Advertisement

Huawei ເປັນແບຣນຊັ້ນນຳຈາກປະເທດຈີນ ທີ່ແຈ້ງເກີດໃນຕະຫລາດໂລກໄດ້ສຳເລັດ ເປັນແບຣນສະມາດໂຟນແຖວຫນ້າຂອງໂລກ ແລະ ລ່າສຸດກໍ່ປະກາດສ້າງຄວາມຫມັ້ນໃຈວ່າຈະເຮັດການຕະຫລາດໃນປະເທດໄທຢ່າງຈິງຈັງ ລວມເຖິງປະເທດລາວເຮົາ ເຊິ່ງຫາກໍ່ເປີດໂຕສຸນ ແລະ ຫ້ອງຂາຍ ທັງໄດ້ຂະຫຍາຍສາຂາທົ່ວນະຄອນຫລວງວຽງຈັນ. ໂດຍມີການວາງຈຳຫນ່າຍສະມາດໂຟນ ແລະ ອຸປະກອນເສີມ ລວມທັງ Wearable Devicesຕາມສູນຈຳຫນ່າຍຊັ້ນນຳໃນທົ່ວປະເທດ ພ້ອມຮອງຮັບບໍລິການຫລັງການຂາຍຜ່ານທາງ Huawei Service Center ໂດຍຈະຈັບມືກັບ SVOA ແລະ iFix @ IT City ເພື່ອຮອງຮັບງານສ້ອມບຳລຸງຮັກສາ.

[สำหรับรีวิว Huawei P8 ภาษาไทย อ่านได้ที่นี่ครับ <<< คลิ๊ก]

Advertisement

ສຳລັບ Huawei P8 ເປັນຫນຶ່ງໃນສາມຕະກູນ P8 Service ທີ່ຫາກໍ່ເປີດໂຕໄປຫມາດໆເຊິ່ງປະກອບດ້ວຍ Huawei P8 Lite, Huawei P8, Huawei P8 Max ສຳລັບ Huawei P8 ຖືວ່າເປີດໂຕລາຄາມາບໍ່ແພງເລີຍ ໃນລາຄາ 15.990 ບາດ ຫລື ປະມານ 3.997.500 ກີບ ໄດ້ສະມາດໂຟນທີ່ມີຫນ້າຕາສວຍງາມ, ຫລູລາ ແຖມຍັງບາງເບົາ ແລະ ຈັດສະເປັກມາໄດ້ຫນ້າສົນໃຈຫລາຍ ລວມໄປເຖິງຈຸດຂາຍຢ່າງກ້ອງຄຸນນະພາບສູງອີກດ້ວຍ ແຖມງານນີ້ຕອ້ງບອກວ່າ Huawei P8 ຖືເອົາໃນເລື່ອງຄວາມງາມເປັນສໍຳຄັນ ເພາະສວຍງາມຕັ້ງແຕ່ໂຕເຄື່ອງໄປເຖິງກ່ອງບັນຈຸເລີຍ ເຊິ່ງບໍ່ໄດ້ເຫັນແບບນີ້ມາດົນແລ້ວ ສະໄຫມກ່ອນໂທລະສັບມືຖືຈະອອກແບບກ່ອງມາສວຍງາມທັງນັ້ນ ໂດຍສະເພາະລຸ້ນ Flagship ຈົນມາຮອດສະໄຫມສະມາດໂຟນທີ່ເນັ້ນໄປທາງລຽບງ່າຍຫລາຍກວ່າ.

Huawei_P8_028

Huawei_P8_029

Huawei_P8_030

ຫລູຫລາຈັບໃຈຫລາຍ ອອກແບບໄດ້ເທ່ສຸດໆ ເປັນກ່ອງສອງຊັ້ນດ້ານໃນເປັນປາສຕິກໃສສີນ້ຳຕານ ເປີດຝາອອກມາຈະເຫັນ Huawei P8 ວາງຢູ່ໃນລັກສະນະສຽບລົງໄປ ໂດຍມີແຜ່ນປາສຕິກເງົາສີດໍຳວາງກັ້ນຢູ່ ພາຍໃນອຸປະກອນຕ່າງໆຈະຢູ່ໃນກ່ອງຮຽບຮ້ອຍ.

 

ສະເປັກ Huawei P8

  • ຮອງຮັບ 3G HSDPA 850 / 900 / 1700 / 1900 / 2100
  • ຮອງຮັບ 4G LTE 1(2100), 3(1800), 4(1700/2100), 7(2600), 38(2600), 39(1900), 40(2300), 41(2500)
  • ຮອງຮັບການໃຊ້ງານ 2 ຊິມ (ຊິມທຳອິດ 4G LTE ສ່ວນຊິມສອງ GSM ແລະ ໃນສ່ວນຊ່ອງໃສ່ຊິມສອງຈະຕ້ອງເລືອກວ່າຈະໃຫ້ເປັນຊ່ອງໃສ່ຊິມ ຫລື ໃສ່ Micro SD Card)
  • ຂະຫນາດໂຕເຄື່ອງ 9 x 72.1 x 6.4 ມມ. ນ້ຳຫນັກ 144 ກຣາມ
  • ຫນ້າຈໍ IPS ຂະຫນາດ 2 ນີ້ວຄວາມລະອຽດ Full HD 1080P 1080 x 1920 pixels ແລະ ກະຈົກGorilla Glass 3 (ທັງດ້ານຫນ້າ ແລະ ຫລັງ)
  • ວັດສະດຸໂຕເຄື່ອງເປັນໂລຫະທັງເຄື່ອງ
  • ລະບົບສຽງ dts
  • Android 5.0.2 Lollipop ປັບແຕ່ງທັບດ້ວຍEmotion 3.1 UI (EMUI)
  • CPU HiSilicon Kirin 930 64 bit Quad-core 2 GHz Cortex-A53
  • GPU Mali-T628 MP4
  • RAM 3GB
  • ຫນ່ວຍຄວາມຈຳພາຍໃນ 16GB ເພີ່ມພາຍນອກໄດ້ສູງສຸດ 128GB
  • ເຊັນເຊີ້Accelerometer, gyro, proximity, compass
  • Wi-Fi 802.11 a/b/g/n, Wi-Fi Direct, DLNA, hotspot
  • Bluetooth 4.1, A2DP, LE
  • GPS
  • microUSB 2.0, USB Host
  • ກ້ອງຄວາມລະອຽດ 13MP, 4160 x 3120 pixels, autofocus, optical image stabilization, dual-LED (dual tone) flash, Geo-tagging, touch focus, face/smile detection, panorama, HDR, ບັນທຶກວີດີໂອ Full HD 1080P 30fps
  • ກ້ອງຫນ້າຄວາມລະອຽດ 8MP, ບັນທຶກວີດີໂອ Full HD 1080P 30fps
  • ແບັດເຕີລີ້ 2680 mAh
  • ມີໃຫ້ເລືອກ 4 ຄວາມຈຸ 16GB Titanium Grey, Mystic Champagne, ຄວາມຈຸ 64GB Carbon Black, Prestige Gold
  • ລາຄາເປີດໂຕ 15.990 ບາດ ຫລື ປະມານ 3.997.500 ກີບ

Huawei_P8_031

Huawei_P8_032

ໃນກ່ອງຈະມີໂຕເຄື່ອງ Huawei P8, ຄູ່ມື, ເອກະສານ, ບັດ VIP, ເຂັມຈິ້ມຊິມ, ຫົວປັກ, ສາຍ Micro USB, ຫູຟັງ (ເນື່ອງຈາກເຄື່ອງທີ່ຣີວິວເປັນເຄື່ອງຈາກປະເທດຈີນ ພາຍໃນກ່ອງອາດຈະແຕກຕ່າງຈາກຊຸດທີ່ຈຳຫນ່າຍໃນໄທ)

Huawei_P8_036

Huawei_P8_037

Huawei P8 ອອກແບບມາໄດ້ສວຍງາມສຸດໆ ແຖມຍັງບາງ ໄດ້ແນວຄິດເລື່ອງ Design ມາຈາກຄູ່ແຂ່ງ ແຕ່ເຮັດອອກມາໄດ້ສວຍງາມຫລາຍ ງານລະອຽດທຸກຈຸດ ຫນ້າຈໍ IPS ຂະຫນາດ 5.2 ນີ້ວຄວາມລະອຽດ Full HD 1080P 1080×1920 pixels ແລະ ກະຈົກ Gorilla Glass 3 ສວຍງາມ ແລະ ມີມຸມມອງທີ່ກວ້າງດີຫລາຍ ແລະ ຈະຕິດກັນຮອຍຫນ້າຈໍມາໃຫ້ເລີຍ.

ດ້ານຫນ້າມີລຳໂພງສົນທະນາສຽງດັງຊັດເຈນດີ ຖັດມາເປັນກ້ອງຫນ້າຄວາມລະອຽດ 8MP ບັນທຶກວີດີໂ Full HD 1080P 30fps ແລະ ເຊັນເຊີ້ Accelrrometer, Gyro, Proximity, Compass ແລະ ຍັງມີ Notification Light ມາໃຫ້ນຳທີ່ບໍລິເວນມຸມຂວາດ້ານເທິງ.

Huawei_P8_038

ເຄື່ອງທີ່ນຳມາຣີວິວນີ້ຈະເປັນສີ Titanium Gray ວັດສະດຸໂຕເຄື່ອງຈະເປັນໂລຫະອະລູມີນຽມທັງເຄື່ອງ ບໍລິເວນກ້ອງຈະເປັນແຖບກະຈົກເຊິ່ງໃຊ້ເປັນກະຈົກ Gorilla Glass 3 ກ້ອງຄວາມລະອຽດ 13MP, ບັນທຶກວີດີໂອ Full HD 1080P 30fps ຂອບຮອບໆໂຕເຄື່ອງຈະເຈຍເປັນຂອບຕັດແວວວາວ ເບິ່ງແລ້ວຫລູຫລາ.

Huawei_P8_039

Huawei_P8_040

ດ້ານເທິງມີ Port ຫູຟັງຂະຫນາດ 3.5 ມມ ແລະ ໄມຕັດສຽງລົບກວນ ສ່ວນດ້ານລຸ່ມຈະມີ Port Micro USB ຢູ່ທາງກາງ ແລະ ຈະມີຊ່ອງທີ່ເຫມືອນກັບລຳໂພງຄູ່ ແຕ່ຄວາມຈິງທາງດ້ານຊ້າຍຈະເປັນລຳໂພງ ສ່ວນດ້ານຂວາຈະເປັນຊ່ອງ Microphone ສຽງລຳໂພງດັງຫລາຍ ສຽງດີມີມວນ ແລະ ບໍ່ແຕກ ໂດຍມາພ້ອມຊິບສຽງ DSP Hi6402

Huawei_P8_042

Huawei_P8_041

ດ້ານຂວາມີປຸ່ມ Power ແລະ ປຸ່ມປັບລະດັບສຽງ, ຊ່ອງໃສ່ຊິມ ແລະ Micro SD Card ສ່ວນດ້ານຊ້າຍຈະລຽບໆ

Huawei_P8_043

Huawei_P8_SC_004

Huawei P8 ມາພ້ອມແບັດເຕີລີ້ຄວາມຈຸ 2680 mAh ຈາກການໃຊ້ງານທົ່ວໄປຖືວ່າທົນດີພໍສົມຄວນ ໃຊ້ຖ່າຍຮູບ, ຫລິ້ນ Social ທົດສອບຢູ່ໄດ້ຍາວຈົນຈົບງານ ຫລື ໄປທ່ຽວກໍ່ຢູ່ໄດ້ຈົນຄ່ຳໆເລີຍແຫລະ ແຕ່ວ່າພໍນຳມາຫລິ້ນເກມຖືວ່າດູດແບັດຯຫລາຍຄືກັນ ເຊິ່ງຖ້າປັບໃນສ່ວນປະຫຍັດພະລັງງານ ຈະຊ່ວຍໃຫ້ຢູ່ໄດ້ດົນຂຶ້ນໄປອີກ.

Huawei_P8_SC_001

Huawei_P8_SC_002

Huawei_P8_SC_003

ຄະແນນທົດສອບຂອງ Huawei P8

ທົດສອບດ້ວຍ Quandrant Standard ໄດ້ຄະແນນ 8782 ຄະແນນ

ທົດສອບດ້ວຍ Antutu Benchmark ໄດ້ຄະແນນ 38051 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 60.2fps

ຮອງຮັບ Multitouch 10 ຈຸດສົມບູນ

Huawei_P8_SC_005

Huawei_P8_SC_006

Huawei P8 ມາພ້ອມກັບ Android 5.0.3 Lollipop ປັບແຕ່ງທັບດ້ວຍ Emotion 3.1 UI (EMUI) ຫນ້າຕາສວຍງາມເຊັ່ນເຄີຍ (ແຕ່ໃນຫລາຍໆຈຸດຄ້າຍກັບ iOS ຫລາຍຂະຫນາດ ຫະຫະ) ແຕ່ກໍ່ເບິ່ງແລ້ວຫນ້າໃຊ້ຍິ່ງຂຶ້ນເພາະຄວາມເປັນ Lollipop ໃນຫນ້າ Lock Screen ມີໃຫ້ເລືອກຫລາຍຮູບແບບ ລວມທັງມີໃຫ້ຕັ້ງຄ່າອັບເດດປ່ຽນຫນ້າປົກ Lock Screen ໄດ້ອັດຕະໂນມັດໂດຍຜູກກັບບໍລິການທາງ Huawei ກຽມໄວ້ໃຫ້ຟຣີໆ ລວມທັງຍັງມີຄຳສັ່ງລັດຢູ່ຫນ້າ Lock Screen ອີກດ້ວຍ.

Huawei_P8_SC_007

Huawei_P8_SC_008

Huawei_P8_SC_009

ໃນຫນ້າ Home ມີລູກຫລີ້ນຫລາກຫລາຍ ທັງຟັງຊັ້ນສັ່ນເພື່ອປ່ຽນພາບ Wallpapers, ສາມາດສຸ່ມປ່ຽນພາບ Wallpapers ໄດ້ດ້ວຍ, ສາມາດຕັ້ງເວລາລ່ວງຫນ້າໄດ້ຕັ້ງແຕ່ທຸກໆ 5 ນາທີໄປຈົນເຖິງປ່ຽນວັນລະຄັ້ງ.

ນອກຈາກນີ້ຍັງມີ Widget ທີ່ອອກແບບຫນ້າຕາມາໃຫ້ເຂົ້າກັບ EMUI ແລະ Transition ທີ່ປ່ຽນໄດ້ເຖິງ 8 ຮູບແບບ ແລະ ສາມາດຕັ້ງຄ່າຂະຫນາດການວາງ Icon ໃນຫນ້າໂຮມມີໃຫ້ເລືອກ 3 ຮູບແບບໄດ້ແກ່ 4×5, 5×4 ແລະ 5×5 ແລະຍັງສາມາດສັ່ນເພື່ອຈັດລຽງ Icon ໃຫມ່ໂດຍອັດຕະໂນມັດໄວ້ດ້ວຍ ລວມເຖິງແອັບຯທີ່ຕ້ອງການໃຫ້ຂຶ້ນແຈ້ງເຕືອນໄດ້ເອງຢ່າງອິດສະຫລະ. ນອກນັ້ນຍັງມີໂຫມດຮູບແບບທີ່ໃຊ້ງານໄດ້ງ່າຍຫລາຍມາໃຫ້ເຊັ່ນເຄີຍ, ຫນ້າຕາລຽບງ່າ, ສວຍງາມ ແລະ ເຂົ້າໃຈງ່າຍ ເຫມາະກັບເດັກ ແລະ ຜູ່ໃຫຍ່ທີ່ບໍ່ຊ່ຽວຊານສະມາດໂຟນກໍ່ສາມາດໃຊ້ງານໄດ້ສະບາຍໆ.

Huawei_P8_SC_012

Huawei P8 ຍັງຈັດເຕັມທັງ Themes, Wallpapers, Lock Screen ມາໃຫ້ດາວໂຫລດກັນຢ່າງຈຸໃຈ ເກືອບວ່າບໍ່ຈຳເປັນໄປໃຊ້ບ່ອນອື່ນເລີຍ ລວມທັງສາມາດຕົກແຕ່ງໄດ້ຢ່າງອິດສະຫລະອີກດ້ວຍ.

Huawei_P8_SC_010

Huawei P8 ມີລູກຫລິ້້ນທີ່ຫນ້າສົນໃຈເຊັ່ນວ່າ ການເອົາຂໍ້ນີ້ວມື (ທີ່ມັກເອີ້ນກັນວ່າ ສັບຫມາກກອກໃສ່ຫົວ ຫະຫະ..^_^) ແຕະທີ່ຫນ້າຈໍເພື່ອເລືອກຈັບພາບຫນ້າຈໍສະເພາະຈຸດໄດ້ດ້ວຍ ແລະ ສາມາດແຕ້ມຮູບ ລວມໄປເຖິງຂຽນຂໍ້ຄວາມ ຕົກແຕ່ງສີສັນເພີ່ມຕື່ມໄດ້ອີກດ້ວຍ ທັງສະດວກແລະເທ່ໄປອີກແບບ.

Huawei_P8_SC_011

Huawei P8 ມາພ້ອມກັບ EMUI ມາການອັບເດດໃຫ້ຕະຫລອດ ແລະ ຢ່າງທີ່ເຫັນໃນລຸ້ນນີ້ຊິມທຳອິດຈະຮອງຮັບ 4G LTE ຊິມສອງຈະເປັນ GSM ແລະ ທີ່ຄັກທີ່ສຸດຄື Huawei P8 ສາມາດປັບໂທນສີຫນ້າຈໍໄດ້ເອງ ໄຜທີ່ມັກໂທນສີຫນ້າຈໍແບບໃດ ກໍ່ສາມາດປັບປ່ຽນໄດ້ເອງຕາມໃຈມັກເລີຍ.

Huawei_P8_SC_013

ນອກຈາກນີ້ໃນເຄື່ອງຍັງມາພ້ອມແອັບຯທີ່ອຳນວຍຄວາມສະດວກຢ່າງເຊັ່ນ ຜູ່ຊ່ວຍຈັດການໂທລະສັບ ຈະມີຟັງຊັ່ນຊ່ວຍຈັດການໃຫ້ເຄື່ອງໄວຂຶ້ນໂດຍການ Clear Ram, ລ້າງຂີ້ເຫຍື່ອໃນ Cach, ບອັກເບີ ແລະ ຂໍ້ຄວາມທີ່ເຮົາບໍ່ຕ້ອງການ, ການຕັ້ງຄ່າປະຫຍັດພະລັງງານ, ກວດສອບການໃຊ້ Data, ຕັ້ງຄ່າການແຈ້ງເຕືອນຢ່າງລະອຽດ, ໂຫມດຕັ້ງຄ່າຫ້າມລົບກວນ, ຕັ້ງຄ່າສະແດງການແຈ້ວເຕືອນແບບ Pop up, ຕັ້ງລະຫັດລັອກແອັບຯ, File Manager, WPS Office ເປັນຕົ້ນ ແລະ ຟັງຊັ່ນການຖ່າຍວີດີໂອຮ່ວມກັນກັບມືຖືເຄື່ອງອື່ນຜ່ານ WLAN ນອກຈາກນີ້ເວລາທີ່ເຮົາລືມ Huawei P8 ຂອງເຮົາເອົາໄວ້ໃນຫ້ອງ ແລ້ວຫາບໍ່ເຫັນອາດຈະຕົກຢູ່ພື້ນ, ຢູ່ກ້ອງໂຊຟາ, ຫລືຕົກຫລົ່ນໄປຕາມຊອກຕຽງ ເຮົາສາມາດເອີ້ນຫາໄດ້ອີກດ້ວຍ ໂດຍທີ່ Huawei P8 ຈະສົ່ງສຽງກັບມາເພື່ອລະບຸຕຳແຫນ່ງ ເຊິ່ງອາດຈະເປັນສຽງເຕືອນປົກະຕິ ຫລື ສຽງເພງທີ່ເຮົາລະບຸໄວ້ກໍ່ໄດ້.

Huawei_P8_SC_014

ເຄື່ອງຫລິ້ນເພັງຫນ້າຕາສວຍງາມຫລາຍ Huawei P8 ຈະມາພ້ອມລະບົບສຽງ dts ບໍ່ສາມາດປັບແຕ່ງ EQ ເອງໄດ້ແຕ່ຈະມີໃຫ້ເລືອກພຽງແຕ່ເປີດ ຫລື ປິດລະບົບສຽງ dts ເທົ່ານັ້ນ ແລະ ຍັງມີວິທະຍຸມາໃຫ້ ເຊິ່ງກໍ່ລຽບໆບໍ່ມີລູກຫລິ້ນຫຍັງເປັນພິເສດ.

Huawei_P8_SC_015

ເຄື່ອງຫລິ້ນວີດີໂອກໍ່ຮອງຮັບລະບົບສຽງ dts ສາມາດຫລິ້ນ Full HD 1080P ໄດ້ລ່ຽນໄຫລດີຫລາຍ

Huawei_P8_SC_016

Huawei_P8_SC_017

ທົດສອບດ້ວຍເກມຢ່າງ Marvel Contest of Champions ແລະ Implosion: Never Lose Hope ມື່ນໄຫລດີຫລາຍ ບໍ່ມີສະດຸດເລີຍ.

Huawei_P8_SC_018

Huawei P8 ມາກັບກ້ອງຄວາມລະອຽດ 13MP ແລະ ກ້ອງຫນ້າຄວາມລະອຽດ 8MP ເຊິ່ງມາພ້ອມໂຫມດໂປຣຄ້າຍກ້ອງ DSLR ແລະ ມາພ້ອມ DSLR-Level Independent Image Signal Processor (ISP)  ເຊິ່ງຈະຊ່ວຍລົດ Noise ໃຫ້ຫນ້ອຍລົງ ແລະ ເກັບລາຍລະອຽດຂອງພາບໃຫ້ດີຍິ່ງຂຶ້ນ ລວມທັງຍັງເປັນຄັ້ງທຳອິດເທິງສະມາດໂຟນທີ່ມາພ້ອມກ້ອງທີ່ມີເຊັນເຊີ້ RGBW (4ສີ) ແລະ ລະບົບກັນສັ່ນ OIS

ແລະ ຍັງສາມາດຖ່າຍພາບໄຟໄດ້ຫລາກຫລາຍຊະນິດດ້ວຍໂຫມດຖ່າຍພາບສຳເລັດຮູບເຊັ່ນ: ແສງໄຟລົດ, ການຖ່າຍແສງໄຟເປັນເສັ້ນໆ, ຖ່າຍລະອອງນ້ຳຕົກໃຫ້ເບິ່ງແລ້ວເປັນເສັ້ນນຸ້ມໆແບບມືອາຊີບ, ຖ່າຍພາບດວງດາວ ເຫລົ່ານີ້ສາມາດເຮັດໄດ້ງ່າຍໆໂດຍບໍ່ຕ້ອງປັບຕັ້ງຄ່າຫຍັງເລີຍ ເພາະມີໂຫມດຖ່າຍພາບແບບອັດຕະໂນມັດມາໃຫ້ແລ້ວ.

ນອກຈາກນີ້ຍັງມີໂຫມດ Beauty ເຊິ່ງສາມາດປັບແຕ່ງໄດ້ເຖິງ 10 ລະດັບມາໃຫ້ໃຊ້ງານກັນດ້ວຍ ສາມາດປັບ ​ISO ໄດ້ສູງເຖິງ 1600 ແລະ ປັບ EV ຫລື ຊົດເຊີຍແສງໄດ້ດ້ວຍ (ເມນູຢູ່ເລິກລົງໄປຫນອ່ຍຫນຶ່ງ), ຖ່າຍພາບໃນໂຫມດ HDR ແລະ ສາມາດຖ່າຍພາບອອກມາດກ່ອນແລ້ວສາມາດເລືອກຈຸດໂຟກັສຕາມຫລັງກໍ່ໄດ້ ຍັງສາມາດໃສ່ລາຍນ້ຳເທ່ໆລົງໃນຮູບໄດ້ຢ່າງງ່າຍດາຍ (ມີໃຫ້ເລືອກເຖິງ 27 ລາຍ)

ຕອ້ງບອກວ່າກ້ອງຂອງ Huawei P8 ຖ່າຍໄດ້ຄັກ ແລະ ມ່ວນຫລາຍຟັງຊັ່ນຫລວງຫລາຍ ແລະ ໃຊ້ງານງ່າຍ, ຈັບໂຟກັສໄດ້ໄວ ທັງສະພາບແສງກາງເວັນ ແລະ ກາງຄືນ ພາບທີ່ໄດ້ກໍ່ຫນ້າປະທັບໃຈຫລາຍ ເປັນສະມາດໂຟນອີກລຸ້ນທີ່ມາພ້ອມກັບກ້ອງຄຸນະພາບທີ່ດີຫລາຍ ທັງກ້ອງຫນ້າ ແລະ ກ້ອງຫລັງເລີຍ ຄົນທີ່ມັກການຖ່າຍຮູບແບບ Selfie ຮັບຮອງວ່າຕ້ອງຕິດໃຈກັນເລີຍ ເຮົາມາຊົມຕົວຢ່າງພາບຖ່າຍຈາກ Huawei P8 ຫລາກຫລາຍສະພາບແສງ ແລະ ຍັງໄດ້ຖ່າຍພາບໄຟເປັນເສັ້ນມາຝາກກັນອີກດ້ວຍ (ແນະນຳໃຫ້ໃຊ້ຂາຕັ້ງກ້ອງຈະດີທີ່ສຸດເນາະ)

ຕົວຢ່າງພາບຖ່າຍຈາກ Huawei P8

Huawei_P8_Camera_001

Huawei_P8_Camera_002

Huawei_P8_Camera_003

Huawei_P8_Camera_005

Huawei_P8_Camera_004

Huawei_P8_Camera_006

Huawei_P8_Camera_008

Huawei_P8_Camera_009

Huawei_P8_Camera_007

Huawei_P8_Camera_028

Huawei_P8_Camera_029

Huawei_P8_Camera_010

Huawei_P8_Camera_011

Huawei_P8_Camera_014

Huawei_P8_Camera_015

Huawei_P8_Camera_012

Huawei_P8_Camera_013

Huawei_P8_Camera_017

Huawei_P8_Camera_016

Huawei_P8_Camera_021

Huawei_P8_Camera_022

Huawei_P8_Camera_023

Huawei_P8_Camera_024

Huawei_P8_Camera_026

Huawei_P8_Camera_027

Huawei_P8_Camera_030

Huawei_P8_Camera_019

Huawei_P8_Camera_020

ຂໍ້ດີຂອງ Huawei P8

  1. ໂຕເຄື່ອງສວຍງາມຫລາຍ ວັດສະດຸໂລຫະຄຸນນະພາບສູງ ງານປະກອບຮຽບຮ້ອຍ, ແຂງແຮງດີຫລາຍ ແລະ ບາງເບົາ
  2. ສະເປັກສູງ ການໃຊ້ງານລ່ຽນໄຫລດີຫລາຍ UI ສວຍງາມຫນ້າໃຊ້
  3. ຟັງຊັ່ນພາຍໃນຫລາກຫລາຍຫນ້າໃຊ້ງານ
  4. ກເອງຄຸນນະພາບດີຫລາຍ ທັງກ້ອງຫນ້າ ແລະ ກ້ອງຫລັງຖ່າຍພາບກາງຄືນໄດ້ໂດດເດັ່ນ
  5. ແບັດເຕີລີ້ ທົນໃຊ້ໄດ້ເລີຍ

ຂໍ້ດ້ອຍຂອງ Huawei P8

  1. ພົບ Bug ໃນແອັບຯ Line ເລັກນອ້ຍ
  2. ຍັງໄດ້ຮັບອິດທິພົນຈາກ Apple ຢູ່ແຕ່ບໍ່ຫລາຍ

Huawei_P8_027

Huawei_P8_049

Huawei_P8_050

Huawei ມີການນຳເອົາອຸປະກອນເສີມຢ່າງເຊັ່ນ: Case ເຂົ້າມາວາງຈຳຫນ່າຍອີກດ້ວຍ ເທົ່າທີ່ເຫັນມີທັງແບບໃນພາບ ແລະ ແບບ Flip Cover ສາມາດຊື້ຫາໄປໃຊ້ກັນໄດ້ແລ້ວ (ແຕ່ມີຄົນໄປຊື້ Huawei P8 ມາແລ້ວມີ Case ແຖມມາໃຫ້ອີກໃດ ^_^)

Huawei_P8_051

Huawei_P8_052

ສຳລັບ Huawei P8 ເປັນສະມາດໂຟນທີ່ຫນ້າປະທັບໃຈຫລາຍ ຫນ້າຕາສວຍງາມ, ວັດສະດຸ ແລະ ການປະກອບຄຸນນະພາບສູງ, ການໃຊ້ງານລ່ຽນໄຫລດີ, ກ້ອງກໍ່ຄຸນນະພາບດີຫລາຍ ແຖມຍັງມີລູກຫລີ້ນຖ່າຍພາບກາງຄືນໄດ້ດີອີກດ້ວຍ ໃນລາຄາ 15.990 ບາດ ຫລື ປະມານ 3.997.500 ກີບ ຖືວ່າເປັນຕົວເລືອກທີ່ຫນ້າສົນໃຈຫລາຍ ຈະມີຕິກໍ່ພຽງແຕ່ມີ Bugs ໃນແອັບຯ Line ເຊິ່ງອາດຈະບໍ່ໄດ້ພົບບັນຫາດຽວກັນທຸກຄົນກໍ່ເປັນໄປໄດ້.

Huawei_P8_035

Huawei_P8_034

ແລ້ວລໍຖ້າອ່ານຣີວິວ Huawei TalkBand B2 ສາຍຮັດຂໍ້ມືເພື່ອສຸຂະພາບສຸດຫລູ ທີ່ສາມາດໃຊ້ງານເປັນຫູຟັງບູທູດໄດ້ດ້ວຍ ໄວໆນີ້….ຂໍບອກໄວ້ກ່ອນວ່າເລື່ອງຄວາມສວຍງາມ ຄວາມຫລູຫລາ ມັນຄືທີ່ສຸດໄປເລີຍ ອອກແບບມາໄດ້ສຸດຍອດແທ້ໆ!! ສວ່ນເລື່ອງການໃຊ້ງານລໍຖ້າ ຣີວິວອີກເນາະ… ບໍ່ດົນເກີນລໍ ^_^

[gradeA]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version