຍ ແຕ່ລຸ້ນນີ້ບໍ່ມີເສົາອາກາດໃນຕົວ ຕ້ອງຕໍ່ເພີ່ມຜ່ານພອດຫູຟັງ 3.5 ມມ. ອີກເທື່ອຫນຶ່ງ ແລະ ໃນກ່ອງມີແຕ່ອຸປະກອນຕໍ່ພ່ວງມາໃຫ້ ບໍ່ມີເສົາອາກາດມາໃຫ້ຕ້ອງຊື້ເພີ່ມຕື່ມເອງ.

i-mobile_IQZ_Pro_008

ໃນສ່ວນຂອງສະເປັກເບິ່ງແລ້ວຫນ້າສົນໃຈພໍໂຕ ຫນ້າຈໍຂະຫນາດໃຫຍ່ 5.5 ນີ້ວ Super AMOLED ຄວາມລະອຽດ Full HD 1080P, ຊິບເຊັດ Qualcomm Snapdragon 615 Octa Core 1.46 GHz, GPU Adreno 405, Ram 3GB, ຫນ່ວຍຄວາມຈຳພາຍໃນ 32 GB ສາມາດເພີ່ມຫນ່ວຍຄວາມຈຳພາຍນອກໄດ້ອີກ. ເຮັດວຽກເທິງ Android 5.1.1 Lollipop, ຈຸດຂາຍກງຄູ່ຄວາມລະອຽດ 13/2 MP ແລະ ກ້ອງຫນ້າຄວາມລະອຽດ 8MP, ແບັດຯຄວາມຈຸ 3500 mAh ຫລາຍພໍໂຕເນາະ.

ຈຸດຂາຍຂອງລຸ້ນນີ້ເລີຍມາຈາກກ້ອງຄູ່ ເຮັດໃຫ້ມາພ້ອມກັບຄຸນສົມບັດ Super Refocus ເລືອກຈຸດໂຟກັສ ແລະ ເລື່ອນປັບລະດັບຄວາມຊັດໄດ້ດ້ວຍຕົວເອງ, Background Deco ປັບປ່ຽນສີ ແລະ ຮູບແບບພື້ນຫລັງໄດ້ຕາມໃຈ, Opti Zoom ຊ່ວຍໃຫ້ຊູມກ້ອງໄດ້ໂດຍສູນເສຍລາຍລະອຽດຫນ້ອຍ ເຊິ່ງຜົນການທົດສອບໃນເລື່ອງກ້ອງທີ່ເປັນຈຸດຂາຍຈະອອກມາເປັນແບບໃດເອົາໄວ້ຖ້າອ່ານກັນທ້າຍຣີວິວເນາະ.

i-mobile_IQZ_Pro_001

ແຕ່ສ່ວນຕົວບໍ່ມັກກ່ອງບັນຈຸ ດ້ວຍທີ່ລາຄາ 11900 ບາດສຳລັບ i-mobile ຖືວ່າເປັນລຸ້ນລະດັບສູງ ຫນ້າຈະອອກແບບກ່ອງໃຫ້ຫລູຫລາກວ່ານີ້ ແຕ່ວ່າຂອງໃນກ່ອງກໍ່ໃສ່ໃຫ້ມາຫລາຍສົມຄວນ.

ໃນກ່ອງຈະມີຕົວເຄື່ອງ i-mobile IQZ Pro, ຄູ່ມື, ເອກະສານໃບຮັບປະກັນ, Case, ຟີມກັນຮອຍ, ຫົວປັກ, ສາຍ Micro USB, ຫູຟັງແບບ Earbud, ອຸປະກອນຕໍ່ພ່ວງ DTV, ຂາຕັ້ງເຄື່ອງ.

i-mobile_IQZ_Pro_016

ສະເປັກຂອງ i-mobile IQZ Pro

ຮອງຮັບ 4G LTE 850/900/1800/2100 MHz

ຮອງຮັບການໃຊ້ງານ 2 ຊິມ

ຮອງຮັບ Digital TV

ຂະຫນາດຕົວເຄື່ອງ 154 x 76.6 x 7.3 ມມ. ນ້ຳຫນັກ 160 ກຣາມ

ຫນ້າຈໍ Super AMOLED ຂະຫນາດ 5.5 ນີ້ວຄວາມລະອຽດ Full HD 1080P

Android 5.1.1 Lollipop

Qualcomm Snapdragon 615 Octa Core 1.46 GHz

GPU Adreno 405

RAM 3GB

ຫນ່ວຍຄວາມຈຳພາຍໃນ 32GB ສາມາດເພິ່ມ Micro SD Card ໄດ້

Wi-Fi b / g / n, Wi-Fi Direct, Wi-Fi hotspot

Bluetooth 4.1

GPS

microUSB 2.0

ກ້ອງ Dual Camera 13MP ແລະ  2MP ພ້ອມໄຟແຟລສ LED

ກ້ອງຫນ້າຄວາມລະອຽດ 8MP ພ້ອມໄຟແຟລສ LED

Super Refocus ເລືອກຈຸດໂຟກັສ ແລະ ເລື່ອນປັບລະດັບຄວາມຊັດໄດ້ດ້ວຍຕົນເອງ

Background Deco ປັບປ່ຽນສີ ແລະ ຮູບແບບພື້ນຫລັງໄດ້ຕາມໃຈ

Opti Zoom ຊ່ວຍໃຫ້ຊູມກ້ອງໄດ້ໂດຍສູນເສຍຄວາມລະອຽດນ້ອຍ

ແບັດຯຄວາມຈຸ 3500 mAh

ລາຄາເປີດໂຕ 11900 ບາດ

i-mobile IQZ Pro ເປັນສະມາດໂຟນລະດັບເຮືອທຸງຂອງທາງແບຣນ i-mobile ລຸ້ນນີ້ຖືວ່າຈັດເຕັມຫລາຍໃນສ່ວນຂອງວັດສະດຸ ແລະ ການອອກແບບ ເບິ່ງແລ້ວຫລູຫລາເລືອກໃຊ້ວັດສະດຸທີ່ພຣີມ້ຽມຢ່າງກະຈົກ ແລະ ໂລຫະ ງານປະກອບກໍ່ເຮັດໄດ້ດີຫລາຍ ແຫນ້ນຫນາ.

ຫນ້າຈໍ Super AMOLED ຂະຫນາດ 5.5 ນີ້ວຄວາມລະອຽດ Full HD 1080P ເບິ່ງແລ້ວສວຍງາມຫລາຍ ສີສັນສົດໃສມຸມມອງຫນ້າຈໍກວ້າງ ທີ່ສຳຄັນຫນ້າຈໍສະຫວ່າງຫລາຍ ເຫມາະກັບການໃຊ້ງານກາງແຈ້ງທີ່ສຸດ.

ດ້ານຫນ້າປະກອບດ້ວຍກ້ອງຫນ້າຄວາມລະອຽດ 8MP ພ້ອມກັບໄຟແຟລສ LED, ເຊັນເຊີ້, ລຳໂພງສົນທະນາສຽງດັງຊັດເຈນດີຫລາຍ ສ່ວນດ້ານຫລັງຖືເປັນຈຸດຂາຍຂອງສະມາດໂຟນລຸ້ນນີ້ນັ້ນຄືກ້ອງ Dual Camera 13MP ແລະ 2MP ພ້ອມກັບໄຟແຟລສ LED

ດ້ານເທິງມີພອດຫູຟັງຂະຫນາດ 3.5 mm ແລະ ໄມຕັດສຽງລົບກວນ ສວ່ນດ້ານລຸ່ມຈະມີຊ່ອງລຳໂພງອອກແບບໄດ້ຢ່າງຫນ້າສົນໃຈ ແລະ ຈະມີໄມໂຄຣໂຟນເຊື່ອງຢູ່ໃນນັ້ນດ້ວຍ ຖັດມາຈະເປັນພອດ Micro USB ສຳລັບສຽງລຳໂພງເຮັດໄດ້ດີຫລາຍ ສຽງດັງດີຫລາຍ ໃສ ແລະ ສຽງບໍ່ແຕກເລີຍ.

ສ່ວນດ້ານຊ້າຍຈະເປັນຊອ່ງໃສ່ຊິມກາດ ເຊິ່ງມາພ້ອມກັບມາດຕະຖານໃຫມ່ທີ່ນິຍົມກັນໃນຕອນນີ້ໂດຍຊ່ອງໃສ່ຊິມທີສອງຈະເລືອກໃສ່ຊິມກໍ່ໄດ້ ຫລື ເພີ່ມ Micro SD Card ແທນກໍ່ໄດ້ ແລະ ດ້ານຂວາຫນ້າສົນໃຈຫລາຍ ໂດຍຈະມີປຸ່ມປັບລະດັບສຽງ ແລະ ປຸ່ມພາວເວີ້ ໂດຍຈະແຈ້ງໄຟເຕືອນ Notification ຢູ່ບໍລິເວນນີ້ດ້ວຍເບິ່ງແລ້ວສວຍງາມຫລາຍ.

i-mobile_IQZ_Pro_015

i-mobile IQZ Pro ມາພ້ອມກັບແບັດຯຄວາມຈຸສູງເຖິງ 3500 mAh ແຕ່ຈາກການໃຊ້ງານແບັດຯບໍ່ຄ່ອຍຈະທົນເທົ່າທີ່ຄິດ ຖ້າໃຊ້ງານຢ່າງຕໍ່ເນື່ອງໂດຍສະເພາະການຖ່າຍພາບ ແນະນຳວ່າຄວນພົກ Power Bank ໄປດ້ວຍເຜື່ອເຫດສຸກເສີນເນາະ.

Screenshot_2016-01-18-01-36-02

ທົດສອບດ້ວຍ Quandrant Standard ໄດ້ຄະແນນ 23778 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 34376 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 58.9 fps ຮອງຮັບ Multi Touch 10 ຈຸດ

GPS ຈັບສັນຍານວ່ອງໄວດີຫລາຍ.

i-mobile IQZ Pro ເຮັດວຽກເທິງ Android 5.1.1 Lollipop ຫນ້າຕາ UI ລຽບງ່າຍ ແລະ ແອບມີລູກຫລີ້ນເລັກນ້ອຍ ການໃຊ້ງານລ່ຽນໄຫລ ແລະ ວ່ອງໄວດີຫລາຍ ສາມາດປ່ຽນ Themes ສຳເລັດຮູບທີ່ມີໃນເຄື່ອງໄດ້ 4 ແບບ ໂດຍສ່ວນຕົວຄິດວ່າມັນຢາກລຽບໆໄປຫລາຍ ຖ້າບໍ່ມັກກໍ່ສາມາດດາວໂຫລດ Launcher ອື່ນໆມາໃຊ້ງານແທນໄດ້ (ເປັນຈຸດຂາຍຂອງ Android ຢູ່ແລ້ວ)

ສ່ວນໃນເຄື່ອງທາງ i-mobile IQZ Pro ໄດ້ໃສ່ແອັບຯ ມາໃຫ້ຢ່າງຈຸໃຈ ແລະ ທີ່ຫນ້າສົນໃຈກໍ່ຄືບໍລິການ i-Club ເຊິ່ງຫລາຍໆຄົນອາດຈະຍັງບໍ່ເຄີຍລອງໃຊ້ງານ ເຊິ່ງມັນກໍ່ຄ້າຍໆກັບ Galaxy Gift ແຕ່ເທົ່າທີ່ລອງກວດສອບເບິ່ງຮ້ານຄ້າທີ່ມາຮ່ວມໂປຣໂມຊັ່ນຍັງບໍ່ຄ່ອຍດຶງດູດ ນອກຈາກ Major Cineplex & EGV ເຊິ່ງກໍ່ຫນ້າຈະມີຫມູນວຽນມາເລື້ອຍໆ ໄຜທີ່ໃຊ້ສະມາດໂຟນຂອງ i-mobile ຢູ່ຫ້າມພາດເລີຍ.

ນອກຈາກນີ້ຍັງມີສ່ວນຂອງການຄົ້ນຫາສູນບໍລິການ ແລະ ຮ້ານຄ້າຂອງ i-mobile ອີກດ້ວຍທີ່ສຳຄັນສາມາດຕິດຕາມສະຖານະການສ້ອມແປງໄດ້ອີກດ້ວຍ ແລະ ມີໃນສ່ວນຂອງການຕິດຕໍ່ກັບ i-mobile ມາໃຫ້ອີກດ້ວຍ.

Play Hub ເປັນແອັບຯທີ່ເຮັດຫນ້າທີ່ຄືກັບ Play Store ແຕ່ຈະເປັນການດາວໂຫລດໄຟລທີ່ເປັນ .apk ມາລົງໃນເຄື່ອງເຮົາ ເຊິ່ງທີ່ຫນ້າສົນໃຈຄືມີເກມທີ່ຕ້ອງເສຍເງິນເປັນຈຳນວນຫລາຍ ໃຫ້ເຮົາດາວໂຫລດມາຫລີ້ນໄດ້ແບບຟຣີໆ (ເປັນແອັບຯປະເພດທີ່ເຮົາຕ້ອງຫາມາລົງເອງ ແຕ່ເທື່ອນີ້ທາງ i-mobile ໃສ່ມາໃຫ້ເລີຍ ແຖມຍັງໃຊ້ງານໄດ້ດີຫລາຍອີກດ້ວຍ)

ທົດສອບດາວໂຫລດເກມ Isabel ມາຫລີ້ນເຊິ່ງເກມນີ້ບໍ່ແມ່ນເກມຟຣີ ແຕ່ໃນແອັບຯນີ້ເຮົາສາມາດດາວໂຫລດມາຫລີ້ນໄດ້ແບບຟຣີໆ ເຊິ່ງກໍ່ຫລີ້ນໄດ້ສົມບູນດີ ແຖມຖ້າມີການອັບເດດເຮົາສາມາດອັບເດດຜ່ານແອັບຯ Play Hub ນີ້ໄດ້ອີກດ້ວຍ ແລະ ເກມຢ່າງ Final Fantasy IV ກໍ່ມີໃຫ້ດາວໂໄລດກັນແບບຟຣີໆເຊັ່ນກັນ ແລະ ໃນຕົວໂປຣແກມຍັງມີຟັງຊັ່ນເຄຣຍ RAM ແລະ ເລັ່ງຄວາມໄວມາໃຫ້ອີກດ້ວຍ.

ທົດສອບຄວາມສາມາດໃນການຫລີ້ນເກມ ດ້ວຍເກມຢ່າງ Final Fantasy IV ແລະ Leo’s Fortune ເຮັດໄດ້ດີຫລາຍ ລ່ຽນໄຫລ ແລະ ບໍ່ກະຕຸກເລີຍ.

ເຄື່ອງຫລີ້ນເພງຈະເປັນແບບມາດຕະຖານ ມີລະບົບປັບແຕ່ງສຽງ Snapdragon Audio+ ມາໃຫ້ຄຸນນະພາບສຽງດີເກີນຄາດ ເປັນອີກລຸ້ນທີ່ເຫມາະກັບການນຳມາຟັງເພງ ແລະ ວິທະຍຸມີຟັງຊັ່ນຕົວເລືອກສຳເລັດຮູຍມາໃຫ້ ລວມທັງສາມາດບັນທຶກສຽງເອົາໄວ້ໄດ້ອີກດ້ວຍ.

ເຄື່ອງຫລີ້ນວີດີໂອສາມາດຫລີ້ນ File ຄວາມລະອຽດ Full HD 1080P ໄດ້ຢ່າງລ່ຽນໄຫລດີຫລາຍ ແຕ່ຟັງຊັ່ນການໃຊ້ງານມີບໍ່ຫລາຍ.

I-mobile IQZ Pro ມາພ້ອມກັບກ້ອງຄູ່ຄວາມລະອຽດ 13/2MP ແລະ ກ້ອງຫນ້າຄວາມລະອຽດ 8MP ເຊິ່ງມີຄວາມພິເສດໂດຍທາງ I-mobile IQZ Pro ປັບຈູນໃຫ້ສາມາດຖ່າຍພາບໄດ້ດ້ວຍຄວາມລະອຽດສູງສຸດ 18MP ກັນເລີຍ ເຊິ່ງກໍ່ເປັນເລື່ອງປົກະຕິທີ່ເຄີຍເຮັດມາໃນຫລາຍໆລຸ້ນແລ້ວ.

ສຳລັບຟັງຊັ່ນ Super Refocus ເລືອກຈຸດໂຟກັສ ແລະ ເລື່ອນປັບລະດັບຄວາມຊັດໄດ້ດ້ວຍຕົວເອງນັ້ນເທົ່າທີ່ທົດສອບ ສ່ວນໂຕບໍ່ປະທັບໃຈຫລາຍ ການຈັບຕຳແຫນ່ງຍັງເຮັດໄດ້ບໍ່ສະຫລາດຄືກັບທີ່ HTC ເຄີຍເຮັດ ອາດຈະຕ້ອງປັບປຸງຜ່ານ FW ທີ່ຈະອອກມາໃນອະນາຄົດ ສ່ວນ Background Deco ປັບປ່ຽນສີ ແລະ ຮູບແບບພື້ນຫລັງໄດ້ຕາມໃຈນັ້ນກໍ່ຄັກດີ ແນະນຳວ່າທາງ i-mobile ຄວນຈະແກ້ໄຂໂດຍດ່ວນເພາະມັນເປັນຈຸດຂາຍຂອງລຸ້ນນີ້ເລີຍ.

ສຳລັບຄຸນນະພາບຂອງຮູບຖ່າຍ ຖືວ່າຢູ່ໃນລະດັບກາງໆ ໂດຍພາບລວມແລ້ວສີສັນສົດໃສ ການວັດ White Balance ກໍ່ສະຫລາດຫລາຍ ແຕ່ລາຍລະອຽດຂອງໄຟລຍັງເຮັດໄດ້ບໍ່ຫນ້າປະທັບໃຈ ແລະ ຫນ້າເສຍດາຍທີ່ກ້ອງຫນ້າບໍ່ມີ Beauty Mode ມາໃຫ້ສາວໆຕ້ອງໄປເພິ່ງແອັບຯອື່ນມາແຕ່ງກັນຕໍ່ ຖືວ່າໃນຍຸຸກນີ້ມັນເປັນຈຸດຂາຍທີ່ສຳຄັນ ຄວນຈະໃສ່ໃຈໂດຍສະເພາະໃນລຸ້ນລະດັບສູງແບບນີ້ ເຊີນຊົມຕົວຢ່າງພາບຖ່າຍຂອງ I-mobile IQZ Pro ກັນເລີຍ (ສາມາດຄລິກເພື່ອດາວໂຫລດຕົວຢ່າງພາບຖ່າຍໄປຊົມກັນໄດ້ເລີຍ ເປັນພາບຄວາມລະອຽດ 100% ບໍ່ຜ່ານການປັບຫຍໍ້ຂະຫນາດໃດໆ)

IMG_20160117_170151

ຂໍ້ດີຂອງ I-mobile IQZ Pro

  1. ຕົວເຄື່ອງອອກແບບສວຍງາມ ວັດສະດຸຫລູຫລາ ເລືອກໃຊ້ກະຈົກ ແລະ ໂລຫະ ງານປະກອບແຫນ້ນຫນາດີ.
  2. ສະເປັກຫນ້າສົນໃຈ.
  3. ຫນ້າຈໍຂະຫນາດໃຫຍ່ 5.5 ນີ້ວສວຍງາມຫລາຍ ແລະ ຄວາມສະຫວ່າງສູງໃຊ້ງານກາງແຈ້ງໄດ້ສະບາຍໆ.
  4. ກ້ອງຄູ່ຄວາມລະອຽດ 13/2 MP ແລະ ກ້ອງຫນ້າຄວາມລະອຽດ 8MP
  5. ລຳໂພງສຽງດີ ແລະ ຜ່ານຫູຟັງກໍ່ຫນ້າປະທັບໃຈ.

ຂໍ້ດ້ອຍຂອງ I-mobile IQZ Pro

  1. ແບັດຯຄວາມຈຸສູງເຖິງ 3500 mAh ແຕ່ຈາກການໃຊ້ງານບໍ່ທົນເທົ່າທີ່ຄິດ.
  2. ຟັງຊັ່ນ Super Refocus ຍັງເຮັດໄດ້ບໍ່ດີ.

ສຳລັບ I-mobile IQZ Pro ຖືວ່າເປັນຄວາມພະຍາຍາມອີກຄັ້ງຂອງ I-mobile ທີ່ຈະນຳສະເຫນີຄວາມພຣີມ້ຽມ ແລະ ລູກຫລີ້ນທີ່ທັນສະໄຫມ ເຊິ່ງໃນເລື່ອງຄວາມພຣີມ້ຽມຂອງຕົວເຄື່ອງນັ້ນກໍ່ເຮັດໄດ້ດີຫລາຍ ຕົວເຄື່ອງສວຍງາມຫລາຍ ວັດສະດຸຄຸນນະພາບດີແທ້ໆ ແຕ່ໃນສ່ວນຂອງລູກຫລີ້ນກ້ອງທີ່ທາງ I-mobile ພະຍາຍາມນຳສະເຫນີນັ້ນໃນຄັ້ງນີ້ພັດເຮັດບໍ່ໄດ້ດີເທົ່າທີ່ຄວນ ເຊິ່ງຕ້ອງລຸ້ນກັນວ່າຈະມີອັບເດດອອກມາປັບປຸງກັນມື້ໃດ ແລະ ດ້ວຍລາຄາເປີດໂຕ 11900 ບາດ ນັ້ນຄວາມຈິງແລ້ວໃນສະເປັກນີ້ກໍ່ຖືວ່າບໍ່ແພງ ແຕ່ງານນີ້ຄູ່ແຂ່ງພຽບເລີຍ ເຊິ່ງລຸ້ນນີ້ກໍ່ມີຈຸດແຂງບ່ອນການອອກແບບ ແລະ ຄວາມສວຍງາມລະດັບພຣີມ້ຽມນີ້ລະ (ແຖມຍັງຄົງມີໄມ້ຕາຍ Digital TV ດ້ວຍເຖິງວ່າຈະຕ້ອງໄດ້ອາໄສອຸປະອກນຕໍ່ພ່ວງກໍ່ຕາມ)

 

อ่านรีวิวภาษาไทย>>รีวิว i-mobile IQZ Pro สมาร์ทโฟนกล้องคู่ 13 / 2 MP พร้อมวัสดุระดับพรีเมี่ยมรองรับ Digital TV<<

 

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version