Advertisement

อ่านรีวิวภาษาไทย >>

รีวิว dtac Phone Eagle X 4G หรูหรากว่าที่เคย สเปคน่าจับตามอง รองรับ 4G LTE <<

 

Dtac Phone Eagle X 4G ເປັນສະມາດໂຟນລຸ້ນລ່າສຸດຈາກທາງ Dtac ໂດຍຈະເປັນ Dtac phone ລຸ້ນທຳອິດທີ່ຮອງຮັບ 4G LTE ເລີ່ມຕົ້ນສຳຜັດຖືວ່າຫລູຫລາຫລາຍ ແລະ ມີຈຸດເດັ່ນຫນ້າສົນໃຈຫລາຍຈຸດ ທັງຫນ້າຈໍ In-cell IPS ຂະຫນາດ 5 ນີ້ວຂອບກະຈົກໂຄ້ງ 2.5D ຄືກັບ iPhone ແລະ ການອອກແບບຖຕເຄື່ອງທີ່ຄ້າຍໆກັບ iPhone 6 ຫລາຍ ງານປະກອບແບບ Unibody ໃຫ້ຄວາມຮູ້ສຶກມີລະດັບ ແລະ ປຸ່ມໂຮມດ້ານລຸ່ມເຮັດຫນ້າທີ່ເປັນ Notification Light ເບິ່ງແລ້ວສະດຸດຕາຫລາຍ ແລະ ລາຄາເປີດໂຕຢູ່ທີ່ 5,990 ບາດ.

Advertisement

dtac_Phone_4G_Eagle_X_001

 

Dtac Phone Eagle X 4G ມາພ້ອມກັບໂປຣໂມຊັ່ນຫນ້າສົນໃຈດັ່ງນີ້:

  • ຊື້ມື້ນີ້ຮັບສ່ວນຫລຸດຄ່າບໍລິການລາຍເດືອນສູງສຸດ 3,600 ບາດເມື່ອສະຫມັກແັພກເກັດ Love & Roll
  • ດີວດີ໋ດີ! ຊື້ເຄື່ອງພ້ອມກັບແພັກເກັດໃດກໍ່ໄດ້ຮັບລະຫັດຄູປອງເງິນສົດ 1,444 ບາດ (ບໍ່ມີຍອດຊື້ຂັ້ນຕ່ຳ) ສຳລັບຊື້ເຄື່ອງ 4G
  • ເຄື່ອງປະກັນສູນດົນເຖິງ 15 ເດືອນ
  • ສົ່ງຟຣີເຖິງບ້ານ ທົ່ວໄທເມື່ອຊື້ຜ່ານເວັບຂອງ Dtac https://www.dtac.co.th/device/dtac%20/%20happy/eagle-x-4-g.html

dtac_Phone_4G_Eagle_X_002

 


 

ສະເປັກຂອງ Dtac Phone Eagle X 4G

  • 3G HSDPA 850 / 2100
  • 4G LTE 1800 / 2100
  • HSPA 21.1/5.76 Mbps
  • ຮອງຮັບການໃຊ້ງານ 2 ຊິມ
  • ຂະຫນາດໂຕເຄື່ອງ 144 x 70.7 x 7.7 ມມ. ນ້ຳຫນັກ 154 ກຣາມ
  • ຫນ້າຈໍ In-cell IPS ຂະຫນາດ 5 ຄວາມລະອຽດ HD 720P 720 x 1280 pixels (294ppi) ຂອບກະຈົກໂຄ້ງ 2.5D, ກະຈົກ Gorilla Glass 3
  • Android 5.0.2 Lollipop ປັບແຕ່ງ່ທັບດ້ວຍ MiFavor 3.0 UI
  • ຊິບເຊັດ Qualcomm Snapdragon 410 MSM8916
  • CPU Quad-core 1.2 GHz
  • GPU Adreno 306
  • RAM 1GB
  • ຫນ່ວຍຄວາມຈຳພາຍໃນ 8GB ເພີ່ມພາຍນອກໄດ້ສູງສຸດ 32GB
  • ເຊັນເຊີ້ Accelerometer, gyro, proximity, compass
  • Wi-Fi 802.11 b/g/n
  • Bluetooth 4.0
  • microUSB 2.0
  • GPS
  • ກ້ອງຫລັງຄວາມລະອຽດ 8MP, LED flash
  • ກ້ອງຫລັງບັນທຶກວີດີໂອຄວາມລະອຽດ Full HD 1080P
  • ກ້ອງຫນ້າ 5MP
  • ກ້ອງຫນ້າບັນທຶກວີດີໂອຄວາມລະອຽດ Full HD 1080P
  • ແບັດເຕີລີ້ຄວາມຈຸ  2400 mAh
  • ລາຄາເປີດໂຕ 5990 ບາດ

dtac_Phone_4G_Eagle_X_003

ອຸປະກອນໃນກ່ອງຂອງ Dtac Phone Eagle X 4G

  1. ໂຕເຄື່ອງ Dtac Phone Eagle X 4G
  2. ຫູຟັງແບບ Earbud
  3. ສາຍ Micro USB
  4. Charger Adapter
  5. ຄູ່ມື
  6. ເອກະສານແນະນຳເຄື່ອງ ແລະ ໃບຮັບປະກັນ.

dtac_Phone_4G_Eagle_X_006

dtac_Phone_4G_Eagle_X_009

Dtac Phone Eagle X 4G ໃນສ່ວນຂອງໂຕເຄື່ອງ

ໂຕເຄື່ອງຂອງ Dtac Phone Eagle X 4G ອອກແບບຄ້າຍກັບ iPhone 6 ຫລາຍ ວັດສະດຸເປັນປລາສຕິກສີເງິນດ້ານທັງເຄື່ອງ ເຮັດໃຫ້ບໍ່ເປັນຮອຍນີ້ວມື ແລະ ເປັນຮອຍນີ້ວມືໄດ້ຍາກ ຫນ້າຕາໂດຍລວມເບິ່ງແລ້ວ ຫລູຫລາ ມີລະດັບ ຂອຍຈໍບາງ ສວຍງາມຂະຫນາດໂຕເຄື່ອງກະຊັບມື ແລະ ມີນ້ຳຫນັກເບົາ.

ຫນ້າຈໍ In-cell IPS ຂະຫນາດ 5 ນີ້ວຄວາມລະອຽດ HD 720p 720×1280 pixels (294ppi) ຂອບກະຈົກໂຄ້ງ 2.5D, ກະຈົກແບບ Gorilla Galss 3 ສີສົດສວຍງາມ ແລະ ມຸມມອງຫນ້າຈໍກວ້າງຫລາຍ ແລະ ສາມາດປັບຫນ້າຈໍໄດ້ສອງຮູບແບບຄື: ແບບທຳມະດາ ແລະ ແບບສົດໃສ ສາມາດໄປເລືອກໄດ້ໃນການຕັ້ງຄ່າຫນ້າຈໍ.

dtac_Phone_4G_Eagle_X_008

ດ້ານຫນ້າມີກອ້ງຄວາມລະອຽດ 5 MP ແລະ ລຳໂພງສົນທະນາ ສຽງສົນທະນາດັງຊັດເຈນດີ ແລະ ດ້ານຂວາຈະມີເຊັນເຊີ້.

dtac_Phone_4G_Eagle_X_007

dtac_Phone_4G_Eagle_X_005

ດ້ານລຸ່ມຈະມີປຸ່ມສຳຜັດ 3 ປຸ່ມໂດຍເຮົາສາມາດກຳນົດສະຫລັບປຸ່ມໄດ້ເອງໃນເມນູການຕັ້ງຄ່າເຊິ່ງຈະປະກອບດ້ວຍປຸ່ມ Back, Home ແລະ Menu ນອກນັ້ນປຸ່ມ Home ທາງກາງຍັງເຮັດຫນ້າທີ່ເປັນ Notofication Light ອີກດ້ວຍສວຍງາມຫລາຍ.

dtac_Phone_4G_Eagle_X_010

ກ້ອງດ້ານຫລງັຄວາມລະອຽດ 8MP ມາພ້ອມກັບໄຟແຟລສ LED ແລະ ໄມຕັດສຽງລົບກວນຖັດລົງມາເປັນໂລໂກ້ Dtac Phone ແລະ ZTE ດ້ານລຸ່ມຈະມີໂລໂກ້ຂອງ Dtac ແລະ ລຳໂພງຂອງໂຕເຄື່ອງ ສຽງດັງໃຊ້ໄດ້ ແລະ ບໍ່ແຕກ ຖືວ່າການອອກແບບໄດ້ດີລຳໂພງຢູ່ທາງດ້ານຫລັງແຕ່ເວລາທີ່ວາງເທິງໂຕະສຽງກໍ່ບໍ່ບອດ ຍັງດັງຊັດເຈນຢູ່.

dtac_Phone_4G_Eagle_X_011

dtac_Phone_4G_Eagle_X_012

ດ້ານເທິງມີ Port ຫູຟັງຂະຫນາດ 3.5 mm ສ່ວນດ້ານລຸ່ມຈະມີຊ່ອງ Microphone ແລະ  Port  Micro USB

dtac_Phone_4G_Eagle_X_013

dtac_Phone_4G_Eagle_X_014

dtac_Phone_4G_Eagle_X_004

ດ້ານຂວາມີປຸ່ມ Power ແລະ ປຸ່ມປັບລະດັບສຽງ ສ່ວນດ້ານຊ້າຍຈະເປັນຊ່ອງໃສ່ຊິມ (ຮອງຮັບ 2 ຊິມ) ໂດຍຊິມທຳອິດຮອງຮັບການໃຊ້ງານ 4G LTE ສ່ວນຊິມສອງຈະຮອງຮັບ 2G GSM ແລະ ອີກຊ່ອງຈະເປັນຊ່ອງໃສ່ Micro SD Card.
Dtac Phone Eagle X 4G ຈະມາພ້ອມງານປະກອບແບບ Unibody ບໍ່ສາມາດແກະຝາຫລັງອອກໄດ້ເອງ ຈຶ່ງປ່ຽນແບັດຯເອງບໍ່ໄດ້. Dtac Phone Eagle X 4G ມີແບັດຯມາໃຫ້ 2.400 mAh ຈາກການທົດສອບໃຊ້ງານແບັດຯຢູ່ໃນລະດັບກາງໆ ບໍ່ໄດ້ຫມົດໄວເກີນໄປ ຫລືວ່າທົນຫລາຍ ຖ້າໃຊ້ງານທົ່ວໄປ ຫລິ້ນເກມ, ຫລີ້ນ Social Network ເລັກນ້ອຍກໍ່ຢູ່ຫມົດວັນແນ່ນອນ ແຕ່ຖ້າໃຊ້ງານຫລາຍໆແນະນຳວ່າຄວນພົກພາ Power Bank ຕິດໂຕດີກວ່າ.

dtac_Phone_4G_Eagle_X_SC_001

dtac_Phone_4G_Eagle_X_SC_002

dtac_Phone_4G_Eagle_X_SC_003

ຜົນທົດສອບ Dtac Phone Eagle X 4G

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 21815 ຄະແນນ

ທົດສອບດ້ວຍ NeNa Mark II ເຮັດໄປໄດ້ 52.9 fps

ຮອງຮັບ Multi Touch 10 ຈຸດ

GPS ຈັບສັນຍານວ່ອງໄວດີ.

dtac_Phone_4G_Eagle_X_SC_004

dtac_Phone_4G_Eagle_X_SC_005

Dtac Phone Eagle X 4G ເຮັດວຽກເທິງ Android 5.0.2 Lollipop ປັບແຕ່ງທັບດ້ວຍ MiFavor 3.0 UI ຫນ້າຕາການໃຊ້ງານມີການປັບປ່ຽນຈາກ Lollipop ມາດຕະຖານບໍ່ຫລາຍ ຄວາມລ່ຽນໄຫລເຮັດໄດ້ດີຫລາຍ ໃນສ່ວນຂອງການປັບແຕ່ງມີມາໃຫ້ຫລາຍສົມຄວນທັງ Wallpapers ແບບໂທນສີເຊິ່ງສາມາດໂຫລດໂທນສີມາຕົກແຕ່ງຫນ້າຈໍໄດ້ຫລາຍ ແຖມຕັ້ງຊື່ໄດ້ຫນ້າຮັກສຸດໆ ຫລື Wallpapers ຮູບພາບຕ່າງໆກໍ່ມີໃຫ້ເລືອກດາວໂຫລດຢ່າງຈຸໃຈ.

dtac_Phone_4G_Eagle_X_SC_006

dtac_Phone_4G_Eagle_X_SC_007

ແລະ ສາມາດປັບແຕ່ງໃຫ້ພາບ Wallpaper ເບີໄດ້ດ້ວຍ ເຊິ່ງຊ່ວຍໃຫ້ໄອຄອນຕ່າງໆເດັ່ນຂຶ້ນບໍ່ລົບກວນສາຍຕາ ນອກຈາກນີ້ຍັງມີໃຫ້ເລືອກປັບ Transition ໄດ້ເຖິງ 7 ຮູບແບບລວມທັງສາມາດສຳຮອງຂໍ້ມູູນການປັບແຕ່ງຫນ້າຈໍເອົາໄວ້ໃຊ້ໃນອະນາຄົດໄດ້ອີກດ້ວຍ.

dtac_Phone_4G_Eagle_X_SC_008

ປຸ່ມສຳຜັດດ້ານຫນ້າທັງສາມປຸ່ມຂອງ Dtac Phone Eagle X 4G ສາມາດເລືອກສະຫລັບຕຳແຫນ່ງ ແລະ ປຸ່ມໂຮມທາງກາງຍັງເຮັດຫນ້າທີ່ເປັນ Notification Light ໄວ້ແຈ້ງເຕືອນ, ສະແດງກໍລະນີແບັດຯເຫລືອນ້ອຍ ແລະ ຂະນະທີ່ກຳລັງສາກ ເຊິ່ງເຮົາສາມາດເລືອກເປີດ ຫລື ປິດການເຮັດວຽກບ່ອນນີ້ໄດ້ ແລະ Dtac Phone Eagle X 4G ຍັງສາມາເລືອກການສະແດງຜົນຫນ້າຈໍໄດ້ສອງຮູບແບບຄື: ແບບທຳມະຊາດ ແລະ ແບບສົດໃສ ເຊິ່ງສາມາດເຂົ້າໄປເລືອກໃນການຕັ້ງຄ່າຫນ້າຈໍໄດ້ຕາມໃຈມັກເລີຍ.

dtac_Phone_4G_Eagle_X_SC_009

Dtac Phone Eagle X 4G ສາມາດອັບເດດຊັອບແວໄດ້ຜ່ານທາງ OTA ເຊິ່ງເຮັດໃຫ້ອຸ່ນໃຈໄດ້ວ່າຈະມີການອັບເດດຢູ່ຢ່າງສະຫມ່ຳສະເຫມີ ແລະ ແນ່ນອນວ່າ Dtac Phone Eagle X 4G ຍ່ອມຕ້ອງມາພ້ອມກັບແອັບຯທີ່ຫນ້າສົນໃຈຫລາກຫລາຍຈາກທາງ Dtac.

dtac_Phone_4G_Eagle_X_SC_010

ເຄື່ອງຫລີ້ນເພງບໍ່ມີລູກຫລິ້ນຫຍັງເປັນພິເສດແຕ່ເທົ່າທີ່ທົດສອບ ຖືວ່າສຽງດີຫລາຍຖ້າດາວໂຫລດແອັບຯທີ່ຫລິ້ນເພັງດີໆມາໃຊ້ຫນ້າຈະເຫມາະສົມຫລາຍ ແລະ ຍັງມີວິທະຍຸມາໃຫ້ ຈຸດເດັ່ນເລີຍກໍ່ຄືຮອງຮັບຈຸດທົດສະນິຍົມສອງຕຳແຫນ່ງ.

dtac_Phone_4G_Eagle_X_SC_011

dtac_Phone_4G_Eagle_X_SC_011

ຈາກການທົດສອບ Dtac Phone Eagle X 4Gສາມາດຫລິ້ນວີດີໂອຄວາມລະອຽດ Full HD 1080p ໄດ້ຢ່າງລ່ຽນໄຫລ ແລະ ມີຟັງຊັ່ນຫຍໍ້ຫນ້າຈໍຂະຫນາດນ້ອຍ ເພື່ອໃຫ້ເຮົາສາມາດເຮັດຢ່າງອື່ນໄປດ້ວຍໃນຂະນະທີ່ຮັບຊົມວີດີໂອ.

dtac_Phone_4G_Eagle_X_SC_012

ທົດສອບດ້ວຍເກມ Marvel Contest of Champians ລ່ຽນໄຫລດີຫລາຍ ເກມລະດັບນີ້ຍັງຫລີ້ນໄດ້ເກມອື່ນນີ້ບໍ່ຕ້ອງຫ່ວງເລີຍ.

dtac_Phone_4G_Eagle_X_SC_013

dtac_Phone_4G_Eagle_X_SC_015

Dtac Phone Eagle X 4G ກ້ອງຄຸນນະພາບດີຫລາຍກ້ອງຫລັງຄວາມລະອຽດ 8MP ເຊັນເຊິ້ກ້ອງຈາກ ​Toshiba / F2.0 / 5 ເລນ

ກ້ອງຫນ້າຄວາມລະອຽດ 5MP ເຊັນເຊີ້ກ້ອງຈາກທາງ Samsung / F2.0 / ເລນ wide 80 ອົງສາມີ Beauty Mode ໂດຍບໍ່ຕ້ອງເພິ່ງແອັບຯ

ສາມາດບັນທຶກວີດີໂອ Full HD 1080p ໄດ້ທັງຄູ່ອີກດ້ວຍເມນູກ້ອງຖ່າຍຮູບສວຍງາມ ມີໂຫໃດຖ່າຍພາບອັດຕະໂນມັດໃຫ້ເລືອກໃຊ້ຫລາຍ ທັງໂຫມປັບຄ່າ Auto, HDR, Panorama, Beauty, Smile, Photo Clear, Group, Straighten.

ແລະມີໂຫມດໂປຣໃຫ້ເລືອກຫລີ້ນອີກດ້ວຍ ມີທັງໂຕວັດລະນາບຂອງກ້ອງ, ວັດແສງ, ISO 100-1600, Aperture (ຮູຮັບແສງ), White Balance ເຊິ່ງໃຊ້ງານໄດ້ງ່າຍ ແລະ ຊ່ວຍໃຫ້ການຖ່າຍພາບສະຫນຸກສະຫນານຫລາຍຂຶ້ນ ຄຸນະພາບຂອງຮູບຖ່າຍຈາກ Dtac Phone Eagle X 4G ຄົມຊັດດີ ສີສົດສວຍງາມ ລາຍລະອຽດບໍ່ດີປານໃຫ ແຕ່ພາບອອກມາກໍ່ວສວຍງາມ ມາເບິ່ງຕົວຢ່າງພາບຖ່າຍກັນ :D

ຕົວຢ່າງພາບຖ່າຍຈາກ Dtac Phone Eagle X 4G

dtac_Phone_4G_Eagle_X_Camera_001

dtac_Phone_4G_Eagle_X_Camera_002

dtac_Phone_4G_Eagle_X_Camera_003

dtac_Phone_4G_Eagle_X_Camera_004

dtac_Phone_4G_Eagle_X_Camera_005

dtac_Phone_4G_Eagle_X_Camera_006

dtac_Phone_4G_Eagle_X_Camera_007

dtac_Phone_4G_Eagle_X_Camera_009


 

 

ຂໍ້ດີຂອງ Dtac Phone Eagle X 4G

  1. ໂຕເຄື່ອງສວຍງາມຄ້າຍກັບ iPhone 6
  2. ຫນ້າຈໍ In-cell IPS ຂະຫນາດ 5 ນີ້ວຄວາມລະອຽດ HD 720p ຂອບກະຈົກໂຄ້ງ 2.5D, ກະຈົກ Gorilla Glass 3
  3. Android 5.0.2 Lollipop ປັບແຕ່ງທັບດ້ວຍ MiFavor 3.0 UI ການໃຊ້ງານລ່ຽນໄຫລດີ
  4. ຮອງຮັບ 4G LTE ແລະ 2 ຊິມ
  5. ກ້ອງຄຸນະພາບດີ ແລະ ມີໄຫມດຖ່າຍພາບມາໃຫ້ຫລາກຫລາຍພ້ອມກັບໂຫມດໂປຣ

 

ຂໍ້ເສຍຂອງ Dtac Phone Eagle X 4G

  1. ບໍ່ສາມາດຖອດປ່ຽນແບັດຯເອງໄດ້.
  2. ການອອກແບບບໍ່ມີເອກະລັກ
  3. ຫນ່ວຍຄວາມຈຳໃນໂຕ 8GB ແຕ່ເຫລືອໃຫ້ໃຊ້  4.30GB ຈະມີບັນຫາເວລາລົງເກມຫລາຍໆ ແລະ ເກມຕອນນີ້ຍ້າຍລົງໃນຫນ່ວຍຄວາມຈຳພາບນອກບໍ່ໄດ້ແລ້ວ (ເອົາໄວ້ເກັບເພັງ, ວີດີໂອ ແລະ ຮູບຖ່າຍ)

dtac_Phone_4G_Eagle_X_015

Dtac Phone Eagle X 4G ເປັນສະມາດໂຟນທີ່ດີທີ່ສຸດຕອນນີ້ຂອງຕະກູນ Dtac Phone ເຊິ່ງກໍ່ຕ້ອງບອກວ່າເຮັດອອກມາໄດ້ດີ, ຫນ້່າໃຊ້ ທັງຄຸນນະພາບໂຕເຄື່ອງ, ຫນ້າຈ ແລະ ກ້ອງນັ້ນເຮັດອອກມາໄດ້ຫນ້າພໍໃຈຫລາຍ ລວມທັງຮອງຮັບ 4G LTE ເຊິ່ງເປັນມາດຕະຖານໃຫມ່ໃນຕອນນີ້ ໄຜທີ່ກຳລັງເລືອກຫາສະມາດໂຟນດີໆຈັກເຄື່ອງຫນຶ່ງ ໃນລາຄາເບົາໆ Dtac Phone Eagle X 4G ເປັນອີກຫນຶ່ງລຸ້ນທີ່ຫນ້າສົນໃຈ ໃນລາຄາ 5.990 ບາດແຖມຍັງມີໂປຣໂມຊັ່ນຈາກ dtac ອີກດ້ວຍ ຍິ່ງໄດ້ສ່ວນຫລຸດຈົນຄຸ້ມຄ່າຫລາຍ ໄປລອງຫລິ້ນກັນໄດ້ແລ້ວມື້ນີ້.

 

[gradeB]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version