Advertisement

อ่านรีวิวภาษาไทย >> รีวิว Asus Padfone S และ Padfone S Station สวยหรู สเปคแรง ในราคาสุดคุ้ม โดยทีม AppDisqus (มีวีดีโอรีวิวด้วยนะ^^)

ຣີວິວ Asus Padfone S ແລະ Padfone S Station ຫລູຫລາ ສະເປັກແຮງ ໃນລາຄສຸດຄຸ້ມ ໂດຍທີມ AppDisqus (ມີວີດີໂອຣີວິວ)

 

Asus Padfone S ໄດ້ເຄີຍຂຽນຣີວິວໃຫ້ອ່ານກັນໄປກ່ອນຫນ້ານີ້ແລ້ວ (ສະບັບພາສາໄທ) ແລະ ໃນມື້ນີ້ທາງ CSC ໄດ້ສົ່ງ Asus Padfone S ແລະ Padfone S Station ມາໃຫ້ທີມງານ AppDisqus ໄດ້ທົດສອບກັນ ແຕ່ລະຄົນໃນທີມຕ່າງກໍ່ມີຄວາມຄິດເຫັນແຕກຕ່າງກັນ ບາງຄົນບອກວ່າ Asus Padfone S ເບິ່ງແລ້ວລຽບໆດກີນໄປ ຫລູຫລາຫນອ້ຍລົງ ແລະ Padfone S Station ກໍ່ເບິ່ງແລ້ວຫນາຂຶ້ນ ສ່ວນໂຕຄິດວ່າ Padfone S Station ເຖິວຈະຫນາແຕ່ພໍມາປະກອບຮ່າງເຂົ້າກັນແລ້ວມັນກໍ່ສວຍງາມ ແລະ ມີແຮງດຶງດູູດຫລາຍກວ່າ ຂະຫນາດວ່າເປັນຄົນຣີວິວເອງຍັງຄິດຢາກຊື້ມາໃຊ້ເລີຍ ເພາະ Asus Padfone S ສວຍງາມ ຫລູຫລາຫລາຍ ແຖມສະເປັກຍັງຈັດມາໃນລະດັບ Qualcomm MSM8974AB Snapdrogon 801 ໃນລາຄາພຽງແຕ່ 9.900 ບາດ ຫລື ປະມານ 2.475.000 ກີບ ແລະ Padfone S Station ລາຄາ 2.990 ບາດ ຫລື ປະມານ 747.500 ກີບເທົ່ານັ້ນ ^_^

Advertisement

 

Review Asus Padfone S & Padfone S Station by AppDisqus Channel.

Review Asus Padfone S & Padfone S Station : AppDisqus Channel


 

 

ສະເປັກຂອງ Asus Padfone S

3G HSDPA 900 / 1900 / 2100

4G LTE 800 / 1700 / 1800 / 1900 / 2100 / 2600 / 900

DC-HSPA+, 42 Mbps; HSDPA, 21 Mbps; HSUPA, 5.76 Mbps; LTE, Cat4, 50 Mbps UL, 150 Mbps DL

ຂະຫນາດໂຕເຄື່ອງ 143.4 x 72.5 x 10 ມມ. ນ້ຳຫນັກ 150 ກຣາມ

ຫນ້າຈໍ Super IPS+ ຂະຫນາດ 5 ນີ້ວຄວາມລະອຽດ Full HD 1080P 1080 x 1920 pixels (441 ppi) ກະຈົກກັນຮອຍຂີດ Gorilla Glass

Android 4.4.2 KitKat

Qualcomm MSM8974AB Snapdragon 801

CPU Quad-core 2.3 GHz Krait 400

GPU Adreno 330

RAM 2GB

ຫນ່ວຍຄວາມຈຳພາບໃນ 16GB (ເຫລືອໃຫ້ໃຊ້ 10.6GB) ເພີ່ມຫນ່ວຍຄວາມຈຳພາບນອກໄດ້ສູງສຸດ 64GB

Wi-Fi 802.11 a/b/g/n/ac, dual-band, Wi-Fi Direct, Wi-Fi hotspot, Bluetooth 4.0, Micro USB 2.0, USB Host, NFC, GPS

ລະບົບເຊັນເຊີ້ Accelerometer, gyro, proximity, compass

ກ້ອງຄວາມລະອຽດ 13 MP, 4128 x 3096 pixels, autofocus, LED flash, Geo-tagging, touch focus, face detection ບັນທຶກວີດີໂອ 2160p@12-25fps, 1080p@30fps, 720p@60fps

ກອ້ງຫນ້າຄວາມລະອຽດ 2MP ບັນທຶກວີດີໂອ 1080p@30fps

ແບັດຯຄວາມຈຸ  2300 mAh

ມີໃຫ້ເລືອກສີຂາວ ແລະ ສີດຳ

ລາຄາເປີດໂຕ ປະມານ 2.475.000 ກີບ

 

PadfoneS_007


 

 

ສະເປັກຂອງ Asus Padfone S Station

ຂະຫນາດໂຕເຄື່ອງ 250.4 x 172.3 x 11.6 mm. ນ້ຳຫນັກ 514 ກຣາມ

ຫນ້າຈໍ IPS ຂະຫນາດ 9 ນີ້ວຄວາມລະອຽດ Full HD 1080p 1080 x 1920 pixels

ແບັດຯຄວາມຈຸ 4990 mAh

PadfoneS_001

PadfoneS_002

ສຳລັບຮອບນີ້ໄດ້ຢືມ Asus Padfone S ສີຂາວມາ ລວມທັງ Padfone S Station ກໍ່ເປັນສີຂາວເຊັ່ນກັນ ຢືມມາທັງຊຸດເລີຍ.

PadfoneS_003

PadfoneS_004

ຄັ້ງກ່ອນໄດ້ຢືມມາແຕ່ເຄື່ອງ ແຕ່ເທື່ອນີ້ໄດ້ມາຄົບກ່ອງເລີຍ ໃນກ່ອງຈະມີໂຕເຄື່ອງ Asus Padfone S, ຫູຟັງແບບ Inear ຫນ້າຕາສວຍງາມດີພ້ອມຈຸກຢາງອີກ 2 ຂະຫນາດ, ຫົວປັກສຽບ. ສາຍ Micro USB ແລະ ຄູ່ມືການໃຊ້ງານ.

PadfoneS_015

PadfoneS_016

PadfoneS_017

ສ່ວນໂຕຄິດວ່າ Asus Padfone S ສີຂາວນັ້ນເບິ່ງແລ້ວລາມກວ່າສີດຳຫລາຍ ເພາະຜິວວັດສະດຸຄ້າຍໆທາງ Oppo ຈັບແລ້ວສະບາຍມື ສ່ວນຖ້າເປັນສີດຳຈະຄ້າຍຄືຢາງເຄືອບເອົາໄວ້ ແຕ່ກໍ່ແລ້ວແຕ່ຄົນມັກ ສາມາດໄປອ່ານຣີວິວ Ausu Padfone S (ສະບັບພາສາໄທ) ໄດ້ຢ່າງລະອຽດຕາມລິ້ງນີ້ເລີຍ ໄດ້ຂຽນໄວ້ຢ່າງຄົບຖ້ວນ ພ້ອມກັບຕົວຢ່າງພາບຖ່າຍອີກ.

รีวิว Asus Padfone S เรือธงมาดสุดแมน สเปคแรงมาก ราคาสุดคุ้ม!!!

PadfoneS_005

Padfone S Station ຈະແຍກມາອີກກ່ອງຕ່າງຫາກ ແລະ ເທື່ອນີ້ຕະກຸນ Asus Padfone ຈະຈຳຫນ່າຍແຍກສະມາດໂຟນ ແລະ ແທັບເລັດ ອອກຈາກກັນ ຈະບໍ່ຂາຍເປັນຄູ່ອີກແລ້ວ ຢ່າງທີ່ໄດ້ບອກໄວ້ Padfone S ລາຄາ 2.475.000 ກີບ ແລະ Padfone S Station ລາຄາ 747.500 ກີບໂດຍປະມານ ເຊິ່ງເປັນລາຄາທີ່ຖືກຫລາຍເມື່ອທຽບກັບສະເປັກທີ່ເປັນລະດັບລຸ້ນໃຫຍ່ໆເລີຍ.

PadfoneS_006

ໃນກ່ອງຂອງ Padfone S Station ຈະມີພຽງແຕ່ໂຕ Tablet ແລະ ຄູ່ມືເທົ່ານັ້ນ ສາຍໄຟຕ່າງໆໃຊ້ຮ່ວມກັບສະມາດໂຟນ (ແນ່ນອນວ່າບໍ່ມີໄຜທີ່ຈະຊື້ແຕ່ Padfone S Station ແນ່ນອນ)

PadfoneS_008

PadfoneS_009

PadfoneS_010

ຈະເຫັນວ່າງານປະກອບດີຫລາຍ ແລະ ວັດສະດຸກໍ່ຄຸນນະພາບດີ ໂຕເຄື່ອງຂອງ  Padfone S Station ຈະມີປຸ່ມກົດບໍ່ຫລາຍ ມີພຽງປຸ່ມ Power ດ້ານເທິງ ແລະ ປຸ່ມປັບລະດັບສຽງທີ່ດ້ານຊ້າຍ ຖັດມາຈະເປັນ Port Micro USB ສຳລັບສາກໄຟ (ບໍ່ສາມາດ Sync ຂໍ້ມູນໄດ້ ຕ້ອງຜ່ານທາງ ສະມາດໂຟນເທົ່ານັ້ນ)

PadfoneS_012

PadfoneS_013

ປະກອບຮ່າງຮຽບຮ້ອຍ ເວລາດັນລົງໄປຕອ້ງດັນໃຫ້ສຸດມັນຈະສັ່ນເລັກນ້ອຍ ສາມາດຖອດອອກໄດ້ງ່າຍໆ ບໍ່ເຮັດໃຫ້ເຄື່ອງເປັນຮອຍແນ່ນອນ ງານປະກອບ Asus ເຮັດອອກມາໄດ້ດີຫລາຍ ແຫນ້ນຫນາ ພໍແະກອບກັນແບບນີ້ເຮັດໃຫ້ສວຍງາມຫລາຍ ເຖິງຈະເບິ່ງແລ້ວຫນາ ແລະ ຫນັກໄປກໍ່ຕາມ.

PadfoneS_024

PadfoneS_014

Asus Padfone S ປະກອບຮ່າງກັບ Padfone S Station ແລ້ວຈະຂ້ອນຂ້າງເປັນ Tablet ທີ່ຫນາ ແລະ ມີນ້ຳຫນັກ ຂອບຫນ້າຈໍຂອງແທັບເລັດ ກໍ່ຫນາຫລາຍ ແຕ່ເບິ່ງລວມໆແລ້ວສວຍງາມ ຖ້າຊື້ Asus Padfone S ແນ່ນອນວ່າຈະຕ້ອງຊື້ Padfone S Station ມາໃຊ້ຮ່ວມແນ່ນອນ ເພາະແຖມຍັງມີແບັດຯໃນໂຕອີກ ຄວາມຈຸ 4.990 mAh ເຊິ່ງຈະຊ່ວຍຍືດອາຍຸການໃຊ້ງານອອກໄປໄດ້ອີກ.

ຫນ້າຈໍ IPS ຂະຫນາດ 9 ນີ້ວຄວາມລະອຽດ Full HD 1080p 1080 x 1920 pixels ເບິ່ງແລ້ວສວຍງາມຫລາຍ ຄົມຊັດ ແລະ ສະແດງຜົນສີດຳໄດ້ດຳສະຫນິດ ສີສັນສົດໃສ ແລະ ທີ່ມີປະໂຫຍດຫລາຍກໍ່ຄືຕະກູນ Padfone ຈະເນັ້ນທີ່ສະທາດໂຟນເປັນຫລັກ ເຮັດໃຫ້ Tablet ມີປະໂຫຍດໃນການຂະຫຍາຍຫນ້າຈໍ ແລະ ຊ່ວຍເລື່ອງແບັດຯເທົ່ານັ້ນ ເຊິ່ງກໍ່ດີໄປອີກແບບ ເພາະຫລາຍຄົນມັກພົບບັນຫາ ເວລາທີ່ຕ້ອງຍ້າຍຂໍ້ມູນຈາກມືຖື, ຈາກແທັບເລັດ ຫລື ວ່າອາດຈະໃຊ້ຂໍ້ມູນຮ່ວມກັນທາງ Cloud ກໍ່ໄດ້ ແຕ່ໂຕຈິງແລ້ວມັນຕ່າງກັນ ການທີ່ເກັບຂໍ້ມູນໄວ້ໃນທີ່ດຽວ ແລ້ວສາມາດໃຊ້ງານອຸປະກອນນັ້ນໄດ້ທັງ ສະມາດໂຟນ ແລະ ແທັບເລັດ ເຫັນວ່າມັນຈະມີປະໂຫຍດຫລາຍ ແລະ ຕັດບັນຫາຫຍຸ້ງຍາກລົງໄປໄດ້ຫລາຍເລີຍແຫລະ.

PadfoneS_022

PadfoneS_023

Padfone S Station ຈະມີແຕ່ກ້ອງຫນ້າ 1MP ສ່ວນກ້ອງຫລັງຈະໃຊ້ຂອງ Asus Padfone S ເຊິ່ງພໍປະກອບຮ່າງກ້ອງຈະຫລຸດຄວາມລະອຽດລົງເຫລືອ 5MP ເທົ່ານັ້ນເຊິ່ງກໍ່ບໍ່ຮູ້ວ່າຈະຫລຸດຄວາມລະອຽດລົງໄປເຮັດຫຍັງ ແຕ່ເລື່ອງຟັງຊັ່ນກ້ອງຍັງຈັດເຕັມ ແລະ ຄຸນນະພາບອອກມາດີຫລາຍ ແຖມບັນຫາ WB ທີ່ເຄີຍມີກໍ່ເຮັດໄດ້ດີຂຶ້ນ ສ່ວນກ້ອງຫນ້ານັ້ນໂຕສະມາດໂຟນຈະເຮັດໄດ້ດີກວ່າ. ແນະນຳໃຫ້ລອງຫລິ້ນກັນເບິ່ງກ່ອນທັງ Padfone S Station ແລະ Asus Padfone S ມີວາງຈຳຫນ່າຍແລ້ວເຊິ່ງລາຄາຖືວ່າຄຸ້ມຄ່າຫລາຍກັບສະເປັກຂະຫນາດນີ້ ວັດສະດຸງານປະກອບໃນລະດັບນີ້ ແຕ່ວ່າຢູ່ບ້ານເຮົາແມ່ນຈະຫາຍາກຫນ້ອຍຫນຶ່ງເພາະຍັງບໍ່ມີໂຕແທນຈຳຫນ່າຍຢ່າງຈິງຈັງ ແຕ່ກໍ່ພໍມີໃຫ້ເຫັນຢູ່ ຖ້າໄຜສົນໃຈກໍ່ລອງຊອກຫາກັນເບິ່ງໄດ້…

 

[gradeA]

 

Safe_003

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version