Advertisement

[gradeA]

Alcatel Onetouch Flash Plus ເປັນສະມາດໂຟນຕໍ່ຍອດຂອງ Alcatel Onetouch Flash ທີ່ໄດ້ເຄີຍຣີວິວໃຫ້ອ່ານກັນໄປໃນປີກ່ອນ ເຊິ່ງ Alcatel Onetouch Flash ເປັນສະມາດໂຟນຄຸນນະພາບສູງໃນລາຄາເບົາໆ ແລະ Alcatel Onetouch Flash Plus ກໍ່ອອກມາຕໍ່ຍອດຄວາມຫນ້າສົນໃຈໄດ້ຢ່າງຄົບຖ້ວນ ທັງສະເປັກທີ່ສູງເກີນລາຄາຫລາຍ ເຖິງວ່າຈະມີ Design ອອກມາຄ້າຍຄືເກົ່າ ແຕ່ວ່າລາຄາພັດຖືກລົງຫລາຍ ແຖມສະເປັກຍັງສູງຂຶ້ນອີກດ້ວຍ!!

Advertisement

ໂດຍ Alcatel Onetouch Flash Plus ວາງຈຳຫນ່າຍໃນລາຄາຖືກຈົນຫນ້າຕົກໃຈພຽງແຕ່ 4,690 ບາດ (ປະມານ 1.170.0000 ກີບ) ເທົ່ານັ້ນເອງ! ແລະ ວາງຈຳຫນ່າຍໃນວັນທີ 3 ມິຖຸນາທີ່ຜ່ານມາ ໄຜທີ່ລໍຖ້າລຸ້ນນີ້ຢູ່ແນະນຳວ່າຫນ້າຈັບຈອງເປັນຢ່າງຍິ່ງ ລອງມາອ່ານຣີວິວລຸ້ນນີ້ກັນເລີຍ.

[อ่านรีวิวภาษาไทย Alcatel Onetouch Flash Plus  คลิ๊กที่นี่ <<<]

Alcatel_Onetouch_Flash_Plus_010

 

Alcatel_Onetouch_Flash_Plus_011

 

ສະເປັກ Alcatel Onetouch Flash Plus

3G HSDPA 900 / 2100

4G LTE band 1(2100), 3(1800), 38(2600), 39(1900), 40(2300), 41(2500)

HSPA 42.2/11.5 Mbps, LTE Cat4 150/50 Mbps

ຮອງຮັບ 2 ຊິມ

ຂະຫນາດໂຕເຄື່ອງ 152.3 x 76.4 x 8 mm. ນ້ຳຫນັກ 150 g

ຫນ້າຈໍ IPS LCD ຂະຫນາດ 5.5 ນິ້ວຄວາມລະອຽດ HD 720P

Android 4.4.4 KitKat ປັບແຕ່ງແບບ One Touch UI

CPU Mediatek MT6752M Octa-core 1.5 GHz Cortex-A53 64bit

GPU Mali-T760MP2

RAM 2GB

ຫນ່ວຍຄວາມຈຳພາຍໃນ 16GB (ເຫລືອໃຫ້ໃຊ້ 11.6GB) ເພີ່ມຫນ່ວຍຄວາມຈຳພາຍນອກໄດ້ສູງສຸດ 32GB

Wi-Fi 802.11 b/g/n, hotspot

Bluetooth 4.0, A2DP

Micro USB 2.0

GPS

ລະບົບເຊັນເຊີ້ Accelerometer, proximity, compass

ກ້ອງຫລັງ 13MP, 4128 x 3096 pixels, autofocus, LED flash, Geo-tagging, touch focus, face detection, HDR, panorama

ກ້ອງຫນ້າ 8MP, autofocus,BSI

Battery 3500 mAh

ລາຄາເປີດໂຕ 4690 ບາດ ຫລື ປະມານ 1.170.000 ກີບ

Alcatel_Onetouch_Flash_Plus_001

Alcatel Onetouch Flash Plus ໂຕກ່ອງຍັງຄົງອອກແບບໃຫ້ລຽບຫລູເຊັ່ນເຄີຍ ໃນກ່ອງຈະມີ Alcatel Onetouch Flash Plus, ຄູ່ມື ແລະ ໃບຮັບປະກັນ, Adapter, ສາຍ Micro USB, ຫູຟັງແບບ In Ear ພ້ອມຖົງຜ້າສຳລັບໃສ່ອຸປະກອນ ແລະ ແຜ່ນກັນຮອຍ.

Alcatel_Onetouch_Flash_Plus_002

Alcatel_Onetouch_Flash_Plus_003

ຢ່າງທີ່ເຫັນ Alcatel Onetouch Flash Plus ຮູບຮ່າງຈະຄ້າຍຄືກັບ Alcatel Onetouch Flash ຫລາຍແຕ່ຈະແຕກຕ່າງບໍລິເວນດ້ານຫລັງທີ່ປ່ຽນມາໃຊ້ພື້ນຜິວແບບລຽບໆ ແລະ ຍ້າຍຕຳແຫນ່ງຂອງໄຟ Flash LED ເທົ່ານັ້ນເອງ ຫນ້າຈໍ IPS LCD ຂະຫນາດ 5.5​ ນີ້ວ ຄວາມລະອຽດ HD 720P ສີສົດ ແລະ ມຸມມອງກວ້າງ ລຸ້ນນີ້ມີ Notification Light ມາພ້ອມ ແລະ ລຳໂພງສົນທະນາສຽງດັງຟັງຊັດດີ ໃນສ່ວນທີ່ເຄີຍຕິເລື່ອງປຸ່ມຄວບຄຸມສຳຜັດດ້ານລຸ່ມທີ່ບໍ່ມີໄຟບໍລິເວນປຸ່ມ ໃນລຸ້ນນີ້ກໍ່ຍັງບໍ່ມີຄືເກົ່າ ແຕ່ໄດ້ປ່ຽນມາໃຊ້ສີເງິນແທນ ຊ່ວຍໃຫ້ແນມເຫັນໄດ້ຊັດເຈນຍິ່ງຂຶ້ນ.

ກ້ອງທາງດ້ານຫລັງກໍ່ນູນອອກມາເຊັ່ນເຄີຍເວລາທີ່ຈະວາງຕ້ອງໄດ້ລະວັງເລັກນອ້ຍ ຄວາມລະອຽດ 13 MP ເທົ່າເກົ່າ ແຕ່ກ້ອງຫນ້າເພີ່ມຄວາມລະອຽດເປັນ 8MP ແລະ ເທິງກ້ອງດ້ານຫລັງຈະມີຮູໄມຕັດສຽງລົບກວນ ລຳໂພງໂຕເຄື່ອງອອກແບບຄ້າຍເກົ່າ ແຕ່ເພີ່ມປຸ່ມນູນອອກມາທັງສອງດ້ານຊ່ວຍໃຫ້ສຽງລອດອອກມາໄດ້ຊັດເຈນຍິ່ງຂຶ້ນ ແຕ່ວ່າສຽງກໍ່ຍັງມີລັກສະນະແບບອອກມາບໍ່ເຕັມສຽງຄືເກົ່າ ແລະ ສຽງຜ່ານລຳໂພງດັງດີ ແຕ່ເວລາເປີດສຽງດັງສຸດຈະອອກແຕກໆ

Alcatel_Onetouch_Flash_Plus_004

Alcatel_Onetouch_Flash_Plus_005

ດ້ານເທິງມີຊ່ອງຫູຟັງມາດຕະຖານຂະຫນາດ 3.5 ມມ. ແລະ ດ້ານລຸ່ມມີຮູ Micro USB 2.0 ແລະ ຮູ Microphone.

Alcatel_Onetouch_Flash_Plus_006

Alcatel_Onetouch_Flash_Plus_007

Alcatel_Onetouch_Flash_Plus_008

ດ້ານຂວາມີຊ່ອງໃສ່ຊິມ 2 ແລະ ປຸ່ມປັບລະດັບສຽງ ແລະ ປຸ່ມ ເປີດປິດ ສ່ວນດ້ານຊ້າຍຈະມີຊ່ອງໃສ່ຊິມ 1 ແລະ ຮູໃສ່ Micro SD Card ທັງມີຝາປິດຮຽບຮອ້ຍ ວິທີແກະກໍ່ໃຫ້ໃຊ້ປາຍເລັບກົດປຸ່ມດ້ານເທິງມັນກໍ່ຈະເປີດຂຶ້ນມາເອງ ເຊິ່ງເຮັດອອກມາໄດ້ງ່າຍດີ.

ລຸ້ນກ່ອນເຫັນວ່າໃຫ້ຂະຫນາດ Battery ມາຫລາຍແລ້ວແຕ່ມາເຖິງລຸ້ນນີ້ຍິ່ງໃຫ້ເຂົ້າມາຫລາຍໄປຕື່ມ Alcatel Onetouch Flash Plus ມາພ້ອມກັບ Battery ຄວາມຈຸສູງເຖິງ 3500 mAh ເຊິ່ງເຫັນວ່າໃຊ້ໄດ້ຍາວນານຫາຍຫ່ວງເລື່ອງແບັດຫມົດໃນລະຫວ່າງວັນໄດ້ເລີຍ ^_^

 

Screenshot Alcatel onetouch idol α alpha (9)

Screenshot Alcatel onetouch idol α alpha (5)

 

Screenshot Alcatel onetouch idol α alpha (17)

 

ທົດສອບດ້ວຍ Quadrant Standard ໄດ້ຄະແນນ 14636 ຄະແນນ

ທົດສອບດ້ວຍ AnTuTu Benchmark ໄດ້ຄະແນນ 38622 ຄະແນນ

ທົດສອບດ້ວຍ NenaMark2 ເຮັດໄປໄດ້ 59.4fps

ຮອງຮັບ Multi touch ໄດ້ 5 ຈຸດສົມບູນ

ທົດສອບ GPS ຈັບສັນຍາຍໄດ້ວ່ອງໄວດີ

Ontouch_Flash_Plus_SC_004

 

Ontouch_Flash_Plus_SC_005

Ontouch_Flash_Plus_SC_006

Alcatel Onetouch Flash Plus ມາພ້ອມແອນດຣອຍ 4.4.4 kitkat ແລະ ປັບແຕ່ງທັບດ້ວຍ One Touch UI ແບບໃຫມ່ ຫນ້າຕາລຽບໆແຕ່ແຝງດ້ວຍລູກຫລີ້ນຫລາຍພໍສົມຄວນ ທີ່ຫນ້າສົນໃຈຄືໃນສ່ວນຂອງ Recent Apps ເບິ່ງແລ້ວແປກຕາດີ ເຊິ່ງຈະລຽງເປັນແຖວດຽວ ແລະ ອອກດ້ານຈະມີຄຳສັ່ງຕັ້ງເຕືອນ Clean Function ຂອງເຄື່ອງ ແລະ ໄຟສາຍ ເຮົາຍັງສາມາດສັ່ນຫນ້າຈໍເພື່ອປ່ຽນຂ້າງໄດ້ດ້ວຍ ເທ່ໄປອີກແບບ ຫະຫະ.. ແຕ່ໂດຍລວມ UI ຍັງຮູ້ສຶກວ່າທຳມະດາໄປ ແຕ່ກໍ່ສະອາດຕາ ແລະ ໃຊ້ງານງ່າຍ ແລະ ອີກລູກຫລີ້ນທີ່ມີມາໃນ Alcatel ລຸ້ນກ່ອນໆຢ່າງການປັບໂທນສີຫນ້າຈໍໄດ້ດ້ວຍໂຕເອງ Alcatel Onetouch Flash Plus ກໍ່ຍັງສາມາດເຮັດໄດ້ຢູ່ຄືເກົ່າ ໂດຍຟັງຊັ່ນນີ້ຈະຢູ່ໃນການຕັ້ງຄ່າຫນ້າຈໍ ຕອນນີ້ໄຜທີ່ມັກຈໍອົມເຫລືອງ ຫລື ອົມຟ້າກໍ່ເລືອກປັບແຕ່ງໃຫ້ພໍດີຕາມຄວາມຕ້ອງການຂອງແຕ່ລະຄົນໄດ້ເລີຍ.

ສຳລັບຄວາມມື່ນໄຫລເຮັດໄດ້ດີພໍສົມຄວນ ໄວ ແລະ ມື່ນໄຫລດີຫລາຍຍິ່ງເມື່ອທຽບກັບລາຄາ 4.690 ບາດ ຍິ່ງຮູ້ສຶກວ່າມັນຄຸ້ມເກີນລາຄາຫລາຍ ແຕ່ວ່າກໍ່ມີຂໍ້ຕິທີ່ບໍ່ຫນ້າຈະເກີດກັບສະມາດໂຟນໃນຍຸກນີ້ ຄືໃນສ່ວນຂອງພາສາໄທໃນເຄື່ອງຍັງແປໄດ້ບໍ່ດີເທົ່າທີ່ຄວນ ແລະ ໃນບາງສ່ວນຈະຖືກຕັດຖິ້ມໄປເລີຍກາຍເປັນພື້ນທີ່ວ່າງໆທັງທີ່ຍັງມີຄຳສັ່ງຢູ່ ຕ້ອງປ່ຽນເປັນພາສາອື່ນເຖິງຈະເບິ່ງເຫັນເປັນປົກະຕິ (ສ່ວນພາສາລາວຍັງບໍ່ທັນໄດ້ທົດສອບ ແລ້ວຊິມາເພີ່ມຕື່ມອີກເທື່ອຫນຶ່ງ) ອັນນີ້ແນະນໍາ Alcatel ເລີຍວ່າຄວນແກ້ໄຂໂດຍດ່ວນ!

 

Ontouch_Flash_Plus_SC_007

Alcatel Onetouch Flash Plus ສາມາດດາວໂຫລດ Wallpapers and Themes ໄດ້ຢ່າງງ່າຍດາຍມີໃຫ້ເລືອກຫລາກຫລາຍແບບ ໂດຍຈະຕິດຕັ້ງຄວາມສາມາດນີ້ມາໃຫ້ໃນເຄື່ອງເລີຍ ໂດຍທີ່ບໍ່ຕ້ອງໄປຫາດາວໂຫລດມາເພີ່ມຕື່ມ.

Ontouch_Flash_Plus_SC_008

 

ໃນສ່ວນຂອງການຕັ້ງຄ່າຈະແບ່ງອອກເປັນສອງສ່ວນ ຄືການຕັ້ງຄ່າທົ່ວໄປ ແລະ ການຕັ້ງຄ່າທັງຫມົດ ການຕັ້ງຄ່າທົ່ວໄປຈະມີເມນູສຳຫລັບຕັ້ງຄ່າຟັງຊັ່ນທີ່ເຮົາຕ້ອງໃຊ້ງານເປັນປະຈຳ ສ່ວນການຕັ້ງຄ່າທັງຫມົດກໍ່ຈະຄືກັນກັບການຕັ້ງຄ່າຂອງເມນູ ແອນດຣອຍ ທົ່ວໄປຕາມປົກກະຕິ.

Ontouch_Flash_Plus_SC_009

 

 

Alcatel Onetouch Flash Plus ຮອງຮັບ Guestures ຫລາກຫລາຍຄືກັບຄູ່ແຂ່ງຕ່າງໆ ເຊັ່ນ: ການເຄາະຫນ້າຈໍສອງຄັ້ງເພື່ອປຸກຫນ້າຈໍ ແລະ ຟັງຊັ້ນຂຽນຫນ້າຈໍເປັນໂຕອັກສອນເພື່ອເປີດໃຊ້ງານຟັງຊັ່ນຕ່າງໆ (ບໍ່ສາມາດອອກແບບໂຕອັກສອນໄດ້ເອງ ແຕ່ສາມາດສະຫລັບແອພຯທີ່ເຊື່ອມໂຍງກັບໂຕອັກສອນນັ້ນໆໄດ້) ຈາກການທົບສອບຖືວ່າເຮັດໄດ້ຖືກຕ້ອງ ແລະ ສົມບູນດີຫລາຍ.

Ontouch_Flash_Plus_SC_010

 

 

ທົດສອບດ້ວຍການຫລິ້ນ File ຄວາມລະອຽດ Full HD 1080P ກໍ່ສາມາດຫລິ້ນໄດ້ຢ່າງມື່ນໄຫລ ບໍ່ມີສະດຸດ

 

Ontouch_Flash_Plus_SC_011

ເຄື່ອງຫລິ້ນເພັງຂອງ Alcatel Onetouch Flash Plusສາມາດປັບແຕ່ງໄດ້ຫລາຍພໍສົມຄວນ ແລະ ຍັງປັບແຕ່ງ Equalizer ເອງໄດ້ ສາມາດສັ່ນເຄື່ອງເພື່ອປ່ຽນເພັງໄດ້ ແຕ່ມີຕຳນິຫນ່ອຍຫນຶ່ງບ່ອນວ່າບໍ່ສາມາດສະແດງປົກ Album ໄດ້ອາດຈະຕ້ອງດາວໂຫລດເຄື່ອງຫລິ້ນເພັງໂຕອື່ນມາໃຊ້ແທນ ແລະ ໃນສ່ວນວິທະຍຸກໍ່ທຳມະດາແບບທົ່ວໆໄປ ຄືບໍ່ໄດ້ມີລູກຫລິ້ນຫຍັງເປັນພິເສດ.

Ontouch_Flash_Plus_SC_012

 

 

Ontouch_Flash_Plus_SC_013

ທົດສອບດ້ວຍເກມ Beast Busters featuring KOF ແລະ Gods Rush ເຫັນວ່າມື່ນໄຫລດີຫລາຍ

 

Ontouch_Flash_Plus_SC_014

 

 

Alcatel Onetouch Flash Plus ມາພ້ອມກ້ອງຄວາມລະອຽດ 13MP ແລະ ກ້ອງຫນ້າຄວາມລະອຽດ 8MP ແລະ ຟັງຊັ່ນ Beauty Mode, PIP (ພາບຊ້ອນພາບ ຖ່າຍດ້ວຍກ້ອງຫນ້າ ແລະ ກ້ອງຫລັງພ້ອມກັນ), HDR, Effect.

ສຳລັບຄຸນນະພາບຂອງກ້ອງແມ່ນເຮັດອອກມາໄດ້ດີຫລາຍ ແຕ່ພາບທີ່ໄດ້ຍັງບໍ່ສົດໃສເທົ່າທີ່ຄວນ ແຕ່ກໍ່ຄົມຊັດ ແລະ ສີສັນສວຍງາມ ແລະ ກ້ອງຫນ້າຖ້າວ່າບໍ່ເປີດໂຫມດ Beauty ເຫັນວ່າພາບຈະອອກມາດີກວ່າ ເພາະປັບຫລາຍເກີນໄປຈົນເບິ່ງແລ້ວມັນແປກໆຕາ Beauty Mode ກໍ່ຍັງສາມາດປັບແຕ່ງໄດ້ຢູ່ ຖ້າໄຜໄດ້ລອງໃຊ້ແລ້ວເອົາໄປປັບແຕ່ງກັນເບິ່ງເນາະ. ໃນແມ່ນຕົວຢ່າງພາບຖ່າຍທີ່ບໍ່ໄດ້ປັບແຕ່ງຫຍັງເລີຍ

ຕົວຢ່າງພາບຖ່າຍຈາກ Alcatel Onetouch Flash Plus

Alcatel_Onetouch_Flash_Plus_Camera_001

Alcatel_Onetouch_Flash_Plus_Camera_002

Alcatel_Onetouch_Flash_Plus_Camera_003

Alcatel_Onetouch_Flash_Plus_Camera_004

Alcatel_Onetouch_Flash_Plus_Camera_005

Alcatel_Onetouch_Flash_Plus_Camera_006

Alcatel_Onetouch_Flash_Plus_Camera_007

Alcatel_Onetouch_Flash_Plus_Camera_008

Alcatel_Onetouch_Flash_Plus_Camera_009

Alcatel_Onetouch_Flash_Plus_Camera_010

Alcatel_Onetouch_Flash_Plus_Camera_011

Alcatel_Onetouch_Flash_Plus_Camera_012

Alcatel_Onetouch_Flash_Plus_Camera_013

Alcatel_Onetouch_Flash_Plus_Camera_014

Alcatel_Onetouch_Flash_Plus_Camera_015

 

ຂໍ້ດີຂອງ Alcatel Onetouch Flash Plus

  1. ໂຕເຄື່ອງເບິ່ງແລ້ວແຂງແຮງ ວັດສະດຸການປະກອບດີ
  2. ຮອງຮັບ 4G LTE ແລະ ໃຊ້ງານໄດ້ສອງຊິມ
  3. ຫນ້າຈໍ IPS LCD ຂະຫນາດ 5.5 ນີ້ວຄວາມລະອຽດ HD 720P
  4. ສະເປັກແຮງໃນລາຄາເບົາໆ CPU Mediatek MT6752M Octa-core 1.5 GHz Cortex-A53 64bit, GPU Mali-T760MP2, RAM 2GB, ຫນ່ວຍຄວາມຈຳພາບໃນ 16 GB (ເຫລືອໃຫ້ໃຊ້ 11.6 GB) ເພີ່ມຫນ່ວຍຄວາມຈຳພາຍນອກໄດ້ສູງສຸດ 32GB
  5. ມາພ້ອມ On Touch UI ມີຄວາມເປັນໂຕຂອງໂຕເອງ
  6. ກ້ອງຄວາມລະອຽດ 13MP ແລະ ກອ້ງຫນ້າຄວາມລະອຽດ 8MP ຄຸນນະພາບຖືວ່າໃຊ້ໄດ້
  7. Battery ຄວາມຈຸສູງ 3500 mAh

ຂໍ້ດ້ອຍຂອງ Alcatel Onetouch Flash Plus

  1. ສ່ວນຂອງພາສາໄທໃນເຄື່ອງຍັງແປໄດ້ບໍ່ດີ ຫລາຍໆຄຳແປແລ້ວເຮັດໃຫ້ງົງ ແລະ ໃນບາງສ່ວນພາສາໄທຈະຖືກຕັດຖິ້ມໄປເລີຍກາຍເປັນພື້ນທີ່ວ່າງໆທັງທີ່ມີຄຳສັ່ງຢູ່ ຕ້ອງປ່ຽນເປັນພາສາອື່ນໆເຖິງຈະເບິ່ງເຫັນເປັນປົກກະຕິ (ສ່ວນພາສາລາວຍັງບໍ່ທັນໄດ້ທົດສອບ ແລ້ວຊິມາເພີ່ມຕື່ມອີກເທື່ອຫນຶ່ງ)
  2. ຂໍ້ມູນລາຍລະອຽດໂຕເຄື່ອງທີ່ໃສ່ມາໃນການຕັ້ງຄ່າລົງຂໍ້ມູນຜິດ

Alcatel_Onetouch_Flash_Plus_009

 

Alcatel Onetouch Flash Plus ຫນ້າປະທັບໃຈຫລາຍ ດ້ວຍຄ່າໂຄໃນລາຄາພຽງແຕ່ 4.690 ບາດ ຫລື ປະມານ 1.170.000 ກີບ ແຕ່ອັດແຫນ້ນສະເປັກມາຂະຫນາດນີ້ ການໃຊ້ງານນັ້ນຖືວ່າໂອເຄເລີຍ ໄຜທີ່ເນັ້ນຄວາມຄຸ້ມຄ່າເກີນລາຄາ Alcatel Onetouch Flash Plus ເປັນສະມາດໂຟນອີກລຸ້ນທີ່ແນະນໍາວ່າບໍ່ຄວນເບິ່ງຂ້າມ ຢາກໃຫ້ໄປລອງຫລິ້ນກັນເບິ່ງ ລຸ້ນນີ້ຖືວ່າຄຸ້ມສຸດໆ…!!!

[gradeA]

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version