Advertisement

ຣີວິວ Huawei G7 PLUS ຄົບເຄື່ອງເທົ່ານີ້ໍ່ພໍແລ້ວ

 

Advertisement

อ่านรีวิวภาษาไทย>>รีวิว Huawei G7 plus ของดีที่ราคาหมื่นต้นๆ<<

ສະມາດໂຟນໂຕໃຫມ່ຂອງ Huawei ທີ່ເນັ້ນການເຮັດວຽກດ້ານການຖ່າຍພາບ ແລະ ຟັງຊັ່ນຄົບເຄື່ອງຮອບໂຕ ເຊິ່ງຫນ້າຈະເປັນໂຕສຸດທ້າຍປາຍປີ 2015 ທີ່ອອກມາໃນຊ່ວງລາຄາຫມື່ນຕົ້ນໆ

ຫລັງການທົດສອບໃຊ້ງານ Huawei G7 PLUS ມາຈົນເຖິງວັນນີ້ ກໍ່ໃຫ້ຄຳຕອບໄດ້ວ່າເປັນເຄື່ອງທີ່ີດີ ຄວາມຈິງແລ້ວສຳລັບສະມາດໂຟນ Huawei ນັບຕັ້ງແຕ່ P8 ເປັນຕົ້ນມາມີປະສິດທິພາບ ແລະ ໃຫ້ປະສົບການໃຊ້ງານທີ່ດີເກືອບທຸກລຸ້ນເລີຍ ລວມເຖິງເຄື່ອນີດ້ວຍເຊັ່ນກັນ.

Huawei g7 plus 2

Huawei ຕັ້ງໃຈຊູຈຸດເດັ່ນຂອງ G7 PLUS ມາໃນເລື່ອງຂອງການຖ່າຍພາບໂດຍມີການໃສ່ຈຸດເດັ່ນມາໃນເລື່ອງຂອງຮາດແວ ແລະ ຊັອບແວໂດຍໃນດ້ານຮາດແວມີການໃສ່ເລເຢີ້ບໍລິເວນເລນກ້ອງເພີ່ມເຂົ້າມາອີກຊັ້ນເພື່ອປ້ອງກັນ ແລະ ຫລຸດຮອຍນີ້ວມື ພາບຈະໄດ້ບໍ່ມົວໃນຂະນະຖ່າຍ ໃຊ້ກະຈົກເລນແບບເຊັບໄຟ ເພື່ອໃຫ້ເກີດຮອຍໄດ້ຍາກທີ່ສຸດ, ມີລະບົບການກັນສັ່ນ (OIS) ທີ່ດີທີ່ສຸດຂອງທາງ Huawei ເຊິ່ງສາມາດຫລຸດການສັ່ນໄດ້ເຖິງ 1.2 ອົງສາ (ທຽບເປັນສອງເົທ່າຂອງ OIS ໃນ iPhone 6) ຄວາມລະອຽດກ້ອງຫລັງ 13 ລ້ານພິກເຊວ, ກ້ອງຫນ້າ 5 ລ້ານພິກເຊວ.

Huawei g7 plus 10

ໂຕຊັອບແວກ້ອງຂອງ Huawei G7 PLUS ຈະມາພ້ອມໂຫມດຖ່າຍພາບຫລາຍໂຕທີ່ຈະນຳມາໃຊ້ງານກັນໄດ້ໃນຫລາຍສະຖານະການ ເຊັ່ນການຖ່າຍພາບອາຫານທີ່ຈະເພີ່ມໂທນສີໃຫ້ອາຫານເບິ່ງແລ້ວຫນ້າກິນຂື້ນອັດຕະໂນມັດ ແລະ ໂຫມດຖ່າຍພາບບີວຕີ້ທີ່າະຫລາດຫລາຍ ເພາະມັນສາມາດຕື່ມແປ້ງ, ແກ້ມແດງ, ຕື່ມຂົນຕາ ໃຫ້ເຮົາໄດ້ດ້ວຍ ຈະເຫັນວ່າໃສ່ມາເຕັມໃນເລື່ອງຂອງກ້ອງ ແຕ່ຄຸນະພາບຈະເປັນແບບໃດ ມີຕົວຢ່າງພາບຖ່າຍດ້ານລຸ່ມບົດຣີວີວນີ້ໃຫ້ເບິ່ງກັນ.

ຕົວເຄື່ອງ

Huawei G7 PLUS ຫນ້າຈໍ 5.5 ນີ້ວ ກະຈົກຈໍແບບ 2.5D ຈໍພາບຄວາມລະອຽດ FullHD ແບບ RGBW ເຮັດໃຫ້ຈໍພາບມີຄວາມສະຫວ່າງຫລາຍຂື້ນ (ເພາະເມັດພິກເຊວມີໂຕທີ່ໃຫ້ແສງຂາວແຊມຢູ່ດ້ວຍນັ້ນເອງ) ມັນສົ່ງຜົນລວມເຖິງພາບຖ່າຍ ທີ່ເຮົາຖ່າຍມາຈາກໃນທີ່ມືດກໍ່ຈະເຫັນລາຍລະອຽດໄດ້ດີຂື້ນດ້ວຍ. ມຸມມອງກວ້າງ ຕົວກະຈົກ 2.5D ເຮັດໃຫ້ເຄື່ອງເບິ່ງຫລູຫລາ ແລະ ບໍ່ຫນ້າຈະຕິດຟີມກັນຮອຍຍາກ ເພາະມັນໂຄ້ງເລັກນ້ອຍບໍລິເວນຂອບໆເທົ່ານັ້ນ.

P1040434

ໂຕບໍດີ້ເປັນໂລຫະຍົກເວັ່ນສ່ວນຂອງຝາປິດເສົາສັນຍານດ້ານຫລັງເທິງລຸ່ມເທົ່ານັ້ນທີ່ເປັນພາສຕິກ ດ້ານຫລັງເປັນທີ່ສະແກນລາຍນີ້ວມື ເຊິ່ງມີຄວາມຖືກຕ້ອງສູງ ທັຊເປີດເຄື່ອງ ແລະ ປົດລັອກໄດ້ທັນທີ ໂດຍບໍ່ຕ້ອງກົດປຸກເຄື່ອງກ່ອນ ມີຟັງຊັ່ນການສະແກນນີ້ວທີ່ຕ່າງກັນເພື່ອເຂົ້າໂປຣໄຟລລັບເຊັ່ນການເຊື່ອງຟຫລືແອັບຯທີ່ບໍ່ຕ້ອງການໃຫ້ຄົນເຫັນໂດຍການຕັ້ງຄ່າໄວ້ວ່າຈະໃຊ້ນີ້ງໃດໃນການປົດລັອກ.

Huawei G7 PLUS ຮອງຮັບສອງຊິມກາດ 4G LTE / 3G ທຸກເຄືອຂ່າຍໃນປະເທດໄທ (ຢູ່ບ້ານເຮົາຍັງບໍ່ແນ່ໃຈ ຖ້າໄຜເຄີຍໃຊ້ກໍ່ມາບອກກັນແດ່ເດີ..) ທັງສອງສລັອດຮອງຮັບການໃຊ້ງານ 4G ທັງຄູ່ຈະໃສສລັອດໃດກໍ່ໄດ້ ແຕ່ໃນສະລັອດທີຫນຶ່ງເຮົາຕ້ອງເລືອກວ່າຈະໃສ່ເປັນຊິມກາດ ຫລື ໃສ່ເປັນ Micro SD ເພື່ອເພີ່ມຫນ່ວຍຄວາມຈຳແທນ ໃສ່ໄດ້ຢ່າງໃດຢ່າງຫນຶ່ງເທົ່ານັ້ນ

P1040429
ທັງສອງສະລັອດຊິມຈະໃຊ້ຊິມເປັນແບບຊະນິດນາໂນທັງຄູ່ ໃສ່ຊິມລັກສະນະນີ້.

ຂອບເຄື່ອງດ້ານລຸ່ມເປັນຄືກັບລຳໂພງຄູ່ ແຕ່ຄວາມຈິງແລ້ວເປັນລຳໂພງຂ້າງດຽວ ລຳໂພງເອົາໄວ້ບໍລິເວນນີ້ກໍ່ດີ ເພາະເວລາວາງເຄື່ອງນອນຫງາຍ ນອນຂວ້ຳກໍ່ບໍ່ບັງສຽງ ສ່ວນຄຸນະພາບສຽງນັ້ນປານກາງ ລຳໂພງສຽງບໍ່ແຕກ, ສຽງບໍ່ດັງຫລາຍ

Huawei g7 plus 3

ຫນ່ວຍປະມວນຜົນຂອງ Huawei G7 PLUS ທາງ Huawei ແຈ້ງວ່າໃຊ້ເປັນໂຕ Snapdragon 616 ແປດຫົວ 1.5GHz-1.2GHz ແຕ່ທົດສອບດ້ວຍໂປຣແກມ CPU-Z ມັນກໍ່ຍັງແຈ້ງວ່າເປັນ Snapdragon 615 ສ່ວນແຣມໃນເຄື່ອງມີຂະຫນາດ 3GB ຫນ່ວຍຄວາມຈຳພາຍໃນ 32GB (ຮອງຮັບ Micro SD Card ສູງສຸດ 128GB)

ການໃຊ້ງານພາຍໃນ

ຄວາມລ່ຽນໄຫລໃຫ້ເກືອບເຕັມ ປະສິດທິພາບສູງແລ້ວໃນການເຮັດວຽກທົ່ວໆໄປ ເປີດປິດ, ເຂົ້າໆ ອອກໆ ແອັບຯກໍ່ເຮັດໄດ້ໄວດີ ມີອາການຣີໂຫລດຫນ້າໂຮມໃຫມ່ບາງຄັ້ງໃນລະດັບປົກະຕິ ຈຸດເດັ່ຍຂອງ UI Huawei ຄືຄວາມຊັບຊ້ອນບໍ່ວ່າມັນຈະເປັນຂໍ້ດີ ຫລື ຂໍ້ເສີຍແຕ່ສຳລັບຄົນທີ່ເຂົ້າໃຈການໃຊ້ງານມັນແລ້ວ ຈະເຫັນວ່າມັນເປັນ UI ທີ່ຄິດມາຫລາຍ ຄົບເຄື່ອງ ແລະ ເຂົ້າເຖິງການຈຳກັດຄ່າຕ່າງໆໄດ້ຫລາຍ.

ຄຳແນະນຳສຳລັບຄົນໃຊ້ງານທົ່ວໄປທີ່ບໍ່ຕ້ອງການໄປຫຍຸ້ງກັບຄວາມສາມາດໃນການຈຳກັດຄ່າຕ່າງໆຂອງມັນ ກໍ່ພຽງບໍ່ຕ້ອງໄປຫຍຸ້ງ ຄ່າປົກະຕິທີ່ເຂົາຕັ້ງມາໃຫ້ນັ້ນ ກໍ່ດີຢູ່ແລ້ວແຫລະ ແລ້ວຄ່ອຍໆທຳຄວາມເຂົ້າໃຈກັບມັນໄປເທື່ອລະເລື່ອງ ກໍ່ຈະຮູ້ສຶກມັກເອງແຫລະ ຫລື ຖ້າບໍ່ມັກທາງ Huawei ກໍ່ໃສ່ໂຫມດການໃຊ້ງານແບບ “ ງ່າຍ” ເອົາມາໄວ້ໃຫ້ ເປັນໂຫມດການເຮັດວຽກແບບງ່າຍໆ ທີ່ມີໄອຄອນໃຫຍ່ໆເອີ້ນໃຊ້ຂຶ້ນມາສະແດງບໍ່ເທົ່າໃດໂຕ.

review Huawei G7 plus 00019

ສ່ວນຫນ້າ UI ປົກະຕິຍັງຄົງສະໄຕເດີມຂອງ Huawei ບໍ່ມີຫນ້າ AppDrawer ແລະ ມີ Themes ໃຫ້ເລືອກປ່ຽນມາໃຊ້ໄດ້ລວມເຖິງການຕັ້ງຄ່າຮູບແບບການສະໄລ້ຫນ້າໂຮມ ເລື່ອງຂອງການແຕ່ງຫນ້າໂຮມ ເຮັດໄດ້ບໍ່ມີເບື່ອເລີຍ.

ໃນສ່ວນການຈັດການພາຍໃນໂຕເຄື່ອງຂອງ Huawei ເປັນແບຣນທີີ່ອະນຸຍາດໃຫ້ເຮົາກຳນົດຄ່າຕ່າງໆໄດ້ຫລາຍ ຕັ້ງແຕ່ການຈັດການຊິມກາດ ສາມາດຍ້າຍລະບຸການໃຊ້ງານຂອງສອງຊິມໄດ້ຈາກການຕັ້ງຄ່າພາຍໃນ ການຕັ້ງຄ່າໂທນສີຂອງການສະແດງຜົນ ເປີດປິດໄຟສະແດງສະຖານະ ເປີດປິດການສະແດງຄວາມໄວຂອງການຮັບສົ່ງຂໍ້ມູນ.

ການຈັດການການແຈ້ງເຕືອນໂດຍເຮົາລະບຸໄດ້ເປັນລາຍແອັບຯເລີຍວ່າຕ້ອງການໃຫ້ມັນແຈ້ງເຕືອນໃນທີ່ຈຸດໃດແດ່ ເຊິ່່ມີສາມຈຸດສຳຄັນນັ້ນຄືແຈ້ງເຕືອນໃນແຖບການແຈ້ງເຕືອນ, ໃນຫນ້າແຈ້ງເຕືອນ ແລະ ຫນ້າຈໍເມື່ອລັອກ ເຮົາກຳນົດໄດ້ວ່າໃຫ້ແອັບຯໃດແຈ້ງເຕືອນຫລືບໍ່ແຈ້ງເຕືອນທີ່ໃດແດ່.

ລະບຸແອັບຯທີ່ຕ້ອງການໃຫ້ເຊື່ອມຕໍ່ເຄືອຂ່າຍ ຫລື ຕ້ອງການຈະປິດກັ້ນ ເພື່ອການປະຫຍັດພະລັງງານ ປະຫຍັດປະລິມານການໃຊ້ຂໍ້ມູນໃນແອັບຯທີ່ເຮົາຄິດວ່າບໍ່ຈຳເປັນ.

ໃນເຄື່ອງ Huawei G7 PLUSຈະມີຟັງຊັ່ນພິເສດໃຫ້ເຮົາໃຊ້ງານໃນຫນ້າເມນູ “ການຄວບຄຸມການເຄື່ອນໄຫວ” ໂດຍຈະມີໃຫ້ເຮົາເປີດປິດຟັງຊັ່ນການເຄາະຫນ້າຈໍສອງຄັ້ງເພື່ອລັອກເຄື່ອງ, ການແຕ້ມໂຕອັກສອນເທິງຫນ້າຈໍເພື່ອເອີ້ນໃຊ້ງານດ່ວນຕາມທີ່ເຮົາຕັ້ງຄ່າໄວ້ ແລະ ການໃຊ້ງານເຊັນເຊີ້ກວດຈັບການເຄື່ອນໄຫວໃນການສັ່ນເຄື່ອງເພື່ອຈັດໄອຄອນແອັບຯເທິງຫນ້າທຳອິດ ແລະ ຂວ້ຳເຄື່ອງເພື່ອປິດສຽງໄດ້.

ປຸ່ມຄວບຄຸມຫລັກສາມປຸ່ມດ້ານລຸ່ມຈະເປັນປຸ່ມເທິງຫນ້າຈໍແບບທັສ ຂໍ້ດີຄືມັນສາມາດກຳນົດຄ່າໄດ້ວ່າໃຫ້ຈັດລຽງປຸ່ມດ້ານລຸ່ມນີ້ແບບໃດ.

review Huawei G7 plus 00032

ແປ້ນພິມຂອງເຄື່ອງ Huawei ສ່ວນໃຫຍ່ຈະໃຊ້ເປັນແອັບຯຄີບອດ Swype ເຊິ່ງສ່ວນໂຕບໍ່ຖະຫນັດ ແລະ ບໍ່ມັກເລີຍ ແຕ່ດ້ວຍລະບົບແອັນດຣອຍມັນສາມາດປ່ຽນຄີບອດໄດ້ສາມາດຫາຄີບອດໂຕທີ່ຖະຫນັດກວ່າມາໃຊ້ງານໄດ້ຈາກ Google PlayStore ໄດ້ເລີຍ ແຕ່ຖ້າໄຜທີ່ມັກຄີບອດ Swype ຢູ່ແລ້ວກໍ່ຕາມຖະຫນັດເລີຍ.

ຫນ່ວຍຄວາມຈຳພາຍໃນ 32GB ໃຊ້ໄດ້ແທ້ 24.72GB ເລືອກຕຳແຫນ່ງການຕິດຕັ້ງແອັບຯເລີ່ມຕົ້ນໄດ້ວ່າຈະໃຫ້ຈັດເກັບແອັບຯລົງຫນ່ວຍຄວາມຈຳເຄື່ອງ ຫລື ຈະໃຫ້ໄປລົງຫນ່ວຍຄວາມຈຳພາຍນອກ(ຖ້າຮອງຮັບ) ສາວນແບັດຯຂະຫນາດ 3,000 mAh ເປັນມາດຕະຖານໄປແລ້ວຄວາມອຶດໃນການໃຊ້ງານກໍ່ພໍໆກັນໄປຫມົດ ສຳລັບເຄື່ອງທີ່ໃຊ້ແບັດຯ 3,000 mAh ໃນຊ່ວງນີ້ ໃຊ້ງານໄດ້ວັນຕໍ່ວັນ ພຽງພໍໃຊ້ງານໄດ້ຢູ່ ສຳຄັນຄືຫນ້າຈໍຖ້າເປີດຕິດຕໍ່ກັນກໍ່ສາມາດຫມົດໄດ້ພາຍໃນເວລາປະມານ 5 ຊົ່ວໂມງ (ເປີດຕໍ່ເນື່ອງ)

ທົດສອບການຫລີ້ນເກມ ເປີດຫນັງ FullHD ແລະ ການເຂົ້າເວັບລ່ຽນໄຫລດີ ປະສິດທິພາບພຽງພໍແລ້ວ ສະບາຍໆສຳລັບການຫລີ້ນເກມ ທົດສອບກັບເກມ HD ເຊັ່ນ: Nova3, God of Rome ກໍ່ມີຄວາມຮູ້ສືກວ່າບໍ່ 100% ມີອືດແດ່ ແຕ່ຢູ່ໃນລະດັບຫລີ້ນໄດ້.

ທົດສອບການຈັບສັນຍານ GPS ພາຍນອກອາຄານເຮັດໄດ້ໄວດີ ເຖິງບໍ່ໄດ້ເປີດເນັດຊ່ວຍກໍ່ຕາມ.

P1040438

ຜົນທົດສອບຕ່າງໆ

ການຖ່າຍພາບ

ສຳລັບເລື່ອງການຖ່າຍພາບຂອງ Huawei G7 PLUS ທີ່ທາງ Huawei ແນະນຳວ່າເປັນທີເດັດ ກໍ່ຕ້ອງບອກວ່າມັນກໍ່ດີ ແຕ່ບໍ່ໄດ້ດີເຖິງຂະຫນາດທຽບກັບເຄື່ອງລະດັບສູງໃນປະຈຸບັນ ມັນດີຫລາຍພໍໃຊ້ງານໄດ້ໃນຫລາຍສະຖານະການ ການຖ່າຍພາບບຸກຄົນ, ທ່ອງທ່ຽວ, ການຖ່າຍພາບອາຫານຂອນຂ້າງສວຍງາມຫລາຍໂດຍສະເພາະມັນມີໂຫມດການຖ່າຍຮູບຕ່າງໆທີ່ເຂົ້າມາຊ່ວຍໃຫ້ເຮົາຖ່າຍພາບໄດ້ດີຂື້ນ.

DSC01501-610x407

ຕົວຢ່າງພາບຖ່າຍ

ດ້ານຊ້າຍພາບທຳມະດາ – ດ້ານຂວາເປີດໂຫມດຖ່າຍພາບອາຫານ

IMG_20090101_024909-horz-610x407

IMG_20090101_025027-horz-610x407

IMG_20150918_200408-horz-610x407

IMG_20150918_200759-horz-610x407

IMG_20150920_143103-horz-610x407

ຕົວຢ່າງພາບຖ່າຍໃນທີ່ແສງຫນ້ອຍ

ສະຫລຸບເລື່ອງຂອງການຖ່າຍພາບໃຫ້ຢູ່ມນເກນທີ່ດີ ຖ່າຍເພີນ ມີກະຈົກເລນທີ່ດີ ເກີດຮອຍນີ້ວມືຫນ້ອຍ ແລະ ເກີດຮອຍຍາກກວ່າປົກະຕິ ລວມເຖິງຄຸນສົມບັດການກັນສັ່ນທີ່ໃສ່ເຂົ້າມາກໍ່ຊ່ວຍໃຫ້ໄດ້ພາບທີ່ຄົມງ່າຍຂື້ນໃນຕອນແສງນ້ອຍ ແຕ່ກໍ່ດີໃນລະດັບຄຸນນະພາບມືຖື ແລະ ມີໂຕທີ່ເຮັດໄດ້ດີກ່ວາ ເຊິ່ງລາຄາກໍ່ສູງກວ່າຕາມໄປດ້ວຍເຊັ່ນກັນ.

ສະຫລຸບທ້າຍຣີວິວ

Huawei ດຽວນີ້ເປັນແບຣນທີ່ຜະລິດມືຖືທີ່ມີຄຸນນະພາບ ຫລາຍເຄື່ອງໃຊ້ງານແລ້ວເຂົ້າຕາ ເຖິງວ່າລາຄາຈະບໍ່ຖືກເທົ່າກັບແບຣນຈາກຈີນອື່ນໆ ແລະ ສຳລັບ Huawei G7 plus ເປັນເຄື່ອງທີ່ໃສສະເປັກເຂົ້າມາກຳລັງດີ ໃສ່ຈຸດເດັ່ນເຂົ້າມາຫລາຍໆຢ່າງທີ່ເຮົາໄດ້ໃຊ້ງານກັນ ແລະ ເຮັດຊັອບແວມາດີ ເຮັດໃຫ້ການເຮັດວຽກມີປະສິດທິພາບ ກ້ອງຖ່າຍພາບໃຊ້ໄດ້ ຮອງຮັບສີ່ຈີ ທຸກເຄືອຂ່າຍ ແລະ ໃຊ້ງານໄດ້ທັງສອງຊິມ ບໍ່ໄດ້ດີເດັ່ນອະລັງການຫລາຍ ແຕ່ການໃຊ້ງານຄົບເຄື່ອງ ແລະ ຢູ່ໃນມາດຕະຖານທີ່ຫນ້າໃຊ້ ຖ້າໄຜທີ່ມັກຕົວເຄື່ອງ, ມັກຖ່າຍຮູບ ແລະ ລາຄານີ້ຈ່າຍໄດ້ ກໍ່ຖືວ່າຄຸ້ມຄ່າ.

 

อ่านรีวิวภาษาไทย>>รีวิว Huawei G7 plus ของดีที่ราคาหมื่นต้นๆ<<

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version