หน้าแรก › Your Updates ›

ຣີວິວ Apple Watch ຈາກມື້ນັ້ນເຖິງມື້ນີ້… ຍິ່ງຮູ້ຈັກຍິ່ງຫລົງຮັກ…

Your Updates21 ก.ค. 2015โดย Appdisqus Team

อ่านรีวิวภาษาไทย >> รีวิว Apple Watch: จากวันแรกถึงวันนี้ ยิ่งรู้จัก…ยิ่งรักเธอ <<

  ນັບຈົນເຖິງຕອນນີ້ຄົງຈະບໍ່ມີໄຜປະຕິເສດວ່າ Apple Watch ຄື SmartWatch ທີ່ໄດ້ຮັບກະແສຫລາຍທີ່ສຸດໃນບັນດາກຸ່ມ SmartWatch ທັງຫລາຍ ຫນຶ່ງໃນເຫດຜົນທີ່ສຳຄັນນັ້ນຄົງຈະຫນີບໍ່ພົ້ນຄວາມຈິງທີ່ວ່າມັນຄື SmartWatch ທີ່ຜະລິດອອກມາໂດຍ Apple ເຊິ່ງເປັນແບຣນທີ່ຜະລິດຕະພັນທຸກກຸ່ມໄດ້ຮັບການຍອມຮັບ ແລະ ຈັບຕາຢ່າງກ້ວາງຂວາງຢູ່ແລ້ວ ແລະ ອີກຫນຶ່ງເຫດຜົນທີ່ສຳຄັນຄື ນີ້ແມ່ນຜະລິດຕະພັນລ່າສຸດຈ່ກທາງ Apple ທີ່ດົນໆຈະອອກມາເທື່ອຫນຶ່ງ ແລະ ເວລາທີ່ເປີດໂຕອອກມານັ້ນກໍ່ຫນ້ອຍຄັ້ງທີ່ຈະເຮັດໃຫ້ຜິດຫວັງ ແລະ ເກືອບຈະ 100% ຂອງຜະລິດຕະພັນກຸ່ມໃຫມ່ໆທີ່ເປີດໂຕນັ້ນຈະເປັນການກຳນົດແນວທາງຕະຫລາດຂອງຜະລິດຕະພັນ IT ຂອງຊະນິດນັ້ນໆ ແລະ ເປັນໂຕກຳນົດມາດຕະຖານໄດ້ຕໍ່ໄປໃນທັນທີ (ເຊັ່ນຕອນເປີດໂຕ iPad ເປັນຕົ້ນ) ທັງນີ້້ຕອ້ງຍອມຮັບອີກເຊັ່ນກັນວ່າ Apple Watch ນັ້ນເປັນຜະລິດຕະພັນໃຫມ່ຂອງ Apple ທີ່ເປີດໂຕແລ້ວສຽງວິພາກວິຈານກ່ອນວັນຈຳຫນ່າຍແທ້ນັ້ນຖືວ່າຂ້ອນຂ້າງຜິດຫວັງ ອາດດ້ວຍຮູບຮ່າງຫນ້າຕາທີ່ເບິ່ງຈາກຮູບສະຕັອກ ທີ່ Apple ຫລື ເວັບຕ່າງໆຖ່າຍອອກມາ ແລ້ວບໍ່ໄດ້ມີຫຍັງທີ່ໂດດເດັ່ນ ແລະ ຫນ້າຈົດຈຳພໍປານໃດ ແລະ ຟັງຊັ່ນຫລັກໆທີ່ Apple ນຳສະເຫນີເທິງເວທີເປີດໂຕທີ່ບໍ່ໄດ້ເຮັດໃຫ້ເຖິງກັບຂັ້ນຮອ້ງວ້າວ..(ຊ້ຳບໍ່ຫນຳຍັງຖືກດ່າເລື່ອງແບັດຯທີ່ Apple ເວົ້າໄວ້ວ່າໃຊ້ງານໄດ້ 1 ມື້ອີກຕ່າງຫາກ) ທັງຫມົດນີ້ສ້າງແຮງສຽດທານຂຫນາດມະຫຶມາໃຫ້ກັບ Apple Watch ໄດ້ເປັນຢ່າງດີ ໃນຊະນິດທີ່ເວົ້າໄດ້ວ່າແມ່ນແຕ່ເຫລົ່າສາວົກຂອງຫມາກໂປມເອງກໍ່ຍັງອອກມາສຽດສີ ວິພາກວິຈານ Apple Watch ໃຫ້ວຸ້ນວາຍກັນເລີຍ. https://youtu.be/qQcFvamzdno AppDisqus ມີໂອກາດໄດ້ຢູ່ກັບ Apple Watch Sport Aluminum 42mm ມາໄລຍະຫນຶ່ງແລ້ວ ເປັນໄລຍະທີ່ດົນພໍທີ່ຈະເຮັດໃຫ້ເຮົາມາບອກເລົ່າຄວາມຮູ້ສຶກ ແລະ ຣີວິວເຄື່ອງ Apple Watch ໄດ້ແບບຈິງໆຈັງໆ… ດົນພໍທີ່ເຮົາຈະກ້າເວົ້າໄດ້ວ່າ Apple Watch ນັ້ນຄືອີກຫນຶ່ງຜະລິດຕະພັນຂອງ Apple ທີ່ຄູ່ຄວນກັບປະໂຫຍກສັ້ນໆວ່າ: ຍິ່ງຮູ້ຈັກ….. ຍິ່ງຫລົງຮັກ ໄດ້ເປັນຢ່າງດີ ລອງມາຕິດຕາມກັນດີກວ່າວ່າຍ້ອນຫຍັງ.     ກ່ອນຈະໄດ້ Apple Watch ມານັ້ນຍອມຮັບວ່າສອງຈິດສອງໃຈຫລາຍວ່າຄວນຈະເອົາມາຫລິ້ນດີບໍ່ ເພາະວ່າໂດຍສ່ວນໂຕມີໂມງຫລັກປະຈຳໂຕຢູ່ແລ້ວ ແລະ ຕອບໂຈດໄດ້ດີທັງຄວາມເັປນແຟຊັ່ນ ແລະ ຄວາມດູດີມີສະໄຕຣເວລາທີ່ຕ້ອງໃສ່ອອກງານຕ່າງໆ (Issey Miyake W) ແລະ ໃນທາງຝັ່ງຂອງຟັງຊັ່ນຟິດເນສເອງກໍ່ມີ Fitbit Charge HR ເປັນເພື່ອນຄູ່ກາຍທີ່ວົ້າໄດ້ວ່າເຮັດໄດ້ຫມົດທຸກຢ່າງແລ້ວ ແຕ່ຫລັງຈາກໄດ້ລອງສຶກສາ, ອ່ານຈາກບົດຄວາມຕ່າງໆແລ້ວ (ເຊິ່ງຕອນທຳອິດເກືອບຈະຢ້ານບໍ່ກ້າສັ່ງເພາະຖືກວິຈານຢ່າງຫນັກ ກ່ອນທີ່ນັກວິຈານຈະຄ່ອຍໆປ່ຽນຣີວິວຂອງໂຕເອງຫລັງຈາກໃຊ້ໄປໄລຍະຫນຶ່ງ) ກໍ່ເລີຍຄິດວ່າໃນຖານະທີ່ເຮົາເຮັດວຽກດ້ານນີ້ແລ້ວ ຄົງຈະແປກຖ້າຫາກ Appdisqus ຈະບໍ່ສອຍ Apple Watch ມາຫລິ້ນລອງເບິ່ງເພື່ອແຊຄວາມຄິດຄວາມອ່ານຂອງເຮົາຕໍ່ກັບມັນໃຫ້ຫມູ່ເພື່ອນທີ່ຕິດຕາມ Appdisqus ໄດ້ຮັບຮູ້ກັນຕໍ່ໆໄປ ຄິດໄດ້ດັ່ງນັ້ນກໍ່ລອງທຳໃຈສ່ຽງເປັນຫນ່ວຍກ້າຕາຍລອງເບິ່ງ ເຖິງລາຄາທີ່ໄດ້ຈະບໍ່ຄ່ອຍຫນ້າຮັກເພາະເຄື່ອງຍັງບໍ່ທັນເຂົ້າໄທ ແຕ່ເພື່ອຫລຸດອາການຄັນທີ່ເກີດຂື້ນໃນຈິດໃຈ….ເປັນແນວໃດກໍ່ໃຫ້ມັນຮູ້ກັນລະຫວະ!! ກ່ອນຮັບເຄື່ອງມີຄວາມຮູ້ສຶກໄປໃນທາງລົບ ຕ່າງໆນາໆຫລາກຫລາຍປາກົດຢູ່ໃນໃຈ ເພາະໂດຍສ່ວນໂຕເປັນຄົນທີ່ບໍ່ມັກໂມງຊົງສີ່ຫລ່ຽມເລີຍ ແລະ ເບິ່ງຈາກຮູບສະຕ໊ອກແລ້ວ Apple Watch  ຊ່າງຄືກັນກັບໂມງຂອງຫລິ້ນທີ່ບໍ່ຄູ່ຄວນກັບລາຄາເຫລືອເກີນ ສ່ວນນີ້ຍອມຮັບວ່າທຳໃຈເອົາໄວ້ຫລາຍ ຄິດວ່າຄືຈະມັກຮູບລັກພາຍນອກຂອງມັນໄດ້ຍາກຫລາຍ ແຕ່ພໍຮອກມື້ທີ່ໄດ້ຈັບໂຕຈິງນັ້ນຄວາມຄິດທີ່ເຄີຍຕັ້ງໄວ້ຖືວ່າຜິດໄປຈາກທີ່ຄາດໄວ້ຈາກຫນ້າມືເປັນຫລັງມືເລີຍເພາະ Apple Watch  ໂມງຫນ້າຈໍສີ່ຫລ່ຽມຂະຫນາດ 42 ມມ. ທີ່ຖືຢູ່ໃນມືນັ້ນມັນຄົນລະເລື່ອງກັບຮູບສະຕ໊ອກຢ່າງມະຫັນເລີຍ ທັງຮູບລັກ ແລະ ງານສຳຜັດໂຕຈິງ ໃຫ້ຄວາມຮູ້ສຶກວ່າເປັນໂມງທີ່ມີລະດັບຫລາຍ ໂດຍບໍ່ຈຳເປັນຕ້ອງມີໂລໂກ້ Apple ປະທັບໃສ່ເລີຍ ແລະ ພໍໄດ້ລອງສວມໃສ່ກໍ່ຕ້ອງຊື່ນຊົມໃນນ້ຳຫນັກຂອງມັນທີ່ເບົາຫລາຍເມື່ອທຽບກັບ Issey Miyake W ທັງໆທີ່ເບິ່ງແລ້ວຈະມີຄອມໂພເນັ້ນພາຍໃນຫລາຍກວ່າ Issey ຫລາຍ ແຕ່ທັງນີ້ທັງນັ້ນ ສິ່ງດຽວທີ່ຂໍຕິຄືເລື່ອງຂອງສາຍຢາງເວີຊັ່ນ Sport ທີ່ເຖິງວ່າຈະສວມໃສ່ແລ້ວຮູ້ສຶກສະບາຍແຕ່ກໍ່ເຮັດໃຫ້ຄຸນະພາບຂອງໂຕເຮືອນໂດຍລວມມັນດຣອບລົງຫລາຍແທ້ໆ. ໂຊກດີທີ່ສັ່ງສາຍຈາກ 3rd Party ເປັນສາຍສະແຕນເລດສີເງິນມາເພີ່ມ ເລີຍໄປຂໍໃຫ້ຮ້ານ Issey ປ່ຽນໃຫ້ຢ່າງທັນດ່ວນ ແລະ ຫລງັຈາກປ່ຽນສາຍແລ້ວ Apple Watch  ເທິງຂໍ້ມືກໍ່ປ່ຽນເປັນໂມງຫລູທີ່ພ້ອມໃສ່ລຸບໄດ້ທຸກສະພາບງານຢ່າງສະບາຍເລີຍຕາມຮູບເນາະ. ທັນທີທີ່ທຳການເຊື່ອມຕໍ່ Apple Watch ເຂົ້າກັບ iPhone 6+ ແອັບຯຕ່າງໆທີ່ມີການອັບເດດໄວ້ໃຫ້ຮອງຮັບການໃຊ້ງານກັບ Apple Watch ແລ້ວກໍ່ເລີ່ມຕິດຕັ້ງແອັບຯ ແລະ ຂໍ່ມູນຂອງມັນລົງໃນ Apple Watch ໂດຍອັດຕະໂນມັດ ບໍ່ດົນຫລັງຈາກນັ້ນໂມງຫມາກໂປມນີ້ກໍ່ພ້ອມໃຊ້ງານກັບແອັບຯຕ່າງໆທີ່ເຮົາມີເທິງ iPhone ທີ່ຮອງຮັບ Apple Watch ແລ້ວກໍ່ຍ້າຍມາລົງໃນ Apple Watch ພ້ອມສຳລັບການເອີ້ນໃຊ້ງານຂອງເຮົາໃນທັນທີ ຂັ້ນຕອນການເຊື່ອມຕໍ່ທັງຫມົດນີ້ເຮັດໄດ້ຢ່າງງ່າຍດາຍຫລາຍພຽງເປີດເຂົ້າແອັບຯຂອງ Apple Watch ໃນ iPhone  ຂອງເຮົານັ້ນເອງ. ດ້ວຍອາການເຫີ່ຂອງໃຫມ່ໃນມື້ທຳອິດ ຈຶ່ງຫລີ້ນນັ້ນນີ້ໄປເລື້ອຍຫລາຍແບບສຸດໆ ຈົນໃນທີ່ສຸດພໍເຖິງເວລາປະມານ 23 ໂມງກໍ່ຕັດສິນໃຈຖອດມັນອອກເພື່ອສາກແບັດຯ ໃນມື້ທຳອິດນີ້ຂໍບໍ່ເວົ້າເຖິງເລື່ອງແບັດຯກ່ອນ ເພາະຫາກໍ່ໄດ້ມາ ຍັງບໍ່ມີໂອກາດສາດຈົນເຕັມກ່ອນໃສ່ດັ່ງນັ້ນຄືຈະວັດຫຍັງບໍ່ໄດ້ ແຕ່ຄວາມຮູ້ສຶກຕອນທີ່ຖອດມັນອອກໃນມື້ນັ້ນຄື “ ເຮົາຈະຢູ່ກັບມັນໄດ້ຈັກມື້ກັນນໍ…” ເພາະທ້າຍທີ່ສຸດແລ້ວມື້ທຳອິດຈົບໄປ Apple Watch ກໍ່ເປັນໄດ້ແຕ່ພຽງ Smart Watch ຂອງຫລິ້ນທີ່ບໍ່ມີຫຍັງໂດດເດັ່ນເລີຍ ນອກຈາກຄວາມຫລູຫລາ ແລະ ມີລາຄາກວ່າສະມາດວ໊ອດໂຕອື່ນໆ ໃນຕະຫລາດນັ້ນເອງ.  

ມື້ທີສອງ ເມື່ອລອງທຳຄວາມຮູ້ຈັກກັນຫລາຍຂຶ້ນ

ໃນເມື່ອຕັ້ງເປົ້າໄວ້ວ່າຈະຕ້ອງຂຽນຣີວິວໂມງຫນ່ວຍນີ້ ໃນມື້ທີສອງອງການຄອບຄອງຈຶ່ງຕັດສິນໃຈຈະຈັດຫນັກຈັດເຕັມກັບມັນໃນຟັງຊັ່ນທີ່ມັນສາມາດເຮັດວຽກໄດ້ໂດຍພື້ນຖານທົ່ວໄປ. ຫລັງຈກາທີ່ສາກແບັດຯມາຈົນເຕັມ 100% ແລ້ວກໍ່ພ້ອມລຸຍ ເຮົາລອງມາເບິ່ງຄວາມສາມາດພຶ້ນຖານທົ່ວໄປຂອງມັນເົທ່າທີ່ Apple ໂຄສະນາໃຫ້ເຮົາຮູ້ຈັກກັນເອົາໄວ້ດີກວ່າ.

ຟັງຊັ່ນບອກເວລາ

ເນາະ….ຂຶ້ນຊື່ວ່າເປັນໂມງມັນກໍ່ຕ້ອງບອກເວລາໄດ້ຢູ່ແລ້ວ ບໍ່ແປກຫຍັງແມ່ນບໍ?? ໂດຍຖ້າຫາກເຮົາຕອ້ງການເບິ່ງເວລານັ້ນກໍ່ພຽງແຕ່ບິດຂໍ້ມືມາໃຫ້ຢູ່ໃນໄລຍະສາຍຕາ ເທົ່ານີ້ຫນ້າຈໍກໍ່ຈະຕິດອັດຕະໂນມັດ ແຕ່ທີ່ຕອ້ງຂໍຊົມຄືການຂຽນຄຳສັ່ງໃນການກວດຈັບຄວາມຕອ້ງການຂອງຜູ່ໃຊ້ງານຂອງ Apple ທີ່ເຮັດອອກມາໄດ້ດີຫລາຍ ເພາະທັນທີທີ່ອົງສາຂໍ້ມືປ່ຽນແປງໄປຈາກລະດັບການເບິ່ງເຫັນຂອງສາຍຕາ ຫນ້າຈໍຂອງ Apple Watch ກໍ່ຈຈະດັບລົງທັນທີ ບໍ່ຕອ້ງລໍຖ້າເວລາໃຫ້ມັນດັບແຕ່ຢ່າງໃດ ການດຮັດວຽກໃນສ່ວນນີ້ຫນ້າຈະຊ່ວຍໃນເລື່ອງຂອງເແບັດຯໄດ້ຫລາຍສົມຄວນເລີຍ. ຈຸດເດັ່ຍຂອງຟັງຊັ່ນໂມງຂອງ Apple Watch ຫນ້າຈະເປັນທີ່ການອະນຸຍາດໃຫ້ຜູ່ໃຊ້ງານສາມາດຕັ້ງເວລາໃນ Apple Watch ໃຫ້ໄວກວ່າຄວາມເປັນຈິງໄດ້ ນັ້ນກໍ່ເພາະວ່າໃນ Apple Watchນັ້ນບໍ່ໄດ້ອ້າງອີງໂດຍກົງກັບເວລາເທິງ iPhone ຂອງເຮົານັ້ນເອງ ເພາະເຖິງວ່າ iPhone ຈະດັບແຕ່ Apple Watchຍັງເຮັດວຽກບອກເວລາໄດ້ຕາມປົກະຕິ ເນື່ອງດ້ວຍສາເຫດທີ່ວ່າ Apple Watchຈະກວດສອບເວລາກັບເວລາມາດຕະຖານສາກົນໂລກຢູ່ຕະຫລອດເວລາມທີ່ມັນສາມາດກວດສອບໄດ້ ເພື່ອໃຫ້ຫມັ້ນໃໃຈວ່າເວລາທີ່ສະແດງໃຫ້ຜູ່ໃຊ້ງານເຫັນຢູ່ນັ້ນມີຄວາມຄາດເຄື່ອນຫນ້ອຍທີ່ສຸດທີ່ Apple ຮັບປະກັນວ່າຢູ່ທີ່ລະດັບ +/- 50ms ເມື່ອທຽບກັບເວລາມາດຕະຖານໂລກ ເຊິ່ງເປັນຄວາມຖືກຕ້ອງໃນລະດັບເກຣດເອ ເລີຍ ແຕ່ທັງນີ້ຫາກຜູ່ໃຊ້ງານຕ້ອງການປັບເວລາໃນ Apple Watch ໃຫ້ໄວກວ່າປົກະຕິເພື່ອປ້ອງກັນຫານຜິດເວລາຂອງໂຕເອງກໍ່ສາມາດເຮັດໄດ້ງ່າຍໆ ຜ່ານການຕັ້ງຄ່າທັງຈາກ Apple Watch ນັ້ນເອງ.                     

ຫນ້າປັດໂມງ

ຈຸດເດັ່ນຂອງ Smart Watch ໃນຕະຫລາດຕອນນີ້ຄົງຫນີບໍ່ພົ້ນເລື່ອງຂອງຫນ້າປັດໂມງທີ່ຜູ່ໃຊ້ງານສາມາດເລືອກໄດ້ຫລາກຫລາຍແບບເຫລືອເກີນ ແຕ່ຈຸດເດັ່ນທີ່ເຮັດໃຫ້ Apple Watch ເຫນືອກວ່ານັ້ນຄືຫນ້າປັດໂມງ ຫລື Watch Face ຂອງ Apple Watch ນັ້ນຜ່ານການອອກແບບທີ່ຄົ້ນຄິດມາໃຫ້ມີຄວາມເປັນໂມງຫລາຍກວ່າຄວາມເປັນອະວາກາດໂດຍການເອົາຈຸດເດັ່ນຂອງໂມງຫລາຍໆແບຣນມາລວມກັນ ແລະ ທຳການອອກແບບອອກມາໃຫມ່ເພື່ອໃຫ້ໄດ້ຫນ້າປັດໂມງ ທີ່ມີຂ້ມູນມາເສີບໃຫ້ຜູ່ໃຊ້ງານໄດ້ຫລາຍທີ່ສຸດ ແຕ່ກໍ່ຍັງຕຄົງຄວາມຫລູຫລາແບບໂມງໄວ້ (ແຕ່ໄຜຢາກໄດ້ແນວກາຕູນ, ແນວອະວາກາດ Apple Watchກໍ່ຄິດເຜື່ອ ແລະ ມີໃຫ້ເລືອກຢູ່ຄືກັນ) ທັງນີ້ອີກເຈົ້າທີ່ເຫັນມີຈຸດເດັ່ນດຽວກັນກໍ່ຄົງຈະເປັນສຸດຍອດ Smart Watch ຂອງ Android Wear ຢ່າງ MOTO 360 ນັ້ນເອງ ແຕ່ສິ່ງທີ່ເຮັດໃຫ້ Apple Watchໂດດເດັ່ນແທ້ໆກໍ່ຄື ການອະນຸຍາດໃຫ້ຜູ່ໃຊ້ງານສາມາດຕົກແຕ່ງຫນ້າປັດໂມງໂຕເອງໄດ້ວ່າຕ້ອງການໃຫ້ຂຶ້ນສະແດງຂໍ້ມູນຫຍັງແດ່ ທີ່ເົຮາສົນໃຈ ໂດຍເລືອກແກ້ໄຂຈາກຫນ້າປັດມາດຕະຖານທີ່ Apple Watch ຄິດຄົ້ນມາໃຫ້ແລ້ວເຊິ່ງໃນສ່ວນນີ້ເຮັດໃຫ້ຫນ້າປັດໂມງຂອງຜູ່ໃຊ້ງານແຕ່ລະຄົນສະແດງຂໍ້ມູນທີ່ບໍ່ຊ້ຳກັນ ຂຶ້ນຢູ່ກັບຄວາມສົນໃຈຂອງເຈົ້າຂອງ Apple Watch ຄົນໆນັ້ນ ແລະ ຍັງບໍ່ເກີດອາການຮັກເອື້ອຍເສຍດາຍນ້ອງຢ່າງ Pebble ວ່າຫາກເລືອກຫນ້າປັດນີ້ຈະບໍ່ມີຂໍ້ມູນນີ້ ຫາກເລືອກອີກຫນ້າປັດຈະມີຂໍ້ມູນທີ່ເຮົາຕອ້ງການແທ້ໆ ແຕ່ພັດບໍ່ງາມຖູກໃຈເຮົານັ້ນເອງ. ເຖິງວ່າໃນຕອນນີ້ Apple Watch ອາດຈະຍັງມີຫນ້າປັດໂມງມາດຕະຖານມາໃຫ້ເລືອກບໍ່ຫລາຍຫາກທຽບກັບຕົ້ນສະບັບ Smart Watch ກໍ່ຄື Android ຫລື Pebble ແຕ່ຈາກຟັງຊັ່ຍທີ່ໃຫ້ອິດສະຫລະຜູ່ໃຊ້ງານສາມາດປັບແຕ່ງຫນ້າປັດໃຫ້ສະແດງຂໍ້ມູນທີ່ຕົນເອງສົນໃຈໄດ້ຢ່າງຫລວງຫລາຍນີ້ ເຮັດໃຫ້ຫນ້າປັດຂອງ Apple Watch ນີ້ມີບໍ່ຫນ້ອຍໄປກວ່າຄູ່ແຂ່ງເລີຍ ແລະ ຍັງອີດສະຫລະກວ່າຄູ່ແຂ່ງທັງຫລາຍໃນຕະຫລາດອີກດ້ວຍ.                                           

Glances

Smart Watch ໃນຕະຫລາດຕອນນີ້ກໍ່ຕອ້ງມີຟັງຊັ່ນນີ້ເກືອບທັງຫມົດ Glances ຄືຟັງຊັ່ນການເບິ່ງຂໍ້ມູນສຳຄັນຕ່າງໆເທິງຫນ້າຈໍໂມງຂອງເຮົາໄດ້ຢ່າງວ່ອງໄວ ໂດຍສຳລັບ Apple Watch ແລ້ວເຮົາສາມາດເຂົ້າເຖິງ Glances ໄດ້ໂດຍການຫມຸນຂໍ້ມືມາຄືກັບການເບິ່ງໂມງ ເມື່ອຂື້ນຫນ້າ Watch Face ກໍ່ເອົານີ້ວປັດຂຶ້ນຫນຶ່ງຄັ້ງ ຫນ້າຈໍ Glances ກໍ່ຈະປາກົດອອກມາ ແລ້ວກໍ່ປັດໄປຊ້າຍຂວາໄດ້ຕາມອິດສະຫລະ ເພື່ອເບິ່ງ Glances ຈາກແອັບຯຕ່າງໆທີ່ເຮົາລົງໄວ້ໃນ Apple Watch ນັ້ນເອງໂດຍໃນຫນ້າຈໍ Glances ນີ້ສາມາດເລືອກໄດ້ວ່າຈະໃຫ້ຫຍັງແດ່ມາສະແດງຂໍ້ມູນ ເຊິ່ງສ່ວນໃຫຍ່ແລ້ວຫາກເປັນແອັບຯທີ່ຮອງຮັບ Apple Watch ຢູ່ແລ້ວກໍ່ສາມາດເລືອກມາສະແດງໃນຫນ້າ Glances ໄດ້ທັງຫມົດ (ຕັ້ງແຕ່ Twitter ໄປເຖິງຕະຫລາດຮຸ້ນຕ່າງໆ) ແລະ Glances ຍັງເປັນຫນ້າສຳຄັນທີ່ເຮົາເອົາໄວ້ເບິ່ງສະຖານະແບັດຯ ລວມທັງຄວບຄຸມການຕັ້ງຄ່າພຶ້ນຖານຂອງ Apple Watch ເຮົາ ແລະ ຄວບຄຸມເພັງໃນ iPhone ແລະ Apple Watch ຂອງເຮົາອີກດ້ວຍ. ທັງນີ້ສາມາດເລືອກຈັດລຽງ ຫລື ເພີ່ມແອັບຯ ທີ່ຈະໃຫ້ມາປະກົດໃນຫນ້າ Glances ໄດ້ໂດຍການຕັ້ງຄ່າຜ່ານທາງແອັບຯ Apple Watch ໃນ iPhone ຂອງເຮົານັ້ນເອງ.                

ການແຈ້ງເຕືອນ

ທຸກການແຈ້ງເຕືອນທີເກີດຂຶ້ນໃນ iPhone (ຕໍ່ໃຫ້ແອັບຯນັ້ນຈະບໍ່ຮອງຮັບ Apple Watch) ມັນຈະຖືກສົ່ງຕໍ່ມາ Apple Watch ໃນທັນທີ ັທງນີ້ກໍ່ເປັນຟັງຊັ່ນມາດຕະຖານຂອງ Smart Watch ຢູ່ແລ້ວໂດຍສາມາເລືອກປິດການແຈ້ງເຕືອນໃນ Apple Watch ເປັນແຕ່ລະແອັບຯໄດ້ງ່າຍ ໂດຍການໃຊ້ແອັບຯ Apple Watch ໃນ iPhone ຂອງເຮົາ ແລະ ຫາກຕ້ອງການເບິ່ງການແຈ້ງເຕືອນທັງຫມົດຍ້ອນຫລັງກໍ່ພຽງແຕ່ພິກຂໍ້ມືມາໃນລະດັບສາຍຕາໃຫ້ຫນ້າ Watch Face ປາົກດຂຶ້ນ ຈາກນັ້ນກໍ່ເອົານີ້ວປັດລົງຫນຶ່ງຄັ້ງ ສພຫລຸບການແຈ້ງເຕືອນທັງຫມົດກໍ່ຈະອອກມາ ແບະ ສຳລັບແອັບຯທີ່ຮອງຮັບການໃຊ້ງານ Apple Watch ແລ້ວ (ເຊັ່ນ: Instragram) ກໍ່ສາມາດກົດເຂົ້າໄປທີ່ໂຕຂອແອັບຯນັ້ນເພື່ອເລືອກວ່າຈະເຮັດຫຍັງຕໍ່ໄດ້ ເຊັ່ນ: ແອັບຯ Instragram ໃນ Apple Watch ສາມາດເລືອກກົດໄລ້ ຫລື ຕອບກັບຮູບນັ້ນໆໄດ້ຢ່າງວ່ອງໄວ ຫລື ຈະເລືອກເປີດເບິ່ງຮູບນັ້ນໃນ Apple Watch ເຮົາກ່ອນກໍ່ໄດ້ຫາກວ່າຕ້ອງການ ໂດຍສາມາດເລືອກໄດ້ວ່າເຮົາຕ້ອງການ Follow ບັນຊີໄຜເປັນພິເສດເພື່ອໃຫ້ມັນແຈ້ງເຕືອນໃນ Apple Watch ໃນເວລາທີ່ຄົນໆນັ້ນ ໂພສຮູບ ຫລື ວີດີໂອໃຫມ່ໆົລງ IG ເຊິ່ງສາມາດເຮັດໄດ້ຜ່ານທາງແອັບຯຂອງ IG ໃນ iPhone.                                            

ຫນ້າຕ່າງສະແດງແອັບຯຂອງ Apple Watch ທັງຫມົດ

ເຮົາສາມາດເອີ້ນໃຊ້ແອັອບຯທັງຫມົດທີ່ເຮົາຕິດຕັ້ງໄວ້ໃນ Apple Watch ຂຶ້ນມາໄດ້ໂດຍກາກົດທີ່ປຸ່ມດ້ານຂ້າງຫນຶ່ງຄັ້ງ (ສອງຄັ້ງຫາກວ່າຫນ້າຈໍດັບຢູ່ ໂດຍຄັ້ງທຳອິດຈະເປັນການເປີດຫນ້າ Watch Face) ຫລື ຫມຸນປຸ່ມດ້ານຂ້າງປະມານຫນຶ່ງຮອບເພື່ອຂະຫຍາຍຫນ້າແອັບຯຂຶ້ນມາໂດຍຈະສະແດງໄອຄອນຂອງແອັບຯທັງຫມົດເປັນລັກສະນະຮັງເຜິ້ງ ໂດຍຫາກຕ້ອງການລົບແອັບຯໃດອອກຈາກ Apple Watchກໍ່ພຽງແຕ່ກົດຄ້າງລົງໄປທີ່ໄອຄອນແອັບຯນັັ້ນໆ ໃນຫນ້າຮັງເຜິ້ງນີ້ຈະມີເຄື່ອງຫມາຍຄູນຂຶ້ນມາທີ່ມຸມແອັບຯໃຫ້ກົດລົບອອກຄືກັນກັບໃນໄອໂຟນນັ້ນເອງ ຫລື ຫາກພົບບັນຫາວ່າມັນກົດຍາກໄປກໍ່ພຽງແຕ່ເປີດ Apple Watch ໃນ ໄອໂຟນຂຶ້ນມາເລື່ອນຫນ້າຈໍລົງມາລຸ່ມສຸດຈະພົບລາຍການຂອງແອັບຯຈາກນັກພັດທະນາອິດສະຫລະຂຶ້ນມາຢ່າງຫລວງຫລາຍ ແລ້ວກໍ່ກົດເຂົ້າໄປທີ່ແອັບຯທີ່ຕອ້ງການລົບອອກຈາກ Apple Watch ແລ້ວກໍ່ປິດ Show App on Apple Watch ພຽງເທົ່ານີ້ແອັບຯນັ້ນໆກໍ່ຈະຖືກລົບອອກຈາກ Apple Watch ໂດຍອັດຕະໂນມັດ. ທັງນີ້ຫາກວ່າຕ້ອງການຈັດລຽງໄອຄອນແອັບຯ ໃນຫນ້າຮັງເຜິ້ງໃຫມ່ກໍ່ສາມາດເຮັດໄດ້ໂດຍການເປີດແອັບຯ Apple Watch ໃນ ໄອໂຟນຂຶ້ນມາ ແລ້ວເຂົ້າໄປທີ່ຫນ້າ App Layout ຈາກນັ້ນກໍ່ຈິ້ມຄ້າງໄວ້ທີ່ແອັບຯທີ່ຕ້ອງການເລື່ອນການຈັດວາງຕຳແຫນ່ງໃຫມ່ແລ້ວລາກນີ້ວໄປວາງໃນຈຸດທີ່ຕ້ອງການ.                                            

ຫນ້າຕາສະແດງລາຍການທີ່ມັກໃຊ້ ແລະ ຫມູ່ເພື່ອນທີ່ເຮົາຕັ້ງເພື່ອການຕິດຕໍ່ທີ່ໄວຂຶ້ນ

ເຮົາສາມາດເອີ້ນໃຊ້ງານຫນ້າຕ່າງສະແດງລາຍຊື່ທີ່ມັກໃຊ້ໄດ້ໂດຍການກົດທີ່ປຸ່ມຂ້າງໆ (ລຸ່ມລົງມາຈາກປຸ່ມເປີດປິດ) ໂດຍສຳລັບ Apple Watch ນັ້ນຈະໃຊ້ຊື່ຫນ້າຕ່າງນີ້ວ່າ Friends ຫລື ເພື່ອນໂດຍຈະອະນຸຍາດໃຫ້ເພີ່ມລາຍຊື່ຄົນຕິດຕໍ່ທີ່ຕ້ອງການຕິດຕໍ່ດ່ວນເຂົ້າໄປໄດ້ໃນຫນ້າຕ່າງນີ້ວິທີການເພີ່ມນັ້ນກໍ່ພຽງແຕ່ເປີດແອັບຯ Apple Watch ໃນໄອໂຟນຂຶ້ນມາ ຈາກນັ້ນເລື່ອນລົງມາທີ່ເມນູ Friends ແລ້ວເລືອກລາຍຊື່ທີ່ຕອ້ງການໃຫ້ປະກົດໃນນັ້ນໄປ (ສູງສຸດ 12 ລາຍຊື່)  ໂດຍຫາກວ່າຫມູ່ທີ່ເລືອກບັນຈຸເຂົ້າລາຍການ Friends ຂອງເຮົາມີ Apple Watch ໃສ່ຢູ່ດ້ວຍກໍ່ຈະມີການແຈ້ງໃຫ້ເຮົາຮູ້ ໂດຍຈະປາກົດຮູບນີ້ວມືຢູ່ລຸ່ມຮູບຫມູ່ຂອງເຮົາໃນຫນ້າ Friends ໃນ Apple Watch ເຊິ່ງເມື່ອກົດທີ່ຮູບນີ້ວມືທີ່ຊື່ຂອງຫມູ່ເຮົາ ກໍ່ຈະສາມາດສົ່ງຮູບແຕ້ມ, ສົ່ງຈັງຫວະການເຕັ້ນຂອງຫົວໃຈ (ເຊິ່ງເປັນຈັງຫວະຈິງທີ່ Apple Watch ຈັບຈາກຂໍ້ມືຂອງເຮົາອອກມາເປັນອະນີເມຊັ່ນຫົວໃຈ ແລະ ແຮງສັ່ນໃນຂໍ້ມືຂອງຄົນທີ່ເຮົາສົ່ງໄປໃຫ້) ແລະ ສົ່ງອະນີເມຊັ່ນອີໂມຕິຄອນສຳລັບ Apple Watch ໄດ້ນັ້ນເອງ.                                  

ການວັດແທກອັດຕາການເຕັ້ນຂອງຫົວໃຈ ແລະ ການອອກກຳລັງກາຍ

ເນື່ອງຈາກເປັນຄົນທີ່ໃສ່ Fitness Tracker ຢ່າງ Fitbit Charge HR ຢູ່ແລ້ວ ເລື່ອງອັດຕາການເຕັ້ນຂອງຫົວໃຈຈຶ່ງຖືເປັນສິ່ງທີ່ສຳຄັນຫລາຍ ໂດຍສະເພາະກັບຄົນທີ່ອອກກຳລັງກາຍ ຫລື ຕອ້ງການຕິດຕາມສຸຂະພາບຂອງໂຕເອງ ອັນນີ້ຍອມຮັບວ່າມນມື້ທຳອິດຂ້ອນຂ້າງຜິດຫວັງທີ່ໄດ້ຮູ້ວ່າ Apple Watch ບໍ່ໄດ້ຕິດຕາມການເຕັ້ນຂອງຫົວໃຈຕະຫລອດເວລາທີ່ສວມໃສ່ຄືກັບພວກຕະກູນ HR ຂອງ Fitbit ໂດຍຫາກເຮົາຕອ້ງການໃຫ້ມັນກວດສອບນັ້ນ ເຮົາຕ້ອງເປີດ Glances ເຂົ້າຫນ້າການວັດການເຕັ້ນຂອງຫົວໃຈເອງ ຫລື ຂໍ້ມືເຮົາຕ້ອງບໍ່ເຫນັງຕີງໄລຍະຫນຶ່ງແລ້ວມັນຈະວັດແທກໃຫ້ອັດຕະໂນມັດ (ຄືກັບວ່າຈະພະຍາຍາມຫາຄ່າ Rest Heart Rate (RHR) ຫລື ອັດຕາການເຕັ້ນຂອງຫົວໃຈໃນຂະນະພັກຜ່ອນ ເຊິ່ງເປັນຄ່າທີ່ວັດຄວາມແຂງແຮງຂອງມວນຮ່າງກາຍໂດຍລວມໄດ້ພໍປະມານ) ຫລື ບໍ່ກໍ່ຕ້ອງເປີດແອັບຯອອກກຳລັງກາຍເຊິ່ງຈະວັດອັດຕາການເຕັ້ນຂອງຫົວໃຈເຮົາອອກມາ Section ການອອກກຳລັງກາຍເພື່ອຫາປະລິມານ ກາໂຣລີ ທີ່ເົຮາເຜົາໄຫມ້ໄດ້ໃນ Section ນັ້ນໆ (ໂດຍຈະມີຮູບແແບການອອກກຳລັງກາຍໃຫ້ເລືອກຢູ່ຫລາກຫລາຍພໍສົມຄວນ ແຕ່ກໍ່ຍັງບໍ່ຄົບທັງຫມົດ ເຊັ່ນພວກ Weight Lifting ຫລືການຍົກນ້ຳຫນັກແມ່ນບໍ່ມີເລີຍ ຖ້າເລືກໃຊ້ເປັນອື່ນໆຈະເປັນການຄຳນວນດ້ວຍມາດຕະຖານການຍ່າງໄວຢ່າງຕໍ່ເນື່ອງແທນ) ອັນນີ້ເຫັນວ່າບໍ່ມັກທີ່ສຸດ ເພາະໂດຍສ່ວນໂຕແລ້ວ ຕິດນິໄສຈາກ Fitbit Charge HR ທີ່ເຫັນອັດຕາການເຕັ້ນຂອງຫົວໃຈໂຕເອງຕະຫລອດເວລາຢູ່ແລ້ວ.           

ປັບການສັ່ນເຕືອນ, ສຽງເຕືອນ, ຄວາມສະຫວ່າງຫນ້າຈໍ, ຫ້າມລົບກວນ ແລະ ການຕັ້ງຄ່າທີ່ຈຳເປັນອື່ນໆ

Apple Watch ມາພ້ອມກັບລຳໂພງເພື່ອແຈ້ງເຕືອນສຽງ ແລະ ການສັ່ງງານສີຣິ (Siri) ເຊິ່ງນອກເຫນືອຂຶ້ນມາຈາກການສັ່ນ (ແລະຕໍ່ມາໄດ້ຮູ້ວ່າເພື່ອການສົນທະນາໂທລະສັບອີກດ້ວຍ) ແລະ ການສັ່ນຂອງມັນສາມາດປັບລະດັບຄວາມແຮງໄດ້ຫລາຍຂັ້ນ ໂດຍຫາກວ່າປັບແຮງສຸດ ຂໍ້ຄວາມເຂົ້າຫນຶ່ງຄັ້ງຂໍ້ມືສັ່ນແຮງຫລາຍ ເວົ້າໄດ້ວ່າບໍ່ຕ້ອງຫ່ວງວ່າຈະພາດການແຈ້ງເຕືອນໃດໄປເລີຍ ແຕ່ສຳລັບຄົນທີ່ມັກໃສ່ໂມງແບບຫລວມໆ ແລະ ປັບສຸດແລ້ວກໍ່ຍັງບໍ່ຮູ້ສຶກ Apple Watch ເອງກໍ່ມີເປີດລະດັບມະຫາເທບສັ່ນໃຫ້ອີກລະດັບ ໂດຍລະດັບນີ້ຫນ້າຈະສັ່ນແຮງພໍໆກັບແຜ່ນດິນໄຫວເລີຍພຸ້ນລະ ຫະຫະຫະ….  ເພາະຂະຫນາດລະດັບສູງສຸດຂອງຂັ້ນທຳມະດາກໍ່ຍັງສັ່ນສະເທືອນຈົນຮອດກະດູກແລ້ວ :D ຫນ້າຈໍຂອງ Apple Watch ຖືເປັນຫນ້າຈໍທີ່ມີຄຸນນະພາບສູງ ເພາະນອກຈາກຈະໃຫ້ພາບທີ່ຄົມຊັດແລ້ວ ແສງຈາກສະພາບແວດລ້ອມກໍ່ຍັງບໍ່ສົ່ງຜົນກັບການເບິ່ງເຫັນຂໍ້ມູນໃນຫນ້າຈໍ Apple Watch ອີກດ້ວຍ ແຕ່ຫາກຕອ້ງການປັບຄວາມສະຫວ່າງຂອງຫນ້າຈໍກໍ່ສາມາເຮັດໄດ້ງ່າຍໆຜ່ານເມນູໃນການຕັ້ງຄ່າໃນແອັບຯ Apple Watchໃນ ໄອໂຟນ (ແຕ່ບໍ່ຈພໍຳເປັນເພາະ Apple Watch ມາພ້ອມກັເຊັນເຊີ້ແສງທີ່ປັບໃຫ້ເົຮາອັດຕະໂນມັດຢູ່ແລ້ວ) ນອກຈາກນີ້ຍັງສາມາດເລືອກຂະຫນາດຟ້ອນໂຕອັກສອນຂອງ Apple Watch ໄດ້ຫາກວ່າຟ້ອນມາດຕະຖານມັນນ້ອຍເກີນໄປ ແລະ ເລືອກປັບໂຕອັກສອນໃຫ້ເປັນໂຕຫນາໄດ້ຖ້າຫາກວ່າຕ້ອງການ ທັງຫມົດນີ້ເຮັດໄດ້ດ້ວຍການຕັ້ງຄ່າທັງຈາກ Apple Watch ແລະ ໄອໂຟນງ່າຍໆ. ຟັງຊັ່ນສຸດຮັກຢ່າງ “ ຫ້າມລົບກວນ” ຫລື “Do not Disturb” ໃນ ໄອໂຟນເອງກໍ່ມີ ໃນ Apple Watch ກໍ່ເຊັ່ນດຽວກັນໂດຍສາມາດຕັ້ງຄ່າໃຫ້ Apple Watch ແລະ ໄອໂຟນໃຊ້ຄ່າທີ່ຄືກັນໄດ້ຄືເມື່ອປິດຟັງຊັ່ນນີ້ໃນໄອໂຟນ ໃນ Apple Watch ປິດຟັງຊັ່ນນີ້ເຊັ່ນດຽວກັນ ແລະ ຈະເປັນແບບດຽວກັນເມື່ອເປີດຟັງຊັ່ນນີ້ຜ່ານທາງ Apple Watch ໂດຍສຳລັບ Apple Watch ນັ້ນຟັງຊັ່ນນີ້ຈະສັ່ນແຈ້ງເຕືອນສະເພາະເວລາທີ່ມີສາຍຈາກໃນລາຍການທີ່ມັກຂອງເຮົາໂທເຂົ້າມາເທົ່ານັ້ນ ຫາກວ່າເປັນສາຍອື່ນໆຈະຕ້ອງໂທເຂົ້າມາເປັນຄັ້ງທີສອງຈືງຈະໂທຕິດ ແລະ ສັ່ນເຕືອນໃນ Apple Watch                                            ແຫລະແລ້ວ…...ກໍ່ຈົບມື້ທຳອິດລົງໄດ້….ກວ່າຈະຮຽນຮູ້ພື້ນຖານເບື່ອງຕົ້ນຂອງ Apple Watch ໄດ້ຫມົດກໍ່ຫນັກຄືກັນ ແຕ່ເມື່ອຮຽນຮູ້ພື້ນຖານຫມົດກໍ່ຍິ່ງຕອກຊ້ຳຄວາມຄິດໃນມື້ທຳອິດທີ່ວ່າ ຕູຊິມີ Apple Watch ໄປເພື່ອອີຫຍັງວາາາາາ!!! ເພາະຟັງຊັ່ນພື້ນຖານສ່ວນໃຫຍ່ກໍ່ຄືກັບ Smart Watch ແບຣນອື່ນໆ ຈະມີບາງຢ່າງທີ່ແຕກຕ່າງອອກໄປ (ເຊັ່ນເລື່ອງການແຕ້ມຮູບ ແລະ ສົ່ງອັດຕາການເຕັ້ນຂອງຫົວໃຈ (ແຕ່ຕອນນີ້ Android Wear ກໍ່ສາມາດສົ່ງອັດຕາການເຕັ້ນຂອງຫົວໃຈໄດ້ແລ້ວໂດຍຜ່ານແອັບຯຢ່າງ Wechat) ເຊິ່ງກໍ່ບໍ່ມີປະໂຫຍດຢູ່ດີຖ້າບໍ່ມີຫມູ່ທີ່ໃຊ້ Apple Watch ຄືກັນ ແລະ ທັງນີ້ທັງນັ້ນຟັງຊັ່ນຫລາຍໆໂຕກໍ່ເຮັດວຽກໂດຍລຳພັງບໍ່ໄດ້ເລີຍ ຕອ້ງເພິ່ງພາໄອໂຟນ ແຖມຟັງຊັ່ນຟິດເນສກໍ່ບໍ່ວັດອັດຕາການເຕັ້ນຂອງຫົວໃຈຕະຫລອດເວລາອີກ ຄິດໄດ້ແບບນີ້ກໍ່ຖອດມັນອອກຈາກຂໍ້ມື ເບິ່ງຫນ້າສະຫລຸບແບັດຯບອກວ່າເຫລືອກອີກ 48% (ຍອມຮັບວ່າທົນຫລາຍເພາະໃຊ້ງານບໍ່ຫນ້ອຍເລີຍ ແຕ່ແບັດຯຍັງບໍ່ໃກ້ຫມົດດ້ວຍຊ້ຳ) ສຸດທ້າຍກໍ່ໄດ້ຂໍ້ສະຫລຸບກັບໂຕເອງວ່າ  
  ,

ມື້ຫລັງຈາກນັ້ນ….. ມື້ຕໍ່ໆມາເມື່ອເຮົາສອງເລີ່ມຜູກພັນ

ຈົບໄປສອງມື້ Apple Watch ຍັງບໍ່ຖືກໃຈພໍປານໃດ ແຕ່ດ້ວຍຄວາມເຊື່ອເລິກໆວ່າຜະລິດຕະພັນທີອອກມາຈາກ Apple ນັ້ນຫນ້າຈະເຮັດຫຍັງໄດ້ຫລາຍກວ່ານີ້ ມື້ຕໍ່ຈາກນີ້ຈຶ່ງເປັນມຶ້ທີ່ໄດ້ມີໂອກາດໃຊ້ເວລາຮຽນຮູ້ມັນຫລາຍຍິ່ງຂຶ້ນ ຫລາຍກວ່າຄຳວ່າ “ທົ່ວໄປ” ຂອງມັນຫາກວ່າເຮົາເອົາມາໃຊ້ເພື່ອໃຊ້ໃນຄວາມທົ່ວໄປຂອງມັນແລ້ວກໍ່ຄົງບໍ່ຄຸ້ມຄ່າກັບຄ່າໂຕ ຄິດໄດ້ດັ່ງນັ້ນກໍ່ຕັ້ງເປົ້າໃຫມ່ວ່າເຮົາຕ້ອງຄົ້ນມັນອອກມາໃຫ້ໄດ້ຫລາຍກວ່ານີ້ ມັນຕ້ອງມີຫຍັງດີໆກວ່ານີ້ ໃຫ້ເຮົາເຮັດໄດ້ທີ່ຫລາຍກວ່າຄວາມເປັນສະມາດວັອດທົ່ວໄປ ແລະ ຈົນຜ່ານໄປເວລາປະມານຫນຶ່ງ ກໍ່ຄົ້ນພົບວ່າເລີ່ມ “ຜູກພັນ” ກັບ Apple Watch ເສຍແລ້ວ ເຫດຜົນງ່າຍໆນັ້ນກໍ່ເພາະໃນຕອນນີ້ເຮົາເຂົ້າໃຈແລ້ວວ່າ ມັນເກີດມາເພື່ອຊ່ວຍໃຫ້ເຮົາໃຊ້ຊີວິດການໃຊ້ iPhone ຂອງເຮົາງ່າຍຂຶ້ນແທ້ໆ ແລະ ມັນຍັງເກັ່ງເວລາ Stand Alone ບໍ່ໄດ້ກະໂຫລກກະລາຄືທີ່ເຂົ້າໃຈໃນຕອນທຳອິດອີກດ້ວຍ ດ້ວຍສິ່ງທີ່ເຮົາຄົ້ນພົບ ແລະ ເຮັດໃຫ້ເຮົາຜູກພັນກັບມັນນັ້ນ ບາງຢ່າງເປັນ Hidden Feature ທີ່ Apple ບໍ່ຍອມເວົ້າເຖິງເລີຍໃນງານເປີດໂຕ ເຊິ່ງກໍ່ບໍ່ເຂົ້າໃຈວ່າຍ້ອນຫຍັງ.

ແບັດເຕີຣີ້ທີ່ຫນ້າປະທັບໃຈຢ່າງຍິ່ງ

ເວົ້າຕາມຕົງວ່າຕັ້ງຄວາມຄິດເອົາໄວ້ກັບເລື່ອງແບັດຯຂອງ Apple Watch ຫລາຍກ່ອນໃຊ້ງານ ເພາະການທີ່ Apple ບອກວ່າໃຊ້ໄດ້ຫນຶ່ງມື້ນັ້ນມັນຫນ້າຫງຸດຫງິດຫລາຍ ມັນເຮັດໃຫ້ຄິດໄປວ່າແບັດຯຄືຈະຫມົດໄວຊະນິດທີ່ແບບຍັງໃຊ້ງານໄດ້ບໍ່ເຕັມມື້ແທ້ໆ ບໍ່ຕ້ອງເວົ້າເຖິງເວລາໃຊ້ງານຫນັກໆເລີຍ ັມນຈະດັບກາງມື້ແທ້ໆ ແລ້ວກໍ່ກາຍເປັນພຽງແຕ່ເຄື່ອງປະດັບເທິງຂໍ້ມືທີ່ບໍ່ມີປະໂຫຍດແບບສຸດໆໄປເລີຍ. ປະກົດວ່າຜິດຄາດ ເພາະຕັ້ງແຕ່ມື້ທຳອິດທີ່ຈັບຈົນມື້ນີ້ ບໍ່ວ່າຈະໃຊ້ງານດຸເດືອດຂະຫນາດໃດ Apple Watch ກໍ່ັຍງບໍ່ເຄີຍເຫລືອແບັດຯຕ່ຳກວ່າ 30% ກ່ອນໄປສາກຕອນ 23 ໂມງເຖິງທ່ຽງຄືນເລີຍຈັກຄັ້ງ (ສ່ວນໃຫຍ່ຈະຖອດອອກຈາກຕອນສາກ 6 ໂມງເຊົ້າ) ເຊິ່ງຖືວ່າເກີນຄຳວ່າພຽງພໍແທ້ໆ ສຳລັບຫນຶ່ງມື້ ແລະ ຮອບການສາກກໍ່ພໍດີກັບຮອບທີ່ເຮົາສາກໄອໂຟນ ເຊິ່ງຕອ້ງສາກມື້ຕໍ່ມື້ຢູ່ແລ້ວ ບໍ່ໄດ້ຫນ້າຫງຸດຫງິດຫຍັງຢ່າງທີ່ຄິດໄວ້ ແຖມເປັນຂໍ້ດີຕ່າງຫາກເພາະຕອນທີ່ໃຊ້ Pebble ທີ່ສາກແລ້ວຢູ່ໄດ້ປະມານ 5 ມື້ນັ້ນມັນເຮັດໃຫ້ເຮົາບໍ່ຕິດການສາກແບັດຯທີ່ຄວນເຮັດປົກຕິທຸກມື້ ແລະ ມັກຈະລືມຈຳນວນມື້ຫລັງຈາກການສາກລ່າສຸດ ແລະ ບໍ່ໄດ້ເບິ່ງແບັດຯຈົນມັນແຈ້ງເຕືອນ ເຮັດໃຫ້ຕ້ອງຖອດມັນອອກມາສາກໃນຊ່ວງເວລາລະຫວ່າງມື້ທີ່ຕ້ອງໃຊ້ງານ ເປັນບັນຫາທີ່ບໍ່ມີໂມງໃຊ້ອີກ ການທີ່ Apple Watch ຄືຈະບັງຄັບວ່າຕ້ອງສາກມື້ຕໍ່ມື້ພ້ອມກັບໄອໂຟນນັ້ນເລີຍກາຍເແັນເລື່ອງທີ່ດີຫາກເບິ່ງໃນມຸມນີ້ ແຕ່ສຳລັບການໃຊ້ງານທົ່ວໄປ ບອກເລີຍວ່າອາດຢູ່ໄດ້ຮອດ 2 ມື້ ແລະ ຍັງໄດ້ຍິນມາວ່າ WatchOS 2 ນັ້ນບໍລິຫານແບັດຯໄດ້ດີຂຶ້ຮອີກດ້ວຍ.

Handoff ແລະ Continuity ຈຸດເດັ່ນທີ່ສະມາວັອດຄ້າຍອື່ນໆຕ້ອງຮຽນຮູ້ຈາກມັນ

ການເຮັດວຽກລະຫວ່າງ Apple Watch ກັບ ໄອໂຟນນັ້ນປະສົມປະສານກັນໄດ້ຢ່າງລົງໂຕຫລາຍຈົນຕ້ອງໃຫ້ຄຳຍ້ອງຍໍກັນເລີຍ. 1. ຮັບສາຍ, ພັກສາຍ, ໂອນສາຍຕໍ່ໄປໃຫ້ໄອໂຟນ ແລະ ໂທອອກ ເລີ່ມຈາກການຮັບສາຍ ແລະ ໂອນສາຍສົນທະນາເວລາທີ່ມີໂທລະສັບເຂົ້າມາເປັນການອອກແບບທີ່ລົງໂຕຫລາຍ ໂດຍສາມາດເລືອກຮັບສາຍສົນທະນາໄດ້ຜ່ານທາງ Apple Watch ໂດຍກົງ (ຫລືຈະເວົ້າຜ່ານລຳໂພງ Apple Watch ຫລື ຕໍ່ບລູທູດກັບ Apple Watch ເອົາໄວ້ແລ້ວໃຊ້ເວົ້າສາຍສົນທະນາກໍ່ໄດ້ ເຊິ່ງສະດວກກວ່າກັນຫລາຍ) ແລະ ຖ້າຮັບສາຍກັບ Apple Watch ແລ້ວຕອ້ງການປ່ຽນໄປໃຊ້ໄອໂຟນເວົ້າຕໍ່ແທນກໍ່ສາມາດສົ່ງຕໍ່ໄດ້ງ່າຍໆ ດ້ວຍການສົ່ງງານສາຍໃຫ້ກັບໄອໂຟນຕໍ່ຜ່ານທາງເມນູໃນ Apple Watch ແລະ ທີ່ເດັ່ນສຸດໆຄົງເປັນເລື່ອງຂອງການສັ່ງໃຫ້ Apple Watch ຮັບສາຍໄວ້ກ່ອນໃນກໍລະນີທີ່ຫາມືຖືບໍ່ເຫັນ ໂດຍ Apple Watch ຈະຮັບສາຍໄວ້ໃຫ້ໃນໄອໂຟນ ລໍຖ້າໃຫ້ໄປຫາໄອໂຟນ ຈົນເຫັນແລ້ວຈຶ່ງຈັບມາເວົ້າ ປາຍສາຍເອງກໍ່ຈະຮັບສັນຍານເຕືອນວ່າມີການຮັບສາຍຈາກເຈົ້າແລ້ວ ດັ່ງນັ້ນຢ່າຟ້າວວາງໃຫ້ລໍຖ້າບຶດຫນຶ່ງ ແຕ່ຖ້າຍັງຫາໄອໂຟນບໍ່ເຫັນແທ້ໆກໍ່ສາມາບອກໃຫ້ Apple Watch ຫາໄອໂຟນໃຫ້ໄດ້ ໂດຍໄອໂຟນ ຈະຮອ້ງບອກວ່າມັນຢູ່ບອ່ນໃດ ພອ້ມກັບປ່ອຍແຟລສແວ໊ບໆ ໃຫ້ໄດ້ສັງເກດເຫັນທັງໆທີ່ຍັງຮັບສາຍສົນທະນານັ້ນຄ້າງຢູ່.                          ໃນຂະນະດຽວກັນນອກຈາກການຮັບສາຍແລ້ວApple Watch ຍັງສາມາດໂທອອກຜ່ານທາງ Apple Watch ເອງໄດ້ດ້ວຍ ໂດຍພຽງແຕ່ເລືອກໂທອອກຈາກແອັບຯຜູ່ຕິດຕໍ່ (Contact) ຫລື Friends ໃນ Apple Watch ກໍ່ສາມາດສັ່ງໂທອອກໄດ້ເລີຍທັນທີ ຫລື ງ່າຍກວ່ານັ້ນກໍ່ພຽງແຕ່ປັດຂໍ່ມືມາໃຫ້ຄືກັບການເບິ່ງໂມງ ພໍຂຶ້ນຫນ້າ Watch Face ກໍ່ໃຫ້ເອີ້ນສິຣິອອກມາດ້ວຍຄຳສັ່ງ “ຫວັດດີສິຣິ” (ເປັນພາສາໄທ) ແລ້ວບອກໃຫ້ສິຣິໂທອອກຫາຄົນທີ່ຕອ້ງການ ບໍ່ຕ້ອງຈື່ລາຍລະອຽດຫລາຍ ຢາກເວົ້າຫຍັງກໍ່ໄດ້ທີ່ສື່ຄວາມຫມາຍວ່າໃຫ້ໂທຫາຄົນນັ້ນໆ ໂດຍການໂທອອກດ້ວຍ Apple Watch ນັ້ນຈະບໍ່ຂັດກັບກິດຕະກຳໃດໆທີ່ເກີດຂຶ້ນໃນໄອໂຟນ ເລີຍ ເຊັ່ນວ່າ ຖ້າເຮົາກຳລັງໃຊ້ໄອໂຟນຕໍ່ບລູທູດໃນລົດເພື່ອຟັງເພັງຢູ່ໄອໂຟນກໍ່ັຍງຄົງຫລິ້ນເພັງຕໍ່ໄປໃນຂະນະທີ່ເຮົາເວົ້າສາຍສົນທະນາຜ່ານ Apple Watch ນັ້ນເອງ ສະດວກແບບສຸດໆໄປເລີຍ.                                ຂໍ້ກຳນົດເພື່ອໃຊ້ງານນີ້ກໍ່ບໍ່ໄດ້ຍາກຫຍັງ ພຽງແຕ່ຢູ່ໃນໄລຍະບລູທດູຂອງໄອໂຟນ ຫລື ຕໍ່ໃຫ້ບໍ່ໄດ້ຢູ່ໃນໄລຍະບລູທູດ (ເຊັ່ນອາດຮັບສາຍຈາກຊັ້ນລຸ່ມຂອງເຮືອນໃນເົອາມືຖືໄວ້ເທິງຫ້ອງ) ກໍ່ຂໍແຕ່ໃຫ້ເຊື່ອມຕໍ່ຢູ່ກັບ WIFI ດຽວກັນ ພຽງເທົ່ານີ້ຟັງຊັ່ນການເຮັດວຽກນີ້ກໍ່ຈະໃຊ້ງານໄດ້ແລ້ວ.   2. ຢາກໄດ້ຫຍັງ ສັ່ງສິຣິງ່າຍໆພຽງແຕ່ເອີ້ນນາງຂຶ້ນມາ - ເຮົາເຄີຍສົງໃສຕະຫລອດວ່າເປັນຫຍັງຟັງຊັ່ນ “ຫວັດດີສິຣິ (Hello Siri)” ເຊິ່ງເປັນການເອີ້ນສິຣິ ໂດຍບໍ່ຕອ້ງແຕະປຸ່ມໃດໆໃນໄອໂຟນ ນັ້ນເຖິງໄດ້ໃຊ້ໄດ້ສະເພາະເວລາສາກແບັດຯເທົ່ານັ້ນ Apple ເອງກໍ່ອອກໃາໃຫ້ຄຳຕອບແລ້ວວ່າເປັນເພາະເລື່ອງຂອງແບັດຯທີ່ທາງ Apple ຢສກປະຫຍັດໃຫ້ຜູ່ໃຊ້ງານ ແຕ່ໃນ Apple Watch ເນື່ງຈາກຄຳວ່າແບັດຯບໍ່ແມ່ນບັນຫາສຳລັບການໃຊ້ງານໃນຫນຶ່ງມື້ Apple ເລີຍເປີດໃຫ້ຟັງຊັ່ນນີ້ ເປັນຟັງຊັ່ນມາດຕະຖານທີ່ເປີດຕະຫລອດເວລາໄປເລີຍ ວິທີການໃຊ້ງານນັ້ນກໍ່ງ່າຍໆພຽງແຕ່ຢູ່ໃນຫນ້າ Watch Face ຫລື Glances ຈາກນັ້ນກໍ່ເວົ້າອອກມາວ່າ “Hello Siri” ພຽງເທົ່ນີ້ສິຣິກໍ່ພ້ອມອອກມາຮັບໃຊ້ແລ້ວ ແຕ່ທັງນີ້ເນື່ອງດ້ວຍຂໍ້ຈຳກັດບາງຢ່າງ Apple ຍັງບໍ່ຍອມໃຫ້ສິຣິໃຊ້ງານໄ້ດຢ່າງເຕັມທີ່ຄືກັບໄອໂຟນ (ໄດ້ຍິນມາວ່າ WatchOS2 ປັບປຸງເລື່ອງນີ້ຫລາຍແລ້ວ) ຈຶ່ງມີບາງຢ່າງທີ່ສິຣິຍັງຊ່ວຍໃນ Apple Watch ພຽງຢ່າງດຽວບໍ່ໄດ້ ແລະ ທີ່ຫນ້າຫງຸດຫງິດສຸດໆ ກໍ່ເຊັ່ນງານງ່າຍໆ ຢ່າງການແຈ້ງບອກວ່າເພັງທີ່ໄດ້ຍິນແມ່ນເພັງຫຍັງ ເຊິ່ງຖ້າຖາມສິຣິໃນ Apple Watch ແບບນີ້ນາງຈະບອກວ່າ ນາງສາມາດຊ່ວຍທ່ານໄດ້ ແຕ່ທ່ານຕອ້ງເອົາໄອໂຟນອອກມາເພື່ອເບິ່ງຄຳຕອບນັ້ນເອງ (ເຊິ່ງກົງກັນຂ້າມກັບ Android Wear ນັ້ນສາມາດບອກໄດ້ເລີຍວ່າທ່ານກຳລັງໄດ້ຍິນແມ່ນເພງຫຍັງ, ສິນລະປິນໃດຢ່າງລະອຽດ :D) ແຕ່ງານພື້ນຖານອື່ນໆຖືວ່າເຮັດໄດ້ຢ່າງສຸດຍອດ. ທັງນີ້ນອກຈາກການເອິ້ນສິຣິຂຶ້ນມາດ້ວຍຄຳສັ່ງ “Hello Siri” ແລ້ວຍັງສາມາດປຸກນາງຂຶ້ນມາດ້ວຍການກົດທີ່ປຸ່ມກົມໆໃນ Apple Watch ຄ້າງເອົາໄວ້ໄດ້ອີກດ້ວຍ.                      3.  ກວດສອບ ແລະ ຄິດໃຫ້ອັດຕະໂນມັດວ່າຄວນລ໊ອກຫນ້າຈໍໂມງຫລືບໍ່ - ຄົງຈະບໍ່ດີຖ້າຫາກວ່າຜູ່ໃຊ້ງານຈຳເປັນຕອ້ງປົດລ໊ອກໂມງຂອງໂຕເອງທຸກຄັ້ງທີ່ຕອ້ງການໃຊ້ງານ ເພາະດ້ວຍຂະຫນາດຫນ້າຈໍຂອງ Apple Watch ທີ່ນ້ອຍກວ່າໄອໂຟນເຮັດໃຫ້ເວລາຈຳເປັນຕ້ອງປົດລ໊ອກນັ້ນລຳບາກ ແລະ ບໍ່ສະດວກປານໃດທີ່ຈະຕ້ອງເຮັດຢູ່ເລື້ອຍໆ ດ້ວຍເຫດນີ້ Apple ຈຶ່ງຄິດວີທີສຳລັບການປົດລ໊ອກຫນ້າຈໍ Apple Watch ທີ່ແສນຈະສະຫລາດເອົາໄວ້ດ້ວຍການກວດຈັບການໃສ່ໂມງດ້ວຍເຊັນເຊີ້ວັດການເຕັ້ນຂອງຫົວໃຈວ່າຜູ່ໃຊ້ງານກຳລັງໃສ່ໂມງຢູ່ຫລືບໍ່ ແລະ ຫາກວ່າຜູ່ໃຊ້ງານກຳລັງໃສ່ Apple Watch ຈະສັງເກດເພີ່ມຕື່ມວ່າໄອໂຟນຂອງເຈົ້າຂອງເຄື່ອງເອງກໍ່ຢູ່ໃກ້ໆກັບໂມງຫລືບໍ່ ຫາກທັງສອງເງື່ອນໄຂໄດ້ຄຳຕອບວ່າແມ່ນ Apple Watch ກໍ່ຈະບໍ່ທຳການລ໊ອກຫນ້າຈໍໂຕເອງອີກເລີຍສົ່ງຜົນໃຫ້ຜູ່ໃຊ້ງານບໍ່ຈຳເປັນຕອ້ງໃຊ້ຫນ້າຈໍຂະຫນາດນອ້ຍມາກົດ Password ຫລື ລະຫັດຜ່ານຢູ່ຕະຫລອດເວລາໃຫ້ກວນໃຈໃດໆ.    ນີ້ຄືສິ່ງເລັກໆນ້ອຍໆທີ່ Apple ໃຊ້ປະໂຫຍດມາຈາກຄວາມສາມາດຂອງ Handoff ແລະ Continuity ຈົນເກີດເປັນຄວາມສ້າງສັນທີ່ຊ່ວຍໃຫ້ຜູ່ໃຊ້ງານ Apple Watch ສາມາດໃຊ້ງານໄດ້ຢ່າງສະດວກງ່າຍດາຍຄວບຄູ່ໄປກັບໄອໂຟນຄູ່ກາຍຢ່າງແທ້ຈິງ.  

ມັນເຮັດວຽກໂດຍທີ່ບໍ່ຕ້ອງເພິ່ງພາໄອໂຟນໄດ້ຫລາຍກວ່າທີ່ຄິດໄວ້.

ມື້ກ່ອນໆເຄີຍດູຖູກມັນໄວ້ວ່າຕ້ອງເພິ່ງພາໄອໂຟນຕະຫລອດ ແຕ່ພໍຍິ່ງຮູ້ຈັກມັນຫລາຍຂຶ້ນຍິ່ງເຂົ້າໃຈວ່າຄິດຜິດຫລາຍ ເພາະ Apple ເຮັດວຽກບ້ານເລື່ອງນີ້ມາດີ ຈຶ່ງໃສ່ການເຊື່ອມຕໍ່ທີ່ຈຳເປັນມາໄວ້ໃນ Apple Watch ັທງຫມົດຕັ້ງແຕ່ບລູທູດ, ໄວໄຟ ແລະ NFC (ທີ່ຍັງບໍ່ເຄີຍໄດ້ລອງໃຊ້ເພາະວ່າຍັງບໍ່ມີທະນາຄານໃດທີ່ຮອງຮັບ Apple Pay) ແຖມຍັງສາມາດເກັບເພັງໄວ້ໃນຫນ່ວຍຄວາມຈຳພາຍໃນຂອງ Apple Watch (ທີ່ມີປະມານ 8GB) ໄດ້ຫລາຍເຖິງ 2GB ໃນປະຈຸບັນ ແລະ ເກັບຮູບພາບໃນ Apple Watch ໄດ້ອີກ 75MB ໂດຍບໍ່ຕ້ອງເພິ່ງພາການເຊື່ອມຕໍ່ກັບໄອໂຟນ ດ້ວຍເຫດນີ້ຈຶ່ງເຮັດໃຫ້ເຮົາສາມາໃສ່ Apple Watch ຢ່າງດຽວໄປອອກກຳັລງກາຍໄດ້ຢ່າງໃຈຕອ້ງການ (ແຕ່ຈະບໍ່ໄດ້ຟັງຊັ່ນ GPS ໄປດ້ວຍເພາະ Apple Watch ບໍ່ໄດ້ບິ້ວອິນໂຕນີ້ມານຳ) ບໍ່ຈຳເປັນຕອ້ງພົກພາໄອໂຟນ ໄປດ້ວຍ. ສຳລັບການເກັບເພັງໄວ້ໃນ Apple Watch ນັ້ນເຮັດໄດ້ບໍ່ຍາກພຽງແຕ່ເຮົາສ້າງ Playlist ຂຶ້ນມາໃນ iTune ຂອງເຮົາ (ໃນຄອມພິວເຕີ້) ຈາກນັ້ນກໍ່ໃສ່ເພັງທີ່ເຮົາມັກລົງໄປແລ້ວທຳການ Sync Playlist ນັ້ນເຂົ້າມາເກັບໄວ້ໃນໄອໂຟນ ເມື່ອແລ້ວຮຽບຮອ້ຍກໍ່ເຂົ້າເມນູ Apple Watch ໃນໄອໂຟນ ເລື່ອນລົງມາທີ່ເມນູ Music ແລ້ວກໍ່ເລືອກ Sync Playlist ທີ່ຫາກໍ່ສ້າງນັ້ນໄປໄວ້ໃນ Apple Watchອີກເທື່ອຫນຶ່ງ ໂດຍ Apple Watch ຈະທຳການ Copy ເພງໃນ Playlist ນັ້ນໆໄປໄວ້ໃນໂຕເຄື່ອງຂອງມັນໃຫ້ໂດຍອັດຕະໂນມັດ ເພື່ອການຟັງເພງທີ່ບໍ່ຕ້ອງເພິ່ງພາໄອໂຟນ ແລະ ໃນຫນ້າການຕັ້ງຄ່ານີ້ເອງ ສາມາດເລືອກໄດ້ວ່າຕ້ອງການເກັບເພັງໄວ້ບໍ່ເກີນຈັກເພັງ ຫລື ບໍ່ເກີນເນື້ອທີ່ຈັກ GB ໂດຍຄ່າເລີ່ມຕົ້ນທີ່ Apple ຕັ້ງໄວ້ໃຫ້ນັ້ນຄືບໍ່ເກີນ 1GB ນັ້ນເອງ (ເລືອກໄດ້ສູງສຸດ 2GB ຫລື ອີກອອັບຊັ່ນຄືບໍ່ເກີນ 250 ເພັງ) ທັງນີ້ການ sync ໃນ Apple Watch ຈະເກີດຂຶ້ນເມື່ອ Apple Watch ກຳລັງສາກແບັດຯຢູ່ເທົ່ານັ້ນ.                                             ຫລັງຈາກຍ້າຍເພງລົງເຄື່ອງແລ້ວ ກໍ່ໄປທີ່ແອັບຯ Music ໃນ Apple Watch ຈາກນັ້ນກໍ່ກົດຫນ້າຈໍ Apple Watch ຄ້າງເອົາໄວ້ (ຢ້ຳວ້າກົດ ບໍ່ແມ່ນແຕະ) ຈະມີມີນູເດັ້ງເພີ່ມຕື່ມຂຶ້ນມາໃຫ້ເລືອກ (ສາມາດຟັງຜ່ານອຸປະກອນທີ່ຮອງຮັບ Airplay ໄດ້ດ້ວຍ) ໃຫ້ເລືອກ “ ອຸປະກອນ ” ຈາກນັ້ນຈະມີເມນູໃຫ້ເລືອກອີກວ່າຕ້ອງການຟັງເພງຈາກໂຕ Apple Watch ເອງ ຫລື ໄອໂຟນ ກໍ່ເລືອກແຫລ່ຝທີ່ຕ້ອງການເປັນ Apple Watch ຈາກນັ້ນມັນກໍ່ຈະໄປຫນ້າຕໍ່ໄປເພື່ອໃຫ້ຈັບຄູ່ກັບອຸປະກອນບລູທູດ ໂດຍອັດຕະໂນມັດ ເລືອກຈັບຄູ່ກໍ່ເປັນອັນຮຽບຮອ້ຍ ພ້ອມທີ່ຈະຟັງເພງຈາກ Apple Watch ແລ້ວ. ສ່ວນການເກັບຮູບໄວ້ເບິ່ງໃນ Apple Watch ໂດຍບໍ່ຕ້ອງເພິ່ງພາໄອໂຟນ ນັ້ນກໍ່ມີວິທີທີ່ຄ້າຍຄືກັນ ພຽງແຕ່ເຂົ້າໄປທີ່ແອັບຯ Apple Watch ໃນ ໄອໂຟນ ຈາກນັ້ນເລື່ອນລົງມາທີ່ Photo ແລ້ວເຂົ້າໄປຕັ້ງຄ່າການເລືອກວ່າຕ້ອງການ Sync Album ໃດໄປເກັບໄວ້ໃນ Apple Watch ແລະ ເລືອກເນື້ອທີ່ສູງສຸດໃນການເກັບໄຟລຮູບໄວ້ໃນ Apple Watch ເຊິ່ງຈະສູງສຸດທີ່ 75MB                       

ເລີ່ມເກີດຄຳຖາມ ຈຳເປັນຫລືບໍ່ທີ່ຕ້ອງຮູ້ອັດຕາການເຕັ້ນຂອງຫົວໃຈໂຕເອງຕະຫລອດເວລາ?

ຫລັງຈາກໃຊ້ Apple Watch ຄວບຄູ່ໄປກັບ Fitbit Charge HR ມາຫລາຍມື້ (Apple Watch ຂ້າງຊ້າຍ Fitbit ຂ້າງຂວາ) ກໍ່ຄົ້ນພົບຄວາມຈິງຂໍ້ຫນຶ່ງວ່າ ໂດຍປົກະຕິແລ້ວເຮົາເກືອບບໍ່ໄດ້ເປີດເບິ່ງອັດຕາການເຕັ້ນຂອງກຫົວໃຈໃນ Fitbit ຕະຫລອດເວລາຢ່າງທີ່ເຮົາຄິດ ເພາະຊ່ວງເວລາທີ່ເຮົາຈະກວດເບິ່ງອັດຕາການເຕັ້ນຂອງຫົວໃຈແທ້ໆ ນັ້ນສ່ວນໃຫຍ່ແລ້ວຈະມີແຕ່ຊ່ວງທີ່ເຮົາອອກກຳລັງກາຍເທົ່ານັ້ນ ເຊິ່ງ Apple Watch ເອງກໍ່ສາມາດສະແດງອັດຕາການເຕັ້ນຂອງຫົວໃຈໃຫ້ເຮົາເລືອກແບບ Real time ໄດ້ເມື່ອຢູ່ໃນໂຫມດການອອກກຳລັງກາຍ ແລະ ອີກຊ່ວງທີ່ເຮົາຢາກຮູ້ອັດຕາການເຕັ້ນຂອງຫົວໃຈ ກໍ່ຄືຊ່ວງເວລາທີ່ເຮົາພັກຜ່ອນນັ້ນເອງ ໂດຍໃນສ່ວນນີ້ຕ້ອງຍອມຮັບວ່າຍັງມີຂັດໃຈ Apple Watch ຢູ່ເພາະຊ່ວງ RHR ຫລື ເວລາທີ່ເຮົາພັກຜ່ອນ ທີ່ຈະຖືກຕອ້ງທີ່ສຸດຄືຊ່ວງທີ່ເຮົານອນ ແຕ່ເຮົາພັດໃສ່ Apple Watch ຕອນນອນບໍ່ໄດ້ເພາະຕ້ອງໄດ້ຖອດມາສາກແບັດຯ ໃນຂະນະທີ່ Fitbit ນັ້ນສາມາດໃສ່ນອນໄດ້ເລີຍ (ແລະໃສ່ເປັນປະຈຳຈົນເປັນນິໄສໄປແລ້ວ)   ຄິດໄດ້ແບບນີ້ເລີຍໄດ້ຂໍ້ສະຫລຸບກັບໂຕເອງວ່າ ຄວາມຈິງແລ້ວການອອກແບບການເຮັດວຽກຂອງເຊັນເຊີ້ວັດອັດຕາການເຕັ້ນຂອງຫົວໃຈຂອງ Apple ນັ້ນກໍ່ຖືວ່າເຫມາະສົມຢູ່ແລ້ວໃນລະດັບຫນຶ່ງ ແລະ ບໍ່ໄດ້ລົບກວນການໃຊ້ງານໃນມຸມມອງຂອງການເປັນເຄືອງມືວັດສຸຂະພາບຫລາຍຢ່າງທີ່ເຮົາເຄີຍຮູ້ສຶກໃນຊ່ວງມື້ທີສອງແຕ່ຢ່າງໃດ. Apple Watch (ຊ້າຍ) ວັດ HR ສະເພາະເວລາສັ່ງໃຫ້ວັດ ຫລື ມືບໍ່ເຫັນງຕີງ Fitbit Charge HR (ຂວາา) ວັດຕະຫລອດເວລາ  

ສິ່ງເລັກໆນ້ອຍໆທີ່ຊ່ວຍໃຫ້ການໃຊ້ງານໄອໂຟນງ່າຍຂຶ້ນ

ຄວາມສະຫລາດທາງການຂຽນຄຳສັ່ງທີ່ Apple ອອກແບບມາສຳລັບການໃຊ້ງານ Apple Watch ຄວບຄູ່ກັບໄອໂຟນນັ້ນຍັງມີອີກຫລາຍ ແລະ ຫຫລາຍໆຢ່າງເຮັດໃຫ້ເຮົາໃຊ້ໄອໂຟນ (ໂດຍສະເພາະ iPhone 6 Plus ທີ່ຫນ້າຈໍໃຫຍ່ ຖືລຳບາກ) ໄດ້ງ່າຍຂຶ້ນຫລາຍ ຍົກຕົວຢ່າງເຊັ່ນການປິດສຽງການແຈ້ງເຕືອນໃນ Apple Watch ທີ່ຈະສົ່ງໄປເຖິງໄອໂຟນ ໂດຍທັນທີ ຫາກເົຮາສັ່ງດ້ວຍພາສາມືຄືຫາກວ່າເຮົາເອົາມືປິດຫນ້າຈໍ Apple Watch ໄວ້ປະມານ 3 ວິນາທີໃນຂະນະທີ່ມີສາຍເອີ້ນເຂົ້າ ມັນຈະເຂົ້າສູ່ໂຫມດສັ່ນທັງໃນໄອໂຟນ ແລະ Apple Watch ແລ້ວທຸກການແຈ້ງເຕືອນຫລັງຈາກນັ້ນໃນApple Watch ຈະມີພຽງແຕ່ການສັ່ນເທົ່ານັ້ນຈົນກວ່າເຮົາຈະເປີດໃຫ້ມັນໃຊ້ສຽງໄດ້ອີກຄັ້ງ ແລະ ນັ້ນສົ່ງຜົນໄປເຖິງໄອໂຟນຂອງເຮົາດ້ວຍ ເພາະອຸປະກອນຂອງເຮົາຈະຮຽນຮູ້ທັນທີວ່າເຮົາກຳັລງຢູ່ໃນຊ່ວງເວລາທີ່ບໍ່ສະດວກຕໍ່ການຮັບສາຍ ແລະ ບໍຕ້ອການໃຫ້ມີສຽງເຂົ້າມາລົບກວນອີກ. ເຖິງຕອນນີ້ຄວາມຄິດທີ່ມີຕໍ່ Apple Watch ເລີ່ມກາຍເປັນບວກຂຶ້ນມາຫລາຍ ຈາກທີ່ເຄີຍຄິດວ່າຈະຂາຍອອກໃນໄວໆນີ້ ຫລັງຈາກທີ່ເຮັດການຣີວິວແລ້ວກໍ່ເລີ່ມປ່ຽນເປັນວ່ານີ້ມັນຄື ສະມາດວັອດ ທີ່ຄູ່ຄວນແກ່ການສວມໃສ່ ແລະ ການມີໄວ້ກັບໂຕຢ່າງແທ້ຈິງ.
ລອງມາຂະຫນາດນີ້ແລ້ວ ເຮົາກໍ່ຢູ່ກັບມັນຕໍ່ໄປເລີຍກໍ່ແລ້ວກັນ.
  ,

ຈົນມາຮອດມື້ນີ້ ທີ່ຍິ່ງໃຊ້ຍິ່ງຫລົງໄຫລເຂົ້າຕື່ມ…

ສາລະພາບຄວາມຈິງເລີຍວ່າມາຮອດມື້ນີ້ Apple Watch ໄດ້ເຂົ້າມາຈັບຈອງພື້ນທີ່ເທິງຂໍ້ມື ແລະ ຫົວໃຈໄປຫລາຍຫລາຍກວ່າ Issey Miyake W  ເປັນທີ່ຮຽບຮອ້ຍ ດ້ວຍຮູບລັກສະນະການອອກແບບຂອງໂຕເຮືອນ ທີຫລັງຈາກປ່ຽນສາຍແລ້ວມັນຍິ່ງເພີ່ມຄວາມສວຍງາມ ແລະ ເຫມາະກັບທຸກໂອກາດໃນການສວມໃສ່ເຫລືອກເກີນ ໂດຍສ່ວນໂຕຄິດວ່າສວຍງາມທີ່ສດໃນບັນດາສະມາດວັອດໃນຕະຫລາດດ້ວຍກັນທັງຫມົດແລ້ວ (ມີ Moto 360 ເຊິ່ງເປັນ Android Wear ທີ່ສວຍງາມທີ່ສຸດຂອງຝັ່ງແອນດຣອຍ ນອກນັ້ນແລ້ວຄິດວ່າຍັງບໍ່ຜ່ານສຳລັບການໃຊ້ງານພື້ນຖານ ໃນທຸກໂອກາດລວມທັງ Pebble Steel ດ້ວຍ)  ແລະ ຄວາມສາມາດທີ່ຫລາກຫລາຍ ແລະ ລົງໂຕສຳລັບຜູ່ໃຊ້ງານ iPhone ຢ່າງພວກເຮົາຫລາຍ. ຍິ່ງເວລາຜ່ານໄປກໍ່ຍິ່ງຮຽນຮູ້ ແລະ ເຂົ້າໃຈ Apple Watch ໄດ້ຫລາຍຍິ່ງຂຶ້ນ ດຶງສັກກະຍະພາບຂອງມັນອອກມາໄດ້ຫລາຍຍິ່ງຂຶ້ນ ຢ່າງມັນສາມາດເປັນຣີໂຫມດສຳລັບການຖ່າຍຮູບ ຈາກແອັບຯກ້ອງຂອງ iPhone ແລະ ໃຊ້ບັງຄັບ Apple TV ໄດ້ລວມໄປເຖິງຫາກໍ່ຮູ້ຟັງຊັ່ນໃນແອັບຯ Music ສາມາດບັງຄັບແອັບຯເພັງອື່ນໆທີ່ສຳຄັນໄດ້ອີກບາງໂຕດ້ວຍ ນອກຈາກນີ້ການນຳທາງດ້ວຍ Apple Watch ກໍ່ເປັນເລື່ອງທີ່ງ່າຍສົມຄວນເພາະ Apple Watch ຈະໃຊ້ການສັ່ນເພື່ອບອກວ່າເຮົາຄວນຈະລ້ຽວຊ້າຍ ລ້ຽວຂວາ ຫລື ເຮົາໃຫ້ຈະເຖິງຈຸດຫມາຍປາຍທາງຂອງເຮົາແລ້ວ ໂດຍຈະສັ່ນບໍ່ຄືກັນ ຂຶ້ນຢູ່ກັບວ່າມັນຈະບອກເົຮາວ່າຢ່າງໃດ ແລະ ມັນຍັງໄປສັ່ງເປີດແອັບຯແຜນທີ່ໃນໄອໂຟນໃຫ້ເລີຍອີກດ້ວຍ ຫາກບໍ່ຖະຫນັດທີ່ຈະໃຊ້ການນຳທາງໃນ Apple Watch (ທີ່ເຫມາະກັບກາຍນຳທາງດ້ວຍການຍ່າງຫລາຍກວ່າ) ໃຊ້ Apple Watch ເປັນຣີໂຫມດສັ່ງຖ່າຍພາບຈາກກ້ອງຫລັງຂອງ iPhone   ເຖິງຈະມີບາງເລື່ອງທີ່ Apple ຍັງຈະຕ້ອງໄດ້ປັບປຸງໃນ Apple Watch ເພື່ອໃຫ້ປະສິດທິພາບຂອງມັນສູງຂຶ້ນອີກ (ເຊັ່ນເລື່ອງຂອງການກັນ້ຳທີ່ຄວນພັດທະນາຜະລີດຕະພັນໃຫ້ສາມາດຮັບປະກັນການກັນນ້ຳໄດ້ແທ້ໆ) ຍັງມີບາງຈຸດທີ່ເບິ່ງແລ້ວເປັນຈຸດເສຍຂອງ Apple Watch ໄດ້ຢູ່ ແຕ່ເຖິງຢ່າງນັ້ນເທົ່າທີ່ເປີດເຜີຍມາຈຸດເສຍຫລາຍໆຈຸດ ຈະໄດ້ຮັບການແກ້ໄຂໃນ watchOS2 ຢ່າງແນ່ນອນ (ເຊັ່ນເລື່ອງການກຳນົດສິດການເຂົ້າເຖິງຫລາຍໆຢ່າງຂອງນັກພັດທະນາໃຫ້ບໍ່ສາມາດດຶງປະສິດທິພາບເຕັມໆຂອງ Apple Watch ມາໃຊ້ງານໄດ້ ແລະ ຄວາມໄວໃນການເປີດປິດແອັບຯ ລວມເຖິງບັກເລັກໆນອ້ຍໆຕ່າງງໆ) ເຊິ່ງພຽງແຕ່ໄດ້ເຫັນການເຄືອນໄຫວຂອງ Apple WatchOS ທີ່ເປັນໄປໃນທິດທາງທີ່ດີຂຶ້ນຢ່າງວ່ອງໄວແບບນີ້ ກໍ່ພ້ອມທີ່ຈະລອງໃຊ້ເທິງຂໍ້ມືໂຕເອງຕໍ່ໄປແລ້ວ. ມື້ໃດທີ່ Apple Pay ສາມາດໃຊ້ງານກັບບັດເຄຣດິດໄທໄດ້ຢ່າງເຕັມທີ່ແລ້ວ ກໍ່ເບິ່ງເຫັນພາບເລີຍວ່າ Apple Watch ຈະເປັນອຸປະກອນທີ່ມີປະໂຫຍດຂຶ້ນຫລາຍກວ່າເກົ່າໄດ້ອີກບໍ່ຍາກເລີຍ ເພາະລະບົບໃນໄທ (Visa PayWave) ນັ້ນພ້ອມຮອງຮັບ Apple Pay ຢູ່ແລ້ວ ແລະ ມີຕິດຕັ້ງກະຈາຍກັນຢູ່ໃນຈຸດສຳຄັນເກືອບຈະທຸກບ່ອນ ແລະ ເມື່ອມື້ນັ້ນມາເຖິງ Apple Watch ກໍ່ຈະເປັນອຸປະກອນເສີມທີ່ສຳຄັນທີ່ຈະຊ່ວຍເພີ່ມຍອດຂາຍໃຫ້ກັບ Apple ໃນຕະຫລາດປະເທດໄທຫລາຍຂຶ້ນຢ່າງແນ່ນອນ. ແຕ່ເຖິງຈະເວົ້າແບບນັ້ນຫາກວ່າທ່ານບໍ່ໄດ້ຮີບຮອ້ນ ທີ່ຈະຕອ້ງຈັບຈອງເປັນເຈົ້າຂອງ Smart Watch ຈັກເຄື່ອງເພື່ອໃຊ້ງານໃນຊີວິດປະຈຳວັນ ຫລື ຍັງພໍທີ່ຈະຖ້າ Apple Watch 2 ທີ່ມີຂ່າວລືວ່າຈະມາໃນປີຫນ້າໄດ້ຢູ່ ໂດຍສ່ວນໂຕແລ້ວຄິດວ່າການລໍຖ້າກໍ່ບໍ່ໄດ້ເສຍຫາຍຫຍັງ ຖ້າເຮົາຈະໄດ້ສິ່ງທີ່ດີຂຶ້ນຈາກທີ່ເປັນຢູ່ (ຄິດວ່າກັນນ້ຳຫນ້າຈະມາຢ່າງເປັນທາງການໃນ Apple Watch ໂຕທີ 2 ລວມທັງກ້ອງ iSight ທີ່ມີຂໍ້ມູນເປີດເຜີຍກັນອອກມາແນ່ແລ້ວ ແລະ ອາດມີການພັດທະນາແບັດຯໃຫ້ດີຂຶ້ນ) ແຕ່ເຖິງຢ່າງນັ້ນກໍ່ຕ້ອງຄິດໄວ້ວ່າຍັງບໍ່ມີໄຜຮູ້ແນ່ຊັດວ່າຊ່ວງຂອງຜະລິດຕະພັນກຸ່ມ Apple Watch ນັ້ນຈະຍາວນານຂະຫນາດໃດ (ເພາະນີ້ເປັນໂຕທຳອິດ) ດັ່ງນັ້ກໍ່ອາດຈະມີຄວາມເປັນໄປໄດ້ຢູ່ຂ້ອນຂ້າງສູງວ່າ Apple Watch 2 ອາດຈະບໍ່ເປີດໂຕໃນໄວໆນີ້ຢ່າງທີ່ຄາດການເົອາໄວ້ ແລະ ຫາກລໍຖ້າຕໍ່ໄປເພື່ຫວັງຈະໄປເກັບເວີຊັ່ນ 2 ທີ່ຄາດເດົາກັນວ່າຈະເປີດໂຕປີຫນ້າທ່ນກໍ່ອາດຈະຕ້ອງລໍເກີ້ເຊັ່ນດຽວກັນ. ສຸດທ້າຍແລ້ວຄົງຕອ້ງບອກວ່າການຕັດສິນໃຈຊື້ Apple Watch ມາທົດລອງໃຊ້ໃນຄັ້ງນີ້ນັ້ນບໍ່ແມ່ນການຕັດສິນໃຈທີ່ຜິດພາດເລີຍ ກົງກັນຂ້າມກັບຮູ້ສຶກພໍໃຈຄຸນນະພາບ ແລະ ຄວາມສາມາດຂອງ Apple Watch ຫລາຍເກີນທີ່ຄາດຫມາຍເອົາໄວ້ດ້ວຍ ດັ່ງນັ້ນຈົນເຖິງຕອນນີ້ ສະຫລຸບໄດ້ກັບໂຕເອງແລ້ວວ່າ ຈະເກັບໄວ້ໃຊ້ງານເທິງຂໍ້ມືເປັນໂມງຫລັກແທນໂຕເກົ່າຢ່າງແນ່ນອນ ທັງນີ້ທັງນັ້ນກໍ່ເພາະວ່າ ສຳລັບ Apple Watch ມັນຊ່າງເປັນໂມງທີ່ເຫມາະກັບຄຳວ່າ   ຍິ່ງຮູ້ຈັກ….ຍິ່ງຫລົງຮັກ ຢ່າງແທ້ຈິງ