Advertisement

 

ວິທີເບິ່ງສະເປັກມືຖືຍຸກໃຫມ່ ບໍ່ພຽງແຕ່ແຣມ ຫນ່ວຍປະມວນຜົນ ຫລື ຂະຫນາດແບັດເຕີຣີ້ເທົ່ານັ້ນ ດຽວນີ້ຕ້ອງເບິ່ງຫຍັງແດ່ ມາຮູ້ນຳກັນ!!

Advertisement

 

ສະເປັກເຄື່ອງ ລາຍລະອຽດທີ່ເຮົາເອົາໄວ້ໃຊ້ອ້າງອີງຄວາມຄຸ້ມຄ່າ, ລາຄາ, ການໃຊ້ງານ ທັງຫມົດສາມາດບອກເຮົາໃນເບື້ອຕົ້ນວ່າ ເຮົາສາມາດຄາດຫວັງການໃຊ້ງານມັນໄດ້ຫລາຍພຽງໃດ ໃນສະໄຫມກ່ອນສິ່ງທີ່ເຮົາເບິ່ງກັນຢູ່ ແລະ ຖືເປັນເລື່ອງຫລັກໆນັ້ນກໍ່ຄື ຂະຫນາດຂອງແຣມ, ຫນ່ວຍປະມວນຜົນ ເພື່ອຄາດເດົາປະສິດທິພາບຂອງການເຮັດວຽກ ຄາດເດົາຄວາມຊັດເຈນຈາກຂະຫນາດຫນ້າຈໍ ແລະ ຄວາມລະອຽດຂອງການສະແດງຜົນ ຄາດເດົາໄລຍະເວລາສະແຕນບາຍຈາກຂະຫນາດແບັດຯ ສິ່ງເຫົລ່ານີ້ຄືພື້ນຖານການເບິ່ງສະເປັກເຄື່ອງທີ່ເຮົາໃຊ້ກັນມາຕັ້ງແຕ່ດົນນານ ແຕ່ຕອນນີ້ມັນເຖິງເວລາແຫ່ງຍຸກປ່ຽນຜ່ານ, ເຕັກໂນໂລຊີຫລາຍຢ່າງມີການປ່ຽນແປງໄປແລ້ວ ແລະ ຫລາຍຢ່າງທີ່ການປ່ຽນແປງກຳລັງຈະມາ ສິ່ງເລັກໆນອ້ໆທີ່ເພີ່ມຕື່ມເຂົ້າມາໃນໂທລະສັບມືຖືໃນຍຸກປະຈຸບັນ ມີຫຍັງແດທີ່ຈະຕ້ອງສັງເກດເພີ່ມຕື່ມເພື່ອການພິຈາລະນາເລືອກຊື້ມືຖື ແລະ ອຸປະກອນໄອທີເຄື່ອງຕໍ່ໄປ ມາເບິ່ງໄປພ້ອມໆກັນ.

Alcatel-OneTouch-flash2_1050835-003

Wi-Fi ac

ຮູ້ຈັກແລ້ວບໍກັບ Wi-Fi ac ຍຸກສະໄຫມນີ້ເົຮາເວົ້າເຖິງ Wi-Fi ທີ່ຮອງຮັບຄວາມໄວສູງສຸດ 3.2 Gbps ກັນແລ້ວເດີ້ ບໍ່ແມ່ນເລື່ອງໃຫມ່ທີີໄກໂຕອີກຕໍ່ໄປ ເຊື່ອວ່າຖ້າສັງເກດອຸປະກອນພາຍໃນບ້ານ ຮອບໆໂຕກໍ່ອາດຈະມີອຸປະກອນທີ່ຮອງຮັບ Wi-Fi ac ກັນໄປແນ່ແລ້ວ ສະນັ້ນອຸປກອນຕໍ່ໆໄປ ກໍ່ຈຳເປັນທີ່ຈະຕ້ອງເຂົ້າໄປໃຫ້ຄົບວົງເຕັກໂນໂລຊີໃຫມ່ຄືກັນ ບໍ່ເຊັ່ນນັ້ນມັນກໍ່ຈະບໍ່ຮອງຮັບກັນນັັ້ນເອງ ຖ້າທຸກອຸປະກອນພາຍໃນເຮືອນຂອງເຮົາພ້ອມເຂົ້າສູ່ມາດຕະຖານໃຫມ່ ການສຕີມຂໍ້ມູນລະຫວ່າງອຸປະກອນທຸກໂຕກໍ່ຈະມີຄວາມໄວຂື້ນຢ່າງເຫັນໄດ້ຊັດເຈນເລີຍແຫລະ.

ຮອງຮັບ 4G ຫລາກຫລາຍຄື້ນຄວາມຖີ່ (1,800 MHz and  2,100 MHz)

ສົງຄາມ 4G ກຳລັງຈະປ່ຽນແປງການໃຫ້ບໍລິການເຄືອຂ່າຍອິນເຕີເນັດໃນບ້ານເຮົາເຊິ່ງຕອນນີ້ 4G ຂອງບາງຄ້າຍກໍ່ເປີດໃຫ້ບໍລິການກັນໄປແລ້ວໃນຄື້ນຄວາມຖີ່ 1,800 MHz ເຊິ່ງຖືວ່າເປັນຄື້ນຄວາມຖີ່ 4G ທີ່ໃຊ້ກັນຫລາຍໃນທົ່ວໂລກ ແຕ່ກໍ່ຫາກໍ່ເລີ່ມຈະມີໃນບ້ານເຮົາ ສະນັ້ນເວລາເບິ່ງສະເປັກເຄື່ອງໃນເລື່ອງຂອງການຮອງຮັບ 4G ເລື່ອງຄວາມຖີ່ທີ່ຮອງຮັບຈຶ່ງຈຳເປັນຫລາຍໃນອະນາຄົດອັນໃກ້ໆນີ້.

ຄ່າຮູຮັບແສງຂອງເລນກ້ອງ

ເລື່ອງຂອງກ້ອງຖ່າຍພາບຂອງມືຖື ແຕ່ກ່ອນຕ້ອງເວົ້າກັນເຖິງເລື່ອງຂອງຄວາມລະອຽດຂອງພາບ ເຄື່ອງນັ້ນ 10 ລ້ານພິກເຊວ, ເຄື່ອງນີຶ 20 ລ້ານພິກເຊວ ບາງເຄື່ອງ 40 ລ້ານພິກເຊວ ແຕ່ດຽວນີ້ມີອີກຫນຶ່ງເລື່ອງທທີ່ສຳຄັນທີ່ເລີ່ມນຳມາຂົ່ມກັນກໍ່ຄືເລື່ອງຂອງຮູຮັບແສງ ເລນກ້ອງມືຖືທີ່ມີຮູຮັບແສງທີ່ຍິ່ງກວ້າງ (ຮູຮັບແສງແຈ້ງຫນ່ວຍໄວ້ເປັນຄ່າ f ຍິ່ງໂຕເລກຕ່ຳ ຮຸຮັບແສງຈະຍິ່ງກວ້າງ) ຖ້າອົງປະກອບຂອງໂຕກ້ອງໃນດ້ານອື່ນໆພໍກັນ ໂຕທີ່ມີຮູຮັບແສງກວ້າງກໍ່ຈະສາມາດເກັບແສງໄດ້ຫລາຍກວ່າ ຖ່າຍພາບໃນທີ່ແສງຫນ້ອຍໄດ້ດີກວ່ານັ້ນເອງ.

Flash Two Tone

ອີກຫນຶ່ງເລື່ອງຂອງການຖ່າບພາບທີ່ດຽວນີ້ບໍ່ວ່າຈະມືຖືລາຄາຖືກ ຫລື ລາຄາແພງກໍ່ມີໂອກາດໄດ້ໃຊ້ງານແຟລສຄູ່ສອງສີໂຕນີ້ກັນທັງນັ້ນແລ້ວ ເນື່ອງຈາກການຖ່າຍພາບໃນໄລຍະໃກ້ ຫລື ຖ່າຍພາບບຸກຄົນໃນທີ່ແສງນ້ອຍ ການໃຫ້ແສງແຟລສສີຂາວທີ່ອາດຈະໃຫ້ແສງທີ່ແຂງ ແລະ ຈ້າຈົນເກີນໄປ ຈຶ່ງມີການນຳແຟລສສີອຸ່ນມາໃຊ້ຄູ່ກັນ ເພື່ອປັບລະດັບແສງຂາວລົງ ຜົນມີ່ໄດ້ໃນການໃຊ້ງານຈຶ່ງເບິ່ງແລ້ວເປັນທຳມະຊາດຫລາຍກວ່າ.

ກະຈົກຫນ້າຈໍກັນແບັກທີເຣຍ

ທາງ Corner ຜູ່ຜະລິດກະຈົກກັນຮອຍ Gorilla Glass ທີ່ຮິດໃຊ້ງານກັນໄປທົ່ວໂລກນິຍົມນຳມາໃຊ້ເປັຫນ້າຈໍຂອງສະມາດໂຟນຫລາກຫລາຍລຸ້ນໃນປັດຈຸບັນ ໄດ້ມີການພັດທະນາກະຈົກ AntiBactirial Gorilla Glass ເຊິ່ງມີຄຸນສົມບັດຫລຸດການສະສົມແບັກທີເຣຍເທິງຫນ້າຈໍໄດ້ ແລະ ມັນໄດ້ຖືກນຳມາໃຊ້ແລ້ວໃນປັດຈຸບັດ ເຊິ່ງຖືວ່າເປັນເລື່ອງໃຫມ່ ແຕ່ເປັນເລື່ອງທີ່ສຳຄັນທີ່ເຮົາເບິ່ງຂ້າມມັນໄປຕະຫລອດ ອຸປະກອນສ່ວນໂຕທີ່ຕ້ອງສຳຜັດຜິວຫນ້າ, ໃກ້ປາກ, ໃກ້ຕາ, ດັງ ຕໍ່ໄປນີ້ຈະມີຄວາມປອດໄພຫລາຍຂື້ນ ແລະ ເປັນເລື່ອງຂອງເຕັກໂນໂລຊີອະນາຄົດທີ່ເຂົ້າມາສູ່ຍຸກປະຈຸບັນອີກຫນຶ່ງເລື່ອງ.

ຮອງຮັບເຕັກໂນໂລຊີ  NFC, Bluetooth 4.0 ຂຶ້ນໄປ

ເຕັກໂນໂລຊີ NFC (Near Field Communication)ເຕັກໂນໂລຊີທີ່ບໍ່ໃຫມ່ ແຕ່ກັບຄ່ອຍສຳຄັນຫລາຍຂື້ນເລື້ອຍໆ ຈາກອຸປະກອນເສີມຫລາກຫລາຍທີ່ປະຈຸບັນຜະລິດອອກມາຮອງຮັບກັນຢ່າງຕໍ່ເນື່ອງ ການເຊື່ອມຕໍ່ທີ່ງ່າຍ ພຽງແຕະກໍ່ເຊື່ອມຕໍ່ແລ້ວ ແຕ່ນັ້ນກໍ່ຫມາຍເຖິງການຕ້ອງການເຕັກໂນໂລຊີການເຊື່ອມຕໍ່ທີ່ທັນສະໄຫມບໍ່ແພ້ກັນນັ້ນກໍ່ຄື Bluetooth 4.0 ນັ້ນເອງເພາະຖ້າບໍ່ດັ່ງນັ້ນແລ້ວອຸປະກອນນັ້ນອາດຈະໃຊ້ງານກັບອຸປະກອນເສີມອີກຫລາຍໆຢ່າງບໍ່ໄດ້ເລີຍ ເພາະເຕັກໂນໂລຊີ Bluetooth 4.0 ຫລື Bluetooth Low Energy ເປັນມາດຕະຖານຂັ້ນຕ່ຳສຳລັບການເຊື່ອມຕໍ່ກັບອຸປະກອນເສີມເຊັ່ນ Wearable ຫລາຍໂຕຖ້າເຄື່ອງຂອງເຈົ້າຍັງຄົງເປັນ Bluetooth 2.0 ຫລື 3.0 ຢູ່ກໍ່ຫມົດສິດເຊື່ອມຕໍ່ ເພາະຕອນນີ້ເຂົາມາກັນເຖິງ Bluetooth ເວີຊັ່ນ 4.1 ແລະກຳລັງຈະໄປ 4.2 ກັນແລ້ວ.

Quick charging ການສາກພະລັງງານແບບໄວ

ຫມົດຍຸກສະໄຫມສາກຂ້າມມື້ຂ້າມຄືນກັນແລ້ວເພາະດຽວນີ້ລະບົບການສາກພະລັງງານແບບໄວ (Quick charging) ມາໄກກັນຫລາຍແລ້ວ ທັງແບບສຽບສາຍ ແລະ ແບບໄຮ້ສາຍກໍ່ໄດ້ຖືກພັດທະນາ ແລະ ນຳມາໃຊ້ກັນຢ່າງແພ່ຫລາຍ ໃນເວີຊັ່ນໃຫມ່ໆ Quick charging 3.0 ອາດຈະສາມາດສາກພະລັງງານໄດ້ຫລາຍເຖິງ 80% ໃນເວລາພຽງແຕ່ປະມານເຄິ່ງຊົ່ວໂມງເທົ່ານັ້ນ ສົ່ງຜົນໃຫ້ເຮົາມີຈັງຫວະແວ່ສາກຕື່ມພະລັງງານກັນລະຫວ່າງມື້ໃນເວລາອັນສັ້ນກໍ່ພ້ອມຈະໃຊ້ເຄື່ອງຕໍ່ໄດ້ຍາວນານເຖິງຄ່ຳໄດ້ສະບາຍກັນເລີຍ.

ໄລຍະເວລາການປະກັນຫລັງການຂາຍ

ເປັນເລື່ອງທີ່ຄົນເວົ້າເຖິງກັນຫນ້ອຍຫລາຍ ເລື່ອງການປະກັນຫລັງການຂາຍ ທັງໆທີ່ຕອນນີ້ຫລາຍແບຣນເລີ່ມໂຊຈຸດຂາຍໃນເລື່ອງຂອງການຍືດອາຍຸການຮັບປະກັນອອກໄປຍາວນານຫລາຍກວ່າປົກກະຕິ ບາງແບຣນໄດ້ 15 ເດືອນ ບາງແບຣນຍາວໄປເປັນ 2 ປີ ເລື່ອງການປະກັນນີ້ມີຜົນທັງຄວາມສ່ຽງໃນອະນາຄົດ ແລະ ລາຄາຂາຍຕໍ່ ເຄື່ອງຫມົດປະກັນລາຄາຂາຍຕໍ່ກໍ່ຖືກກົດຢ່າງຫນັກ ເກີດຄວາມເສີຍຫາຍຂື້ນມາເມື່ອຫມົດປະກັນໄປແລ້ວກໍ່ມັກຈະບໍ່ຄຸ້ມຄ່າສ້ອມແປງ ຖ້າເປັນໄປໄດ້ກໍ່ຮັບເອົາເລື່ອງໄລຍະເວລາຮັບປະກັນມາເປັນຂໍ່ພິຈາລະນາກັນອີກເລື່ອງເນາະ…

 

ເປັນສິ່ງເສີມເລັກໆນ້ອຍໆ ທີ່ຂໍເພີ່ມຕື່ມ ແລະ ອັບເດດໃຫ້ກັບຜູ່ທີ່ຊອກຫາສະມາດໂຟນໃນຊ່ວງນີ້ຈາກແອັບດິດຄັສຂອງພວກເຮົາ ^_^

แชร์
Avatar photo

คอมลัมนิสต์แอ๊คหลุมผู้หลงใหล IT และ Gadget พร้อมสาระความรู้ How To ดีๆ สำหรับการใช้งานมือถือและแท๊ปเบล็ตที่พร้อมจะมาแชร์กับเพื่อนๆ ที่สนใจในเนื้อหาเดียวกัน เพื่อให้พื้นที่ AppDisqus.com เป็นสเปซสำหรับการแบ่งบันโดยแท้จริง

Advertisement
Exit mobile version