Advertisement

อ่านรีวิวภาษาไทย>>รีวิว AIS Super Combo LAVA 4G iris 550 และ iris 750 สมาร์ทโฟนแอนดรอยด์ระดับ 4G ในราคาเริ่มต้น <<

 

Advertisement

AIS ໄດ້ສົ່ງມືຖືຊຸດໃຫມ່ເຂົ້າຕະຫລາດພາຍໃຕ້ແບຣນຕົນເອງ ແຕ່ເຄື່ອງເປັນຂອງທາງຜູ່ຜະລິດ LAVA ພາຍໃຕ້ຄອນເຊັບຄຳວ່າ Super Combo LAVA 4G ກໍ່ພໍດີເປັນຊ່ວງທີ່ AIS ເລີ່ມຕົ້ນເດີນເຄື່ອງເຂົ້າສູ່ການບໍລິການໃນຮູບແບບ 4G LTE ຫລັງຈາກທີ່ຫາກໍ່ປະມູນຄື້ນຄວາມຖີ່ໄດ້ມາ, ໂດຍລຸ້ນທີ່ໄດ້ນຳມາເວົ້າເຖິງໃນຣີວິວນີ້ ກໍ່ເປັນສອງລຸ້ນທີ່ລາຄາຖືກແລ້ວ iris 55o ສະມາດໂຟນແອນດຣອຍຫນ້າຈໍຂະນາດ 4 ນີ້ວ ແລະ iris 750 ສະມາໂຟນລະບົບແອນດຣອຍເຊັ່ນກັນ ແຕ່ມາໃນຂະຫນາດຫນ້າຈໍ 4,5 ນີ້ວ ທັງສອງເຄື່ອງມີສະເປັກພາຍໃນທີ່ໃກ້ຄຽງກັນ.

DSC01303

ໂດຍສ່ວນໃຫຍ່ຄວາມຫນ້າສົນໃຈຂອງເຄື່ອງທີ່ນຳມາຈຳຫນ່າຍໂດຍເຄື່ອຂ່າຍຜູ່ໃຫ້ບໍລິການເອງຢ່າງ AIS ກໍ່ຄືເລື່ອງຂອງໂປຣໂມຊັ່ນທີ່ຈະແຖມມາໃຫ້ກັບເຄື່ອງ ເຮັດໃຫ້ລາຄາເຄື່ອງນັ້ນເກືອບຈະໄດ້ມາແບບຟຣີໆກັນເລີຍ ເຊັ່ນເຄື່ອງ iris 550 ລາຄາຈຳຫນ່າຍຢູ່ທີ່ 2,450 ບາດ ແຕ່ເຮົາຈະໄດ້ໂບນັດການໂທຟຣີ ແລະ ຫລີ້ນເນັດຟຣີປະມານ 2,400 ບາດກັບຄືນມານັ້ນເອງ.

ຕົວເຄື່ອງພາຍນອກ Super Combo LAVA 4G iris 550 ແລະ 750

ການອອກແບບຕົວເຄື່ອງອອກແບບມາຄ້າຍໆກັນ ເບິ່ງແລ້ວແຂວແຮງໂດຍສະເພາະໂຕ 750 ມີການດີຊາຍທີ່ມີລາຍລະອຽດຫລາຍກວ່າ ລວມເຖິງຫນ້າຈໍສະແດງຜົນທີ່ໃຫ້ຄຸນນະພາບຕ່າງກັນຫລາຍ ເພາະລຸ້ນ 750 ຫນ້າຈໍຈະເປັນເຕັກໂນໂລຊີ IPS ທີ່ໃຫ້ສີດີກວ່າ ສວຍງາມກວ່າ ແສງສະຫວ່າງເບິ່ງຊັດເຈນ ແລະ ມຸມມອງກວ້າງ ຫນ້າຈໍລຸ້ນ 750 ສວຍງາມກວ່າ 550 ຢ່າງຊັດເຈນ.

ທັງສອງເຄື່ອງເປັນລຸ້ນທີ່ຮອງຮັບການໃຊ້ງານຊິມກາດດຽວ ຮອງຮັບ 4G ບໍ່ຈຳກັດຄ້າຍ ແຕ່ການໃຊ້ງານ 3G ນັ້ນອອກແບບມາເພື່ອການທຳງານກັບເຄື່ອຂ່າຍ AIS ຫລາຍທີ່ສຸດ ເຊິ່ງແນະນຳວ່າຊື້ເຄື່ອງຈາກເຄືອຂ່າຍໃດກໍ່ຄວນຈະໃຊ້ກັບເຄືອຂ່າຍນັ້ນ ທັງເລື່ອງຂອງລະບົບ ແລະ ໂປຣໂມຊັ່ນ ລາຄາພິເສດທີ່ໄດ້ມາ ຖ້າບໍ່ມີຈຸດນີ້ຄວາມຄຸ້ມຄ່າກໍ່ຫາຍໄປ.

ອຸປະກອນພາຍໃນກ່ອງນັ້ນໃຫ້ມາຄຸ້ມມີທັງຟີມກັນຮອຍ, ຊີລີໂຄນ, ອຸປະກອນອື່ນໆມີຄົບ ຫູຟັງ, ສາຍສາກ ແບະ ສາຍ USB ມີໃບຮັບປະກັນຈາກທາງ AIS

ການໃຊ້ງານພາຍໃນ

ປະສິດທິພາບການເຮັດວຽກຢູ່ໃນລະດັບເລີ່ມຕົ້ນ, ບໍ່ວ່ອງໄວ ແຕ່ດ້ວຍລະບົບປະຕິບັດການທີ່ເປັນ Android 5.1 ເຊິ່ງມີພື້ນຖານໃນການເຮັດວຽກທີ່ຂ້ອນຂ້າງເບົາສະບາຍເຮັດໃຫ້ປະສົບານການໃຊ້ງານຂ້ອນຂ້າງຢູ່ໃນເກນທີ່ຮັບໄດ້.

ຫນ່ວຍຄວາມຈຳ (ແຣມ 1GB) ເບິ່ງແລ້ວນ້ອຍໄປສຳລັບຍຸກສະໄຫມນີ້ ແຕ່ນີ້ແຫລະຄືຄວາມເປັນເຄື່ອງລາຄາຖືກ ເຊິ່ງມັກຈະພົບສິ່ງທີ່ຄາບເສັ້ນຄວາມພຽງພໍແບບນີ້ ສະນັ້ນຢາກຈະແນະນຳວ່າເຄື່ອງທັງສອງລຸ້ນນີ້ເຫມາະສຳລັບຜູ່ໃຊ້ງານທົ່ວໄປ ເພື່ອການຫລິ້ນໂຊຊ່ຽວ, ແຊັດ ຫລື ການໃຊ້ງານແອັບຯເບື້ອງຕົ້ນ ທີ່ບໍ່ຕ້ອງການສະເປັກການເຮັດວຽກທີ່ສູງຫລາຍ ຫລື ມິນິເກມຫລີ້ນງ່າຍໆເທົ່ານັ້ນ ຫລີ້ນເກມໃຫຍ່ໆພໍເປີດໄດ້ ແຕ່ເວລາຫລີ້ນແລ້ວບໍ່ໄຫວແທ້ືໆ ລວມທັງພື້ນທີ່ຕິດຕັ້ງພາຍໃນເຄື່ອງຈະມີມາໃຫ້ໄດ້ໃຊ້ງານແທ້ປະມານ 4GB (ສາມາດຍ້າຍການຕິດຕັ້ງແອັບຯທີ່ຮອງຮັບໄປລົງໃນຫນ່ວຍຄວາມຈຳເສີມ Micro SD Card ໄດ້)

ຜົນການທົດສອບຕ່າງໆຂອງ iris 750 ແລະ iris 550

ການຈັບສັນຍານ GPS ເພື່ອຫາຕຳແຫນ່ງເຮັດໄດ້ຊ້າຫລາຍທັງຄູ່ເມື່ອທົດສອບໂດຍທີ່ບໍ່ເປີດອິນເຕີເນັດຊ່ວຍໃນການຫາຕຳແຫນ່ງ ແຕ່ການເຮັດວຽກດ້ານການນຳທາງຍັງພໍໃຊ້ງານໄດ້ ເພາະໃຊ້ເສົາສັນຍານໂທລະສັບ ແລະ ຈາກອິນເຕີເນັດເຂົ້າຊ່ວຍເຫລືອ ສ່ວນແບັດຯຖືວ່າຢູ່ໄດ້ຫມົດວັນ ເຖິງວ່າຂະຫນາດຄວາມຈຸຈະນ້ອຍກໍ່ຕາມ ເພາະຫນ້າຈໍສະແດງຜົນມີຂະຫນາດນ້ອຍ ແລະ ໃຊ້ຫນ່ວຍປະມວນຜົນທີ່ຂອ້ນຂ້າງເບົາ ເຊິງພາຍໃນເຄື່ອງທາງ AIS ມີການໃສ່ຟັງຊັ່ນການປະຫຍັດພະລັງງານເອົາໄວ້ໃຫ້ຢູ່ຫລາຍໂຫມດ.

ຟັ່ງຊັ່ນພິເສດ

ການປັບແຕ່ງຫນ້າໂຮມມີມາໃຫ້ພໍປະມານ ສາມາດປັບປ່ຽນ Theme ໄດ້ຫລາຍຮູບແບບ ລວມເຖິງຟັງຊັ່ນພິເສດ ທີ່ເຮັດຫນ້າທີ່ເປັນປຸ່ມໂຮມຈຳລອງ ແລະ ສາມາເອີ້ນໃຊ້ເພື່ອເປີດແອັບຯທີ່ເຮົາໃຊ້ງານປະຈຳຂຶ້ນມາໄດ້ ສາມາດປັບແຕ່ງຫນ້າຕາປຸ່ມໂຮມຈຳລອງໂຕນີ້ໄດ້ ລວມເຖິງແອັບຯຕ່າງໆ ຂອງທາງ AIS ກໍ່ມີການລວບລວມໄວ້ໃຫ້ ເປັນບໍລິການເສີມ, ເກມ ແລະ ແອັບຯທີ່ທາງ AIS ນຳມາແນະນຳກັນ.

ກ້ອງຖ່າຍພາບ

Screenshot_2015-11-30-12-11-47

ກ້ອງຖ່າຍພາຍຂອງທັງສອງລຸ້ນ ໃຊ້ຫນ້າແອັບຯກ້ອງໂຕດຽວກັນ ທັງສອງລຸ້ນມີລະບົບການຈັບໂຟກັສຕິດຕາມວັດຖຸທີ່ເຄື່ອນໄຫວໂດຍການທັສຄ້າງໄວ້ໃນຈຸດທີ່ຕ້ອງການ ແຕ່ສຳລັບລຸ້ນ iris 550 ບໍ່ສາມາດທັສໂຟກັສຕາມປົກະຕິໄດ້ ເຊິ່ງຄຸນນະພາບກ້ອງຖ່າຍພາບຂອງມທັງຄູ່ນັ້ນຢູ່ໃນລະດັບພໍໃຊ້ໃນເວລາກາງເວັນ, ແສງພຽງພໍ, ໂຫມດກ້ອງຫນ້າມີການຖ່າຍພາບແບບບິວຕີ້ໂຫມດມາໃຫ້ໄດ້ໃຊ້ງານດ້ວຍ.

ຕົວຢ່າງພາບຖ່າຍ iris 750

ຕົວຢ່າງພາບຖ່າຍ iris 550

ສະຫລຸບທ້າຍຣີວິວ

ທັງສອງລຸ້ນນີ້ມີລາຄາຈຳຫນ່າຍທີ່ບໍ່ແພງໂດຍສະເພາະເມື່ອເບິ່ງລາຄາລວມກັບໂປຣໂມຊັ່ນຕ່າງໆທີ່ທາງ AIS ແຖມມາໃຫ້ແຕ່ຖ້າຈະເວົ້າເຖິງລາຄາທຽບກັບສະເປັກຕົວເຄື່ອງພຽງຢ່າງດຽວກໍ່ຕ້ອງບອກວ່າສິນຄ້າຕາມລາຄາ ບໍ່ໄດ້ພິເສດແຕ່ຢ່າງໃດ ສະນັ້ນຂໍແນະນຳວ່າຄຸ້ມສຳລັບຄົນທີ່ຕ້ອງການໃຊ້ານໂປຣໂມຊັ່ນ AIS ທີ່ໄດ້ແຖມມາດ້ວຍ ແຕ່ຖ້າບໍ່ໄດ້ຕ້ອງການການໃຊ້ງານຮ່ວມກັບໂປຣໂມຊັ່ນເຫລົ່ານີ້ ທັງສອງລຸ້ນເມື່ອເບິ່ງແລ້ວກໍ່ເປັນຕົວເລືອກທີ່ແສນຈະທຳມະດາ ເມື່ອທຽບກັບລາຄາທີ່ຈຳຫນ່າຍ ທາງ ແອັບດິສກັສແນະນຳວ່າ ຖ້າງົບເຖິງກໍ່ເອົາເປັນໂຕ iris 750 ຫນ້າສົນໃຈ ແລະ ໃຊ້ງານໄດ້ເຕັມທີ່ຫລາຍກວ່າ ກ້ອງຖ່າຍພາບຄຸນນະພາບດີກວ່າ ໄດ້ມາເກີນລາຄາທີ່ເພີ່ມຂື້ນມາຈາກລຸ້ນ iris 550 ຫລາຍ.

 

อ่านรีวิวภาษาไทย>>รีวิว AIS Super Combo LAVA 4G iris 550 และ iris 750 สมาร์ทโฟนแอนดรอยด์ระดับ 4G ในราคาเริ่มต้น <<

 

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version