Advertisement

อ่านรีวิวภาษาไทย >> รีวิว Apple Watch: จากวันแรกถึงวันนี้ ยิ่งรู้จัก…ยิ่งรักเธอ <<

 

Apple Watch Review 1st page

Advertisement

ນັບຈົນເຖິງຕອນນີ້ຄົງຈະບໍ່ມີໄຜປະຕິເສດວ່າ Apple Watch ຄື SmartWatch ທີ່ໄດ້ຮັບກະແສຫລາຍທີ່ສຸດໃນບັນດາກຸ່ມ SmartWatch ທັງຫລາຍ ຫນຶ່ງໃນເຫດຜົນທີ່ສຳຄັນນັ້ນຄົງຈະຫນີບໍ່ພົ້ນຄວາມຈິງທີ່ວ່າມັນຄື SmartWatch ທີ່ຜະລິດອອກມາໂດຍ Apple ເຊິ່ງເປັນແບຣນທີ່ຜະລິດຕະພັນທຸກກຸ່ມໄດ້ຮັບການຍອມຮັບ ແລະ ຈັບຕາຢ່າງກ້ວາງຂວາງຢູ່ແລ້ວ ແລະ ອີກຫນຶ່ງເຫດຜົນທີ່ສຳຄັນຄື ນີ້ແມ່ນຜະລິດຕະພັນລ່າສຸດຈ່ກທາງ Apple ທີ່ດົນໆຈະອອກມາເທື່ອຫນຶ່ງ ແລະ ເວລາທີ່ເປີດໂຕອອກມານັ້ນກໍ່ຫນ້ອຍຄັ້ງທີ່ຈະເຮັດໃຫ້ຜິດຫວັງ ແລະ ເກືອບຈະ 100% ຂອງຜະລິດຕະພັນກຸ່ມໃຫມ່ໆທີ່ເປີດໂຕນັ້ນຈະເປັນການກຳນົດແນວທາງຕະຫລາດຂອງຜະລິດຕະພັນ IT ຂອງຊະນິດນັ້ນໆ ແລະ ເປັນໂຕກຳນົດມາດຕະຖານໄດ້ຕໍ່ໄປໃນທັນທີ (ເຊັ່ນຕອນເປີດໂຕ iPad ເປັນຕົ້ນ)

ທັງນີ້້ຕອ້ງຍອມຮັບອີກເຊັ່ນກັນວ່າ Apple Watch ນັ້ນເປັນຜະລິດຕະພັນໃຫມ່ຂອງ Apple ທີ່ເປີດໂຕແລ້ວສຽງວິພາກວິຈານກ່ອນວັນຈຳຫນ່າຍແທ້ນັ້ນຖືວ່າຂ້ອນຂ້າງຜິດຫວັງ ອາດດ້ວຍຮູບຮ່າງຫນ້າຕາທີ່ເບິ່ງຈາກຮູບສະຕັອກ ທີ່ Apple ຫລື ເວັບຕ່າງໆຖ່າຍອອກມາ ແລ້ວບໍ່ໄດ້ມີຫຍັງທີ່ໂດດເດັ່ນ ແລະ ຫນ້າຈົດຈຳພໍປານໃດ ແລະ ຟັງຊັ່ນຫລັກໆທີ່ Apple ນຳສະເຫນີເທິງເວທີເປີດໂຕທີ່ບໍ່ໄດ້ເຮັດໃຫ້ເຖິງກັບຂັ້ນຮອ້ງວ້າວ..(ຊ້ຳບໍ່ຫນຳຍັງຖືກດ່າເລື່ອງແບັດຯທີ່ Apple ເວົ້າໄວ້ວ່າໃຊ້ງານໄດ້ 1 ມື້ອີກຕ່າງຫາກ) ທັງຫມົດນີ້ສ້າງແຮງສຽດທານຂຫນາດມະຫຶມາໃຫ້ກັບ Apple Watch ໄດ້ເປັນຢ່າງດີ ໃນຊະນິດທີ່ເວົ້າໄດ້ວ່າແມ່ນແຕ່ເຫລົ່າສາວົກຂອງຫມາກໂປມເອງກໍ່ຍັງອອກມາສຽດສີ ວິພາກວິຈານ Apple Watch ໃຫ້ວຸ້ນວາຍກັນເລີຍ.

https://youtu.be/qQcFvamzdno

AppDisqus ມີໂອກາດໄດ້ຢູ່ກັບ Apple Watch Sport Aluminum 42mm ມາໄລຍະຫນຶ່ງແລ້ວ ເປັນໄລຍະທີ່ດົນພໍທີ່ຈະເຮັດໃຫ້ເຮົາມາບອກເລົ່າຄວາມຮູ້ສຶກ ແລະ ຣີວິວເຄື່ອງ Apple Watch ໄດ້ແບບຈິງໆຈັງໆ… ດົນພໍທີ່ເຮົາຈະກ້າເວົ້າໄດ້ວ່າ Apple Watch ນັ້ນຄືອີກຫນຶ່ງຜະລິດຕະພັນຂອງ Apple ທີ່ຄູ່ຄວນກັບປະໂຫຍກສັ້ນໆວ່າ: ຍິ່ງຮູ້ຈັກ….. ຍິ່ງຫລົງຮັກ ໄດ້ເປັນຢ່າງດີ ລອງມາຕິດຕາມກັນດີກວ່າວ່າຍ້ອນຫຍັງ.

 

[toggle_box title=”ບົດຄວາມນີ້ຈະພາໄປເບິ່ງຟັງຊັ່ນ ແລະ ການໃຊ້ງານ Apple Watch ຫລັກໆ ທັງຫມົດຢ່າງລະອຽດ ພ້ອມກັບການຣີວິວແບ່ງອອກເປັນ 5 ຕອນ ຕາມເມນູໂຕເລກທ້າຍບົດຄວາມດ້ານລຸ່ມນີ້ເລີຍ.” width=”Width of toggle box”][/toggle_box]

 

1 2 3 4 5
แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version